ທ່ານຜູ້ຟັງທັງຫຼາຍ ໃນລາຍການຊີວິດຊາວລາວຂອງເຮົາແລງ
ວັນພະຫັດມື້ນີ້ ເຮົາຈະໃຫ້ທ່ານຟັງການສຳພາດ ກັບທ່ານອະນຸ
ສັກ ທັມມະວົງສາ ຫົວໜ້າຄະນະວົງດົນຕີ ສາຍສັມພັນ ທີ່ນະ
ຄອນ Montreal ປະເທດ Canada. ເນື່ອງຈາກວ່າ ເດືອນກັນ
ຍາທີ່ຜ່ານມານີ້ແມ່ນວັນຄົບຮອບ 35 ປີຂອງຄະນະວົງດົນຕີດັ່ງ
ກ່າວ ທີ່ໄດ້ຮັບໃຊ້ ກ່ອມອາຣົມ ບັນດາປະຊາຄົມລາວ ຢູ່ປະເທດການາດາ ແລະ ສະຫະ
ລັດມາ. ນອກຈາກນັ້ນ ຄະນະວົງດົນຕີເຊື້ອສາຍລາວວົງນີ້ ຍັງໄດ້ດຳລົງຄົງໂຕມານານ
ທີ່ສຸດທີ່ຫາໄດ້ຍາກ ຊຶ່ງ ກິ່ງສະວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
ທີ່ທ່ານໄດ້ຟັງຜ່ານໄປນັ້ນ ແມ່ນ ສ່ວນນຶ່ງຂອງເພງ ນຳ້ໃຈ 35 ປີ ສາຍສັມພັນທ໌ ຂັບຮ້ອງ
ໂດຍ ອະນຸສັກ ທັມມະວົງສາ ແລະເສບໂດຍວົງດົນຕີ ສາຍສັມພັນທ໌ ເພງໃໝ່ ທີ່ແຕ່ງຂຶ້ນ
ມາ ສະຫລອງວັນຄົບຮອບ 35 ປິການກໍ່ຕັ້ງ ຄະນະວົງດົນຕີ ສາຍສັມພັນທ໌ ທີ່ ນະຄອນ
Montreal ປະເທດການາດາ. ບັດນີ້ ຂ້າພະເຈົ້າ ຂໍແນະນຳໃຫ້ທ່ານຮູ້ຈັກກັບ ທ່ານອະນຸ
ສັກ ທັມມະວົງສາ ຫົວໜ້າຄະນະວົງດົນຕີ ສາຍສັມພັນທ໌ ເພື່ອຮຽນຮູ້ກ່ຽວກັບຄວາມເປັນ
ມາຂອງຄະນະດັ່ງກ່າວ ທີ່ໄດ້ຍືນຍົງຄົງໂຕ ແລະຮັບໃຊ້ປະຊາຄົມເຊື້ອສາຍລາວ ຢູ່ທະວີບ
ອາເມຣິກາເໜືອ ມາໄດ້ 35 ປີແລ້ວ. ເດືອນກັນຍາ ທີ່ຜ່ານມານີ້ເປັນຂີດໝາຍຄົບຮອບ
35 ປີ ທີ່ຄະນະວົງດົນຕີ ສາຍສັມພັນທ໌ ໄດ້ຕັ້ງຂື້ນມາຕັ້ງແຕ່ໃນປີ 1980 ເພື່ອກ່ອມອາຣົມ
ບັນດາປະຊາຄົມລາວ ແລະ ສຳຄັນທີ່ສຸດນັ້ນກໍຄື ຮັກສາພາສາ ແລະທຳນອງ ອັນເປັນບຸກ
ຄະລິກຂອງລາວໄວ້.
