ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສະຫລອງ ບຸນປີໃໝ່ລາວ ພ.ສ 2559 ທີ່ວັດລາວ ພຸດທະວົງ ລັດເວີຈີເນຍ


ພິທີແຫ່ພຣະພຸດທະຮູບ ສະຫລອງບຸນປີໃໝ່ ພ.ສ 2559 ທີ່ວັດລາວພຸດທະວົງ ລັດເວີຈີເນຍ.
ພິທີແຫ່ພຣະພຸດທະຮູບ ສະຫລອງບຸນປີໃໝ່ ພ.ສ 2559 ທີ່ວັດລາວພຸດທະວົງ ລັດເວີຈີເນຍ.

ທ່ານຜູ້ຟັງທັງຫຼາຍ ເນື່ອງຈາກວ່າການສະຫລອງບຸນປີໃໝ່ລາວ ໃນເຂດນະຄອນຫລວງ ວໍຊິງຕັນ ຍັງດຳເນີນໄປຢູ່ຈົນຮອດທ້າຍເດືອນເມສາ ເພາະສະນັ້ນ ລາຍການຊີວິດຊາວ ລາວມື້ນີ້ ຈຶ່ງຈະພາທ່ານ ໄປມ່ວນຊື່ນ ໃນງານດັ່ງກ່າວ ທີ່ ວັດລາວພຸດທະວົງ ຜ່ານການ ສຳພາດກັບ ພຣະອາຈານ ດຣ. ມະຫາຈັນດາພອນ ຈັກກະ​ວາ​ໂລ ຮອງເຈົ້າອະທິການວັດ ພ້ອມ ດ້ວຍພວກພໍ່ຄ້າ ແມ່ຄ້າ ແລະນັກຮ້ອງ ທີໄດ້ມາເຕົ້າໂຮມຄົບງັນກັນຢ່າງຄຶກຄື້ນມ່ວນ ຊື່ນຊຶ່ງ ກິ່ງສະຫວັນ ຈຳນຳ ເລື້ອງນີ້ມາສະເໜີທ່ານ.

ພິທີແຫ່ນາງສັງຂານ ພ.ສ 2559 ທີ່ວັດລາວພຸດທະວົງ ລັດເວີຈີເນຍ.
ພິທີແຫ່ນາງສັງຂານ ພ.ສ 2559 ທີ່ວັດລາວພຸດທະວົງ ລັດເວີຈີເນຍ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ທີ່ທ່ານໄດ້ຍິນຜ່ານໄປນັ້ນແມ່ນສຽງຕີກອງຮ້ອງໂຮເສບແຫ່ ນາງສັງຂານ ບຸນປີໃໝ່ ພ.ສ 2559 ປີວອກ ທີ່ວັດລາວພຸດທະວົງ ເມືອງ Cattlet ລັດ ເວີຈິ ເນຍ ໃນວັນເສົາທີ 23 ຜ່ານມານີ້. ພາຍໃຕ້ດິນຟ້າອາກາດອັນອົບອຸ່ນ ແລະຝົນຕົກຍິບໆ ຍັບໆ​ ເດິ່ນວັດລາວພຸດທະວົງ ໄດ້ກາຍມາເປັນຈຸດນັດພົບປະຈຳປີອັນຍິ່ງໃຫຍ່ ເຕັມໄປ ດ້ວຍຝູງຊົນ ທີ່ໄດ້ເດີນທາງມາຈາກທາງໃກ້ ແລະໄກຫຼາຍໆລັດ. ຢູ່ໃນສາລາໂຮງທຳກໍ ແມ່ນອັ່ງອໍໄປດ້ວຍ ບັນດາອອກຕົນຍາດໂຍມ ພຸດທະສາສະນິກະຊົນ ນັ່ງເປັນລະບຽບ ຮຽບຮ້ອຍນຳພາ ໂດຍ ບັນດາພຣະພິຂຸສົງ ທຳພິທີທາງສາສະໜາ ຕັກບາດຢາດນໍ້າ ຟັງ ທຳມະເທດສະໜາ ແລະສົງພຣະພຸດທະຮູບ ອັນເປັນຮິດຄອງປະເພນີພຸດທະສາສະໜາ ຫິນະຍານ. ພຣະອາຈານ ດຣ. ມະຫາຈັນດາພອນ ຮອງເຈົ້າອະທິການວັດລາວພຸດທະວົງ ໄດ້ຖື ໂອກາດນີ້ ສົ່ງພອນປີໃໝ່ອັນປະເສີດ ຜ່ານທາງ ວີໂອເອ ມາສູ່ທ່ານຜູ້ຟັງດັ່ງນີ້ :

