ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອ ລາວ ສຳພາດກັບ ນາງ ໄດແອນນາ ໄຊຍະວົງສາ ສຳລັບລາຍການ ຊຸມຊົນລາວ ໃນທະວີບ ອາເມຣິກາ


ນາງ ໄດແອນນາ, ຂວາ, ກັບພັນລະຍາ ນາງ ຄລາໂອເດຍ.
ນາງ ໄດແອນນາ, ຂວາ, ກັບພັນລະຍາ ນາງ ຄລາໂອເດຍ.

ບັນດາທ່ານຜູ້ຟັງທີ່ເຄົາລົບລາຍການຊຸມຊົນ ລາວ ໃນທະວີບອາເມຣິກາ ຂອງວີໂອເອລາວ ສຳລັບແລງວັນອາທິດມື້ນີ້, ພວກເຮົາຈະນຳສະເໜີການສຳພາດກັບນາງ ໄດແອນນາ ໄຊຍະວົງສາ, ຄົນອາເມຣິກັນ ເຊື້ອສາຍລາວ​ ເຊິ່ງເປັນແມ່ຍິງທີ່ຮັກເພດດຽວກັນ ຫຼື Lesbian ຢູ່ນະຄອນ ຮູສຕັນ ລັດ ເທັກຊັສ, ມື້ນີ້ລາວຈະມາເວົ້າສູ່ຟັງ ກ່ຽວກັບ ການອາໄສຢູ່ເມືອງດັ່ງກ່າວ ແລະ ຊີວິດໃນການເປັນຄົນຮັກເພດດຽວກັນ. ຂໍເຊີນທ່ານໄປຟັງການສຳພາດກັບ ພຸດທະສອນ ໃນອັນດັບຕໍ່ໄປ.

ນາງ ໄດແອນນາ ແມ່ນລູກສາວຂອງອົບພະຍົບລາວທີ່ໄດ້ຍ້າຍມາຕັ້ງຖິ່ນຖານຢູ່ ສະຫະລັດ ຕັ້ງແຕ່ 20 ກວ່າປີທີ່ຜ່ານມາແລ້ວ. ຕອນນີ້ຜູ້ກ່ຽວແມ່ນອາໄສຢູ່ນະຄອນ ຮູສຕັນ ລັດ ເທັກຊັສ, ເຊິ່ງຕັ້ງຢູ່ທາງພາກໃຕ້ຂອງ ສະຫະລັດ.

ຄອບຄົວຂອງນາງ ໄດແອນນາ ທຳອິດທີ່ຍ້າຍມາຢູ່ ສະຫະລັດ ແມ່ນຕົກຢູ່ລັດ ອາແຄນຊໍ ຕັ້ງຢູ່ພາກຕາເວັນຕົກຕອນກາງຂອງປະເທດ. ລາວມີອ້າຍຄົນນຶ່ງ ແລະ ເອື້ອຍສາມຄົນ, ເຊິ່ງປັດຈຸບັນນີ້ອ້າຍແມ່ນອາໄສຢູ່ ຮູສຕັນ ລັດ ເທັກຊັສ ຄືກັນ ແລະ ເອື້ອຍແມ່ນອາໄສຢູ່ລັດ ອາແຄນຊໍ.

ນາງ ໄດແອນນາ ບໍ່ໄດ້ເຮັດວຽກຊ່ວຍທຸລະກິດຂອງຄອບຄົວ, ລາວເວົ້າວ່າພໍ່ແມ່ຢາກໃຫ້ລາວເຮັດວຽກທີ່ສະບາຍ, ບໍ່ຕ້ອງໃຊ້ກຳລັງ. ດັ່ງນັ້ນລາວຈຶ່ງໄດ້ເຮັດວຽກໃຫ້ບໍລິສັດແຫ່ງນຶ່ງໃນນະຄອນ ຮູສຕັນ.

