ທ່ານໄພບູນ ພົມມະພິທັກ ຮອງຜູ້ອໍານວຍການຝ່າຍທຸລະກິດ ລັດວິສະຫະກິດນໍ້າມັນ
ເຊື້ອໄຟລາວຍອມຮັບວ່າ ການແຂ່ງຂັນໃນທຸລະກິດການຄ້ານໍ້າມັນເຊື້ອໄຟລາວ ໄດ້ປະ
ເຊີນກັບບັນຫາຫຍຸ້ງຍາກຫລາຍຂຶ້ນນັບມື້ ໂດຍສະເພາະແມ່ນ ນັບແຕ່ທ້າຍປີ 2011
ເປັນຕົ້ນມາ ຊຶ່ງປະກົດວ່າ ມີຜູ້ປະກອບການຄ້ານໍ້າມັນຈໍານວນນຶ່ງ ທີ່ໄດ້ພາກັນສວຍ
ໂອກາດສ້າງຜົນປະໂຫຍດ ໃຫ້ແກ່ພວກຕົນຈາກສະພາບການນໍ້າມັນແພງດ້ວຍການ
ບໍ່ປະຕິບັດຕາມລະບຽບກົດໝາຍ ທີ່ລັດຖະບານລາວກໍານົດ ເຊ່ນການເຮັດໃຫ້ນໍ້າມັນ
ຂາດຕະຫລາດດ້ວຍການຈໍາໜ່າຍນໍ້າມັນໃຫ້ສະເພາະຜູ້ຄ້າຍ່ອຍ ຊຶ່ງເປັນການບີບບັງ
ຄັບໃຫ້ປະຊາຊົນຕ້ອງຊື້ນໍ້າມັນໃນລາຄາແພງກວ່າປົກກະຕິ ຈາກບັນດາຜູ້ຄ້ານໍ້າມັນ
ລາຍຍ່ອຍເທົ່ານັ້ນ.
ເຖິງແມ່ນວ່າ ບັນຫາດັ່ງກ່າວ ຈະໄດ້ກັບຄືນສູ່ສະພາບປົກກະຕິແລ້ວກໍຕາມໃນເວລານີ້
ກໍຄືການສະໜອງນໍ້າມັນ ສາມາດປະຕິບັດໄດ້ຢ່າງພຽງພໍກັບຄວາມຕ້ອງການຂອງປະ
ຊາຊົນລາວ ຫາກແຕ່ວ່າ ບັນຫາທີ່ປະຊາຊົນລາວ ຍັງຕ້ອງປະເຊີນຢູ່ຕໍ່ໄປກໍຄືນໍ້າມັນມີ
ລາຄາສູງຂຶ້ນຢ່າງຕໍ່ເນື່ອງ ຊຶ່ງບໍ່ພຽງແຕ່ຈະໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຊີວິດການ
ເປັນຢູ່ຂອງປະຊາຊົນ ແລະພະນັກງານຂອງລັດຖະບານຢ່າງກວ້າງຂວາງເທົ່ານັ້ນ ຫາກ
ແຕ່ຍັງຈະສົ່ງຜົນກະທົບຕໍ່ການພັດທະນາປະເທດລາວໂດຍລວມອີກດ້ວຍ ດັ່ງທີ່ທ່ານ
ໄພບູນ ໄດ້ໃຫ້ການເນັ້ນຢໍ້າວ່າ:
“ມາເຖິງປັດຈຸບັນນີ້ ການຈໍາໜ່າຍນໍ້າມັນຮັບ
ໃຊ້ສັງຄົມ ກໍໄດ້ເລີ້ມເຂົ້າສູ່ປົກກະຕິເນາະ ແຕ່
ກໍຍັງປະເຊີນກັບບັນຫາລາຄານໍ້າມັນແພງ ໆ
ຂຶ້ນຫລາຍ ຊຶ່ງກໍໄດ້ສ້າງຜົນກະທົບຕໍ່ພະນັກ
ງານ, ຕໍາຫລວດ, ພໍ່ແມ່ປະຊາຊົນ ສັງຄົມ
ໂດຍກົງ ແຕ່ວ່າ ຖ້າເວົ້າໂດຍລວມແລ້ວ ກໍ
ແມ່ນກະທົບຕໍ່ການສ້າງສາພັດທະນາເສດ
ຖະກິດ-ສັງຄົມຂອງປະເທດ.”
ນອກຈາກນັ້ນ ເນື່ອງຈາກວ່າ ລາວຕ້ອງນໍາເຂົ້ານໍ້າມັນຈາກຕ່າງປະເທດທັງ 100% ຂອງ
ຄວາມຕ້ອງການທັງໝົດພາຍໃນປະເທດ ຈຶ່ງເຮັດໃຫ້ລາຄານໍ້າມັນໃນລາວມີການປັບຂຶ້ນ-
ລົງ ຕາມລາຄານໍ້າມັນຂອງຕະຫຼາດໂລກ ຢູ່ຕະຫຼອດເວລາ. ສໍາລັບໃນປີ 2011 ທີ່ຜ່ານມາ
ກໍປະກົດວ່າ ລັດວິສະຫະກິດນໍ້າມັນເຊື້ອໄຟ ໄດ້ມີການປັບລາຄາຈໍາໜ່າຍໄປເຖິງ 17 ຄັ້ງ ແລະສະເພາະໃນໄລຍະບໍ່ເຖິງ 3 ເດືອນຂອງປີ 2012 ນີ້ ກໍໄດ້ມີການປັບຂຶ້ນລາຄາຈໍາ
ໜ່າຍນໍ້າມັນພາຍໃນປະເທດ ໄປແລ້ວອີກ 3 ຄັ້ງ.
