ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານາງດວງແກ້ວ ໄຊຍະສິດເສນາ ລາບຳນານ ຫລັງຈາກ ໄດ້ສອນພາສາລາວ 50 ປີ ທີ່ FSI


ຍານາງດວງແກ້ວ ໄຊຍະສິດເສນາ.
ຍານາງດວງແກ້ວ ໄຊຍະສິດເສນາ.

ໃນລາຍການ​ຊີວິດ​ຊາວ​ລາວ ມື້​ນີ້​ເຮົາ​ຈະ​ນຳ​ສະ​ເໜີ​ການ​ສຳພາດ
ຍາ​ນາງ​ດວງ​ແກ້ວ ໄຊ​ຍະ​ສິດ​ເສນາ ນາຍຄູ​ສອນ​ພາສາ​ລາວ ທີ່
ສະ​ຖາ​ບັນພາສາ​ຕ່າງ​ປະ​ເທດ ກະຊວງ​ຕ່າງ​ປະ​ເທດ ສະຫະລັດ
ທີ່ນະຄອນຫລວງ ວໍ​ຊິງ​ຕັນ. ຍານາງ​ດວງ​ແກ້ວ ໄດ້​ສິດສອນ​ພາ
ສາ​ລາວ ​ແລະວັດທະນາ​ທຳ​ລາວ ​ມາ​ເປັນ​ເວລາ 50 ປີ ໃຫ້ແກ່​
ບັນດາ​ນັກ​ການ​ທູດສະຫະລັດ ທີ່​ໄປ​ປະຈຳ​ການ​ຢູ່ ສະຖານທູດ ສະຫະລັດ ອາ​ເມຣິກາ ​ໃນ​
ນະຄອນຫລວງ​ວຽງ​ຈັນ. ມື້​ນີ້ທີ 31 ມີນາ ​ເປັນ​ມື້ສຸດ​ທ້າຍ​ໃນ​ການ​ສິດສອນ ຍານາງ​ດວງ
​ແກ້ວ ​ໄດ້​ແບ່ງປັນ​ປະສົບ​ການອັນ​ຍາວ​ນານ​ສູ່ ວີ​ໂອ​ເອ ຟັງຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ມາ​ສະ
​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ສະຖາບັນພາສາຕ່າງປະເທດ ກະຊວງຕ່າງປະເທດ ສະຫະລັດ (FSI)
ສະຖາບັນພາສາຕ່າງປະເທດ ກະຊວງຕ່າງປະເທດ ສະຫະລັດ (FSI)

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ໃນລາຍ​ການ​ຊີວິດ​ຊາວ​ລາວ​ຂອງ ວີໂອເອ ມື້​ນີ້ ​ຂ້າພະ​ເຈົ້າ​ຂໍແນະນຳ​ໃຫ້ທ່ານ​ຮູ້ຈັກ​ກັບ ຍານາງ​ດວງແກ້ວ ​ໄຊ​ຍະ​ສິດ​ເສນາ ນາ​ຍຄູ​ສອນ​ພາສາ​ລາວ ທີ່​ສະ​ຖາ​ບັນ​ພາສາ​ຕ່າງປະ​ເທດ ​ກະຊວງ​ຕ່າງປະ​ເທດ ສະຫະລັດ ຫລື Foreign Service Institute (FSI) ທີ່​ເມືອງ Arlington ​ເຂດ​ນະຄອນຫລວງ ວໍຊິ​ງຕັນ. ຍານາງ​ດວງແກ້ວ ​ແມ່ນ​ພັນ​ລະ​ຍາ​ ທ່ານ​ສຸກ​ສົມ​ບູນ ​ໄຊ​ຍະສິດ​ເສນາ ອະ​ດີດຄູສອນ​ພາສາ​ລາວ ຢູ່​ສະ​ຖາ​ບັນ​ແຫ່ງດຽວ​ກັນ. ຄວາມ​ເປັນມາທີ່​ໄດ້​ນຳພາຄອບ​ຄົວຍານາງ​ດວງ​ແກ້ວ ​ມາ​ເປັນ​ຄູ​ສອນ ພາສາລາວ ຢູ່​ສະຖານ​ບັນແຫ່ງ​ນີ້​ເປັນເວລາ​ກວ່າ​ຫ້າ​ສິບ​ປີນັ້ນ ເປັນ​ທີ່​ໜ້າ​ສັນ​ລະ​ເສີນ ແລະ​ຄຽງຄູ່​ກັບ​ການກໍ່​ຕັ້ງປະຊາ​ຄົມ​ລາວ​ຢູ່​ໃນ​ເຂດ​ນະຄອນຫລວງ ວໍ​ຊິງ​ຕັນ ກ່ອນໜ້າ​ການ​ເລີ້ມ
ເຂົ້າ ຕັ້ງຖິ່ນ​ຖານຂອງ​ອົບ​ພະຍົບ​ອິນດູຈີນ​ໃນ​ປີ 1975.

