ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຳພາດ ນາງສາວ ສຸພາພອນ (ນຸ້ຍ) ຜູ້ເຂົ້າຮ່ວມແຂ່ງຂັນ ນາງງາມຈັກກະວານ


ນາງສາວສຸພາພອນ (ນຸ້ຍ) ສົມວິຈິດ ຜູ້ເຂົ້າຮ່ວມແຂ່ງຂັນ ນາງງາມ ຈັກກະວານ ໃນວັນທີ 26 ພະຈິກ 2017 ຫວ່າງສອງເດືອນທີ່ ຜ່ານມານີ້ ຢູ່ເມືອງລັສເວກັສ ລັດເນວາດາ .
ນາງສາວສຸພາພອນ (ນຸ້ຍ) ສົມວິຈິດ ຜູ້ເຂົ້າຮ່ວມແຂ່ງຂັນ ນາງງາມ ຈັກກະວານ ໃນວັນທີ 26 ພະຈິກ 2017 ຫວ່າງສອງເດືອນທີ່ ຜ່ານມານີ້ ຢູ່ເມືອງລັສເວກັສ ລັດເນວາດາ .

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ປະຈຳແລງວັນພະຫັດ
ມື້ນີ້ ເຮົາຈະ​ໃຫ້ທ່ານ​ໄດ້ຟັງການສຳພາດກັບ ນາງສາວ ​ສຸພາ​ພອນ ຫຼື ນຸ້ຍ ​ສົມ​ວິຈິດ ແລະ
ພໍ່ຂອງ​ນາງ ທ່ານສິດທິ​ໄຊ ສົມ​ວິຈິດ ​ຜູ້​ຈັດການ ​ທັງເປັນຜູ້ສະໜັບສະໜູນອູ້ມຊູ ທີ່ໄດ້​ນຳ
ພາ​ລູກ​ສາວ​ເຂົ້າ​ຮ່ວມ ໃນ​ການແຂ່ງຂັນນາງ​ງາ​ມຈັກກະວານ​ ປີ 2017 ຊຶ່ງເປັນ​ການ​ແຂ່ງ
ຂັນ ຄັ້ງ​ທີ 66 ແຕ່ເປັນ​ເທື່ອ​ທຳ​ອິດ ທີສະຕີ​ລາວໄດ້ສະໝັກເຂົ້າ​ຮ່ວມ. ເພື່ອຢາກໃຫ້ພວກ
ເຮົາໄດ້ຮຽນຮູ້ນຳກັນເຖິງເຫດການຄັ້ງ​ປະຫວັດການ​ດັ່ງກ່າວ ​ເຮົາ​ຈຶ່ງໄດ້ຫາໂອກາດໄປ
ພົບປະໂອ້ລົມກັບຜູ້ກ່ຽວ ແລະພໍ່ຂອງນາງ ເຖິງປະສົບການ ທີ່ໄດ້ນຳພາພວກເຂົາເຈົ້າເຂົ້າ
ສູ່ວົງການຂອງໂລກຄັ້ງນັ້ນ ຈຶ່ງຢາກຂໍເຊີນທ່ານຜູ້ຟັງຂອງເຮົາພົບກັບ ກິ່ງສະຫວັນ ເຈົ້າ
ຂອງລາຍການຊີວິດຊາວລາວຂອງເຮົາໄດ້ເລີຍ.