ການປະກາດປັບຂຶ້ນລາຄາຈໍາໜ່າຍນໍ້າມັນໃນຄັ້ງຫລ້າສຸດ ເມື່ອອາທິດທີ່ຜ່ານມາ ກໍໄດ້
ເປັນຜົນເຮັດໃຫ້ລາຄາຈໍາໜ່າຍນໍ້າມັນແອັດຊັງທໍາມະດາ ມີລາຄາແພງຂຶ້ນເປັນ 11,000
ກີບ ຕໍ່ລິດ ສ່ວນນໍ້າມັນກາຊວນກໍແພງຂຶ້ນເປັນ 9,910 ກີບ ຕໍ່ລິດ ແລະນໍ້າມັນແອັດຊັງ
ພິເສດນັ້ນ ກໍໄດ້ປັບລາຄາຈໍາໜ່າຍສູງຂຶ້ນເປັນ 12,230 ກີບ ຕໍ່ລິດ ຊຶ່ງຖ້າຫາກທຽບ
ກັບທ້າຍປີກາຍ ກໍຈະເຫັນໄດ້ວ່າ ລາຄາຈໍາໜ່າຍນໍ້າມັນໃນປັດຈຸບັນນີ້ ໄດ້ປັບໂຕສູງຂຶ້ນ
ໂດຍສະເລ່ຍເຖິງ 19% ນັ້ນເອງ.
ຫາກແຕ່ວ່າລາຄານໍ້າມັນເຊື້ອໄຟດັ່ງກ່າວນີ້
ກໍເປັນລາຄາຈໍາໜ່າຍສະເພາະຢູ່ໃນເຂດ
ນະຄອນຫຼວງວຽງຈັນເທົ່ານັ້ນ ສ່ວນທີ່ຢູ່
ໃນເຂດແຂວງອື່ນໆນັ້ນ ກໍຈະມີລາຄາຈໍາ
ໜ່າຍທີ່ແພງກວ່າ ໃນເຂດນະຄອນຫຼວງ
ວຽງຈັນອີກ.
ຍິ່ງໄປກວ່ານັ້ນ ການທີ່ຈໍານວນຍານພາ
ຫະນະໃນລາວ ໄດ້ເພີ່ມຂຶ້ນເຖິງສອງເທົ່າ
ໃນໄລຍະ 5 ປີທີ່ຜ່ານມານີ້ ເຊິ່ງກໍຄືໃນຂະ
ນະທີ່ມີຈໍານວນຍານພາຫະນະ 641,080
ຄັນໃນປີ 2007 ນັ້ນ ເພີ້ມຂຶ້ນເປັນຫຼາຍກວ່າ 1.2 ລ້ານຄັນໃນທ້າຍປີ 2011 ແລະເຊື່ອວ່າ ຈໍານວນຍານພາຫະນະໃນລາວຈະເພີ່ມຂຶ້ນເປັນຫຼາຍກວ່າ 2.5ລ້ານຄັນ ພາຍໃນປີ 2015
ດ້ວຍອີກນັ້ນ ກໍນັບວ່າເປັນສາເຫດ ທີ່ສໍາຄັນ ທີ່ເຮັດໃຫ້ລາວຕ້ອງນໍາເຂົ້ານໍ້າມັນເຊື້ອໄຟ ຈາກຕ່າງປະເທດເພີ້ມຂຶ້ນທຸກປີອີກດ້ວຍ.
ທ່ານຄໍາຈັນ ລັດຕະນະວົງ, ປະທານສະມາຄົມນໍ້າມັນເຊື້ອໄຟແລະອາຍແກັສແຫ່ງຊາດລາວ
ໄດ້ໃຫ້ການຢືນຢັນວ່າ ການຊົມໃຊ້ນໍ້າມັນເຊື້ອໄຟຢູ່ໃນລາວ ໄດ້ເພີ່ມຂຶ້ນໃນອັດຕາສະເລ່ຍເຖິງ
10% ຕໍ່ປີ ຊຶ່ງກໍໄດ້ສົ່ງຜົນເຮັດໃຫ້ລາວຕ້ອງນໍາເຂົ້ານໍ້າມັນເຊື້ອໄຟຈາກຕ່າງປະເທດ ເພີ່ມຂຶ້ນ
ທຸກປີອີກດ້ວຍເຊັ່ນກັນ ກໍຄືເກືອບ 800 ລ້ານລິດໃນປີ 2011 ແລະຄາດວ່າຈະເພີ້ມຂຶ້ນເປັນ
ຫລາຍກວ່າ 870 ລ້ານລິດ ໃນປີ 2012 ນີ້.