ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຳພາດ ດຣ. ວິນຍາ ສາຍສມຸດ ຜູ້ອຳນວຍການ ສູນລາວສຶກສາ


ບັນດານັກນັກສຶກສາ ແລະນັກຄົ້ນຄວ້າ ຈາກສູນລາວສຶກສາ.
ບັນດານັກນັກສຶກສາ ແລະນັກຄົ້ນຄວ້າ ຈາກສູນລາວສຶກສາ.

ໃນລາຍການ​ຊີວິດ​ຊາວ​ລາວ ມື້​ນີ້​ເຮົາ​ຈະ​ສະ​ເໜີ​ການ​ສຳພາດ
ກັບ ດຣ. ວິນ​ຍາ ສາຍສ​ມຸດ ອາ​ເມຣິກັນ​ເຊື້ອສາຍ​ລາວ. ​ໃນ​ປີ
2005 ຜູ້ກ່ຽວ​ແມ່ນຄົນໜຶ່ງ ທີ່ໄດ້ລິ​ເລີ້ມ​ການ​ຄົ້ນ​ຄວ້າ ​ກ່ຽວ​ກັບ
​ລາວ​ທີ່​ມະຫາວິທະຍາ​ໄລ Northern Illinois ເມືອງ DeKalb ​
ແລະ​ປັດຈຸບັນ​ນີ້ ​ມີ​ຫ້ອງການ ສູນ​ລາວສຶກສາ ຫລື Center
for Lao Studies ທີ່​ ນະຄອນ San Francisco. ດຣ. ວິນ​ຍາ
ສາຍສ​ມຸດ ແມ່ນຄົນ​ອາ​ເມຣິກັນເຊື້ອສາຍ​ລາວ ທີ່​ໄດ້​ມາເຕີບ​ໃຫຍ່ ຢູ່​ໃນ​ສະຫະລັດ ​ແລະ​
ມີຄວາມ​ສົນ​ໃຈ​ຄົ້ນ​ຄວ້າ​ດ້ານ​ມະນຸດຊາດ. ໃນ​ເດືອນ​ພຶດສະພາ ຈະ​ມາ​ເຖິງ​ນີ້ ​ຈະ​ມີ​ການ
​ເຕົ້າໂຮ​ມ ສະ​ເໜີ​ຜົນງານ ການ​ຄົ້ນ​ຄວ້າຕ່າງໆກ່ຽວ​ກັບລາວ ທີ່ມະຫາວິທະຍາ​ໄລ ທຳ​ມະ
​ສາດ ປະ​ເທດ​ໄທ​ ຊຶ່ງ ກິ່ງ​ສະຫ​ວັນ ຈະ​ນຳເອົາລາຍງານເລື້ອງນີ້​ມາ​ສະ​ເນີ​ທ່ານ​.

