ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານສົມສີ ກຳວັນ ນັກປະພັນນິຍາຍ ກ່ຽວກັບ ຊີວິດ ໃນສັງຄົມລາວ


ທ່ານສົມສີ ກຳວັນ ນັກປະພັນ ກ່ຽວກັບ ນິຍາຍຊີວິດ ໃນສັງຄົມລາວ.
ທ່ານສົມສີ ກຳວັນ ນັກປະພັນ ກ່ຽວກັບ ນິຍາຍຊີວິດ ໃນສັງຄົມລາວ.

ທ່ານ​ຜູ້​ຟັງ​ທັງຫຼາຍ ໃນລາຍ​ການ​ຊີວິດ​ຊາວ​ລາວ​ຂອງວີ​ໂອ​ເອ ມື້​ນີ້ ​ເຮົາຂໍແນະ​ນຳ​ໃຫ້​ທ່ານ​ຮູ້ຈັກ​ກັບ ທ່ານ​ສົມ​ສີ ກຳ​ວັນ ນັກ​ປະພັນ​ຊາວກາ​ນາ​ດາ​ເຊື້ອສາຍ​ລາວ. ​ປັດ​ຈຸ​ບັນ​ນີ້​ຕັ້ງ​ຖິ່ນ​ຖານ​ຢູ່່ທີ່​ເຂດ Green Zone ແຂວງ Quebec ປະ​ເທດ Canada. ທ່ານ​ສົມ​ສີ ​ເປັນ​ຊົນ​ເຜົ່າ​ຂະມຸ ມາຈາກ​ແຂວງ​ອຸດົມ​ໄຊ ສປປ ລາວ. ກ່ອນ​ການ​ປົດ​ປ່ອຍ​ປີ 1975 ທ່ານໄດ້ຮັບ​ໃຊ້​ເປັນ​ນັກ​ຂ່າວໃຫ້​ແກ່ ຄະນະ​ແນວ​ລາວ​ຮັກ​ຊາດ ​ຫລັງ​ຈາກ​ນັ້ນກໍໄດ້​ຫລົບໜີ​ໄປ​ຕັ້ງ​ຖິ່ນ​ຖານຢູ່ ປະ​ເທດ Canada ​ແລະ​ໄດ້​ກາຍມາ​ເປັນ​ນັກ​ຂຽນ ຢູ່​ໃນ​ລະດັບ​ສາກົນຊຶ່ງ​ ກິ່ງ​ສະຫວັນ ຈະ​ນຳເອົາລາຍລະອຽດ​ມາ​ສະ​ເໜີ​ທ່ານ​.

ທ່ານສົມສີ ກຳວັນ
ທ່ານສົມສີ ກຳວັນ

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ຂ້າພະເຈົ້າຂໍແນະນຳໃຫ້ທ່ານໄດ້ຮູ້ຈັກກັບ ທ່ານສົມສີ ກຳວັນ ນັກປະພັນຊາວການາດາເຊື້ອສາຍລາວ ຜູ້ປະສົບຜົນສຳເລັດກັບການຂີດຂຽນ ນິຍາຍຊີວິດກ່ຽວກັບສັງຄົມຊີວິດລາວ ຊຶ່ງ​ຜົນງານ​ຂອງທ່ານໄດ້ຖືກພິມເຜີຍແຜ່ໂດຍ
ບໍລິສັດຜະລິດປື້ມ​ເພື່ອໃຫ້ຊາວໂລກໄດ້ອ່ານ. ທ່ານສົມສີ ເກີດມາພ້ອມກັບພອນສະຫວັນ ແລະ ເປັນຄົນມັກອ່ານມັກຮຽນ ​ແລະຝຶກຝົນຕົນເອງມາແຕ່ນ້ອຍ. ສິ່ງສຳຄັນກໍຄືວ່າ ທ່ານ ສົມ​ສີ ໄດ້ບັນທຶກເອົາຄວາມຊົງຈຳ​ກ່ຽວກັບ​ເຫດການ ​ແລະສິ່ງແວດລ້ອມທີ່ທ່ານໄດ້​ເຫັນມາ ເຊັ່ນວ່າສົງຄາມ ຮິດຄອງປະເພນີ ແລະການພະຈົນໄພຕ່າງໆ ແລ້ວມາຂຽນບັນລະຍາຍ ເປັນພາສາອັງກິດ ເພື່ອໃຫ້ຊາວໂລກໄດ້ອ່ານກ່ຽວກັບຄວາມລີ້ລັບຂອງສັງຄົມຊີວິດລາວ.

