ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ປະຈຳແລງວັນພະຫັດ
ມື້ນີ້ ເຮົາຈະໃຫ້ທ່ານໄດ້ຟັງການສຳພາດກັບສອງເອື້ອຍນ້ອງ ນາງເຈັນນີ ອາຍຸ 24 ປີ
ກັບນາງເອັມມີ ອາຍຸ 21 ປີ ນັກຟ້ອນອາສາສະໝັກ ແບບພື້່ນເມືອງລາວ ຫຼືຟ້ອນນາດ
ຕະສິນ. ເຈັນນີ ແລະເອັມມີ ແມ່ນສະຕີໜຸ່ມອາເມຣິກັນເຊື້ອສາຍລາວເກີດຢູ່ໃນສະຫະ
ລັດ ສາມາດປາກພາສາລາວ ໄດ້ດີພໍສົມຄວນ ແລະມັກຮັກວັດທະນາທຳລາວ. ນອກ
ຈາກນັ້ນອີກແລ້ວ ເຂົາເຈົ້າຍັງໃຊ້ຊີວິດການເປັນຢູ່ ຢ່າງເປັນອິດສະຫຼະ ຊ່ວຍຕົນເອງ
ໂດຍບໍ່ໃຫ້ພໍ່ແມ່ຫຍຸ້ງຍາກນຳ. ຊີວິດຊາວໜຸ່ມອາເມຣິກັນສອງນ້ອງເອື້ອຍເປັນມາຢ່າງ
ໃດນັ້ນ ກິ່ງສະຫວັນ ຈະສະເໜີທ່ານໃນອັນດັບຕໍ່ໄປ.
ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ມື້ນີ້ ຂ້າພະ
ເຈົ້າຈະໃຫ້ທ່ານໄດ້ຟັງການສຳພາດກັບ ນາງເຈັນນີ ແລະນາງເອັມມີ ຍິງສາວອາເມຣິ
ກັນເຊື້ອສາຍລາວ ຜູ້ທີ່ຮັກຫອມຮີດຄອງປະເພນີ ແລະວັດທະນາທຳລາວ. ທັງສອງນ້ອງເອື້ອຍສາມາດປາກພາສາລາວໄດ້ດີພໍສົມຄວນ ແລະມັກກິນອາຫານລາວ. ແຕ່
ວ່າເຂົາເຈົ້າມີແນວຄິດ ຂອງຄວາມເປັນອິດສະຫລະ ແລະໃຊ້ຊີວິດການເປັນຢູ່ດ້ວຍ
ຕົນເອງໂດຍບໍ່ໃຫ້ພໍ່ແມ່ມີຄວາມເປັນຫ່ວງ ແລະຫຍຸ້ງຍາກນໍາ.
ນາງເຈັນນີ ແລະນາງເອັມມີ ແມ່ນຊາວໜຸ່ມອາເມຣິກາ ເກີດໃຫຍ່ຢູ່ໃນສະຫະລັດ ແລະ
ມີແນວຄິດທີ່ແຕກຕ່າງຫລາຍຢ່າງ ໄປຈາກຮີດຄອງປະເພນີ ບ້ານເກີດເມືອງນອນທີ່ມາ
ຂອງພໍ່ແມ່. ແຕ່ເຖິງຢ່າງໃດກໍດີ ທັງສອງນ້ອງເອື້ອຍ ກໍຍັງເປັນອາສາສະໝັກຟ້ອນພີື້ນ
ເມືອງ ຮັບໃຊ້ສັງຄົມລາວອາເມຣິກາຢູ່ ໃນເຂດນະຄອນຫລວງ ວໍຊິງຕັນ ຊຶ່ງນາງເຈັນນີ