​ກ່ອນ​ໜ້າ​ນັ້ນ ປະຊາ​ຄົມ​ລາວ ເປັນປະ​ຊາ​ຄົມ​ນ້ອຍໆ ຢູ່​ໃນ​ເຂດ​ນະ​ຄອນ​ຫລວງ ວໍ​ຊິງ​ຕັນ
ອັນ​ປະ​ກອບ​ດ້ວຍສະ​ຖານ​ທູດ​ລ​າວ ທີ່​ຕັ້ງຂຶ້ນມາ​ໃນປີ 1953. ​ພາຍ​ໃຕ້​ບັນຍາກາດ​ສົງຄາມ
ເຢັນໃນ​ປີ 1962 ວິທະຍຸ ວີ​ໂອ​ເອ ພະ​ແນ​ກພາສາ​ລາວ ​ໄດ້​ເລີ້ມອອກ​ອາ​ກາດ ​ກັບ​ບັນດາ
​ພາສາ​ຕ່າງໆ​ຂອງ​ໂລກ ຊຶ່ງ​ໃນ​ເວລາ​ນັ້ນ​ໄດ້​ມີຄອບຄົວຂອງ​ບັນດາ​ພະນັກງານ​ພາສາ​ລາວ
ໄດ້​ເລີ້ມເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ທີີ່​ນີ້. ​ຕົກມາ​ເຖິງ​ປີ 1964 ​ສະ​ຖາ​ບັນ​ພາສາ​ຕ່າງປະ​ເທດ
​ກະຊວງ​ຕ່າງປະ​ເທດ ສະຫະລັດ ​ໄດ້​ເພີ້​ມການ​ສອນ​ພາສາ​ລາວ ໃຫ້​ແກ່​ບັນດາ​ນັກ​ການ
​ທູດ ​ແລະ​ທະຫານ ທີ່​ໄປ​ປະຕິບັດໜ້າ​ທີ່ຢູ່​ໃນປະ​ເທດ​ລາວ. ​ເວລາ​ນີ້ ທ່ານ​ສຸກ​ສົມ​ບູນ
ໄຊ​ຍະ​ສິດ​ເສນາ ​ໄດ້​ຖືກສະຖານທູດ​ສະຫະລັດ​ຢູ່​ໃນ​ລາວ ​ສົ່ງ​ມາສອນ​ພາສາ​ລາວ ຢູ່​ສະ
​ຖາ​ບັນ​ແຫ່ງ​ນີ້ ​ແລະ​ຕໍ່​ມາໃນ​ປີ 1966 ຍານາງ​ດວງ​ແກ້ວ ພັນ​ລະ​ຍາ​ທ່ານ​ສຸກ​ສົມ​ບູນ ພ້ອມ
​ດ້ວຍ​ລູກ​ນ້ອຍສອງ​ຄົນ ​ໄດ້​ເດີນທາງ​ມາ​ສົມທົບ ​ແລະ​ໄດ້​ເລີ້ມຊ່ວຍ​ສິດສອນ​ພາສາລາ​ວ ຢູ່
​ສະ​ຖາ​ບັນແຫ່ງ​ນີ້​ເຊັ່ນ​ກັນຈົນເຖິງ​ວັນ​ທີ 31 ​ເດືອນມີນາ ປີ 2016 ມື້​ນີ້ເປັນມື້​ສຸດ​ທ້າຍຂອງ
​ການ​ຮັບ​ໃຊ້​ເປັນນາຍຄູ​ສອນ​ພາສາ​ລາວ​ມາ​ເປັນ​ເວລາທັງ​ໝົດ 50 ປີ. ​