ນະຄອນ ຮູສຕັນ ເປັນເມືອງທີ່ໃຫຍ່ທີ່ສຸດອັນດັບສີ່ຂອງ ສະຫະລັດ, ມີປະຊາ ກອນປະມານ 2 ລ້ານ 3 ແສນຄົນ. ມີຫຼາກຫຼາຍຊົນຊາດຊົນເຜົ່າ ແລະ ຄົນ ລາວ ກໍອາໄສຢູ່ທີ່ນັ້ນຢ່າງຫຼວງຫຼາຍ.

ນາງ ໄດແອນນາ, ທີສາມຈາກຂວາ, ຕໍ່ໄປກໍແມ່ນ ແມຍ ນາງ ຄລາໂອເດຍ ແລະ ແມ່ເຖົ້າຕາມລຳດັບ ເຂົ້າຮ່ວມໃນງານລວມຍາດ.
ນາງ ໄດແອນນາ, ທີສາມຈາກຂວາ, ຕໍ່ໄປກໍແມ່ນ ແມຍ ນາງ ຄລາໂອເດຍ ແລະ ແມ່ເຖົ້າຕາມລຳດັບ ເຂົ້າຮ່ວມໃນງານລວມຍາດ.

ລັດ ເທັກຊັສ ເປັນລັດຫົວອະນຸລັກນິຍົມ, ການເປັນຄົນເພດດຽວກັນແມ່ນບໍ່ຄ່ອຍໄດ້ຮັບການສະ ໜັບສະໜູນຈາກຄົນຫົວອະນຸລັກນິຍົມ ຫຼື ນັກການເມືອງໃນທ້ອງຖິ່ນຫຼາຍປານໃດ. ນາງໄດ້ບອກວ່າລາວຮູ້ວ່າຕົນເອງເປັນຄົນຮັກເພດດຽວກັນຕັ້ງແຕ່ຕອນ 15 ປີ.

ນາງ ໄດແອນນາ ເວົ້າວ່າລາວກັບເມຍໄດ້ລົມກັນ ກ່ຽວກັບ ການຮັບເອົາລູກມາລ້ຽງ. ແຕ່ຕອນນີ້ແມ່ນກຳລັງຖ້າຢູ່ເພາະວ່າ ເມຍຂອງລາວເປັນຄົນທີ່ມີຄວາມຕ້ອງການທີ່ສະເພາະເຈາະຈົງ. ລາວເວົ້າວ່າລາວຢາກໄດ້ລູກຊອດທີ່ມີສາຍເລືອດອາເມຣິກາລາຕິນ ປະສົມກັບ ລາວ ຫຼືວ່າ ໄທ. ສະນັ້ນແລ້ວມັນຈຶ່ງຍາກໜ້ອຍນຶ່ງທີ່ຈະຫາໄດ້. ລາວເວົ້າວ່າກໍມີຄົນທີ່ຈະບໍລິຈາກໃຫ້ຢູ່ແຕ່ຕ້ອງໄດ້ຖ້າ.

ໄດແອນນາ ກ່າວວ່າ ຫຼັງຈາກໄດ້ແຕ່ງງານແລ້ວຊີວິດແມ່ນມີຄວາມສຸກຫຼາຍ. ລາວກ່າວວ່າກົດລະ ບຽບລາວແມ່ນຕ້ອງໄດ້ຖ້າກາຍສາມປີກ່ອນຈຶ່ງແຕ່ງງານໄດ້ ເພາະຢ້ານວ່າຖ້າແຕ່ງກັນໄວມັນຈະບໍ່ດີ.

ຢູ່ ສະຫະລັດ ມີການຈຳແນກຄົນຮັກເພດດຽວກັນຫຼາຍແຕ່ ໄດແອນນາ ເວົ້າວ່າລາວບໍ່ເຄີຍຖືກຈຳ ແນກ ຫຼື ຖືກທຳຮ້າຍມາກ່ອນ.