ໄດ້ກ່າວສູ່ວີໂອເອຟັງວ່າ:
ຂ້ານ້ອຍມັກຟ້ອນ ກໍເພາະວ່າໄດ້ເປັນຜູ້ຕາງໜ້າຄົນລາວ ຂ້້ານ້ອຍມັກນຸ່ງເຄື່ອງງົດ
ງາມຂອງລາວ ແລະມັກເກົ້າຜົມ. ຂ້ານ້ອຍມັກອາສາສະໝັກຊ່ວຍວັດ ລາວພຸດທະວົງ
ເພາະວ່າພວກຂ້ານ້ອຍພາກັນຟ້ອນຢູ່ວັດລາວພຸດທະວົງ ເວລາມີການສະຫລອງບຸນ
ເຊັ່ນບຸນປີໃໝ່ລາວ ແລະວັນຊາດອາເມຣິກັນ ທີ 4 ກໍລະກົດ. ເວລາເຈັນນີ ຟ້ອນ
ພໍ່ແມ່ບໍ່ໄດ້ບອກ ຂ້ານ້ອຍເຫັນເທື່ອທຳອິດຢູ່ວິດີໂອ ຂ້ານ້ອຍບອກພໍ່ວ່າ ຂ້ານ້ອຍຢາກ
ຟ້ອນ ເວລານັ້ນຂ້ານ້ອຍມີອາຍຸໄດ້ 6 ປີ ແລະໄດ້ຟ້ອນມາຈົນຮອດອາຍຸ 24 ປີແລ້ວ.
ຂ້ານ້ອຍມັກປະເພນີລາວ ຂ້ານ້ອຍມັກກິນອາຫານລາວ ຂ້ານ້ອຍພະຍາຍາມຮຽນ ພາສາລາວຈາກແມ່ ຂ້ານ້ອຍ ຟັງດົນຕີລາວ ແລະໄປວັດ.
ສ່ວນນາງເອັມມີ ຜູ້ເປັນນ້ອງສາວໄດ້ກ່າວຕໍ່ວີໂອເອ ວ່າ:
ຂ້ານ້ອຍຊື່ ເອັມມີ ວັນນະແສງ ອາຍຸ 21 ປີ ຮຽນຈົບມັດທະຍົມປີ 2015 ປັດຈຸບັນ
ນີ້ ຂ້ານ້ອຍເປັນເພສຕຣີ ເຊຟ ຫລືຜູ້ເຮັດເຂົ້າໜົມຢູ່ເມືອງ ແຟແຟັກ ລັດ ເວີຈີເນຍ ເພື່ອທ້ອນເງິນໄປໂຮງຮຽນ. ຂ້າຂ້ອຍມັກຟ້ອນກໍເພາະວ່າເຫັນເອື້ອຍເຮັດກໍເຮັດນຳ
ເອື້ອຍ ແລະໄດ້ປະຕິບັດມາແຕ່ອາຍຸ 6 ປີເຊັ່ນກັນ. ພໍ່ແມ່ ພວກຂ້ານ້ອຍໄດ້ໃຫ້ການ
ສະໜັບສະໜູນມາຕະຫລອດ ແລະແມ່ໄດ້ເປັນຜູ້ເກົ້າຜົມໃຫ້ຢູ່ເລື້ອຍໆ. ເວລາພວກ
ຂ້ານ້ອຍຍັງເປັນເດັກນ້ອຍຢູ່ ພໍ່ແມ່ໄດ້ມາເບິ່ງ ການສະແດງຂອງພວກຂ້ານ້ອຍເປັນ
ປະຈຳ ແຕ່ວ່າດຽວນີ້ພວກຂ້ານ້ອຍໃຫຍ່ແລ້ວ ແລະໄປມາດ້ວຍຕົນເອງໄດ້ແລ້ວ ພວກ
ເພິ່ນຈຶ່ງບໍ່ຄ່ອຍໄດ້ມາເບິ່ງ ມື້ນີ້ກໍບໍ່ໄດ້ມາເພາະວ່າເພິ່ນຂີ້ຄ້ານມາ. ພວກຂ້ານ້ອຍຄິດ
