ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອ ລາວ ສຳພາດຍານາງ ຄຳຫຼ້າ ລັດດາວັນ (ເບ) ໃນລາຍການຊຸມຊົນຊາວ ລາວ ໃນທະວີບອາເມຣິກາ


ຍານາງ ຄຳຫຼ້າ ລັດດາວັນ ກັບລູກຊາຍ.
ຍານາງ ຄຳຫຼ້າ ລັດດາວັນ ກັບລູກຊາຍ.

ບັນດາທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊົມຊົນຊາວລາວ ໃນທະວີບອາເມຣິກາມື້ນີ້, ພວກເຮົາມີ ການສຳພາດ ກັບ ຍານາງ ຄຳຫຼ້າ ລັດດາວັນ ຫຼື ເບ, ຄົນລາວທີ່ອາໄສຢູ່ເມືອງ ເມີຟຣີສໂບໂຣ, ລັດ ເທັນເນັສຊີ ມາສະເໜີທ່ານ. ໃນການສຳພາດນີ້ພວກເຮົາໄດ້ລົມກັບລາວ ກ່ຽວກັບການດຳລົງຊີວິດໃນ ສະຫະລັດ ພ້ອມກັບອາຊີບຂອງລາວ. ເຊີນທ່ານຕິດຕາມຟັງກັບ ພຸດທະສອນ ໄດ້ໃນອັນດັບຕໍ່ໄປ.

ສາມີ ແລະ ລູກຊາຍຂອງຍານາງ ເບ ໄປເລາະຊັອບປິ້ງ.
ສາມີ ແລະ ລູກຊາຍຂອງຍານາງ ເບ ໄປເລາະຊັອບປິ້ງ.


ສະຫະລັດ ເປັນປະເທດທີ່ກວ້າງໃຫຍ່, ປະຊາ ຊົນສາມາດຍ້າຍທີ່ຢູ່ ແລະ ໄປທຳມາຫາກິນຢູ່ລັດໃດກໍໄດ້ຢ່າງສະບາຍ. ຖ້າຜູ້ໃດໄດ້ມາຢາມປະເທດນີ້ແລ້ວ ສ່ວນຫຼາຍແມ່ນຈະຕິດໃຈ. ແມ່ຍິງລາວທີ່ເຮົາສຳພາດມື້ນີ້ແມ່ນມາຈາກປະ ເທດ ລາວ, ໄດ້ມາຢາມພີ່ນ້ອງແລ້ວຕັດສິນໃຈຢູ່ ສະຫະລັດ ເລີຍ.

ຄົນຕ່າງປະເທດມີຫຼາຍຄົນທີ່ໄດ້ມາຢາມແລ້ວຕັດສິນໃຈຢູ່ເລີຍ. ແຕ່ການອາໄສຢູ່ຢ່າງຖືກຕ້ອງຕາມກົດໝາຍນັ້ນ, ເຂົາເຈົ້າຕ້ອງໄດ້ມີວີຊາ, ບັດຂຽວ ຫຼື ແຕ່ງງານກັບຄົນ ອາເມຣິກັນ ແລ້ວໂອນສັນຊາດ.

ທຳອິດຍານາງໄດ້ຢູ່ລັດ ເທັນເນັສຊີ ແລ້ວໄດ້ຍ້າຍໄປເຮັດວຽກຢູ່ນະຄອນ ບາລຕີມໍ, ລັດ ແມຣີແລນ ແລະ ຕອນນີ້ລາວໄດ້ຍ້າຍກັບຄືນໄປຢູ່ລັດ ເທັນເນັສຊີ.

ລັດ ເທັນເນັສຊີ ຕັ້ງຢູ່ພາກໃຕ້ຂອງ ສະຫະລັດ, ເປັນລັດທີ່ມີຊື່ສຽງສຳລັບເພງລູກທົ່ງ, ເຫຼົ້າວິສກີ ແລະ ຍັງເປັນບ້ານຂອງອະດີດນັກຮ້ອງໃນຕຳນານ ແອລວິສ ເພຣັສລີ.

