ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຊີນຟັງການສຳພາດ ຊາວລາວ-ອາເມຣິກັນ ທີ່ປະສົບກັບ ພາຍຸຫິມະ ໃນ ສະຫະລັດ


ຄວາມງົດງາມ ຂາວສະອາດ ໜາວເຢັນ ທ້ອງຟ້າສົດໃສ ແລະ ງຽບສະງັດ ທີ່ເດີ່ນ ອະນຸສາວະລີ George Washington.
ຄວາມງົດງາມ ຂາວສະອາດ ໜາວເຢັນ ທ້ອງຟ້າສົດໃສ ແລະ ງຽບສະງັດ ທີ່ເດີ່ນ ອະນຸສາວະລີ George Washington.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ໃນລາຍການ​ຊີວິດ​ຊາວ​ລາວ​ມື້​ນີ້ ​ເຮົາ​ຈະນຳ
​ພາ​ທ່ານ​ໄປ​ຢ້ຽມ​ຢາມຖ​າມ​ຂ່າວບັນ​ດາຊາວ​ລາວ​ອາ​ເມ​ຣິ​ກັນທີ່ປະ
​ສົບກັບພາຍຸຫິ​ມະຮ້າຍ​ແຮງຖະຫລົ່ມໃນອາ​ທິດ​ແລ້ວ​ນີ້ທີ່ນະ​ຄອນ​
ຫລວງວໍ​ຊິ​ງຕັນ ແລະ​ຢູ່ ເລາະ​ລຽບ​ເຂດແຄມ​ຝັ່ງ​ທະ​ເລ​ ກ້ຳ​ຕາ​ເວັນ​
ອອກ​ ຂອງ​ສະຫະລັດ. ສະພາບ​ການ​ດັ່ງກ່າວ​ນີ້​ເຮັດ​ໃຫ້ອອກບ້ານ
​ເຮືອນ​ບໍ່​ໄດ້ ​ເປັນ​ເວລາ​ຫລາຍ​ວັນ. ຊາວ​ອາ​ເມຣິກັນເຊື້ອສາຍ​ລາວ ແລະ​ອື່ນໆພາ​ກັນຫ້າງ​ຫາ​ກະ​ກຽມກ່ອນ​ໜ້າ​ຫິມະ ​ຈະ​ມາເຖິງຢ່າງ​ໃດ​ນັ້ນ ກິ່ງ​ສະຫວັນ ຈະ​ນຳ​ເລື້ອງ​ນີ້ ​ມາສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ສະບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ມື້​ນີ້ ຂ້າພະ​ເຈົ້າ ຈະ​ໃຫ້​ທ່ານ​ໄດ້ຟັງການ​ບອກ​ເລົ່າກ່ຽວກັບ
ປະ​ສົບການ ພາ​ຍຸ​ຫິ​ມະ​ຕົກ​ຮ້າຍ​ແຮງ ຢູ່ເຂດນະ​ຄອນ​ຫລວງ ວໍຊິງ​ຕັນ ​ໂດຍ​ສະ​ເພາະຢູ່​ໃນ​
ເຂດ​ແຄມ​ຝັ່ງ​ທະ​ເລ​ກ້ຳ​ຕາ​ເວັນ​ອອກຂອງ ສະຫະລັດ ມາເລົ່າ​ສູ​ທ່ານ​ຟັງ. ຕາມ​ປົກ​ກະຕິ​
ແລ້ວ ລະ​ດູ​ໜາວ​ຈະ​ມີ​ຫິ​ມະຕົກ​ເປັນ​ປະ​ຈຳ ແຕ່​ບໍ່​ຮ້າຍ​ແຮງ​ຈົນ​ເຖິງ​ຂັ້ນຕ້ອງ​ໄດ້ປິດ​ໂຮງ
​ການ​ລັດ​ຖະ​ບານ ໂຮງ​ຮຽນ ຮ້ານ​ຄ້າ ສາຍ​ການບິນ ​ແລະ​ລະ​ບົບການຄົມ​ມະ​ນາ​ຄົມເປັນ
ເວ​ລາ​ຫລາຍໆ​ວັນ.