ທ່ານສົມສີ ເປັນຊົນເຜົ່າຂະມຸ ເກີດຢູ່ແຂວງອຸດົມໄຊ ສປປ ລາວ ພໍ່​ແມ່​ເປັນ​ຊາວ​ໄຮ່​ຊາວ
ນາ ​ແລະ​ພໍ່ຄ້າ​ມ້າ. ທ່ານສົມ​ສີ ເຄີຍໄດ້ຮັບໃຊ້ເປັນນັກຂ່າວຢູ່​ກົມ​ຂ່າວສານຄະນະແນວ ລາວຮັກຊາດ ​ແລະ​ຕໍ່​ມາທ່ານ​ໄດ້ຕັດສິນໃຈໂຕນໜີອອກຈາກປະເທດລາວ ໃນປີ 1978 ຊຶ່ງທ່ານໄດ້ເລົ່າຊີວິດ​ເບື້ອງ​ຕົ້ນສູ່ວີໂອເອຟັງດັ່ງນີ້:

ທ່ານສົມສີ ກຳວັນ ສະໄໝຢູ່ປະເທດລາວ
ທ່ານສົມສີ ກຳວັນ ສະໄໝຢູ່ປະເທດລາວ

ພາຍໃຕ້ການຕັ້ງ​ຊີວິດ​ໃໝ່ ທ່ານສົມສີ ​ໄດ້​ທຳ​ທຸກ​ຢ່າງ​ກັບໜ້າ​ທີ່​ວຽກ​ການ ມີຄວາມຮັບຜິດ ຊອບຕໍ່ຄອບຄົວ ບໍ່ໄດ້ລົດລະກັບການສຶກສາເພື່ອປັບປຸງຕົນເອງ ແລະສິ່ງສຳຄັນທີ່ສຸດນັ້ນ
ກໍຄື ບໍ່​ໄດ້​ປະລະ​ການຂີດ​ຂຽນເປັນນັກປະພັນຊຶ່ງທ່ານໄດ້ກ່າວຕໍ່ໄປອີກວ່າ:

ທ່ານສົມສີ ກຳວັນ ເຮັດວຽກຢູ່ບ້ານພັກ.
ທ່ານສົມສີ ກຳວັນ ເຮັດວຽກຢູ່ບ້ານພັກ.

ລິງໂດຍກົງ

ຫລັງ​ຈາກ​ທ່ານ​ສົມສີ​ໄດ້ລາ​ອອກ​ກິນ​ເບ້ຍ​ບຳນານ​ແລ້ວ ທ່ານ​ມີ​ເວລາ​ຫລາຍ​ສຳລັບ​ຕົນ​ເອງ ​ແລະ​ມີ​ເວລາ​ຂີດ​ຂຽນ​ເລື້ອງ​ຕ່າງໆ. ທ່ານ​ສົມ​ສີ ​ໄດ້​ເລົ່າ​ເຖິງ​ເລື້ອງ​ທີ່​ທ່ານ​ໄດ້​ຂຽນ ​ແລະ​ໄດ້​ພິມ​ເຜີຍ​ແຜ່​ອອກ​ສູ່​ສາຍຕາ​ຂອງ​ບັນດາ​ຜູ້​ອ່ານ​ດັ່ງ​ນີ້:

ນິຍາຍທີ່ມີຊື່ສຽງ ແລະໄດ້ຂາຍຫລາຍມີຊີວ່າ "ຜີອາເມຣິກັນ."
ນິຍາຍທີ່ມີຊື່ສຽງ ແລະໄດ້ຂາຍຫລາຍມີຊີວ່າ "ຜີອາເມຣິກັນ."