ນາງ ໄດແອນນາ ມີໝູ່ທີ່ເປັນຄົນຮັກເພດດຽວກັນຫຼາຍ. ລາວເວົ້າວ່າໝູ່ຂອງລາວເປັນຄົນທີ່ມີຄວາມສຳຄັນຕໍ່ຊີວິດຂອງລາວ ເພາະວ່າເຂົາເຈົ້າໄດ້ເຮັດໃຫ້ລາວເປັນຄົນທີ່ລາວເປັນຢູ່. ທຸກຄົນໃຫ້ເສຍສະຫຼະເວລາເພື່ອລົມກັບລາວ, ແລະ ຕອນຍັງນ້ອຍເຂົາເຈົ້າກໍໄດ້ອອກໄປຫຼິ້ນນຳກັນລົມກັນ ກ່ຽວ ກັບ ບັນຫາທີ່ເລິກເຊິ່ງເຖິງແມ່ນວ່າດຽວນີ້ເຂົາເຈົ້າຈະບໍ່ໄດ້ຢູ່ໃກ້ກັນກໍຕາມ, ແຕ່ກໍຍັງລົມກັນເປັນໝູ່ກັນຢູ່ຄືເກົ່າ.

ໃນ ສະຫະລັດ ມັນໄດ້ການຕໍ່ສູ້ເພື່ອເສລີພາບ ແລະ ສິດທິທີ່ເທົ່າທຽມຢ່າງຫຼວງຫຼາຍຂອງຄົນທີ່ຮັກເພດດຽວກັນ, ຈົນປັດຈຸບັນນີ້ມັນກໍຄ່ອຍມີຄວາມກ້າວໜ້າ ແລະ ສິ່ງທີ່ດີຕໍ່ກັບກຸ່ມຄົນດັ່ງກ່າວແດ່ແລ້ວ.

ນາງ ໄດແອນນາ ກ່າວວ່າ “ສິ່ງທີ່ຂ້າພະເຈົ້າໄດ້ເຫັນແມ່ນຢ້ອນກັບໄປໃນປະຫວັດສາດ ເຊິ່ງພວກເຮົາຄິດວ່າມັນເປັນໄປບໍ່ໄດ້ ກໍແມ່ນພວກເຮົາບໍ່ຄິດວ່າຈະ ສາມາດແຕ່ງງານກັບເມຍຂອງຂ້າພະເຈົ້າໄດ້. ມັນເຄີຍເປັນແຕ່ກັບແມ່ຍິງກັບຜູ້ຊາຍ. ແຕ່ຕອນນີ້ມັນມີຜູ້ຊາຍກັບຜູ້ຊາຍ, ແມ່ຍິງກັບແມ່ຍິງ ເຈົ້າສາມາດແຕ່ງງານກັບໃຜກໍໄດ້ ນັ້ນແມ່ນດີຫຼາຍທີ່ໄດ້ເຫັນ. ແລະຈາກນັ້ນເຈົ້າກໍສາມາດໄດ້ຮັບ ຜົນປະໂຫຍດສຳລັບຄົນຮັກຂອງເຈົ້າ. ແຕ່ກ່ອນເຈົ້າບໍ່ສາມາດຮັບຜົນປະໂຫຍດ. ເວລາເຈົ້າເຮັດວຽກຢູ່ບໍລິສັດເຈົ້າກໍສາມາດໄດ້ຮັບຜົນປະໂຫຍດສຳລັບຜົວເມຍຂອງເຈົ້າ.”

ນາງ ໄດແອນນາ ຫວັງວ່າໃນອະນາຄົດ, ຊຸມຊົນຄົນຮັກເພດດຽວກັນຈະຖືກຍອມຮັບຫຼາຍຂຶ້ນ ແລະ ໄດ້ຮັບສິດທິ ແລະ ຜົນປະໂຫຍດຕ່າງໆທີ່ເທົ່າທຽມກັບຄົນທົ່ວໄປ ແລະ ນາງກໍຫວັງວ່າຊຸມຊົນຄົນຮັກເພດດຽວກັນຈະຂະຫຍາຍຕົວຂຶ້ນດ້ວຍ.

XS
SM
MD
LG