ຈຳປາເມືອງລາວ
ຈຳປາເມືອງລາວ

ສະບາຍດີ ທ່ານ​ຜຸ້ຟັງ​ທີ່​ເຄົາລົບ ຫລາຍໆ​ທ່ານ​ອາດຮູ້ຈັກ ດຣ.
ວິນ​ຍາ ສາຍສ​ມຸດ ມາ​ກ່ອນ​ແລ້ວ. ທ່ານ​ເປັນ​ຜູ້​ໜຶ່ງ​ທີ່​ໄດ້​ລິ​ເລີ້​ມ
ນຳພາ​ການ​ຄົ້ນ​ຄ​ວ້າກ່ຽວ​ກັບ ວິຊາ​ການດ້ານມະນຸດຊາດ​ ​ກ່ຽວ​
ກັບສັງຄົມ​ຊີວິດລາວ. ​ລະບົບ​ການ​ສື​ກສາ​ຂອງ​ລາວ ​ໂດຍ​ສະ​
ເພາະ ​ວິຊາ​ການດ້ານ​ມະນຸດຊາດ ຫລື Arts and Humanities
ແມ່ນບໍ່​ໄດ້​ຖືກ​ພັດທະນາ ​ແລະ​ສົ່ງ​ເສີມຢ່າງ​ສົມຄວນ ຢູ່​ໃນລະ
ບົບການ​ສຶກສາຂອງ​ລາວ ຊຶ່ງ​ສ່ວນໃຫຍ່ຍັງໃຊ້ຫລັກ​ການປາກ​
ເປົ່າເລົ່າຕໍ່ກັນມາ ໂດຍບໍ່​ມີ​ບັນທຶກ​ຢູ່​ໃນ​ເອກ​ກະສາ​ນ​ໃດໆຢັ້ງຢືນ
ໄດ້ເພື່ອ​ໃຫ້​ຄົນ​ລຸ້ນ​ໃໝ່​ໄດ້​ອ່ານ ​ແລະ​ຮຽນ​ຮູ້​ເຖິງ​ປະຫວັດ ຄວາ​ມ​
ເປັນມາ​ຕ່າງໆ​ຂອງ​ຮີດຄອງ​ປະ​ເພນີ ​ແລະ​ອຶ່ນໆ.​ໃນ​ຂະນະ​ດຽວ​ກັນ​ເປັນ​ໜ້າ​ເສຍ​ໃຈທີ່
​ບັນດາ​ພໍ່​ແມ່ຜູ້​ມີ​ປະ​ສົບ​ການ​ ຮູ້​ຈັກຄວາມ​ເປັນ​ມາເລື້ອງ​ລາວ​ຕ່າ​ງໆ ໄດ້ລົ້ມຫາຍ​ຕາຍ​ໄປ
ພ້ອມ​ທັງໄດ້ເອົາ​ລາຍ​ລະ​ອຽດ​ເລົ່ານັ້ນ​ໄປ​ນຳ.

ຢູ່​ໃນ​ສັງຄົມ​ຊີວິດ​ໃໝ່​ໃນ​ສັດຕະ​ວັດ​ທີ 21 ນີ້ ບັນດາລູກ​ຫລານ​ເຊື້ອສາຍ​ລາວ ​ຜູ້​ໄດ້​ຮັບ​
ການ​ສຶກສາ​ສູງ ​ທີ່ມີ​ຄວາມ​ສົນ​ໃຈ​ທາງ​ດ້ານ​ມະນຸດຊາດ ​ເຂົາ​ເຈົ້າ​ປະສົບ​ກັບ​ຄວາມ​ຍາກ​ລຳ
​ບາກ ​ໃນ​ການ​ຊອກ​ຄົ້ນ​ຫາ​ລາຍ​ລະອຽດ​ຕ່າງໆກ່ຽວ​ກັບປະ​ເທດ​ລາວ ຊຶ່ງເທົ່າ​ທີ່​ຜ່ານ​ມາ​ຊົນ
​ຊາດ​ລາວ​ຕ້ອງ​ໄດ້​ອີງ​ອາ​ໄສ​ອ່ານ ການ​ຄົ້ນ​ຄວ້າກ່ຽວ​ກັບ​ລາວ ຂຽນ​ໂດຍນັກວິຊາການຕ່າງ
ປະເທດ​ ​ໃຫ້​ຄົນ​ລາວໄດ້ອ່ານໃນ​ຄວາ​ມ​ເປັນ​ມາ​ຂອງຕົນ​ເອງ. ​ບົດ​ການ​ຄົ້ນຄວ້າ​ດັ່ງກ່າວ​ ແມ່ນ ​ຫລັກສູດ​ການ​ສຶກສາ​ຊັ້ນ​ສູງຂອງ​ປະ​ເທດ​ພັດ​ທະນາ ທີ່​ຮ້ອງ​ວ່າ dissertation ຫລື​ ວິທະຍາ​ນິພົນ.