ສະ​ຖາ​ບັນ​ພາສາ​ຕ່າງປະ​ເທດ ກະຊວງ​ຕ່າງປະ​ເທດ​ສະຫະລັດ ມີໜ້າ​ທີ່​ສິດສອນ​ພາ​ສາ
ຕ່າງໆຂອງ​ໂລກ​ໃຫ້ແກ່​ບັນ​ດາ​ນັກການ​ທູດ ​ແລະ​ທະຫານ ສະຫະລັດ ​ເພື່ອ​ຮຽນປາກ​ເວົ້າ
ຮູ້​ຈັກວັດທະນາ​ທຳ ການ​ເມືອງ ເສດຖະກິດ ແລະ​ສິ່ງ​ແວດ​ລ້ອມ​ຕ່າງໆຂອງປະ​ເທດ​ທີ່​ເຂົາ
​ເຈົ້າ​ຈະ​ໄປ​ປະຈຳການ. ຍານາງ​ດວງ​ແກ້ວ ​ໄດ້​ເລົ່າ​ປະສົບ​ການ​ຕໍ່ ວີ​ໂອ​ເອ ດັ່ງ​ນີ້ :

ບັນດາຄູອາຈານພາສາລາວ ແລະນັກການທູດ ສະຫະລັດ ທີ່ຈະໄປປະຈຳການຢູ່ ສປປ ລາວ.
ບັນດາຄູອາຈານພາສາລາວ ແລະນັກການທູດ ສະຫະລັດ ທີ່ຈະໄປປະຈຳການຢູ່ ສປປ ລາວ.

ໃນ​ລະຫວ່າງຄວາມ​ເຄັ່ງ​ຕຶງຂອງ​ສົງ​ຄາມ​ເຢັນ ແລະ​ເກີດສົງ​ຄາມລັບຢູ່​ໃນ​ລາວນັ້ນ ​ບັນດາ​ເຈົ້າ​ໜ້າ​ທີ່​ຈາກ​ກະ​ຊວງການຕ່າງປະ​ເທດ ພ້ອມ​ດ້ວຍ​ທະຫານ​ສະຫະລັດ ໄດ້​ເດີນທາງ​ໄປ​ປະຕິບັດ​ງານ​ຢູ່​ໃນ​ລາວ​ຢ່າງ​ຫລວງຫລາຍ ຊຶ່ງຍານາງ​ດວງ​ແກ້ວ​ ​ໄດ້​ເລົ່າ​ປະສົບ​ການ​ໃນ​ບັ້ນ​ນີ້​ວ່າ :

ບັນ​ດາ​ນັການ​ທູດ​ສະຫະລັດ ​ລ້ວນ​ແລ້ວ​ແຕ່​ເປັນ​ຜູ້​ມີ​ລະດັບ​ການ​ສຶກສາ​ສູງ ແລະ​ສະຫລຽວ
ສະຫລາດ. ນັກ​ການ​ທູດ​ແຕ່ລະ​ຄົນ​ມີ​ກຳ​ນົດໄປ​ປະຈຳການ​ຢູ່​ຕ່າງປະ​ເທດ ສອງ​ຫາ​ສາມ​ປີ. ​
ແຕ່ກ່ອນເຂົາ​ເຈົ້າ​ຖືກ​ແຕ່ງ​ຕັ້ງ​ໃຫ້​ໄປ​ປະຈຳຢູ່​ປ​ະ​ເທດ​ໃດ​ປະ​ເທດ​ໜຶ່ງ​ນັ້ນ ​ເຂົາ​ເຈົ້າ​ຕ້ອງ​ໄດ້
​ຮຽນ​ພາສາ ຂະ​ນົບ​ທຳນຽມ ການ​ເມືອງ ​ເສດຖະກິດ ແລະ​ສິ່ງ​ແວດ​ລ້ອມ​ຂອງ​ປະ​ເທດນັ້ນ. ​
ເພາະສະ​ນັ້ນ ​ໃນ​ລະຍະ 30 ຫາ 44 ອາທິດ ບັນ​ດາ​ນັກ​ການ​ທູດ​ເຫລົ່າ​ນີ້​ຕ້ອງຮຽນພາ​ສາ
ຫ້າ​ຊົ່ວໂມງ​ຕໍ່​ມື້ ຫ້າ​ມື້ຕໍ່​ອາທິດ ​ແລະ​ຕ້ອງ​ສອບ​ເສັງ​ໃຫ້​ຜ່ານ ຊຶ່ງ​ຍາ​ນາງ​ດວງ​ແກ້ວ ​ໄດ້​ອະ ທິບາຍ​ສູ່​ຟັງ​ດັ່ງ​ນີ້ :