ລິງໂດຍກົງ

ການມັກ​ອ່ານ​ເລື້ອງ​ຕ່າງໆ​ເປັນ​ປະ​ເພນີ ​ແລະ​ວັດທະນະ​ທຳຂອງ​ຄົນຢູ່ໃນປະ​ເທດອຸດສາ ຫະກຳ. ເຮົາຈະ​ສັງ​ເກດເຫັນໄດ້​ຢ່າງງ່າຍໆ ຈາກການ​ມີ​ຮ້ານ​ຂາຍ​ປຶ້ມອ່ານ​ຕ່າງໆຢ່າງ​ຫລວງຫລາຍ. ​ນອກ​ນັ້ນ​ກໍ​ຍັງ​ມີ​ຫ້ອງ​ສະໝຸດ​ສາທາລະນະ​ເພື່ອ​ໃຫ້​ຄົນ​ໄດ້​ຊົ​ມ​ໃຊ້ ຄົ້ນຄວ້າ
ຊອກ​ຫາ​ຂໍ້ມູນ​ຕ່າງໆ ​ແລະ​ອ່ານ​ເລື່ອງຫຼາຍຢ່າງ​ເພື່ອ​ເປັນ​ການ​ພັກຜ່ອນ​ຢ່ອນ​ອາ​ລົມ. ​ເພາະສະ​ນັ້ນການ​ຂີດ​ຂຽນ​ຂອງ​ທ່ານ​ສົມ​ສີ ຈຶ່ງຕ້ອງ​ໄດ້ຂຽນເປັນ​ພາສາ​ອັງກິດທີ່​ແນ​ໃ​ສ່ ຕະຫລາດ ທີ່ລູກ​ຄ້າ​ບໍ່​ແມ່ນ​ຄົນ​ລາວຊຶ່ງທ່ານ​ສົມ​ສີໄດ້​ໃຫ້​ເຫດຜົນ​ດັ່ງ​ນີ້:

ຢູ່ຟາກນຶ່ງຂອງ ແມ່ນໍ້າຂອງ ກໍແມ່ນນິຍາຍເລື້ອງນຶ່ງທີ່ໄດ້ພິມອອກເຜີຍແຜ່.
ຢູ່ຟາກນຶ່ງຂອງ ແມ່ນໍ້າຂອງ ກໍແມ່ນນິຍາຍເລື້ອງນຶ່ງທີ່ໄດ້ພິມອອກເຜີຍແຜ່.

ລິງໂດຍກົງ

ປັດຈຸບັນ​ນີ້ ທ່ານ​ສົມ​ສີ ກຳລັງ​ດຳ​ເນີນ​ການ​ຂຽນ​ນິຍາ​ຍເລື້ອງ​ໃໝ່​ຂອງ​ທ່ານ ​ແລະ​ຈະ​ອອກ​ມາສູ່​ສາຍຕາ​ຂອງ​ບັນດາ​ນັກ​ອ່ານ​ໃນ​ອະນາ​ຄົດ​ອັນ​ໃກ້​ນີ້ ຊຶ່ງ​ທ່ານ​ສົມ​ສີ ​ໄດ້​ກ່າວ​ວ່າ:

"ຜ້າຫົ່ມປົກໂລງ" ກໍແມ່ນອີກເລື້ອງນຶ່ງທີ່ມີຊື່ສຽງ.
"ຜ້າຫົ່ມປົກໂລງ" ກໍແມ່ນອີກເລື້ອງນຶ່ງທີ່ມີຊື່ສຽງ.

ລິງໂດຍກົງ

​ປັດຈຸບັນ​ນີ້ທ່ານ​ສົມ​ສີ​ພ້ອມ​ດ້ວຍ​ພັນ​ລະ​ຍາ ​ຕັ້ງ​ຖິ່ນ​ຖານ​ຢູ່​ເຂດ Green Zone ​ແຂວງ ເກເບັກ ຫ່າງ​ຈາກ​ນະ​ຄອນ Montreal ​ໄປ​ທາງ​ພາກ​ຕາ​ເວັນ​ອອກ​ປະມານ 100 ກິ​ໂລ​ແມັດ. ບ້ານ​ເຮືອນ​ທ່ານ​ສົມ​ສີ ຕັ້ງ​ຢູ່​ແຄມ​ແມ່​ນໍ້າ Chapeauguay ​ເປັນ​ບ່ອນງຽບ​ສະຫງົບດີ ອ້ອມ​ລ້ອມ​ໄປ​ດ້ວຍ​ທຳ​ມະ​ຊາດ ​ແລະ​ເໝາະ​ສົມ​ທີ່​ສຸດ​ຕໍ່​ການ​ຂີດ​ຂຽນ. ​ເຂດແດນແຫ່ງນີ້​ຕິດ​ກັບທາງພາກ​ຕາ​ເວັນ​ອອກສຽງ​ເໝືອສຸດຂອງລັດ New York ສະຫະລັດ​ອາ​ເມຣິກາ.

ຖ້າທ່ານສົນໃຈຢາກອ່ານ ບົດຂຽນຂອງທ່ານສົມສີ ແລະຢາກຮູ້ວ່າຫົວເລື້ອງຂອງປື້ມ ກະລຸນາ google ພາຍໃຕ້ຊື່ somsy Camvan.

XS
SM
MD
LG