ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວລາວຢູ່ ສະຫະລັດ ການາດາ ຝຣັ່ງ ແລະເຢຍຣະມັນ ສົ່ງຄຳອວຍພອນປີໃໝ່ 2022


ຜູ້ຊາຍຄົນນຶ່ງຍ່າງຜ່ານຮ່າງ​ທີ່​ເປັນ​ສັນ​ຍາ​ລັກ ປີ 2022 ທີ່ຕົກແຕ່ງຢູ່ Vorobyovy Hills ນະຄອນມົສກູ ປະເທດຣັດເຊຍ.
ຜູ້ຊາຍຄົນນຶ່ງຍ່າງຜ່ານຮ່າງ​ທີ່​ເປັນ​ສັນ​ຍາ​ລັກ ປີ 2022 ທີ່ຕົກແຕ່ງຢູ່ Vorobyovy Hills ນະຄອນມົສກູ ປະເທດຣັດເຊຍ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ເນື່ອງຈາກວ່າວັນສຸກມື້ອື່ນເປັນມື້ ສຸດທ້າຍຂອງປີ 2021
ເພາະສະນັ້ນ ລາຍການຊີວິດຊາວລາວຂອງ ວີໂອເອ ຈຶ່ງໄດ້ນຳເອົາຄໍາອ່ວຍພອນຈາກ
ບັນດາພີ່ນ້ອງຊາວລາວຢູ່ປະເທດ ສະຫະລັດ ການາດາ, ຝຣັ່ງ ແລະ ເຢຍຣະມັນ ມາສະ
ເໜີທ່ານ. ບັນດາທ່ານເຫລົ່ານີ້ແມ່ນ ໃຜນັ້ນ ແລະມີຄວາມຮູ້ສຶກຢ່າງໃດໃນປີທີ່ຜ່ານມາ
ກິ່ງສະຫວັນ ຈະນຳມາສະເໜີ ທ່ານໃນອັນດັບຕໍ່ໄປ.

ທ່ານຜູ້ຟັງທີ່ເຄົາລົບມື້ອື່ນແມ່ນ ວັນທີ 31 ທັນວາ ເປັນມື້ສຸດທ້າຍຂອງປີ 2021 ທ່ານເດ
ໄດ້ກະກຽມເຕົ້າໂຮມຊຸມແຊວກັນບໍ່ ແຕ່ເຖິງຢ່າງໃດກໍດີຂໍໃຫ້ທ່ານມີຄວາມລະມັດລະວັງ
ເປັນພິເສດ ກັບການແຜ່ລະບາດໄວຣັສ COVID-19. ປັດຈຸບັນນີ້ຢູ່ທີ່ນະຄອນຫຼວງວໍຊິງ
ຕັນ ເປັນຕອນເຊົ້າວັນພະຫັດ ກຳລັງກະກຽມສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ເຊັ່ນ
ດຽວກັນ ພ້ອມທັງ ຈະຢູ່ຈົນ 12 ໂມງທ່ຽງຄືນເພື່ອນັບຖອຍຫຼັງໃນວັນສຸກມື້ອື່ນນີ້.

ບັນດາປະເທດເຂດເອເຊຍ ແລະເຂດປາຊິຟິກ ເປັນບ່ອນເລີ້ມສະຫຼອງສົ່ງທ້າຍປີເກົ່າ
ແລະຕ້ອນຮັບປີໃໝ່ສາກົນ 2022 ກ່ອນໝູ່ໝົດ ຕໍ່ມາກໍແມ່ນບັນດາ ປະເທດຢູໂຣບ ຕິດ
ຕາມດ້ວຍອາເມຣິກາເໜືອ. ແຕ່ໜ້າເສຍໃຈສຳລັບປີນີ້ ຊາວໂລກຍັງສືບຕໍ່ປະເຊີນໜ້າ
ກັບອຸບປະສັກອັນຮ້າຍແຮງຈາກການແຜ່ລະ ບາດຂອງໂຄວິດ-19 ມາເປັນເວລາເກືອບ
ສອງປີແລ້ວ. ເຫດການ ດັ່່ງກ່າວນີ້ ໄດ້ເຮັດໃຫ້ຄົນສ່ວນໃຫຍ່ພາກັນລະມັດລະວັງໃນ
ການເຕົ້າໂຮມ ສະຫຼອງບຸນປີໃໝ່ສາກົນ ເປັນກຸ່ມນ້ອຍໆຢູ່ຕາມບ້ານເຮືອນຂອງໃຜລາວ.
ນອກຈາກນັ້ນແລ້ວ ຢູ່ຕາມສະຖານທີ່ຊຸມນຸມຊົນຕ່າງໆກໍໄດ້ມີມາດຕະການປ້ອງກັນ
ແລະກົດລະບຽບບໍ່ໃຫ້ມີຄົນໜາແໜ້ນພ້ອມທັງໃສ່ໜ້າກາກ.