ວ່າ ຈະຟ້ອນໄປຈົນບໍ່ຢາກຟ້ອນຕໍ່ໄປອີກ ແຕ່ດຽວນີ້ຍັງມັກຟ້ອນຢູ່ ບາງທີເຖົ້າມາຈັກ
ໜ້ອຍແລ້ວຊິເຊົາ. ພວກຂ້ານ້ອຍຟ້ອນເວລາໃດໄດ້ຖືກຮ້ອງຂໍໃຫ້ໄປຟ້ອນຢູ່ໃນພິທີ
ຕ່າງໆ ແລະພວກຂ້ານ້ອຍໄດ້ໄປຟ້ອນບຸນປີໃໝ່ຢູ່ວັດລາວ ແລະວັນຊາດອາເມຣິກາ
ທີ່ວັດລາວທຸກໆປີ. ກ່ອນການອອກສະແດງແຕ່ລະເທື່ອ ພວກຂ້ານ້ອຍຕ້ອງໄດ້ເຝິກ
ຊ້ອມໜ້ອຍນຶ່ງ ເພາະວ່າໄດ້ລຶ້ງເຄີຍກັບການຟ້ອນມາກ່ອນແລ້ວ. ພວກຂ້ານ້ອຍຮູ້
ຈັກຟ້ອນຫລາຍໆຢ່າງ ເວລາໃດຢ່າກເຝິກຊ້ອມຟ້ອນພື້ນເມືອງລາວ ພວກຂ້ານ້ອຍ
ຈະພາກັນ google ຢູ່ youtube ແລະຟ້ອນໄປຕາມນ້ັນ. ເວລາຟ້ອນໄປກັບສຽງເພງ
ຖ້າບໍ່ເຂົ້າໃຈ ພວກຂ້ານ້ອຍກໍຈະພາກັນຖາມແມ່ ເຖິງຄວາມໝາຍຂອງເພງ ແລະ
ການຟ້ອນ ຫລືບໍ່ດັ່ງນັ້ນກໍຖາມນາຍຄູຟ້ອນ.
ຊາວໜຸ່ມອາເມຣິກັນຍິງ ແລະຊາຍຢູ່ໃນສະຫະລັດ ໄດ້ຖືກສິດສອນໃຫ້ມີຄວາມຮັບຜິດ
ຊອບເທົ່າທີ່ຄວນມາແຕ່ນ້ອຍ ເພື່ອໃຫ້ຮູ້ຈັກຊ່ວຍຕົນເອງເປັນຂັ້ນໆ ໄປສູ່ຄວາມເປັນ
ອິດສະຫລະ ກຸ້ມຕົນເອງ ແລະເປັນພົນລະເມືອງດີຂອງປະເທດ. ເວລາເຂົາເຈົ້າຮຽນ
ຈົບຂັ້ນມັດທະຍົມ ຊຶ່ງເປັນເວລາອາຍຸ ເຖິງກະສຽນ 18 ປີ ແລະຖືວ່າເປັນຜູ້ໃຫຍ່ແລ້ວ
ເຂົາເຈົ້າມັກຈະພາກັນຍ້າຍອອກຈາກຄອບຄົວໄປສຶກສາຕໍ່ທີ່ມະຫາວິທະຍາໄລຕ່າງໆ
ຫລາຍໆຄັ້ງຈະຮ່າງໄກຈາກບ້ານ ຖ້າບໍ່ດັ່ງນ້ັນກໍສະໝັກເຂົ້າເປັນທະຫານຮັບໃຊ້ປະເທດ
ຊາດ ເພື່ອຈະໄດ້ຮັບທຶນການສຶກສາ ແລະຊອກຫາວຽກເຮັດງານທຳທ້ອນເງິນຮຽນຢູ່ຂັ້ນ
ມະຫາວິທະຍາໄລ ດັ່ງໂຕຢ່າງນາງເຈັນນີ ແລະນາງເອັມມີ ທີ່ໄດ້ກ່າວເຖິງການຕັດສິນ
ໃຈຍ້າຍອອກຈາກຄອບຄົວ ມາຢູ່ສ່ວນໂຕວ່າ:
ພວກຂ້ານ້ອຍສອງນ້ອງເອື້ອຍ ໄດ້ຍ້າຍອອກຈາກພໍ່ແມ່ ມາຢູ່ສ່ວນໂຕ ຂັບລົດຫ່າງ
ຈາກພໍ່ແມ່ປະມານ 10 ນາທີ ແລະພາກັນໄປຊອກຫາເຮັດວຽກ ເພາະວ່າພວກຂ້າ
ນ້ອຍຕ້ອງການຢາກໄດ້ຫລາຍສິ່ງຫລາຍຢ່າງບໍ່ຢາກລົບກວນພໍ່ແມ່ຕໍ່ໄປອີກ ແລະ
ຕ້ອງການອິດສະຫຼະພາບ. ພໍ່ແມ່ຂອງພວກຂ້ານ້ອຍໄດ້ເຫັນພ້ອມ ແລະຕາບໃດທີ່
ຊ່ວຍຕົນເອງໄດ້. ພວກຂ້ານ້ອຍໄປຫາພໍ່ແມ່ເວລາຢາກກິນອາຫານລາວ ເວລາ
ພວກຂ້ານ້ອຍຢູ່ດ້ວຍຕົນເອງນັ້ນ ພວກຂະນ້ອຍມັກກິນອາຫານອາເມຣິກັນເຊັ່ນວ່າ
ຮັອດດ້ອກ ແຮມເບີເກີ ເຟຣນສຟຣາຍ ແລະສະປາເກັດຕີ່.
ນາງເຈັນນີ ແລະນາງເອັມມີ ເກີດຢູ່ໃນສະຫະລັດ ບໍ່ຮູ້ແນ່ນອນວ່າບ້ານພໍ່ແມ່ນັ້ນຢູ່ໃສ
ກັນແທ້ຢູ່ໃນເມືອງລາວ ເຂົາເຈົ້າໄດ້ເດີນທາງໄປຢ້ຽມຢາມເມືອງລາວເທື່ອນຶ່ງ ແລະໄດ້
ສະແດງຄວາມຮູ້ສຶກຕໍ່ ວີໂອເອ ຟັງດັ່ງນີ້:
ຂ້ານ້ອຍເຄີຍໄປເມືອງລາວເທື່ອນຶ່ງ ໃນປີ 2014 ເປັນເວລານຶ່ງເດືອນ ຂ້ານ້ອຍໄດ້
ໄປຢ້ຽມຢາມເມືອງລາວເທື່ອທຳອິດ. ຂ້ານ້ອຍມັກສິ່ງແວດລ້ອມ ແລະບັນຍາກາດ
ເພາະວ່າມີແນວເຮັດຢູ່ເລື້ອຍໆ ມີຄວາມແຕກຕ່າງກັບສະຫະລັດ ຂ້ານ້ອຍມັກເພາະ
ວ່າທຸກຄົນຢູ່ນຳກັນເລື້ອຍໆ ແລະຢາກເວ້ົາຫຍັງກໍເວົ້າໄດ້ ແລະເປັນເພື່ອນທີ່ດີ. ຂ້າ
ນ້ອຍໄດ້ໄປທ່ຽວວຽງຈັນ ປາກເຊ. ພວກຂ້ານ້ອຍບໍ່ຮູ້ວ່າບ້ານພໍ່ ບ້ານແມ່ນັ້ນຢູ່ໃສ ແລະກໍບໍ່ໄດ້ຖາມ ແລະກໍບໍ່ເຄີຍໄດ້ບອກ ບາງທີ່ເຂົາເຈົ້າໄດ້ບອກໄປແລ້ວແຕ່ວ່າພວກ
ຂ້ານ້ອຍລືມ. ພວກຂະ້ານ້ອຍຢາກຄືນໄປຢ້ຽມຢາມເມືອງລາວອີກ ເພາະມີຄວາມແຕກ
ຕ່າງກັບອາເມຣິກາ ແລະມັກປະຊາຄົມຢູ່ທີ່ນັ້ນ. ທຸກໆຄົນເປັນເພື່ອນທີ່ດີ ແລະບໍ່ມີ
ບັນຫາໃດໆ.