​ແຕ່​ວ່າ​ ​ໃນອາ​ທິດ​ແລ້ວ​ນີ້ ພວກ​ນັກ​ພາ​ຍາ​ກອນ​ອາ​ກາດ ໄດ້​ເຕືອນ​ເຖິງການ​ເຄື່ອນຍ້າຍ​
ເຂົ້າ​ມາ​ຂອງ ພາ​ຍຸ​ຫິ​ມະທີ່ຮ້າຍ​ແຮງ ຊຶ່ງຈະຖະ​ຫົ່ຼມ​ ນະຄອນຫລວງວໍ​ຊິງ​ຕັນ ທີ່​ເປັນ​ເປົ້າ
ໝາຍ ​ໂດຍການ​ນຳເອົາ​ຫິມະ ທີ່​ຕົກ​ສູງ​ເຖິງ 60 ຊັງ​ຕີ​ແມັດມາ​ພ້ອມ ​ແລະຖະຫຼົ່ມ​ບັນດາ
ລັດ​ຕ່າງໆທາງພາກຕາເວັນອອກຂອງ ສະ​ຫະ​ລັດ ນຳ​ດ້ວຍ. ​

ເວລາ​ນີ້ ​ປະຊາຊົນຢູ່​ໃນ​ເຂດ​ດັ່ງ​ກ່າວ​ ຕ້ອງໄດ້ກະກຽມ​ ພາກັນ​ຊື້ເຂົ້າປາອາ​ຫານ​ ການ​ກິນ
ເຄຶ່ອງ​ບໍ​ລິໂພກຕ່າງໆ ມາສະ​ສົມ​ໄວ້​ ໃຫ້​ກຸ້ມ​ຫລາຍ​ວັນ​ ​ໂດຍ​ສະ​ເພາະ​ທຽນ​ໄຂ ​ແລະໂຄມ
​ໄຟ ​ໃນ​ກໍລະນີ​ທີ່ເກີດບໍ່​ມີ​ໄຟຟ້າ​ໃຊ້.​ ນອກຈາກ​ນັ້ນ​ແລ້ວ ຢູ່​ຕາມ​ປ້ຳນ້ຳ​ມັນ ບັນ​ດາ​ລົດລາ
ພາ​ກັນ​ລຽນ​ແຖວໃສ່​ນ້ຳ​ມັນໄວ້​ໃຫ້​ເຕັມ​ຖັງ ແລະ​ຊື້​ຊ້ວນ​ສຳ​ລັບໄວ້ຊ້ວນ​ຫິ​ມະ.

​ໃນວັນ​ສຸກທີ 22 ເດືອນ​ມັງ​ກອນ ທ້ອງ​ຟ້າ​ມືດ​ມົວ ມີ​ອາ​ກາດ​ໜາວ​ເຢັນ ບັນ​ດາໂຮງ​ຮຽນ
ຕ່າງໆ​ໄດ້​ຖືກ​ສັ່ງໃຫ້​ປິດ​ລ່ວງ​ໜ້າ ​ຫ້ອງ​ການ​ລັດ​ຖະ​ບານ​ກາງ ​ຕ້ອງ​ໄດ້​ເຮັດ​ວຽກ​ຈົນ​ຮອດ​
ທ່ຽງ​ວັນ ແລ້ວປ່ອຍ​ໃຫ້​ຜູ້​ຄົນ​ກັບ​ບ້ານ​ ກ່ອນ​ຫິ​ມະ​ເລີ້ມຕົກລົງມາ. ​ແຕ່​ວ່າ ບັນ​ດາລັດຖະ
ກອນສຸກ​ເສີນ ​ໂດຍ​ສະ​ເພາະ ວິ​ທະ​ຍຸ ວີ​ໂອ​ເອ ​ທັງ​ໝົດ 45 ພາ​ສາ ແລະ​ຫ້ອງ​ການສຸກ
​ເສີນອຶ່ນໆ ພະນັກງານຕ້ອງໄດ້ນອນ​ຢູ່ໃນຫ້ອງ ການ ຫລື​ໂຮງ​ແຮມປະ​ຕິ​ບັດ​ງານເປັນ​
ປົກ​ກະ​ຕິ ເພື່ອ​ນຳ​ເອົາ​ຂ່າວ​ມາສະ​ເໜີ​ທ່ານ​ຜູ້​ຟັງທາງ​ບ້ານ​ໃຫ້​ໄດ້​ຟັງ. ​

