ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໒ ມິຖຸນາ ໒໐໒໓

ສຳພາດທ່ານ ສີລາວົງ ແກ້ວ ນັກປະພັນເພງ ລາວສະໄໝ ແລະປະທານຈັດງານ ເຕົ້າໂຮມ ເຄືອຍາດຄຳມ່ວນ


ທ່ານສີລາວົງ ແກ້ວ ນັກປະພັນເພງ ຍອດນິຍົມ ໃນຊຸມປີ 1960. ຫ່ານຈະເປັນເຈົ້າພາບຈັດງານຕ້ອນຮັບເຄືອຍາດຄໍາມ່ວນ ໃນທ້າຍເດືອນສິງຫາ 2017 ຈະມາເຖິງນີ້.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ໃນ​ລາຍການ​ຊີວິດ​ຊາວ​ລາວ​ໃນຕ່າງ​ແດນ ຂອງ ວີ​ໂອເອ ປະ​ຈຳ​
ແລງວັນ​ພະຫັດມື້​ນີ້ ເຮົາຈະໃຫ້​ທ່ານ​ໄດ້​ຟັງ​ການ​ສຳພາດກັບ ທ່ານ​ສີລາ​ວົງ ​ແກ້ວ ນັກ
ປະພັນ​ ​ແລະ​ນັກ​ຮ້ອງ ທີ່​ມີ​ຊື່​ສຽງ​ໃນ​ຊຸມ​ປີ 1960 ແລະ​ຍັງ​ເປັນ​ເພງລາວ​ອຳ​ມະຕະ ທີ່​
ໄດ້​ນຳ​ເອົາຄວາມ​ຊົງ​ຈຳ ມາກ່ອມ​ອາລົມ ​ບັນດາ​ຊາວ​ລາວ​ຢູ່​ທຸກ​ຫົນ​ແຫ່ງ​. ທ່ານສີ​ລາ​
ວົງ ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ສະຫະລັດ ​ໃນ​ປີ 1978 ​ແລະ​ບັດ​ນີ້​ໄດ້​ອອກ​ກິນ​ເບ້ຍ​
ບຳນານ​ມາສາມ​ປີ​ແລ້ວ. ຊີວິດ​ຄວາມເປັນ​ຢູ່​ຂອງ​ທ່ານ​ສີ​ລາ​ວົງ ​ເປັນ​ມາ​ຢ່າງ​ໃດ​ນັ້ນ
ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ລິງໂດຍກົງ

ສະບາຍດີ​ທ່ານ​ຜູ້ຟັງ​ທີ່​ເຄົາ​ລົບ ​ໃນ​ລາຍການ​ຊີວິດ​ຊາວ​ລາວ​ໃນ​ຕ່າງ​ແດນຂອງວີ​ໂອ​
ເອ ມື້​ນີ້ ​ຂ້າພະ​ເຈົ້າຈະພາ​ທ່ານ​ໄປຟັງການສຳພາດ​ກັບທ່ານ​ສີ​ລາ​ວົງ ​ແກ້ວ ອະ​ດີ​ດ
ນັກ​ສຶກ​ສາໂຮງຮຽນ​ກົດໝາຍແຫ່ງພະ​ລາຊະອານາຈັກ​ລາວ. ທ່ານ​ສີ​ລາ​ວົງແມ່ນ​ນັກ
ຮ້ອງ​ແລະນັກປະພັນ​ເພງລາວ​ສະ​ໄໝ ທີ່​ມີ​ຊື່​ສຽງ​ໃນ​ຊຸມ​ປີ 1960. ​ເພງ​ຂອງ​ທ່ານໄດ້
​ເປັນ​ທີ່​ຈັບ​ໃຈສຳລັບ​ບັນດາ​ຊາວ​ໜຸ່ມ​ລາວຢູ່​ໃນ​ສະ​ໄໝ​ນັ້ນ ດັ່ງ​ໂຕ​ຢ່າງຈະ​ຮັກໃຜ​ດີ
ເອື້ອມ​ບໍ່​ເຖິງ ອ້າຍ​ຂໍ​ເວລາ​ສອງ​ປີ ​ແລະ​ເຫັນ​ພຽງ​ສາຍ​ຄາ ​ເຫລົ່າ​ນີ້​ເປັນ​ຕົ້ນ.