ເນື່ອງໃນໂອກາດອັນສຳຄັນປະຈຳປີດັ່ງກ່າວນີ້ ວີໂອເອໄດ້ ເຊີນບັນດາພີ່ນ້ອງ ເຊື້ອ
ສາຍລາວຢູ່ໃນຫຼາຍໆປະເທດ ພາກັນມາໃຫ້ພອນອັນປະເສີດແກ່ທ່ານ ຜູ້ຟັງທີ່ຢູ່ໃກ້
ແລະໄກ ຊຶ່ງເຮົາຈະເລີ້ມຕົ້ນດ້ວຍ ດຣ. ຊໍາລອງ ອິນທະລີ ຢູ່ ລັດຟລໍຣິດາ ທາງພາກ
ໃຕ້ໄປທາງທິດຕາເວັນ່ອອກຂອງສະຫະລັດ. ດຣ. ຊຳລອງ ເປັນອາຈານສອນພາສາ
ລາວໃຫ້ແກ່ພວກນັກສຶກສາຕ່າງປະເທດ ນັກຄົ້ນຄວ້າ ແລະນັກທຸລະກິດ ທີ່ຕຽມເດີນ
ທາງໄປເທດລາວ. ດຣ. ຊຳລອງ ໄດ້ສົ່ງຄຳອ່ວຍພອນປີໃໝ່ສາກົນ ປີ 2022 ມາສູ່ບັນ
ດາພີ່ນ້ອງຊາວລາວທີ່ ຢູ່ໃກ້ ແລະໄກດັ່ງນີ້.

ດຣ. ຊໍາລອງ ອິນທະລີ
ດຣ. ຊໍາລອງ ອິນທະລີ

ຍານາງ ວິນາ ສະຫວັນ ກໍແມ່ນນັກຮ້ອງເພງລາວ ແລະສາກົນອີກຄົນນຶ່ງ ພ້ອມທັງເປັນ
ຜູ້ບໍລິຫານອົງການປະຊາສົງເຄາະທີ່ບໍ່ຫາຜົນກຳໄລ ຄື YMCA ທີ່ນະຄອນມົງເຣອານ
ປະເທດການາດາ. ຍານາງ ວິນາ ມີຄວາມເປັນຫ່ວງກັບການແຜ່ລະບາດໂຄດວິດ-19
ທີ່ດໍາເນີນຢູ່ໃນຂະນະນີ້ ແລະໄດ້ສົ່ງຄຳເຕືອນ ແລະ ພອນອັນປະເສີດມາສູ່ທ່ານຜູ້ຟັງ
ດັ່ງນີ້:

ຍານາງວີນາ ສະຫວັນ
ຍານາງວີນາ ສະຫວັນ

ລິງໂດຍກົງ

ຍານາງມະລີຈັນສຸກ ເທບສຸວັນ ສິນລະປີນນັກຮ້ອງທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ
ກໍແມ່ນສະຕີລາວຝຣັ່ງຄົນນຶ່ງ ທີ່ໄດ້ກ່ອມອາລົມໃຫ້ແກ່ຊາວລາວ ໃນຕ່າງແດນມາເປັນ
ເວລານານ ແລະຍັງສືບຕໍ່ກັບນໍ້າສຽງອຳມະຕະຂອງ ຍານາງ. ພ້ອມດຽວກັນນີ້ຍານາງ
ມະລີຈັນສຸກ ໄດ້ສົ່ງຄຳອ່ວຍພອນອັນປະ ເສີດມາເຖິງທ່ານຜູ້ຟັງດັ່ງນີ້

ຍານາງມະລີຈັນສຸກ ເທບສຸວັນ
ຍານາງມະລີຈັນສຸກ ເທບສຸວັນ

ລິງໂດຍກົງ

ສຸດທ້າຍນີ້ກໍຄື ສະຕີ ເຢຍຣະມັນ ເຊື້ອສາຍລາວ ດຣ. ບຸນທອນ ຈັນທະລາວົງ ວີເຊີຣ
ເພິ່ນເປັນໝໍປົວຄົນຊະລາຢູ່ປະເທດ ເຢຍຣະມັນ ມາໄດ້ກວ່າສອງທົດສະວັດແລ້ວ.
ໃນວາລະປີໃໝ່ສາກົນທີ່ກຳລັງຫຍັບເຂົ້າມາເຖິງນີ້ ທ່ານນາງໄດ້ສົ່ງ ພອນອັນປະເສີດ
ມາສູ່ພີ່ນ້ອງລາວທີ່ຢູ່ໃນປະເທດລາວ ແລະຢູ່ທຸກຫົນແຫ່ງດັ່ງນີ້:

ດຣ. ບຸນທອນ ຈັນທະລາວົງ ວີເຊີຣ
ດຣ. ບຸນທອນ ຈັນທະລາວົງ ວີເຊີຣ

ລິງໂດຍກົງ

ຂ້າພະເຈົ້າ ກິ່ງສະຫວັນ ປະຖັມມະວົງ ພ້ອມດ້ວຍ ຄະນະຈັດທຳລາຍການພາກພາສາ
ລາວ ຂໍສະແດງຄວາມຂອບໃຈ ທີ່ທ່ານ ຕິດຕາມຟັງລາຍການຂອງພວກເຮົາ. ຂໍໃຫ້
ຄວາມສຸກ, ສົດຊື່ນ, ສົມຫວັງ ຈົ່ງເກີດຂຶ້ນຕໍ່ທຸກໆທ່ານຕະຫຼອດປີໃໝ່ 2022 ນີ້ ແລະ
ປາດສະຈາກພະຍາດທັງປວງດ້ວຍເຖິີ້ນ.

XS
SM
MD
LG