ເມືອງເອກຂອງລັດດັ່ງກ່າວແມ່ນ ແນສວິລ, ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງໃຫ້ໄປຊົມ. ຄົນທີ່ມັກທ່ຽວຫຼິ້ນໃນຍາມກາງຄືນ ກໍສາມາດໄປຮ້ານບາ ແລະ ຮ້ານອາຫານກິນດື່ມ ພ້ອມກັນນັ້ນເຂົາເຈົ້າກໍຈະມີການສະແດງດົນຕີສົດດ້ວຍ.

ຍານາງ ເບ ໄປທ່ຽວທະເລກັບຄອບຄົວ.
ຍານາງ ເບ ໄປທ່ຽວທະເລກັບຄອບຄົວ.

ຄົນທີ່ມັກຊົມທຳມະຊາດກໍ່ສາມາດໄປປີນພູ, ຍ່າງຜະຈົນໄພປ່າ ແລະ ມີນໍ້າຕົກ ຕາດຫຼາຍແຫ່ງ ເຊິ່ງດີຕໍ່ການຜ່ອນຄາຍອາລົມ ແລະ ສືບດົມເອົາອາກາດບໍລິສຸດ.

ຢູ່ລັດ ເທັນເນັສຊີ ມີຄົນລາວອາໄສຢູ່ຂ້ອນຂ້າງຫຼາຍ, ມີສະມາຄົມຄົນລາວ ແລະ ກໍມີວັດລາວ, ອີງຕາມການກ່າວຂອງຍານາງ ເບ.

ຕັ້ງແຕ່ໄດ້ເລີ່ມອາໄສຢູ່ ສະຫະລັດ, ຍານາງ ເບ ເຄີຍເຮັດວຽກຫຼາຍຢ່າງ, ແຕ່ດຽວນີ້ລາວເປັນຊ່າງເຮັດເລັບ.

ລູກຄ້າສະແດງຜົນງານເຮັດເລັບຂອງຍານາງ ເບ.
ລູກຄ້າສະແດງຜົນງານເຮັດເລັບຂອງຍານາງ ເບ.

ຮ້ານເສີມຄວາມງາມເລັບເປັນນຶ່ງໃນທຸລະກິດທີ່ໄດ້ຮັບຄວາມນິຍົມຢູ່ໃນ ສະຫະ ລັດ. ສ່ວນຫຼາຍເຈົ້າຂອງກໍຈະເປັນຄົນເອເຊຍ ໂດຍສະເພາະແມ່ນຄົນ ຫວຽດ ນາມ ແລະ ຄົນ ລາວ.

ທຸລະກິດນີ້ຕ້ອງໄດ້ໃຊ້ຄວາມອົດທົນສູງ, ເພາະວ່າຕ້ອງໄດ້ໃຊ້ສະມາທິໃນການເຮັດເລັບ ພ້ອມກັນນັ້ນ ຕ້ອງໄດ້ຮັບມືກັບກິ່ນຈາກສານເຄມີຂອງສີເລັບ ແລະ ອື່ນໆນັ້ນ.

ຍານາງ ເບ ຖ່າຍຮູບຢູ່ຮ້ານເລັບ.
ຍານາງ ເບ ຖ່າຍຮູບຢູ່ຮ້ານເລັບ.

ຢູ່ ສະຫະລັດ ມີວຽກງານຫຼາຍຢ່າງໃຫ້ເຮັດ, ຖ້າບໍ່ລັງກຽດວຽກ ແລະ ດຸໝັ່ນຂະຫຍັນພຽນ ຄົນຜູ້ນັ້ນກໍຈະມີຊີວິດການງານທີ່ດີ.

ຄົນລາວທີ່ອາໄສຢູ່ ສະຫະລັດ ຫຼາຍຄົນແມ່ນຕັ້ງໃຈເຮັດວຽກຫາເງິນ ເວລາບຳນານແລ້ວເຂົາເຈົ້າມີຄວາມຄິດຢາກໄປໃຊ້ຊີວິດທີ່ມີຄວາມສຸກຢູ່ເຂດນອກເມືອງ ຫຼື ກັບເມືອປະເທດລາວ, ບາງຄົນກໍມັກໄປທ່ຽວ ແລະ ຊື້ລົດງາມໆຂີ່.

XS
SM
MD
LG