ພຣະອາຈານ ດຣ. ມະຫາຈັນດາພອນ ຈັກກະວາໂລ
ພຣະອາຈານ ດຣ. ມະຫາຈັນດາພອນ ຈັກກະວາໂລ

ຢູ່ນອກສາລາໂຮງທຳ ມີລົດລາຫລາຍໆຮ້ອຍຄັນ ທີ່ເດີນທາງມາຈາກລັດຕ່າງໆຈອດ ລຽງລາຍເປັນແຖວເດຍລະດາດ. ບັນດາຝູງຊົນນັບເປັນຮ້ອຍໆພາກັນຍ່າງສັບສົນວົນ ວຽນໄປມາ ທັກທາຍກັນ ເລາະຫາຊື້ອາຫານການກິນຢູ່ຕາມຮ້ານຄ້າ ອັນປະກອບດ້ວຍ ເຄື່ອງປູກຂອງຝັງ ໂດຍສະເພາະຜັກສົດທີ່ນຳມາຈາກລັດ Florida ທາງພາກໃຕ້ສຸດຂອງ ສະຫະລັດ ເຊັ່ນ ຕົ້ນໝາກໄມ້ ດອກໄມ້ຈາກເຂດຮ້ອນ ແລະພືດຜັກພື້ນເມືອງລາວ ເຊັ່ນ ຫົວສີໄຄ ຂ່າອ່ອນ ຕົ້ນຂີ້ຫູດ ໃບຂີ້ຫູດ ໃບຂີ້ເຫລັກ ຕົ້ນຂີ້ເຫລັກ ຜັກຕີ້ວ ຜັກສະເມັກ ຜັກກະໂດນ ແລະອື່ນໆ ຊຶ່ງບາງຢ່າງກໍຫາຊື້ໄດ້ຍາກຢູ່ໃນຕະຫລາດທົ່ວໆໄປ. ສິນຄ້າ ດັ່ງກ່າວນີ້ຂາຍໄດ້ດີ ທັງຍາດກັນຊື້ ດັ່ງທ່ານພອນ ຜູ້ເປັນພໍ່ຄ້າທີ່ໄດ້ຂັບລົດ 16 ຊົ່ວໂມງ ນຳເອົາເຄື່ອງປູກຂອງຝັງມາຈາກສວນຂອງຜູ້ກ່ຽວໃນລັດ Florida ແລະໄດ້ເລົ່າສູ່ ວີໂອເອ ຟັງດັ່ງນີ້:

ທ່ານພອນ ພໍ່ຄ້າຂາຍຂ່າອ່ອນ ແລະຜັກຕ່າງໆຈາກລັດ Florida.
ທ່ານພອນ ພໍ່ຄ້າຂາຍຂ່າອ່ອນ ແລະຜັກຕ່າງໆຈາກລັດ Florida.

ເມື່ອຫລຽວໄປອີກດ້ານນຶ່ງເຮົາຈະເຫັນຝູງຊົນພາກັນຢືນລຽນແຖວລໍຖ້າຊື້ອາຫາການກິນ ເຊັ່ນ ປີ້ງໄກ່ ປີ້ງຊີ້ນ ໄສ້ອົ່ວ ທີ່ສົ່ງຄວັນໄຟພ້ອມກິ່ນອັນຫອມຫວນກວນນໍ້າລາຍ ເຮັດໃຫ້ ຢາກຮັບປະທານໃນທັນທີທັນໃດ. ສ່ວນອາຫານພື້ນເມືອງລາວ ທີ່ພວກແມ່ຄ້າຜູ້ສະຫລາດ ເດົາຄວາມຮູ້ສຶກຂອງຜູ້ບໍຣິໂພກຖືກຕ້ອງ ແລະໄດ້ນຳມາວາງຂາຍກໍມີລວມທັງ ບໍ່ຄິດບໍ່ຝັນ ວ່າແຈ່ວບອງ ປາແດກເຄື່ອງ ສົ້ມປາ ຊີ້ນສະຫວັນ ຕຳໝາກຮຸ່ງ ເຝີເປັດ ເຝີໄກ່ ແລະເຝີ ລູກຊີ້ນ. ບັ້ງເຂົ້າຫລາມເຂົ້າກໍ່າ ທີ່ຍານາງ ເພັດສະໝອນ ແກ້ວວົງເພັດ ໄດ້ນຳມາຕັ້ງລຽນ ກັນຂາຍເຮັດໃຫ້ນໍ້າລາຍເຫີຍ ພາໃຫ້ຫວນຄິດເຖິງ ບຸນວັດ ແລະບຸນທາດຫລວງໃນສະ ໄໝຢູ່ເມືອງລາວ. ຍານາງ ໄດ້ໂອ້ລົມກັບ ວີໂອເອ ເຖິງວິທີການເຮັດບັ້ງເຂົ້າຫລາມມາ ຂາຍຄັ້ງນີ້ວ່າ