ຄະນະວົງດົນຕີສາຍສັມພັນທ໌ ເປັນຄະນະສິນລະປິນລາວ ໃນຕ່າງແດນທີ່ມີອາຍຸຍືນຍົງ
ເຕົ້າໂຮມກັນເປັນກ້ອນເປັນໜ່ວຍມາຕະຫລອດ ທີ່ບໍ່ເໝືອນກັບວົງດົນຕີຫລາຍໆວົງ ທີ່
ໄດ້ລົ້ມລຸກຄຸກຄານ ແລະກໍສະຫຼາຍໄປ. ຄວາມເປັນມາຂອງ ຄະນະວົງດົນຕີສາຍສັມ
ພັນທ໌ ເປັນໜ້າສັນລະເສີນ ໂດຍການນຳພາຂອງ ທ່ານອະນຸສັກ ທັມມະວົງສາ ພ້ອມດ້ວຍບັນດານ້ອງໆ ລູກຫລານ ແລະເພື່ອນຝຸງໃກ້ຊິດ ຜູ້ມີຄວາມມັກຮັກ ໃນຄວາມເປັນ
ນັກສິນລະປິນ ສະມັກຫລີ້ນ. ບັນດານັກສິນລະປິນທັງຫລາຍຮູ້ກັນດີວ່າ ການທີ່ຈະຍຶດ
ຖຶືເອົາວິຊາອາຊີບການເປັນນັກຮ້ອງ ນັກດົນຕີ ເປັນອາຊີບແທ້ໆນັ້ນ ແມ່ນມີຄວາມຍາກ
ລຳບາກທີ່ສຸດ ເພາະວ່າ ຕ້ອງການຕະຫລາດອັນກວ້າງໃຫຍ່ ໂດຍສະເພາະ ມີຜູ້ຊື້ ຜູ້ຟັງ
ທີ່ໃຫ້ການຊຸກຍູ້ ສະໜັບສະໜູນອູ້ມຊູ ອັນເປັນຈຸດສຳຄັນຂອງຄວາມຢືນຍົງ ທີ່ຮ້ອງວ່າ
ເປັນວິຊາອາຊີບນັ້ນ.
ການດຳລົງຊີວິດຂອງ ນັກສິນລະປິນສະມັກຫລີ້ນເຊື້ອສາຍລາວ ຢູ່ໃນຕ່າງປະເທດ ແມ່ນບໍ່ແຕກຕ່າງຫຽັງກັບ ຄະນະວົງດົນຕີທົ່ວໆໄປ. ຄະນະວົງດົນຕີສາຍສັມພັນທ໌
ປະກອບດ້ວຍອ້າຍໆນ້ອງໆໃກ້ຊິດ ສ້າງຄວາມຮັກແພງໄປມາຫາສູ່ກັນຢູ່ສະໝຳ່ສະ
ເໝີ ແລະທຸກໆຄົນແມ່ນພາກັນປະກອບວິຊາອາຊີບ ຕ່າງໆນາໆຂອງໃຜລາວ ຊຶ່ງໃນ
ຂະນະດຽວກັນ ກໍພະຍາຍາມຫາເວລາຝຶກຊ້ອມດົນຕີກັນເປັນປົກກະຕິ ເພື່ອຮັບໃຊ້
ສັງຄົມລາວ ຢູ່ໃນພິທີຕ່າງໆເຊັ່ນ ງານວິວາຫະມົງຄຸນ ກິນລ້ຽງສັງສັນ ງານຫາລາຍໄດ້
ແລະອື່ນໆ. ສ່ວນຄ່າຈ້າງລາງວັນນັ້ນ ເປັນຂອງທຳມະດາ ທີ່ບັນດາເຈົ້າພາບຕ້ອງໄດ້
ສະໜອງເປັນສິນນຳ້ໃຈ.
ສຽງເພງແມ່ນອຳນາດ ເວດມົນຄາຖາວິເສດ ຂອງນັກປະພັນ ນັກເສບ ແລະນັກຮ້ອງຜູ້ມີ
ພອນສະຫວັນ ທີ່ກ່ອມອາລົມທ່ານຜູ້ຟັງຜູ້ຊົມໃຫ້ລະເມີເພີ້ຝັນໄປຕາມຍຸກສະໄໝ. ຫລັງ
ຈາກເມືອງລາວໄດ້ຮັບເອກກະລາດຈາກຝຣັ່ງ ພາຍໃຕ້ອະດີດການປົກຄອງຂອງ ພະລາ
ຊະ ອານາຈັກລາວແລ້ວ ເວລານີ້ ການຂີດຂຽນ ການແຕ່ງເພງລາວສະໄໝ ການຮ້ອງເພງພ້ອມທັງວິວັດທະນາການ ເຄື່ອງດົນຕີສາກົນປະກອບ ທີ່ໄດ້ເຮັດໃຫ້ ເພງລາວສະໄໝຈຶ່ງ