ນາງສາວສຸພາພອນ ສົມວິຈິດ ຜູ້ສະໝັກເຂົ້າແຂ່ງຂັນ ນາງງາມຈັກກະວານ.
ນາງສາວສຸພາພອນ ສົມວິຈິດ ຜູ້ສະໝັກເຂົ້າແຂ່ງຂັນ ນາງງາມຈັກກະວານ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ທ່ານ​ອາດ​ຈະເຄີຍໄດ້​ຍິນ​ ​ແລະ​ໄດ້​ຊົມການ​ປະ​ກວດ​
ນາງ​ງາມຈັກກະວານ​ໂລ​ກມາກ່ອນ ເພາະມັນໄດ້ມີມາໄດ້ 66 ປີ ​ແລ້ວ ​ຊຶ່ງ​ໃນ​ທີ່​ສຸດກໍ
​ເກີດມີສະຕີໜຸ່ມລາວທີ່​ໜ້າ​ຮັກຄົນ​ທຳ​ອິດ​ ໂຜ່ໂຕເຂົ້າມາວາງ​ບົດບາດ​ຢູ່​ເທິ່ງ​ເວທີ​ສາກົນ.
ການປະ​ກວດ​ນາງງາມຈັກກະວານທີ່ວ່ານີ້ ໄດ້​ເລີ້ມ​ຂຶ້ນເທື່ອທຳອິດ ໃນ​ປີ 1952 ຢູ່ລັດ
ຄາລີຟໍເນຍທີ່ສະຫະລັດ. ສ່ວນການ​ແຂ່ງຂັນ​ຄັ້ງ​ທີ 66 ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 26 ​ເດືອນ
ພະຈິກ ປີ 1917 ​ຢູ່ໃນໂຮງ​ມະຫໍລະສົບ ແພລແນັດ ໂຮລີວູດ (Planet Hollywood)
ທີ່ນະຄອນລາສ ເວ​ກັສ ລັດ​ເນ​ວາດາ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ ສະຫະລັດ​ອາ​ເມຣິກາ
ຊຶ່ງມີ​ຜູ້​ເຂົ້າຮ່ວ​ມຈາກ 86 ປະ​ເທດ.​

ນາງສາວສຸພາ​ພອນ ຊຶ່ງມີ​ຊື່​ນ້ອຍ​ວ່າ ​ນຸ້ຍ ສົມ​ວິຈິດ ອາຍຸ 20 ປີ ໄດ້ເປັນຜູ້​ສະໝັກ​ແຂ່ງຂັນ
ເອົາຕຳແໜ່ງ​ນາງ​ງາ​ມຈັກກະ​ວານ ຫລື Miss Universe. ສ່ວນພໍ່ຂອງນາງ ຄືທ່ານ ສິດທິ
​ໄຊ ສົມ​ວິຈິດ ແມ່ນໄດ້ເປັນຜູ້ອຸບປະຖຳອູ້ມຊູລູກ​ສາວຂອງຕົນມາຕະຫຼອດ ຈົນສາມາດໄດ້​
ເຂົ້າ​ຮ່ວມໃນການ​ແຂ່ງ​ຂັນ​ຄັ້ງນີ້ ເປັນ​ເທື່ອທຳ​ອິດຈາກ ສປປ ລາວ. ນາງ​ສາວສຸພາ​ພອນ
ສົມ​ວິ​ຈິດ ເປັນນາງ​ແບບ ​ທັງເປັນອະດີດ​ຮອງນາງ​ສັງຂານ. ສຸພາ​ພອນ ​ແມ່ນລູກບ້ານ
ຫລານ​ເມືອງ​ນະຄອນ​ຫລວງ​ວຽງ​ຈັນ. ນາງໄດ້ກ່າວ​ຕໍ່ວີ​ໂອ​ເອ ກ່ຽວ​ກັບ​ຄວາມ​ຮູ້ສຶກ​ຂອງ
​ນາງ​ໃນການ​ເຂົ້າ​ຮ່ວມ​ແຂ່ງຂັນ​ຄັ້ງ​ນີ້ຕໍ່ ​ວີ​ໂອ​ເອວ່າ:​

ສຸພາ​ພອນ ​ເປັນນັກ​ສຶກສາ​ມະຫາວິທະຍາ​ໄລ ພ​ະ​ແນ​ກ​ຄະນະ​ບໍລິຫານສຶກສາທຸ​ລະ​ກິດ
ປີ​ທີສາມ ​ໄດ້​ກ່າ​ວ​ເຖິງ​ການ​ສຶກສາ ​ແລະ​ອະນາຄົດ​ຂອງນາງ​ສູ່ ວີ​ໂອ​ເອ ຟັງດັ່ງນີ້:

