ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອ ລາວ ສຳພາດ ທ່ານນາງ ວິໄລລັກ ບີບີ ປະຖຳມະວົງ, ຄົນ ລາວ ອາເມຣິກັນ ທີ່ອາໄສຢູ່ນະຄອນຫຼວງ ວໍຊິງຕັນ


ທ່ານນາງ ວິໄລລັກ ບີບີ ປະຖຳມະວົງ ຖ່າຍຮູບກັບໂຕເສືອ.
ທ່ານນາງ ວິໄລລັກ ບີບີ ປະຖຳມະວົງ ຖ່າຍຮູບກັບໂຕເສືອ.

ລາຍການຊຸມຊົນ ລາວ ໃນທະວີບອາເມຣິກາ ຂອງວີໂອເອພາກພາສາລາວ ສຳລັບແລງວັນອາທິດມື້ນີ້, ພວກເຮົາຈະນຳສະເໜີການສຳພາດກັບທ່ານນາງ ວິໄລລັກ ບີບີ ປະຖຳມະວົງ, ​ຄົນອາເມຣິກັນ ເຊື້ອສາຍລາວ ທີ່ອາໄສຢູ່ນະຄອນຫຼວງ ວໍຊິງຕັນ, ເຊິ່ງມື້ນີ້ ລາວຈະມາເວົ້າສູ່ຟັງ ກ່ຽວກັບ ການດຳລົງຊີວິດ ແລະ ເມືອງດັ່ງກ່າວ. ຂໍເຊີນທ່ານໄປຟັງການສຳພາດກັບ ພຸດທະສອນ ໃນອັນດັບຕໍ່ໄປ.

ນະຄອນຫຼວງ ວໍຊິງຕັນ ເປັນເມືອງນ້ອຍໆມີແຕ່ສຳນັກງານຫ້ອງການລັດຖະບານ, ສະຖານທູດ ແລະ ອົງການຈັດຕັ້ງສາກົນທັງຫຼາຍຕັ້ງຢູ່. ເມືອງດັ່ງກ່າວຍັງເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຈາກຄົນໃນທົ່ວໂລກ, ມີຮ້ານອາຫານທີ່ແຊບ ແລະ ຫຼູຫຼາຢ່າງຫຼວງຫຼາຍ. ຖ້າຈະເວົ້າແລ້ວ ເມືອງດັ່ງກ່າວ ແມ່ນບ່ອນສຳລັບເຮັດວຽກ ແລະ ບັນເທີງ. ມັນກໍມີຄົນອາໄສຢູ່ເຊັ່ນກັນ, ໂດຍ ສະເພາະຄົນທີ່ຢາກອາໄສຢູ່ໃກ້ບ່ອນເຮັດວຽກຂອງເຂົາເຈົ້າ ແຕ່ເຂົາເຈົ້າຕ້ອງໄດ້ໃຊ້ເງິນຢ່າງຫຼວງ ຫຼາຍ ເພື່ອແລກປ່ຽນກັບຄວາມສະດວກສະບາຍຂອງເຂົາເຈົ້າ. ດັ່ງກັບແຂກໃນລາຍການຂອງພວກເຮົາມື້ນີ້ ລາວໄດ້ເຮັດວຽກຢູ່ເມືອງດັ່ງກ່າວ ແລະ ກໍອາໄສຢູ່ທີ່ນັ້ນ.

ຕອນຢູ່ສູນອົບພະຍົບທ່ານນາງ ບີບີ ແມ່ນຍັງນ້ອຍ ແລະ ການໃຊ້ຊີວິດກໍຈະແຕກຕ່າງຈາກຜູ້ໃຫຍ່, ເຊິ່ງລາວແມ່ນໄດ້ເຂົ້າໂຮງຮຽນ ແລະ ຜູ້ໃຫຍ່ແມ່ນເຮັດວຽກ.

ອົບພະຍົບລາວເວລາມາຮອດ ສະຫະລັດ ແມ່ນໄດ້ແຈກຢາຍກັນໄປຢູ່ໃນຫຼາຍລັດ, ແລະ ທ່ານນາງ ບີບີ ນັ້ນແມ່ນໄດ້ມາຕົກຢູ່ລັດ ເວີຈິເນຍ, ເຊິ່ງຢູ່ບໍ່ໄກຈາກນະຄອນຫຼວງວໍຊິງຕັນ. ຂັບລົດໄປກໍຈະປະມານ 20 ນາທີ. ຄອບຄົວຂອງລາວ ໄດ້ມາຢູ່ລັດດັ່ງກ່າວດ້ວຍການສະປອນເຊີຂອງນ້າສາວຊື່ວ່າ ອຸລາວັນ.

ທ່ານນາງ ວິໄລລັກ ,ຂວາ, ກັບໝູ່.
ທ່ານນາງ ວິໄລລັກ ,ຂວາ, ກັບໝູ່.

