ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຍານພາຫະນະໃນລາວ ເພີ້ມຂຶ້ນສອງເທົ່າ ໃນ 5 ປີຜ່ານມາ ແລະຕ້ອງການນໍ້າມັນ ເພີ້ມຂຶ້ນ 10% ຕໍ່ປີ


ການຂົນສົ່ງນໍ້າມັນນໍາເຂົ້າມາຈໍາໜ່າຍໃນລາວ
ການຂົນສົ່ງນໍ້າມັນນໍາເຂົ້າມາຈໍາໜ່າຍໃນລາວ

ການເພີ່ມຂຶ້ນເຖິງສອງເທົ່າໂຕ ຂອງຈໍານວນຍານພາຫະນະ ໃນລາວໃ ນຊ່ວງ 5 ປີທີ່ ຜ່ານມາ ໄດ້ເຮັດໃຫ້ລາວຕ້ອງນໍາເຂົ້ານໍ້າມັນເຊື້ອໄຟເພີ່ມຂຶ້ນ ໃນອັດຕາສະເລ່ຍເຖິງ 10% ໃນແຕ່ ລະປີ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງໂຍທາທິການ ແລະຂົນສົ່ງ ໄດ້ໃຫ້ການຢືນຢັນວ່າ ຈໍານວນ
ຍານພາຫະນະທີ່ໄດ້ມີການຈົດທະບຽນຢ່າງຖືກຕ້ອງຕາມກົດໝາຍໃນລາວ ໄດ້ເພີ່ມຂຶ້ນ
ເຖິງສອງເທົ່າໃນໄລຍະ 5ປີ ທີ່ຜ່ານມານີ້ ເຊິ່ງກໍຄືໃນຂະນະທີ່ມີຈໍານວນຍານພາຫະນະ
641,080 ຄັນ ທີ່ໄດ້ຈົດທະບຽນໃນປີ 2007 ນັ້ນ ກັບປະກົດວ່າ ຈໍານວນຍານພາຫະນະ ທີ່ໄດ້ຈົດທະບຽນຢ່າງຖືກຕ້ອງ ກໍໄດ້ເພີ່ມຂຶ້ນເປັນຫຼາຍກວ່າ 1.2 ລ້ານຄັນ ໃນທ້າຍປີ
2011 ແລະຖ້າຫາກສະພາບການ ຍັງເປັນຄືແນວນີ້ຕໍ່ໄປ ກໍເຊື່ອວ່າ ຈໍານວນຍານພາຫະ ນະໃນລາວຈະເພີ່ມຂຶ້ນເປັນຫຼາຍກວ່າ 2.5ລ້ານຄັນ ພາຍໃນປີ 2015 ຢ່າງແນ່ນອນ.

ການສັນຈອນໄປມາຢ່າງແອອັດໃນນະຄອນວຽງຈັນ
ການສັນຈອນໄປມາຢ່າງແອອັດໃນນະຄອນວຽງຈັນ

ຍິ່ງໄປກວ່ານັ້ນ ການເພີ່ມຂຶ້ນຂອງຈໍານວນຍານ
ພາຫະນະດັ່ງກ່າວນີ້ ກໍບໍ່ພຽງແຕ່ຈະເຮັດໃຫ້ມີ
ອຸບັດຕິເຫດເທິງທ້ອງຖະໜົນເພີ່ມຂຶ້ນຢ່າງຕໍ່ເນື່ອງ
ເທົ່ານັ້ນ ຫາກແຕ່ຍັງໄດ້ເປັນສາເຫດທີ່ສໍາຄັນ
ທີ່ເຮັດໃຫ້ລາວຕ້ອງນໍາເຂົ້ານໍ້າມັນເຊື້ອໄຟຈາກ
ຕ່າງປະເທດເພີ່ມຂຶ້ນທຸກປີ ອີກດ້ວຍ.

ທາງ​ດ້ານທ່ານຄໍາຈັນ ລັດຕະນະວົງ, ປະທານສະມາຄົມນໍ້າມັນ​ເຊື້ອ​ໄຟ​ ແລະ​ອາຍ​ແກັສ
ແຫ່ງຊາດລາວໄດ້ໃຫ້ການຢືນຢັນວ່າ ການຊົມໃຊ້ນໍ້າມັນເຊື້ອໄຟຢູ່ໃນລາວ ໄດ້ເພີ່ມຂຶ້ນໃນ
ອັດຕາສະເລ່ຍເຖິງ 10% ຕໍ່ປີ ແລະກໍໄດ້ສົ່ງຜົນຕໍ່ເນື່ອງເຮັດໃຫ້ລາວຕ້ອງນໍາເຂົ້ານໍ້າມັນ
ເຊື້ອໄຟຈາກຕ່າງປະເທດ ເພີ່ມຂຶ້ນທຸກປີດ້ວຍເຊັ່ນກັນ.