ບັນດາ​ນັກ​ການ​ທູດສະຫະລັດ ຜູ້ມີໜ້າ​ທີ່ການ​ຕ່າງໆ​ເຊັ່ນ​ວ່າ ເອກ​ອັກຄະ​ລັດຖະທູດ
ຮອງ​ເອກ​ອັກຄະ​ລັດຖະທູດ ເຈົ້າ​ໜ້າ​ທີ່ການ​ເມືອງ​ ​ເສດຖະກິດ ກົງສຸນ ປະຊາສຳພັນ ສື່ສານ ​ຮັກສາ​ຄວາມປອດ​ໄພ ​ແລະ​ອື່ນໆ. ທັງ​ໝົດ​ນີ້ ຕ້ອງໄດ້​ຮຽນ​ພາສາ​ໃຫ້​ໄດ້​ຕາມ​ກຳ
ນົດເວລາ​ ແລະຕາມລະດັບໜ້າ​ທີ່​ຮັບຜິດຊອບ ຊຶ່ງ​ຍາ​ນາງ​ດວງ​ແກ້ວ ​ໄດ້​ເລົ່າສູ່​ຟັງ​ດັ່ງ​ນີ້ :

ມື້​ນີ້ ວັນ​ພະຫັດ ທີ 31 ​ເດືອນ​ມີນາ ປີ 2016 ​ເປັນ​ມື້​ສຸດ​ທ້າຍ​ຂອງ​ການ​ສອນ​ພາສາ​ລາວ
ທີ່ສະ​ຖາ​ບັນ​ພາສາ​ຕ່າງປະ​ເທດ ກະຊວງ​ຕ່າງປະ​ເທດ​ສະຫະລັດ ຂອງ​ຍານາງ​ດວງ​ແກ້ວ
​ໄຊ​ຍະ​ສິດ​ເສນາ ຮວມ​ເປັນ​ເວລາ​ທັງ​ໝົດ 50 ປີ​ເຕັມ. ​ ​ບັນດາ​ນັກ​ຮຽນ ຄູ​ອາຈານ ​ແລະ
​ເພື່ອນ​ມິດ​ທີ່ໃກ້​ຊິດ​ ໄດ້ພາກັນ​ເຕົ້າ​ໂຮມຢູ່ທີ່​ສວນສາທາລະນະ​ ຕິດ​ກັບ​ສະ​ຖາ​ບັນ ​ໂດຍ​
ຫ້າງ​ຫາ​ຂອງ​ກິນ​ມາ​ຊຸ​ມແຊວປິກ​ນິກ ແລະ ກ່າວສັນ​ລະ​ເສີນ. ບັດ​ນີ້​ເຮົາ​ມາ​ລອງຟັງການ
​ສົນທະນາຂອງ​ນັກຮຽນ​ໜ້ອຍ​ໜຶ່ງ ຫລັງ​ຈາກ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ພາສາ​ລາວ​ມາ​ໄດ້ພຽງ
​ແປ​ດອາທິດ :

ຫລັງ​ຈາກ​ນັ້ນ ຍານາງ​ດວງ​ແກ້ວ ​ໄດ້​ກ່າວ​ສະ​ລຸບຖິງ​ແຜນ​ການທີ່​ຈະເລີ້​ມ​ໃຊ້​ຊີວິດກິນ​ເບ້ຍ​
ບຳນານ​ດັ່ງ​ນີ້ :

ຂອບ​ໃຈ​ທີ່​ຍານາງ​ດວງ​ແກ້ວ ​ໄຊ​ຍະ​ສິດ​ເສນາ ​ໄດ້​ຊ່ວຍ​ສິດສອນ​ພາສາ ​ແລະ ຮັກສາ​ພາ
ສາລາວ ວັດທະນາ​ທຳ​ລາວ​ຢູ່​ໃນ​ຕ່າງ​ແດນ ​ແລະ​ຂໍ​ໃຫ້​ຍາງນາງ​ໂຊກ​ດີ​ ​ແລະ​ມ່ວນ​ຊື່ນກັບ
ຊີວິດ​ການ​ອອກ​ກິນ​ເບ້ຍບຳນານ​ຂອງ​ຍານາງ.​

XS
SM
MD
LG