ໄດ້ເລີ້ມແຕກສານຢ່າງທີ່ບໍ່ເຄີຍມີມາກ່ອນ. ບັນດານັກສິນລະປິນລາວອະວຸໂສ ຢູ່ໃນສະ
ໄໝນີ້ຈຶ່ງໄດ້ວາງບົດບາດອັນສຳຄັນ ເພງອະມະຕະຂອງພວກທ່ານເຫລົ່ານີ້ ຍັງເຫັນເປັນ
ທີ່ນິຍົມກັນຢູ່ເທົ່າທຸກວັນນີ້. ແລະນີ້ແມ່ນເປັນໂຕຢ່າງຂອງການນຳພາ ເອົາສິນລະປິນລຸ້ນ
ໃໝ່ເຂົ້າມາສົນໃຈ ໃຫ້ສືບຕໍ່ ຂີດຂຽນເພງລາວສະໄໝ ຊຶ່ງທ່ານອະນຸສັກ ທັມມະວົງສາ
ຫົວໜ້າຄະນະວົງດົນຕີສາຍສັມພັນທ໌ ໄດ້ເລົ່າຊີວິດເບຶ້ອງຕົ້ນສູ່ ວີໂອເອຟັງ ດັ່ງນີ້ :
ຢູ່່ໃນສະໄໝອະດີດການປົກຄອງຂອງ ພະລາຊະອານາຈັກລາວ ນັ້ນ ດົນຕີແມ່ນການບັນ
ເທີງທີ່ສຳຄັນ ເປັນໂອກາດຂອງການລະບາຍອອກມາ ດ້ານຄວາມຮັກ ຄວາມງາມຂອງ
ທຳມະຊາດ ແລະປະສົບການຕ່າງໆໃນຊິວິດ. ນອກຈາກນັ້ນອີກບັນດາຊາວໜຸ່ມລາວ ຢູ່
ໃນສະໄໝນີ້ແມ່ນຍັງໄດ້ຮັບອິດທິພົນ ຈາກເພງ ແລະວັດທະນາທຳສາກົນ ເຮັດໃຫ້ຊາວ
ໜຸ່ມລາວ ມີແນວຄິດປະດິດສ້າງການຂີດຂຽນແລະປັບປຸງເພງລາວສະໄໝ ຊຶ່ງທ່ານອະນຸ
ສັກ ໄດ້ກ່າວຕໍ່ໄປວ່າ :
ບັນດາພີ່ນ້ອງຊາວລາວ ທີ່ຢູ່ໃນ ແລະນອກປະເທດ ຜູ້ເກີດໃຫຍ່ ແລະມີປະສົບການຊີວິດ
ຢູ່ ມີການມ່ວນຊື່ນຢ່າງໃດກັບຊີວິດຢູ່ໃນຊ່ວງເວລານັ້ນ ໂດຍສະເພາະ ສຽງເພງລາວທີ່ນຳ
ເອົາຄວາມຊົງຈຳມາສູ່ທ່ານຜູ້ຟັງ. ແລະບັດນີ້ ທ່ານອະນຸສັກ ໄດ້ນຳເອົາຄວາມຊົງຈຳໃນ
ອະດີດນັ້ນມາ ກ່ອມອາລົມພີ່ນ້ອງຊາວລາວ ຜູ້ທີ່ໄດ້ມາຕັ້ງຖິ່ນຖານໃໝ່ຢູ່ນອກປະເທດ ຊຶ່ງທ່ານໄດ້ກ່າວວ່າ :
:
ບັນດານັກສິນລະປິນຜູ້ທີ່ໄດ້ເກີດໃຫຍ່ ມີປະສົບການຊີວິດຢູ່ໃນເມືອງລາວ ແມ່ນຈະມີ
ຄວາມຮູ້ສຶກຂອງຄວາມເປັນລາວຢູ່ສະເໜີ ແລະນີ້ຄືບັນທຶກປະຫວັດສາດ -ຊິວິດອັນສຳ
ຄັນຂອງຄວາມຊົງຈຳ ທີ່ບັນດານັກສິນລະປີນລາວໃນຕ່າງແດນ ຍັງດຳເນີນຮັກສາການ
ຂີດຂຽນພາສາລາວ ແລະສຳນວນລາວໄວ້ ຊຶ່ງທ່ານອະນຸສັກ ໄດ້ກ່າວມ້ວນທ້າຍວ່າ :
ກ່ອນຈາກກັນໄປໃນຄຳ່ຄືນນີ້ ຂ້າພະເຈົ້າ ພ້ອມດ້ວຍຄະນະຈັດທຳ ລາຍການວິທະຍຸ
ວີໂອເອ ຂໍຝາກສຽງເພງ ນໍ້າໃຈ 35 ປີຂອງສາຍສັມພັນທ໌ໄວ້ກັບທ່ານ ຂັບຮ້ອງໂດຍ
ທ່ານອະນຸສັກ ທັມມະວົງສາ ແລະຢ່າລືມຕິດຕາມຟັງເພງຂອງ ຄະນະສາຍສັມພັນ ໄດ້
ທີ່ໜ້າເວັບໄຊທ໌ ຂອງ ວີໂອເອ.