ເມື່ອຖາມເຖິງອາຫານລາວ ນາງເຈັນນີ ແລະເອັມມີ ຕອບເປັນພາສາລາວ ວ່າ:
ຂົ້ວໝີ່ ຊີ້ນແຫ້ງ ເຂົ້າໜຽວ ແລະຕຳໝາກຮຸ່ງ ຂ້ານ້ອຍໝັກອີ່ຫລີ ຂ້ານ້ອຍ ຮູ້ຈັກຄົວກິນ
ໜ້ອຍນຶ່ງ ຮຽນຈາກແມ່. ສ່ວນນາງເອັມມີ ກ່າວວ່າ ຂ້ານ້ອຍມັກ ກິນເຂົ້າປຸ້ນ ເຂົ້າປຽກ
ຕຳໝາກຮຸ່ງ ແລະທຸກໆຢ່າງ ແຕ່ວ່າພວກຂ້ານ້ອຍບໍ່ກິນລາບເລືອດເປັດ.
ເຖິງແມ່ນວ່ານາງເຈັນນີ ແລະນາງເອັມມີ ໄດ້ປະກອບວຽກງານເຮັດວຽກກຸ້ມຕົນເອງແລ້ວ
ກໍຕາມ ແຕ່ເຂົາເຈົ້າກໍຍັງໄດ້ຕັ້ງເປົ້າໝາຍໄວ້ວ່າ ຈະໃຫ້ບັນລຸໃນສິ່ງທີ່ເຂົາເຈົ້າຢາກເປັນ
ໃນອານາຄົດອັນໃກ້ໆນີ້ ດັ່ງນາງເຈັນນີ ແລະເອັມມີ ໄດ້ກ່າວວ່າ:
ໃນອະນາຄົດຂ້ານ້ອຍຢາກເປັນນາຍຄູສອນຢູ່ໂຮງຮຽນຫລວງ ປັດຈຸບັນນີ້ ຂ້ານ້ອຍ ເຮັດວຽກເປັນຄົນດູແລເບິ່ງແຍງເດັກນ້ອຍຢູ່ບ່ອນລ້ຽງເດັກ ອາຊີບນຶ່ງອີກທີ່ຂ້ານ້ອຍ
ຢາກເປັນກໍຄືເປັນນັກແຕ່ງໜ້າ. ສ່ວນນາງເອັມມີ ກ່າວວ່າ ປັດຈຸບັນນີ້ ຂ້ານ້ອຍເປັນ
ຜູ້ຊ່ວຍເພສຕຣີ ເຊຟ ແລະຢາກໄປຮຽນເປັນ ເພສຕຣີ ເຊຟ ແລະຢາກໄປເປີດຮ້ານ
ອາຫານ ແລະຂອງຫວານຢູ່ເມືອງລາວ ໃຫ້ທຸກຄົນໄດ້ກິນເຊັ່ນວ່າ ຂະໜົມເຄກ, ຄຸກກີ
ແລະຄັບເຄກ. ຂ້ານ້ອຍຮຽນຈາກພໍ່ ເພາະວ່າພໍ່ເປັນ ເພສຕຣີ ເຊຟ ຢູ່ໂຮງລະຄອນ
ແຫ່ງຊາດ ທີ່ ເຄເນດີ ແຊນເຕີ ທີ່ນະຄອນຫລວງ ວໍຊິງຕັນ.
ນັ້ນແມ່ນໂຕຢ່າງຊີວີດຕອນນຶ່ງຂອງພວກຊາວໜຸ່ມອາເມຣິກັນ ເຊື້ອສາຍລາວຢູ່ໃນ
ສະຫະລັດ.