ຍານາງພິດສະໝອນ ແກ້ວວົງເພັດ ແມ່ຄ້າຂາຍເຂົາຫລາມ
ຍານາງພິດສະໝອນ ແກ້ວວົງເພັດ ແມ່ຄ້າຂາຍເຂົາຫລາມ

ການສະຫລອງບຸນປີໃໝ່ທີ່ວັດລາວພຸດທະວົງ ຈະຂາດດົນຕີບໍ່ໄດ້ເດັດຂາດ ເວລານີ້ສຽງ ດົນຕີ ສຽງຮ້ອງເພງຈາກບັນດານັກຮ້ອງຮັບເຊີນໄດ້ພາກັນສັບປ່ຽນກັນຂຶ້ນລົງດັງກ້ອງໄປ ທົ່ວບໍຣິເວນບຸນ. ນັກຮ້ອງແຕ່ລະຄົນຕ່າງກໍພາກັນວາງບົດບາດລວດລາຍ ປຶ້ມປິຕິຍິນດີ ກັບບັນດາຜູ້ມານັ່ງຊົມ ພ້ອມທັງໄດ້ຮັບເງິນທີ່ເປັນລາງວັນນໍ້າໃຈ.

ບັນດາຝຸງຊົນພາກັນຊື້ອາຫານການກິນຢູ່ຕາມຮ້ານຄ້າ ແລະຢືນຟັງເພງ ແລະການສະແດງຕ່າງໆ.
ບັນດາຝຸງຊົນພາກັນຊື້ອາຫານການກິນຢູ່ຕາມຮ້ານຄ້າ ແລະຢືນຟັງເພງ ແລະການສະແດງຕ່າງໆ.

ນັ້ນແມ່ນການຂັບຮ້ອງຂອງນາງສາວລັດສະໝີ ພູ​ດິນ​ດົງ ດາຣານັກຮ້ອງຮັບເຊີນເດີນ ທາງມາຈາກ ສປປ ລາວ. ຄວາມເປັນມາຂອງການເປັນນັກຮ້ອງຂອງນາງສາວລັດສະໝີ ເປັນທີ່ໜ້າສົນໃຈ ເພາະວ່ານາງມາ ຈາກຄອບຄົວສິນລະປີນ ທີ່ມີພອນສະຫວັນ. ນາງສາວ ລັດສະໝີ ໄດ້ໃຫ້ການສຳພາດກັບ ວີໂອເອ ດັ່ງນີ້

ນາງສາວລັດສະໝີ ພູດິນດົງ ນັກຮ້ອງຮັບເຊີນຈາກ ສປປ ລາວ.
ນາງສາວລັດສະໝີ ພູດິນດົງ ນັກຮ້ອງຮັບເຊີນຈາກ ສປປ ລາວ.

ການສະຫລອງບຸນປີໃໝ່ ພ.ສ 2559 ໄດ້ດຳເນີນມາເປັນເວລາສາມອາທິດ ຢູ່ທົ່ວສະຫະ ລັດ ແລະບັດນີ້ຈະສິ້ນສຸດລົງຢູ່ທີ່ສະຖານທູດລາວໃນນະຄອນຫຼວງວໍຊິງຕັນ ດີຊີ ໃນວັນ ເສົາ ທີ 30 ເມສາ ຈະມາເຖິງນີ້ຊຶ່ງ ວີໂອເອ ຈະນຳເອົາລາຍງານການສະຫລອງດັ່ງກ່າວ ມາສະເໜີທ່ານໃນວັນພະຫັດໜ້າ ກະລຸນາຄິດຕາມຟັງ.

ນາງສາວ Alexandra Behrenst ນາງສັງຂານວັດລາວພຸດທະວົງ ພ.ສ 2559.
ນາງສາວ Alexandra Behrenst ນາງສັງຂານວັດລາວພຸດທະວົງ ພ.ສ 2559.

XS
SM
MD
LG