ນອກຈາກອົບພະຍົບທີ່ເປັນຄົນລາວແລ້ວ, ຄົນ ຫວຽດນາມ ກໍມີຢ່າງຫຼວງຫຼາຍ. ຢູ່ລັດເວີຈິເນຍ ແມ່ນມີເມືອງ ຫວຽດນາມ ທີ່ຂ້ອນຂ້າງໃຫຍ່ຕັ້ງ. ເມືອງດັ່ງກ່າວນັ້ນຈະມີຮ້ານຄ້າຂາຍອາຫານທີ່ນຳເຂົ້າຈາກຕ່າງປະເທດ ຄືນໍ້າປູ ນໍ້າປາ ແລະ ໝາກໄມ້ທີ່ຫາໄດ້ແຕ່ຢູ່ ເອເຊຍ ແລະ ອື່ນໆ ແລະ ກໍມີຮ້ານອາຫານຈຳນວນຫຼວງຫຼາຍ. ເວລາໄປແລ້ວ ກໍຈະຮູ້ສຶກຄືກັບວ່າຢູ່ ຫວຽດນາມ ຫຼືວ່າບໍ່ໄດ້ຢູ່ໃນ ສະຫະລັດ.

ທ່ານນາງ ບີບີ ໄດ້ອາໄສຢູ່ລັດ ເວີຈິເນຍ ຕັ້ງແຕ່ນ້ອຍຈົນໃຫຍ່. ແຕ່ວ່າດຽວນີ້ລາວໄດ້ຍ້າຍໄປຢູ່ນະຄອນຫຼວງ ວໍຊິງຕັນ. ສະຖານທີ່ສອງແຫ່ງນັ້ນແມ່ນຂ້ອນຂ້າງຈະແຕກຕ່າງກັນໜ້ອຍນຶ່ງ. ລັດເວີຈິເນຍ ຈະງຽບສະຫງົບກວ່າ ແລະ ນະຄອນຫຼວງວໍຊິງຕັນ ຖືວ່າຢາກວຸ້ນວາຍໜ້ອຍນຶ່ງ, ມີຄົນເລາະໄປເລາະມາຫຼາຍກວ່າຍ້ອນເປັນເມືອງທ່ອງທ່ຽວ.

ທ່ານນາງ ບີບີ ມັກກິນອາຫານລາວຫຼາຍແຕ່ວ່າລາວເຮັດບໍ່ເປັນ. ລາວມັກຈະໄປບ້ານຂອງນ້າບ່າວ ກັບນ້າສາວເພື່ອທີ່ຈະກິນອາຫານດັ້ງເດີມຂອງປະເທດ ລາວ ນັ້ນ. ແຕ່ຢູ່ນະຄອນຫຼວງ ວໍຊິງຕັນ ກໍມີຮ້ານອາຫານລາວຢູ່ສອງສາມຮ້ານເຊິ່ງຮ້ານທີ່ດັງກວ່າໝູ່ແມ່ນຊື່ວ່າ ຕິບເຂົ້າ. ແລະ ທ່ານນາງ ບີບີ ເອງກໍເຄີຍເຮັດວຽກຢູ່ຮ້ານນັ້ນ.

please wait

No media source currently available

0:00 0:03:44 0:00

ຕອນຍັງໜຸ່ມທ່ານນາງ ບີບີ ເຄີຍເປັນຊ່າງຕັດຜົນທີ່ເກັ່ງຫຼາຍ. ລາວໄດ້ຕັດຊົງຜົມ ແລະ ເຮັດຜົມທີ່ສວຍງາມໃຫ້ຄົນ ອາເມຣິກັນ ຢູ່ຮ້ານທີ່ໂດ່ງດັງ ແຕ່ດຽວນີ້ລາວໄດ້ປ່ຽນອາຊີບມາເຮັດຢູ່ອຸດສາຫະ ກຳອາຫານ ແລະ ມີຕຳແໜ່ງທີ່ດີຫຼາຍ.

ທ່ານນາງ ວິໄລລັກ ກັບໝາຂອງລາວສອງໂຕ.
ທ່ານນາງ ວິໄລລັກ ກັບໝາຂອງລາວສອງໂຕ.


