ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຳພາດ ຍານາງຈັນສີ ບູລົມ ນາງພະຍາບານ ທີ່ປະເທດແບລຢ້ຽມ


ຍານາງຈັນສີ ບູລົມ (ຂວາສຸດ) ພ້ອມດ້ວຍບັນດາເພື່ອນ ນາງພະຍາບານ ທີ່ປະເທດແບລຢ້ຽມ.
ຍານາງຈັນສີ ບູລົມ (ຂວາສຸດ) ພ້ອມດ້ວຍບັນດາເພື່ອນ ນາງພະຍາບານ ທີ່ປະເທດແບລຢ້ຽມ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ໃນ​ລາຍການ​ຊີວິດ​ຊາວ​ລາວ​ຂອງ ວີ​ໂອ​ເອມື້​ນີ້ ​ເຮົາ​ຈະ​ໃຫ້​ທ່ານໄດ້
​ຟັງ​ການ​ສຳພາດ​ກັບ ຍານາງ​ຈັນ​ສີ ບູຣລົມ ນາງພະຍາບານ​ທີ່​ປະ​ເທດ​ແບ​ລຢ້ຽມ​. ຍານາງ
ຈັນ​ສີ ເປັນ​ສະ​ຕີ​ເຊື້ອສາຍ​ລາວ ​ທີ່​ສະ​ແຫວ​ງຫາການ​ສຶກສາ​ດ້ານ​ການ​ແພດ​ມາ​ແຕ່​ຍັງ​
ນ້ອຍ. ຍານາງ​ໄດ້​ຜ່ານ​ອຸບ​ປະ​ສັກມາ​ຫລາຍ​ຢ່າງ ​ໃນການ​ຖືກ​ຍົກຍ້າຍ ​ເປັນ​ອົບ​ພະຍົບ
ຈາກ​ເມືອງ​ຊໍ​າ​ເໜືອ ແຂວງ​ຫົວພັນ ມາ​ຢູ່​ນະຄອນ​ວຽງ​ຈັນ ​ແລ້ວຕໍ່ມາ ກໍ​ໄດ້​ໂຕນອອກມາ​
ຢູ່​ປະ​ເທດ​ແບລຢ້ຽມ. ສ່ວນວ່າຍານາງ ​ໄດ້​ປະສົບຜົນ​ສຳ​ເລັດ​ມາຢ່າງ​ໃດ​ນັ້ນ ກິ່ງ​ສະຫວັນ
ຈະ​ນຳ​ບົດສຳພາດກັບຜູ້ກ່ຽວມາສະ​ເໜີີ​ທ່ານ​.

ຍານາງຈັນສີ ບູລົມ.
ຍານາງຈັນສີ ບູລົມ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວມື້ນີ້ ຂ້າພະເຈົ້າຈະຂໍແນະ
ນຳໃຫ້ທ່ານໄດ້ຮູ້ຈັກກັບ ຍານາງຈັນສີ ບູລົມ ນາງພະຍາບານ ເຊື້ອສາຍລາວທີ່ປະເທດ
ແບລຢ້ຽມ. ຍານາງຈັນສີ ເກີດຢູ່ເມືອງຊຳເໜືອ ໃນປີ 1963. ເວລານັ້່ນນາງມີອາຍຸໄດ້
9 ປີ ເມື່ອຄອບຄົວໄດ້ພາຫລົບໄພມາຢູ່ ນະຄອນຫລວງວຽງຈັນ ບ່ອນທີ່ຍານາງໄດ້ເຕີບ
ໃຫຍ່ ແລະໄດ້ຮັບການສຶກສາ. ຍານາງຈັນສີ ເປັນສະຕີທີ່ຫ້າວຫັນ ດຸໝັ່ນ ສະຫລຽວ
ສະຫລາດ ແລະສະແຫວງຫາການສຶກສາດ້ານການແພດມາແຕ່ຍັງເປັນເດັກນ້ອຍ.

ຫລັງຈາກໄດ້ໃຊ້ຊີວິດຢູ່ພາຍໃຕ້ລະບອບການປົກຄອງໃໝ່ເປັນເວລາສີ່ປີ ໃນປະເທດ
ລາວ ຍານາງຈັນສີ ໄດ້ຕັດສີນໃຈອົບພະຍົບເຂົ້າມາຕັ້ງຖິ່ນຖານໃໝ່ຢູ່ໃນປະເທດຢ້ຽມ ໃນປີ1978 ຊຶ່ງເປັນປະເທດນ້ອຍໆທີ່ງົດງາມຢູ່ໃນຢູໂຣບ. ຈັນສີໄດ້ສືບຕໍ່ການສຶກສາ
ຝ່າຍການແພດຢ່າງບໍ່ໄດ້ລົດລະ ແລະເປັນຜົນສຳເລັດຊຶ່ງ ຍານາງຈັນສີ ໄດ້ເລົ່າເຖິງ
ຄວາມອົດທົນພາກພຽນສູ່ ວີໂອເອ ຟັງດັ່ງນີ້:

ການ​ສຶກສາ​ຂອງ​ແຕ່ລະ​ປະ​ເທດ​ມີ​ຄຸນ​ນະພາ​ບ ​ແລະ​ແຕກ​ຕ່າງ​ກັນ. ​ເພາະສະ​ນັ້ນ
ບັນດາ​ນັກ​ສຶກສາທີ່ມາ​ຈາກ​ຕ່າງປະ​ເທດ ​ຈຶ່ງ​ຕ້ອງ​ໄດ້​ຖືກ​ທົດສອບກວດກາ​ເບິ່ງຄືນສິ່ງ
​ທີ່​ໄດ້​ຮຽນ​ມາ ວ່າ​ຈະ​ເຂົ້າ​ກັບລະບົບ​ການ​ສຶກສາ​ຂອງປະ​ເທດ ທີ່​ຕົນໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ນັ້ນໄດ້ດີສໍ່າໃດ. ຍານາງ​ຈັນ​ສີ ຕ້ອງ​ໄດ້​ຮຽນ​ເພີ້​ມ​ ສິ່ງ​ທີ່​ຂາດ​ໄປ​ ​ເພື່ອ​ໃຫ້​ຄົບຕາມຫລັກ
ສູດ​ຂອງ​ປະ​ເທດ​ແບ​ລຢ້ຽມ ກ່ອນຈະສຳເລັດສົມບູນ ​ກ່ອນ​ຈະ​ໄດ້​ຮັບໃບ​ປະກາດ​ສະ​ນິ
ຍະ​ບັດມາ​ປະກອບ​ວິຊາ​ອາ​ຊີບ ຊຶ່ງ​ຈັນ​ສີ​ໄດ້​ກ່າວ​ຕໍ່​ໄປ​ວ່າ :

ຈັນ​ສີ ມີຄວາມ​ຮັບຜິ​ດຊອບ​ສູງ ມັກ​ຮັກ​ໜ້າ​ທີ່​ການ ​ໄດ້​ຮຽນ​ຮູ້​ຫລາຍ​ຢ່າງ ແລະມີປະສົບ​ການຕ່າງໆຊຶ່ງຈັນ​ສີ ​ໄດ້​ເລົ່າ​ເຖິງ​ຕອນ​ນີ້​ວ່າ :

ຈັນ​ສີ ​ແມ່ນ​ສະຕີ​ເຊື້ອສາຍ​ລາວ ມີ​ຄວາມ​ອ່ອນ​ນ້ອມ ອ່ອນ​ຫວານ ນັບຖືສາສະໜາພຸ​ດ
ຊຶ່ງນັ້ນ​ແມ່ນ​ຢາ​ວິ​ເສດ​ສະ​ນິດ​ນຶ່ງ​ທີ່​ຊ່ວຍປິ່ນປົວ​ໂອ້​ລົມ​ກັບ​ຄົນ​ເຈັບ ທີ່​ບໍ່​ມີຢູ່​ໃນ​ຫລັກສູດ​ການສອນຢູ່ໃນສະ​ຖາ​ບັນຂອງຜູ້ກ່ຽວ. ຈັນສີ​ໄດ້​ເລົ່າ​ເຖິງ​ປະສົບ​ການທີ່​ໜ້າ​ສົນ​ໃຈ​ກ່ຽວ
​ກັບເລື້ອງ​ນີ້ວ່າ:

ຍານາງ​ຈັນ​ສີ ​ໄດ້​ກ່າວ​ເຖິງ​ບັນຍາກາດ​ຊີວິດການ​ເປັນ​ຢູ່ ​ຂອງຄົນເຊື້ອສາຍ​ລາວ​ຢູ່​
ໃນເຂດ​ຂອງ​ນາງ​ວ່າ:

ຍານາງຈັນສີ ແລະສາມີ ທ່ານຫຸມພັນ ບູລົມ.
ຍານາງຈັນສີ ແລະສາມີ ທ່ານຫຸມພັນ ບູລົມ.

ຊີວິດ​ຂອງຍານາງ​ຈັນ​ສີ ບູຣລົມ ເຕັມ​ໄປ​ດ້ວຍການພະ​ຈົນ​ໄພ ແລະມີ​ມານະ​ອົດທົນ.
ຍານາງ​ໄດ້​ສ້າງ​ຄອບຄົວກັບ​ທ່ານ​ຫຸມພັນ ບູຣົມ ມີ​ບ້ານ​ເຮືອນ ມີ​ລູກ​ສອງ​ຄົນ​ທີ່ເປັນ​
ນັກວິຊາການ ​ແລະເປັນ​ຄອບຄົວ​ທີ່ປະສົບ​ຜົນສຳ​ເລັດ​ຢ່າງ​ໜ້າ​ສັນລະ​ເສີນ.

XS
SM
MD
LG