​ຫິ​ມະ​ໄດ້​ເລີ້ມ​ຕົກ​ລົງ​ມາ​ຕາມ​ທີ່​ໄດ້​ຄາດ​ໝາຍເອົາ​ໄວ້ ​ໃນ​ຕອນ​ແລງວັນ​ສຸກ ​ເຮັດ​ໃຫ້​ການ​
ສັນ​ຈອນ​ໄປມາເປັນອັນ​ຕະ​ລາຍ ໝື່ນ​ແລະ​ຫລຽວບໍ່​ເຫັນຖະໜົນ​ຫົນທາງ ບັນ​ດາ​ເຈົ້າ​ໜ້າ
​ທີ່​ໄດ້​ເຕືອນ​ຫ້າມ​ບໍ່​ໃຫ້​ອອກນອກ​ບ້ານ ເພື່ອ​ໃຫ້​ບັນ​ດາ​ລົດ​ດຸດ​ຫິ​ມະ ​ເຮັດ​ວຽກ​ກວດ​ຖະ​ໜົນ
​ຫົນ​ທາງ ​ໂຮຍ​ເກືອ​ເພື່ອ​ຊ່ວຍ​ລະ​ລາຍ​ຫິ​ມະ. ​ແຕ່ເຖິງຢ່າ​ງ​ໃດ​ກໍ​ດີ ຫິ​ມະບໍ່ໄດ້ລົດ​ລະ ຕົກ​ລົງ
ມາຢ່າງບໍ່​ຂາດ​ສາຍ ແລະ​ກອງ​ຂື້ນສູງ​ເຖິງ​ພຽງ​ແອວ ​ຢູ່​ຕາມບ່ອນ​ທີ່​ບໍ່​ໄດ້​ຖືກ​ກວດ​.

​ຫິ​ມະ ​ແມ່ນອາຍ​ນ້ຳ​ທີ່​ກາຍມາ​ເປັນ​ຝຸ່ນ​ນ້ຳ​ກ້ອນ ຄື​ກັບ​ຍອງ​ຝ້າຍ ຂາວ​ງາມ ຕົກລົງ​ມາ​ຈາກ​
ອາ​ກາດ ທີ່​ມີ​ຄວາມໜາວ​ເຢັນ​ປົກ​ຄຸ​ມ​ຢູ່ພື້ນ​ດິນ. ​ເວລາ​ນີ້ຜູ້​ຄົນຕ້ອງ​ພາ​ກັນ​ຢູ່​ໃນ​ບ້ານ​ເຮືອນ
ເປັນ​ເວ​ລາ​ຫລາຍ​ວັນ ເພາະ​ສະ​ນັ້ນ ບັນ​ຍາ​ກາດ​ດັ່ງ​ກ່າວ​ໄດ້​ສ້າງຄວາມ​ຫງຸດ​ຫງິດ ມີ​ແຕ່​
ກິນກັບ​ນອນ ຢ່າງ​ໄປ​ມາ ​ແລະເມື່ອຍ​ນັ່ງ​ເບິ່ງໂທ​ລະ​ພາບ.

ບັດ​ນີ້​ ເຮົາ​ມາ​ຟັງການ​ໂອ້​ລົມ ​ກັບຍາ​ນາງ​ເພັນ ຫົງ​ທອງ ຢູ່​ລັດ New York ບ່ອນ​ທີ່​ມີ​ຫິ​ມະ
​ຕົກ​ໜັກ ​ແລະ​ຖືກ​ກັກໄວ້​ໃນ​ເຮືອນ​ຫລາຍ​ວັນ ຊື່ງ​ຍາ​ນາງ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ດັ່ງ​ນີ້ :

ຍານາງ ເພັນ ຫົງທອງ ທີ່ລັດ New York.
ຍານາງ ເພັນ ຫົງທອງ ທີ່ລັດ New York.

ທ່ານສຸວັນ ທຳ​ມະ​ລັງ​ສີ ຢູ່​ທີ່​ນະຄອນ Philadelphia ລັດ Pennsylvania ກໍ​ແມ່ນຜູ້​ໜຶ່ງ ທີ່​ປ​ະສົບກັບຫິ​ມະ​ຕົກ​ໜັກ ອອ​ກ​ໄປ​ໃສມາໃສ​ບໍ່​ໄດ້ ແລະໄດ້​ຖືກ​ກັກ​ ໃຫ້ຢູ່​ໃນ​ບ້ານ​ເຮືອນ​ເປັນ​ເວ​ລາ​ຫລາຍ​ວັນ ທ່ານໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ :

ທ່ານສຸວັນ ທຳ​ມະ​ລັງ​ສີ ແລະພັນລະຍາ
ທ່ານສຸວັນ ທຳ​ມະ​ລັງ​ສີ ແລະພັນລະຍາ

ທ່ານ Peter ​ໂຄດ​ສົມບັດ ນັກທຸລະ​ກິດ ໄດ້​ເດີນທາ​ງມາປະຊຸມ​ທີ່ ນະຄອນຫລວງ ວໍ​ຊິງຕັນ​ ແລະ​ຕິດ​ຄ້າງ​ຢູ່​ໃນ​ໂຮງ​ແຮມ ​ເປັນ​ເວລາຫລາຍ​ວັນ ທ່ານ​ໄດ້​ເລົ່າເຖິງປະສົບ​ການ​ສູ່​ຟັງ​ດັ່ງນີ້ :

ທ່ານ Peter ໂຄດສົມບັດ ແລະ ດຣ. ບຸນທອນ ວີເຊີ ພ້ອມດ້ວຍຄະນະ ຕິດຄ້າງຢູ່ໂຮງແຮມໃນ ນະຄອນຫລວງ ວໍຊິງຕັນ ລະຫວ່າງເກີດພາຍຸຫິມະ
ທ່ານ Peter ໂຄດສົມບັດ ແລະ ດຣ. ບຸນທອນ ວີເຊີ ພ້ອມດ້ວຍຄະນະ ຕິດຄ້າງຢູ່ໂຮງແຮມໃນ ນະຄອນຫລວງ ວໍຊິງຕັນ ລະຫວ່າງເກີດພາຍຸຫິມະ

ຫລາຍໆ​ຄົນ​ໄດ້​ຜະ​ຈົນ​ໄພ​ອອ​ກໄປຊ້ວນ​ຫິ​ມະ ທຳ​ຄວາມ​ສະ​ອາດ ແລະ​ເກີດ​ເປັນ​ໂຣກ​ຫົວ​ໃຈ​ວາຍ​ເສຍ​ຊີວິດ​ໄປ​ກໍ​ມີ ຈາກ​ຄວາມ​ໜາວ​ເຢັນຂອງ​ອາກາດ. ​ອີງ​ຕາມ​ລາຍ​ງານຜົນ​ກະທົບ ​ທີ່​ເກີດ​ຈາກຫິມະ​ຕົກ​ຄັ້ງ​ນີ້ ມີ​ 14,000 ​ກວ່າຖ້ຽວ​ບິນ​ໄດ້ຖືກ​ຍົກ​ເລີກ 30 ກວ່າ​ຄົນ​ໄດ້​ເສຍ​ຊີວິດ ພ້ອມ​ທັງ​ເກີດນໍ້າ​ຖ້ວມ ​ໄຟ​ໄໝ້ ​ແລະຫຼັງ​ຄາ​ເຮືອນ​ພັງລົງມາທັບ ຄວາມ​ເສຍ​ຫາຍ​ທັງ​ໝົດ ​ມີ​ຢູ່​ຫລາ​ຍຮ້ອຍ​ລ້ານ​ໂດ​ລາ. ພວກ​ເດັກນ້ອຍ​ນັກຮຽນ​ພາກັນ​ຢູ່​ບ້ານ ​ໃນ​ເຮືອນ​ເກືອບ​ໜຶ່ງ​ອາທິດ​ແລ້ວ ​ແລະ​ຈະ​ກັບ​ຄືນ​ໄປ​ໂຮງຮຽນ​ໃ​ນບໍ່​ຊ້າ​ນີ້.

ວັນ​ພະຫັດ​ມື້​ນີ້ ອຸນຫະພູມ​ໄດ້​ເລີ້ມ​ອົບ​ອຸ່ນ​ຂື້ນ​ມາ ​ຊ່ວຍເຮັດ​ໃຫ້ຫິມະ​ທີ່​ກອງ​ສູງ ​ຢູ່​ນັ້ນ​ຄ່ອຍໆ​ລະລາ​ຍ ​ແລະ​ທຸກ​ສິ່ງ​ຢ່າງ​ກຳລັງ​ກັບ​ຄືນ​ເຂົ້າ​ສູ່​ສະພາບ​ປົກກະຕິ.

XS
SM
MD
LG