ທ່ານນາງ ບີບີ ກ່າວວ່າ “ເກືອບຫ້າປີ, ເຈັດປີທີ່ຜ່ານມາຂ້າພະເຈົ້າໄດ້ປ່ຽນອາຊີບ ຂ້າພະເຈົ້າໄດ້ເຂົ້າອຸດສາຫະກຳຮ້ານອາຫານ. ແທ້ຈິງແລ້ວມັນແມ່ນສິ່ງທີ່ຂ້າພະເຈົ້າຢາກເຮັດຕະຫຼອດມາເວລາທີ່ຍັງນ້ອຍ. ເວລາທີ່ຄົນເວົ້າວ່າເມື່ອເຈົ້າໃຫຍ່ຂຶ້ນເຈົ້າຢາກເຮັດຫຍັງ? ມັນກໍຈະມີສອງຢ່າງຄືເປັນນາຍແປພາສາ ແລະ ຜູ້ຈັດການໂຮງແຮມ ເພາະວ່າຂ້າພະເຈົ້າມັກໄປທ່ຽວ ກັບມັກອາຫານ ແລະ ຂ້າພະ ເຈົ້າມັກລົມກັບຄົນຮຽນຮູ້ ກ່ຽວກັບ ທົ່ວໂລກຜ່ານຄົນ ແລະ ຜ່ານ ຕົນເອງດ້ວຍການເດີນທາງ. ສະ ນັ້ນຂ້າພະເຈົ້າໄດ້ເລີ່ມໃນອຸດສາຫະກຳອາຫານ ເວລາທີ່ຂ້າພະເຈົ້າເລີ່ມນັ້ນ ຂ້າພະເຈົ້າໄດ້ເລີ່ມເປັນຜູ້ຈັດການຢູ່ຮ້ານອາຫານ. ຕອນນີ້ຂ້າພະເຈົ້າເຮັດວຽກກັບ ເຈົ້າຂອງທຸລະກິດຄົນ ເກົາຫຼີ ຜູ້ທີ່ຍັງໄດ້ມີສ່ວນຮ່ວມມໃນອາຫານຫຼາຍຢ່າງປະສົມກັນ. ຫົວໜ້າຂອງຂ້າພະເຈົ້າເປັນເຈົ້າຂອງຮ້ານອາຫານຂອງພວກເຮົາ. ຂ້າພະເຈົ້າເວົ້າວ່າຂອງ ພວກເຮົາເພາະວ່າມັນມີ ສາມຮ້ານ. ສອງຮ້ານທີ່ເຂົາເຈົ້າເປັນເຈົ້າຂອງແມ່ນດັງຫຼາຍຊື່ວ່າ ບອນຈອນ. ມັນເປັນຮ້ານທີ່ເປັນເຄືອຂ່າຍ ແຕ່ເປັນເຈົ້າຂອງໂດຍຫຼາຍຄົນຕ່າງກັນ. ເຂົາເຈົ້າມີຄອນເຊັບພື້ນຖານທີ່ຕ້ອງໄດ້ປະຕິບັດ. ແຕ່ຍ້ອນເຂົາເຈົ້າເປັນເຈົ້າຂອງ, ເຂົາ ເຈົ້າສາມາດປ່ຽນ ຫຼື ຮັກສາຄວາມເປັນດັ້ງເດີມໄວ້. ສະນັ້ນຮ້ານ ບອນຈອນ ທີ່ ເຈົ້າເຫັນຢູ່ບ່ອນອື່ນມັນຈະບໍ່ຄືກັບຂອງພວກເຮົາ ແລະ ຮ້ານທີ່ສາມທີ່ເຂົາເຈົ້າເປັນເຈົ້າຂອງຊື່ວ່າ ລາຟາໂມຊາ ມັນເປັນຮ້ານອາຫານ ເປີໂຕ ຣີໂກ. ສະນັ້ນ ຄອນເຊັບຂອງເຂົາເຈົ້າຈະແມ່ນເກີດຢູ່ ເປີໂຕ ຣີໂກ ແຕ່ເຮັດຢູ່ນະຄອນຫຼວງ ວໍຊິງຕັນ.”

ນະຄອນຫຼວງວໍຊິງຕັນ ມີເຂດທີ່ປອດໄພ ແລະ ບໍ່ປອດໄພ. ເຂດທີ່ພັດທະນາກວ່າ ແລະ ມີຄົນທ່ອງ ທ່ຽວຫຼາຍແມ່ນຈະປອດໄພກວ່າ. ບາງເຂດອັນຕະລາຍ ຫຼາຍຈົນວ່າຖ້າຫຼົງຂັບລົດເຂົ້າໄປກໍອາດຈະຖືກຍິງ ຫຼື ຖືກທຳຮ້ານຮ່າງກາຍຊື່ໆກໍໄດ້.

ໃນອະນາຄົດທ່ານນາງ ບີບີ ຢາກມີທີ່ດິນກວ້າງໆເພື່ອເຮັດສວນຜັກ ແລະ ລ້ຽງສັດພ້ອມກັບເຮືອນ. ແຕ່ການທີ່ຈະມີທີ່ດິນກວ້າງນັ້ນລາວຕ້ອງໄດ້ອອກໄປເຂດຊານເມືອງບໍ່ວ່າຈະຢູ່ລັດເວີຈິເນຍ ຫຼື ແມຣີແລນ ທີ່ຢູ່ໃກ້ຄຽງ ເພາະວ່າ ດິນຢູ່ນະຄອນຫຼວງວໍຊິງຕັນ ແມ່ນແພງຫຼາຍຈົນເປັນໄປບໍ່ໄດ້ວ່າຈະຊື້ໄດ້.

XS
SM
MD
LG