ສຸພາ​ພອນ​ ​ແມ່ນ​ສະຕີ​ລາວ​ໃນ​ສັດຕະວັດ​ທີ 21 ທີ່ພຽບພ້ອມໄປ​ດ້ວຍ​ຄວາມ​ງາມ​ ແລະ
ການ​ສຶກສາ​ສູງ. ນາງ​ໄດ້​ໃຫ້​ຄຳ​ແນະນຳ​ແກ່​ບັນດາ​ຍິງ​ສາວ​ລາວລຸ້ນນ້ອງໆ ຜູ້​ທີ່ສົນ​ໃຈ
​ຢາກ​ກ້າວ​ເຂົ້າສູ່​ວົງ​ການປະ​ກວດນາງ​ງາມ​ຈັກກະວານ ​ໃນ​ອະນາຄົດ​ວ່າ:

​ໂດຍ​ທົ່ວ​ໄປ​ແລ້ວ ການ​ແຂ່ງຂັນ​ນາງ​ງາມ​ມີ​ຢູ່​ຫລາຍໆ​ຮູບ​ແບບ ​ທີ່ເລີ້ມ​ຈາກຂັ້ນ​ຕອນ
ການ​ແຂ່ງຂັນ​ລະດັບ​ທ້ອງ​ຖິ່ນ ຂຶ້ນມາ​ຈົນ​ເຖິງ​ລະດັບຊາດ ​ແລະ​ລະດັບໂລກ. ການ​ແຂ່ງ
ຂັນ​ນາງ​ງາມທີ່​ຮູ້​ກັນ​ວ່າ ນາງ​ງາ​ມຈັກກະວານ ຫລື ມິ​ສ ຢູນີ​ເວີສ (Miss. Universe) ​ແມ່ນ​
ການ​ແຂ່ງຂັນ​ທີ່​ເກົ່າ​ແກ່​ຂອງ​ໂລກ​ຢ່າງ​ນຶ່ງ ເລີ້ມ​ມີ​ມາຢ່າງ​ເປັນ​ທາງ​ການ​ແຕ່​ປີ 1952. ເຮົາ​
ໃນ​ນາມ​ຜູ້​ຊົມ ໂດຍ​ສະ​ເພາະເວລາ​ເຮົາ​ເບິ່ງ​ການ​ປະ​ກວດ​ນາງ​ງາມ​ຈັກກະວານ ​ເຮົາ​ມັກ
​ຈະບໍ່​ຄຳ​ນຶງເລີຍວ່າ ພວກນາງ​ສາວ​ເຫລົ່າ​ນີ້​ຕ້ອງ​ໄດ້​ຜ່ານ​ການ​ທົດ​ສອບ​ຫຍັງ​ແດ່ກ່ອນ​ເຂົາ
ເຈົ້າ​ຈະ​ໄດ້ກ້າວເຂົ້າຮ່ວມ ​ຕາງໜ້າປະ​ເທດຂອງເຂົາເຈົ້າ ເຂົ້າໄປຢືນຢູຸ່ເທິງເວທີສາກົນ.