ທ່ານ​ສີ​ລາ​ວົງ ​ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ ​ຢູ່​ໃນ​ສະຫະລັດ ​ໃນ​ປີ 1978 ທີ່​ເມືອງ Elgin
ລັດIllinois ​ໃນ​ພາກ​ກາງ ຂ້ອນ​ມາ​ທາງຕາ​ເວັນ​ອອກຂອງ​ສະຫະລັດ. ທ່ານ​ໄດ້​ປະ
ກອບ ວິຊາອາຊີບ ເປັນ​ຜູ້​ຮັກສາ​ບົວລະບັດ​ໂຮງຮຽນ​ຫຼວງແຫ່ງນຶ່ງມາເປັນ​ເວລາ
29 ປີ ແລ​ະໄດ້​ລາ​ອອກ​ກິນ​ເບ້ຍ​ບໍານານ​ມາ​ໄດ້​ສາມ​ປີ​ແລ້ວ. ທ່ານ​ເປັນ​ທີ່​ຮັກຫອມ​ ​
ນັບຖື​ໃນ​ວົງ​ສັງຄົມ ແລະບັດ​ນີ້ ​ມີ​ເວລາ​ເປັນ​ຂອງ​ຕົນ​ເອງ​. ​ໃນອາທິດ​ທ້າຍ​ສຸດ ຂອງ
ເດືອນສິງຫາ ​ປີ2017 ທີ່​ຈະ​ມາ​ເຖິງ​ນີ້ ທ່ານ​ສີ​ລາ​ວົງຈະ​ເປັນ​ເຈົ້າພາບ​ນຳ​ພານ້ອງນຸ່ງ
ແລະ​ຍາດ​ມິດ​ເຕົ້າໂຮມ​ເຄືອຍາດ​ຄຳ​ມ່ວນ ຄັ້ງ​ທີ​ສາມ ຊຶ່ງຈະ​ຈັດ​ຂຶ້ນ​ ທີ່​ນະຄອນ
Chicago ລັດ Illinoisແລະຄາດ​ວ່າ​ຈະມີ​ພີ່ນ້ອງ​ແຂວງ​ຄຳ​ມ່ວນ ທີ່​ເປັນເຊື້ອສາຍ
ລາວ​-ອາ​ເມຣິກັນ ​ຢູ່​ໃນ​ທົ່ວສະຫະລັດ ແລະ​ຈາກ​ຕ່າງປະ​ເທດ ຈະ​ເດີນທາງ​ມາ​ຮ່ວມ
​ຫລາຍ​ຮ້ອຍຄົນ ຊຶ່ງ​ທ່ານ​ສີ​ລາ​ວົງ ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ:

ລິງໂດຍກົງ

ເດືອນສິງຫາຕົກຢູ່ກາງລະດູຮ້ອນ ຊຶ່ງເປັນລະດູການເດີນທາງໄປພັກຜ່ອນປະຈຳປີ. ເພາະສະນັ້ນ ເປັນທີ່ເໝາະສົມ ສຳລັບການຊຸມນຸມສັງສັນ ຮັບຕ້ອນບັນດາຍາດມິດ
ເພື່ອໃຫ້​ເຂົາ​ເຈົ້າ​ໄດ້ມີໂອກາດມາພົບໜ້າພໍ້ຕາກັນ. ການ​ເຕົ້າ​ໂຮມ​ອັນ​ຍິ່ງ​ໃຫຍ່ຄັ້ງ​ນີ້ ໄດ້ວາງແຜນປະສານງານມາ​ເປັນ​ເວລາ​ກວ່ານຶ່ງປີ​ແລ້ວ ໂດຍສະເພາະການຊອກຫາ
ສະຖານທີ່ອັນກວ້າງຂວາງໃຫ້​ເປັນ​ທີ່ພຽງພໍ​ເພື່ອຕ້ອນຮັບ​ແຂກທີ່​ມາ​ຮ່ວມ​ໃນ​ງານ ຊຶ່ງ ທ່ານສີລາວົງ ໄດ້ກ່າວເຖິງການກະກຽມຕໍ່ ວີໂອເອ ດັ່ງນີ້:

ລິງໂດຍກົງ

ທ່ານສີລາວົງ ແກ້ວ ເກີດທີ່ແຂວງຊຽງຂວາງ ​ແຕ່​ມີ​ເຄືອ​ຍາດ​ທີ່​ຕໍ່​ເນື່ອງ​ກັບ​ແຂວງ​ຄຳ​
ມ່ວນ. ທ່ານສີ​ລາ​ວົງ ​ແລະ​ຄອບຄົວໄດ້ອົບພະຍົບຫລົບໄພໜີອອກຈາກ​ບ້ານ​ເກີດ
​ເມືອງນອນ ແຂວງ​ຊຽງ​ຂວາງ​ໃນປີ 1960 ​ແລະ​ໄດ້​ຍ້າຍ​ໄປ​ຢູ່​ຫລາຍ​ແຂວງ​ໃນ​ປະ​ເທດ​
ລາວຮວມທັງ​ນະຄອນຫລວງ​ວຽງ​ຈັນ ບ່ອນ​ທີ່​ທ່ານ​ໄດ້​ຮັບ​ການ​ສຶກສາ. ​ໃນ​ກາງ​ຊຸມປີ
1960 ທ່ານສີລາວົງ ແມ່ນນັກສິນລະປີນໜຸ່ມຄົນນຶ່ງ ທີ່ໄດ້ວາງບົດບາດໄວ້ກັບວົງ​ການ​
ເພງ​ລາວ​ສະ​ໄໝ ຊຶ່ງທ່ານກ່າວຕໍ່ ວີ​ໂອເອ ​ໃນຕອນນີ້ວ່າ:

ລິງໂດຍກົງ

ວີໂອເອ ໄດ້ຮັບກຽດອັນສູງຈາກທ່ານສີລາວົງ ທີ່​ໄດ້​ມອບ​ເພງ​ຊື່ວ່າ “ທ່າແຂກນຶ່ງໃນ
ອານາ” ທີ່​ເປັ​ນ​ເພງ​ເກົ່າ ​ແຕ່​ໄດ້​ນຳ​ມາ​ດັດແປງເນື້ອ​ຮ້ອງໃໝ່​ ເພື່ອຕຽມຕ້ອນຮັບ​ບັນດາ
​ພີ່ນ້ອງ​ຊາວ​ຄຳ​ມ່ວນ ທີ່​ຈະໄປເຕົ້າ​ໂຮ​ມກັນ ​ໃນ​ເດືອນ​ສິງຫາ​ຈະ​ມາ​ເຖິ​ງ ນີ້ຂໍເຊີນຟັງ.

ທ່ານສີລາວົງ ແກ້ວ
ທ່ານສີລາວົງ ແກ້ວ

please wait

No media source currently available

0:00 0:04:46 0:00

ທີ່​ທ່ານ​ໄດ້​ຟັງຜ່ານໄປນັ້ນ​ແມ່ນ​ເພງທີ່​ມີ​ຊື່ວ່າ “ທ່າ​ແຂກນຶ່ງໃນ​ອານາ” ​ເນື້ອ​ຮ້ອງ​ທຳນອງ
ແລະ​ຮ້ອງ​ໂດຍ ທ່ານ​ສີ​ລາ​ວົງ ​ແກ້ວ ນັກ​ປະພັນ​ເພງ​ລາວ​ທີ່​ມີ​ຊື່​ງສຽງ​ຄົນ​ນຶ່ງ. ກະລຸນາ
​ຢ້ຽມຢາມ​ໜ້າ​ເວັບ​ໄຊ ວີ​ໂອ​ເອ ​ເພື່ອອ່ານ ​ເບິ່ງຮູບ​ພາບ ​ແລະຟັງ​ເພງ​ທັງ​ໝົດ.

XS
SM
MD
LG