ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ວີໂອເອ ລາວ ສຳພາດ ຍານາງ ແຄລລີ ນ້ອຍ ໃນລາຍການຊຸມຊົນຊາວລາວ ໃນທະວີບ ອາເມຣິກາ


ຍານາງ ແຄລລີ ນ້ອຍ ຖ່າຍຮູບຢູ່ງານບຸນ.
ຍານາງ ແຄລລີ ນ້ອຍ ຖ່າຍຮູບຢູ່ງານບຸນ.

ບັນດາທ່ານຜູ້ຟັງທີ່ເຄົາລົບ ລາຍການຊຸມຊົນ ລາວ ໃນທະວີບອາເມຣິກາ ຂອງວີໂອເອລາວ ສຳລັບແລງວັນອາທິດມື້ນີ້, ພວກເຮົາຈະນຳສະເໜີການສຳພາດກັບຍານາງ ແຄລລີ ນ້ອຍ ຄົນອາເມຣິກັນ ເຊື້ອສາຍລາວທີ່ມີອາຊີບເປັນຄູສອນ ຄະນິດສາດ ແລະ ເຮັດທຸລະກິດຂະໜາດນ້ອຍ. ມື້ນີ້ລາວຈະມາເວົ້າສູ່ຟັງ ກ່ຽວກັບ ການດຳຊີວິດໃນຊຸມຊົນຂອງລາວກັບທຸລະກິດ ຂໍເຊີນທ່ານໄປຟັງການສໍາ ພາດກັບ ພຸດທະສອນ ໃນອັນດັບຕໍ່ໄປ.


ຍານາງ ແຄລລີ ນ້ອຍ ກໍເປັນນຶ່ງໃນຄົນລາວຈຳນວນຫຼາຍທີ່ໄດ້ອົບພະຍົບມາຢູ່ ສະຫະລັດ ຕັ້ງແຕ່ຕອນຍັງນ້ອຍກັບພໍ່ແມ່. ຕອນຢູ່ປະເທດ ລາວ, ຍານາງ ແຄລລີ ໄດ້ອາໄສຢູ່ບ້ານໜອງປີງ, ນະຄອນຫຼວງວຽງຈັນ. ລາວໄດ້ອົບພະຍົບ ມາ ສະຫະລັດ ປະມານປີ 1986.

ປະຈຸບັນນີ້ຍານາງ ແຄລລີ ອາໄສຢູ່ເມືອງ ເທເມຄູລາ, ລັດຄາລໍຟໍເນຍ ກັບລູກ ສາມຄົນ. ເຊິ່ງລູກສອງຄົນທຳອິດ ແມ່ນຈົບຊັ້ນມັດທະຍົມແລ້ວ ແລະ ລູກຫຼ້າ ແມ່ນຍັງຢູ່ມັດທະຍົມປີສຸດທ້າຍ.


ຍານາງ ແຄລລີ ໄດ້ຍ້າຍອອກນະຄອນ ແຊນ ດີເອໂກ ໄປຢູ່ເມືອງ ເທເມຄູລາ ປີ 2005 ຍ້ອນໄດ້ວຽກຢູ່ທີ່ນັ້ນ.


ຢູ່ລັດຄາລິຟໍເນຍ ມີຄົນ ລາວ ອາໄສຢູ່ຫຼາຍກວ່າບ່ອນອື່ນໆໃນ ສະຫະລັດ. ແຕ່ລັດດັ່ງກ່າວນັ້ນກໍເປັນລັດທີ່ໃຫຍ່, ມີຫຼາຍເມືອງ ສະນັ້ນຄົນ ລາວ ກໍຈະຢູ່ເປັນຈຸ້ມແຈກຢາຍທົ່ວໄປ. ແລະ ຢູ່ເມືອງ ເທເມຄູລາ ກໍມີຄົນ ລາວ ອາໄສຢູ່ຫຼາຍເຊັ່ນກັນ.

ຍານາງ ແຄລລີ ກັບລູກຢູ່ນະຄອນ ນິວຢອກ.
ຍານາງ ແຄລລີ ກັບລູກຢູ່ນະຄອນ ນິວຢອກ.

ຍານາງ ແຄລລີ ເປັນຄົນທີ່ຮຽນເກັ່ງ, ຮຽນຈົບກ່ອນກຳນົດການ ແລະ ໄດ້ໄປ ເຂົ້າຮຽນຕໍ່ລະດັບສູງຈົນໄດ້ກາຍເປັນນາຍຄູ.

ຜະລິດຕະພັນໄສ້ອົ່ວຂອງຍານາງ ແຄລລີ.
ຜະລິດຕະພັນໄສ້ອົ່ວຂອງຍານາງ ແຄລລີ.


ຍານາງ ແຄລລີ ໄດ້ສ້າງວຽກງານໃໝ່ໃນຊ່ວງໂຣກລະບາດ COVID-19, ເຊິ່ງກໍຄືກັບຫຼາຍໆຄົນທີ່ໄດ້ສ້າງອາຊີບໃໝ່ໃນໄລຍະນີ້ຢູ່ທົ່ວໂລກ. ແຕ່ກໍລະ ນີຂອງຍານາງ ແຄລລີ ນັ້ນ ແມ່ນເກີດຈາກການທີ່ໄດ້ເຮັດວຽກຢູ່ບ້ານ.

ນໍ້າອ້ອຍ
ນໍ້າອ້ອຍ

ກຽມສົ່ງສິນຄ້າອອກໃຫ້ລູກຄ້າ.
ກຽມສົ່ງສິນຄ້າອອກໃຫ້ລູກຄ້າ.


ນັກທຸລະກິດຢູ່ ສະຫະລັດ, ໂດຍສະເພາະແມ່ນຜູ້ທີ່ເລີ່ມເຮັດທຸລະກິດໃໝ່ນີ້ ມັກຈະກູ້ຢືມເງິນຈາກທະນາຄານມາລົງທຶນ, ແຕ່ວ່າຍານາງ ແຄລລີ ບໍ່ເຮັດ ແນວນັ້ນ, ລາວເວົ້າວ່າ ລົງທຶນດ້ວຍເງິນຕົນເອງເທື່ອລະເລັກລະນ້ອຍ. ຖ້າຈະ ວ່າແລ້ວ ລາວເປັນຄົນທີ່ລະມັດລະວັງ ໃນເລື່ອງຂອງການເປັນໜີ້ສິນ.

ຍານາງ ແຄລລີ ເວົ້າວ່າທຸລະກິດຂອງລາວສ້າງລາຍໄດ້ດີ, ຕອນເລີ່ມຕົ້ນໃໝ່ ລູກຄ້າແມ່ນມີແຕ່ໝູ່ຄູ່ກັບຄົນຮູ້ຈັກ. ແຕ່ຫຼັງຈາກໄດ້ລາຍເຊັນເຮັດທຸລະກິດ ແລະ ມີເວັບໄຊ້ເປັນຂອງຕົນເອງແລ້ວ, ລູກຄ້າຂອງລາວແມ່ນມີຢູ່ທົ່ວ ສະຫະລັດ. ເວັບໄຊ້ຂອງລາວແມ່ນ Kellynoiskitchen.com ທຸກຄົນທີ່ອາໄສຢູ່ ສະຫະລັດ ແມ່ນສາມາດເຂົ້າໄປສັ່ງຊື້ໄດ້.

XS
SM
MD
LG