ການ​ແຂ່ງ​ຂັນ​ນາ​ງງາມ​ຈັກກະວານ ​ໄດ້​ປ່ຽນ​ໄປ​ຕາມ​ຍຸກສະ​ໄໝ ບໍ່​ພຽງ​ແຕ່ເບິ່ງຄວາມ
​ງາ​ມຂອງ​ຮ່າງກາຍ ມີການນຸ່ງ​ເຄື່ອງທີ່​ອອກ​ແບບຢ່າງ​ງົດ​ງາມ​ ​ແລະ​ຕ້ອງ​ໄດ້ສະແດງ​
ອອກ​ມາ​ໃຫ້​ເຫັນເຖິງ ສະມັດ​ຖະພາບຄວາມສະຫລຽວ​ສະຫລາດດ້ານມັນສະໝອງ
​ອີກ​ດ້ວຍ. ພື້ນຖານກົດ​ລະບຽບ​ທີ່​ສຳຄັນ​ກໍ​ຄື ​ຕ້ອງ​ເປັນຍິງສາວໂສດ ບໍ່​ເຄີຍ​ແຕ່ງງານ​ມາ
​ກ່ອນ ບໍ່​ເຄີຍ​ຢ່າຮ້າງ ​ແລະບໍ່​ມີ​ລູກ​ ດັ່ງ​ນີ້​ເປັນ​ຕົ້ນ.

ການ​ເຂົ້າ​ແຂ່ງຂັນ​ ຂອງ​ນາງ​ສາວ​ສຸພາ​ພອນ ສົມ​ວິຈິດ ໄດ້​ຮັບ​ການ​ສະໜັບສະ​ໜູນ​ອູ້ມຊູ
ຈາກ​ຄອບຄົວຜູ້​ປົກຄອງ ​ໂດຍ​ສະ​ເພາະ ທ່ານສິດທິ​ໄຊ ສົມ​ວິຈິດ ຜູ້​ເປັນ​ພໍ່ ຊຶ່ງທ່ານ​ໄດ້​
ກ່າວ​ຕໍ່ ວີ​ໂອ​ເອ ກ່ຽວ​ກັບ​ຄວາມ​ເປັນ​ມາ​ຂອງ​ການ​ສົ່ງເສີມ​ລູກ​ສາວ​ຂອງຜູ້ກ່ຽວວ່າ :

ນາງສາວສຸພາພອນ ສົມວິຈິດ.
ນາງສາວສຸພາພອນ ສົມວິຈິດ.

ວິ​ໂອ​ເອ ​ໄດ້​ຖາມທ່ານ​ສິດທິ​ໄຊ ​ເຖິງ​ຄວາມ​ຮູ້ສຶກທີ່​ລູກ​ສາວ​ໄດ້​ເຂົ້າ​ປະ​ກວດ​ນາງ​ງານ​
ຈັກກະ​ວານ ຕາງ​ໜ້າ ສປປ ລາວ ​ໃນຄັ້ງ​ນີ້ ຊຶ່ງ​ທ່ານ​ໄດ້​ກ່າວ​ຕໍ່​ໄປ​ວ່າ:

ການ​ເຂົ້າ​ປະ​ກວດ​ນາງ​ງາມຈັກກະວານ​ ຄັ້ງ​ທີ 66 ​ໄດ້​ເປັນ​ຂີດ​ໝາຍຄັ້ງ​ປະຫວັດສາດ​ ​
ແລະ​ເຖິງ​ແມ່ນ​ວ່າ ​ສຸພາ​ພອນ ບໍ່​ໄດ້​ຊະນະ​ເລີດໃນຄັ້ງ​ນີ້​ກໍ​ຕາມ ​ແຕ່​ນາງ​ກໍໄດ້ເບີກທາງ
ໄວ້​ໃຫ້ແກ່​ພວກນ້ອງໆຍິງ​ສາວລາວ​ລຸ້ນ​ຕໍ່​ໆໄປ ​ເພື່ອໃຫ້​ໄດ້ຮຽນ​ຮູ້​ເອົາເປັນ​ໂຕ​ຢ່າງໄວ້
ສືບ​ຕໍ່ໄປ.

ນາງສາວສຸພາພອນ ສົມວິຈິດ ຜູ້ສະໝັກແຂ່ງຂັນ ນາງງາມຈັກກະວານ ຈາກ ສປປ ລາວ.
ນາງສາວສຸພາພອນ ສົມວິຈິດ ຜູ້ສະໝັກແຂ່ງຂັນ ນາງງາມຈັກກະວານ ຈາກ ສປປ ລາວ.

XS
SM
MD
LG