ໃນ​ລະຫວ່າງການ​ຕັ້ງ​ຖິ່ນ​ຖານ​ຊີວິດ​ໃໝ່​ຂອງ​ຊາວ​ອົບ​ພະຍົບອິນດູຈີນ ໃນ​ປີ 1975
ອົງການ Social Sciences Research Council ​ຫລື ສະພາ​ຄົ້ນຄວ້າ​ສັງຄົມ​ວິທະຍາ
ໄດ້​ມີ​ຄວາມ​ເປັນ​ຫ່ວງທີ່ບັນດານັກ​ຄົ້ນຄວ້າກ່ຽວກັບ ​ສັງຄົມ​ຊີວິດ​ຊາວ​ອິນດູຈີນ ທີ່​ບໍ່​ສາ
ມາດ​ເດີນທາງເຂົ້າ​ໄປ​ຄົ້ນຄວ້າ​ຢູ່​ໃນ​ ຫວຽດນາມ ກຳ​ປູ​ເຈຍ ​ແລະ​ລາວ​ໄດ້​ເນື່ອງ​ຈາກ​ສົງ
ຄາມ ​ແລະເວລາ​ນັ້ນ​ໄດ້​ຖືກ​ປິດຈາກ​ໂລກ​ພາຍ​ນອກ​ ຍ້ອນ​ການປ່ຽນ​ແປງ​ລະ​ບອບ​ການ
​ປົກຄອງ​ ເພາະສະ​ນັ້ນ ອົງການ Social Sciences Research Council ຈຶ່ງ​ໄດ້​ຕັ້ງ​
ໂຄງການພິ​ເສດ​ຂຶ້ນ ທີ່​ຮ້ອງ​ວ່າ Indo-China Studies Program ຫລືໂຄງການ​ຄົ້ນ
​ຄວ້າ​ກ່ຽວ​ກັບ ອິນດູຈີນ ​ເພື່ອ​ໃຫ້​ບັນດາ​ນັກ​ຄົ້ນ​ຄວ້າ ​ໄດ້​ມີ​ໂອກາດ​ຕິດຕາມເກັບ​ກຳ​ເອົາ
ລາຍ​ລະ​ອຽດຕ່າ​ງໆ​ຈາກ ຊາວອົບ​ພະຍົບ​ອິນດູຈີນ ຢູ່​ໃນ​ສະຫະລັດ​.

ຕົກ​ມາເຖິງ​ປີ 2005 ບົດບາດ​ການຈັດຕັ້ງ​ຄົ້ນ​ຄວ້າ​ກ່ຽວ​ກັບ​ສັງຄົ​ມຊີວິດ​ລາວ ໄດ້​ເລີ້ມມີ
ບົດບາດ​ປາກົດອອກ​ມາ​ ໃຫ້ເຫັນ​ຫລາຍ​ຂື້ນ​ໃນໝູ່​ບັນດາ​ເຍົາວະ​ຊົນ​ເຊື້ອສາຍ​ລາວ ​ແລະ ​ບັນດາ ນັກ​ຄົ້ນຄວ້າ​ທີ່ມີ​ຄວາມ​ສົນ​ໃຈ​ກ່ຽວ​ກັບສັງຄົມ​ຊີວິດ​ລາວ.

ບັດ​ນີ້ ຂ້າພະ​ເຈົ້າ​ຂໍ​ແນະນຳ​ໃຫ້​ທ່ານ​ຮູ້​ຈັກ​ກັບ ດຣ. ວິນ​ຍາ ສາຍສ​ມຸດ ຜູ້ນຳ​ພາ​ກໍ່ຕັ້ງສູນ​
ລາວສຶກສາ ຫລື Center for Lao Studies ມາ​ເລົ່າ​ສູ່​ທ່ານ​ຟັງ​ກ່ຽວ​ກັບເລື້ອງ ລາວ
ແຫ່ງ​ຄວາ​ມ​ເປັນ​ມາຂອງສູນດັ່ງກ່າວ :

ດຣ. ວິນຍາ ສາຍສມຸດ
ດຣ. ວິນຍາ ສາຍສມຸດ

ລິງໂດຍກົງ

ດຣ. ວິ​ນຍາ ​ໄດ້​ອ​ະທິບາຍ​ເຖິງ​ເຫດຜົນ ວ່າ​ເປັນຫຍັງ ສູນ​ລາວສຶກສາ ຈຶ່ງ​ໄດ້​ມາ​ຕັ້ງ​ຢູ່​ ນະຄອນ San Francisco ​ແລະ​ທຶນຮອນ​ໄດ້​ມາ​ຈາກໃສ​ເພື່ອນຳ​ມາ ບໍ​ລິ​ຫານ​ກິດຈະ ການ​ດັ່ງກ່າວ ຊຶ່ງ​ທ່ານ​ໄດ້​ກ່າວ​ຕໍ່​ໄປ​ອີກ​ວ່າ :

ພາສາບອກຊາດ ມາລະຍາດບອກຕະກຸນ
ພາສາບອກຊາດ ມາລະຍາດບອກຕະກຸນ

ກອງ​ປະຊຸມ​ສະ​ເໜີ​ບົດ​ຄົ້ນ​ຄວ້າ​ຄັ້ງ​ທີ່​ຫ້າ ຈະ​ຈັດ​ຂື້ນທີ່ ມະຫາວິທະຍາ​ໄລ​ທຳ​ມະ​ສາດ
ປະ​ເທດ​ໄທ ​ໃນເດືອນພຶ​ດສະພາ ຈະ​ມາ​ເຖິງ​ນີ້ ຊຶ່ງ ດຣ.ວິ​ນຍາ​ ​ໄດ້​ກ່າວ​ເຖິງ​ລາຍ​ລະອຽດ​ ສູ່​ຟັງ​ວ່າ :

ສູນລາວສຶກສາ
ສູນລາວສຶກສາ

ສຳລັບຫົວ​ຂໍ້​ການ​ຄົ້ນຄວ້າ​ປີ 2016 ນີ້ຈະ​ເຈາະ​ຈົງ​ໃສ່ ປະ​ເທດ​ລາວ ​ວ່າມີ​ການພົວພັນ​ກັບ​ຂົງເຂດອາຊຽນ ຢ່າງ​ໃດ ​ແລະ​ທ່ານໄດ້ກ່າວ​ມ້ວນທ້າຍດັ່ງ​ນີ້ :

ປະ​ເທດ​ລາວ ​ອຸດົມ​ຮັ່ງມີໄປ​ດ້ວຍຊັບພະຍາກອນ​ທຳ​ມະ​ຊາດ ແລະຮີດຄອງ​ປະ​ເພນີຂອງ​
ມະນຸດຊາດ ທີ່​ປະກອບ​ດ້ວຍ​ຊົນຊາດຊົນ​ເຜົ່າ​ຕ່າງໆ. ​ບັນດາ​ຂໍ້​ມູນ​ເຫລົ່າ​ນີ້ຍັງ​ຖືກກັກ​ຝັງໄວ້ຢ່າງຫລວງຫລາຍ ແລະບໍ່ມີໂອກາດໄດ້ນຳອອກມາເຜີຍແຜ່. ​ການ​ຄົ້ນຄວ້າ​ຈະ​ເປັນ​ກະແຈ​ອັນ​ສຳຄັນ ​ເປີດ​ເຜີຍ​ໃຫ້​ຜູ້​ເກີດ​ໃໝ່​ໃຫຍ່​ລຸນ​ໄດ້ຮູ້​ວ່າ ​ເປັນ​ດ້ວຍເຫດໃດ​ບັນດາ​ເຖົ້າ​ແກ່​ພໍ່​ແມ່​ຜູ້​ປົກຄອງ ຈຶ່ງ​ຢາກ​ໃຫ້ພວກ​ລູກ​ຫລາ​ນ ພາກັນຮັກສາ​ປະຕິ​ບັດ​ຮີດ​ເກົ່າຄອງຫລັງ ໂບຮານ ທີ່ເຫັນວ່າສຳຄັນ​ນີ້​ໄວ້​.

XS
SM
MD
LG