ສໍາລັບໃນຕະຫຼອດປີ 2011 ທີ່ຜ່ານມາ ກໍປະກົດວ່າລາວໄດ້ມີການນໍາເຂົ້ານໍ້າມັນເຊື້ອໄຟ
ຈາກຕ່າງປະເທດ ໃນປະລິມານລວມເກີນກວ່າ 750 ລ້ານລິດ ຊຶ່ງນອກຈາກຈະມີສາເຫດ ມາຈາກການເພີ່ມຂຶ້ນຂອງຍານພາຫະນະແລ້ວ ກໍຍັງມີສາເຫດທີ່ສໍາຄັນ ມາຈາກການທີ່ມີ ການລົງທຶນຈາກຕ່າງປະເທດເຂົ້າມາໃນລາວຫຼາຍຂຶ້ນ ຊຶ່ງກໍເຮັດໃຫ້ເສດຖະກິດໃນລາວ ມີ ການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງອີກດ້ວຍດັ່ງທີ່ທ່ານຄໍາຈັນ ໄດ້ຊີ້ແຈງວ່າ:

ປໍ້ານໍ້າມັນແຫ່ງນຶ່ງໃນນະຄອນວຽງ ຈັນທີ່ມີລົດໄປເຕີມຢ່າງໜາແໜ້ນ
ປໍ້ານໍ້າມັນແຫ່ງນຶ່ງໃນນະຄອນວຽງ ຈັນທີ່ມີລົດໄປເຕີມຢ່າງໜາແໜ້ນ

ການຊົມໃຊ້ນໍ້າມັນຂອງປະເທດເຮົານີ້ກະເພີ່ມ
ຂຶ້ນປະມານ 10% ຕໍ່ປີ ສະນັ້ນແລ້ວ ໃນປີ
2009 ພວກເຮົາກໍໃຊ້ນໍ້າມັນທົ່ວປະເທດນີ້ກໍ
640 ກວ່າລ້ານລິດ
ປີ 2010 ນີ້ ປະມານ 700
ກວ່າລ້ານລິດປີ
2011 ນີ້ ພວກເຮົາ​ນໍາໃຊ້
ນໍ້າມັນບໍ່ຕໍ່າ​ກວ່າ
750 ລ້ານ​ລິດ ເພາະການ
ພັດທະນາສ້າງສາປະເທດຂອງພວກເຮົາ
ກະເພີ້ມຂຶ້ນເນາະ​.”

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າລາວຕ້ອງນໍາເຂົ້ານໍ້າມັນຈາກຕ່າງປະເທດທັງ 100% ຂອງຄວາມຕ້ອງການທັງໝົດພາຍໃນປະເທດ ຈຶ່ງເຮັດໃຫ້ລາຄານໍ້າມັນໃນລາວ ມີການ
ປັບຂຶ້ນ-ລົງຕາມລາຄານໍ້າມັນຂອງຕະຫຼາດໂລກຢູ່ຕະຫຼອດເວລາ ໂດຍສໍາລັບໃນປີ 2011
ທີ່ຜ່ານມາ ກໍປະກົດວ່າລັດວິສະຫະກິດນໍ້າມັນເຊື້ອໄຟ ໄດ້ມີການປັບລາຄາຈໍາໜ່າຍໄປເຖິງ
17 ຄັ້ງ ແລະ ສະເພາະໃນໄລຍະບໍ່ເຖິງ 3 ເດືອນຂອງປີ 2012 ນີ້ ກໍໄດ້ມີການປັບຂຶ້ນລາ
ຄາຈໍາໜ່າຍນໍ້າມັນພາຍໃນປະເທດໄປແລ້ວອີກ 3 ຄັ້ງ.

ລົດທີ່ນໍາເຂົ້າຈາກຈີນມາຂາຍທີ່ລາວ ນັບມື້ນັບເພີ້ມຂຶ້ນ
ລົດທີ່ນໍາເຂົ້າຈາກຈີນມາຂາຍທີ່ລາວ ນັບມື້ນັບເພີ້ມຂຶ້ນ

ການປະກາດປັບຂຶ້ນລາຄາຈໍາໜ່າຍນໍ້າມັນໃນຄັ້ງລ່າສຸດ
ເມື່ອອາທິດທີ່ຜ່ານມາ ກໍໄດ້ເປັນຜົນເຮັດໃຫ້ລາຄາຈໍາ
ໜ່າຍນໍ້າມັນແອັດຊັງທໍາມະດາ ມີລາຄາແພງຂຶ້ນເປັນ
11,000 ກີບຕໍ່ລິດ ສ່ວນນໍ້າມັນກາຊວນ ກໍແພງຂຶ້ນ
ເປັນ 9,910 ກີບຕໍ່ລິດ ແລະ ນໍ້າມັນແອັດຊັງພິເສດ
ນັ້ນ ກໍໄດ້ປັບລາຄາຈໍາໜ່າຍສູງຂຶ້ນເປັນ 12,230
ກີບ ຕໍ່ລິດ ຊຶ່ງຖ້າຫາກທຽບກັບທ້າຍປີກາຍ ກໍຈະ
ເຫັນໄດ້ວ່າ ລາຄາຈໍາໜ່າຍນໍ້າມັນໃນປັດຈຸບັນນີ້ ໄດ້
ປັບໂຕສູງຂຶ້ນໂດຍສະເລ່ຍເຖິງ 19% ນັ້ນເອງ.

ຫາກແຕ່ວ່າລາຄາຈໍາໜ່າຍນໍ້າມັນເຊື້ອໄຟດັ່ງກ່າວນີ້ ກໍເປັນລາຄາຈໍາໜ່າຍສະເພາະຢູ່ໃນ
ເຂດນະຄອນ ຫຼວງວຽງຈັນ ແລະແຂວງວຽງຈັນເທົ່ານັ້ນ ສ່ວນທີ່ຢູ່ໃນເຂດແຂວງອື່ນນັ້ນ ກໍຈະມີລາຄາຈໍາໜ່າຍທີ່ແພງກວ່າໃນເຂດນະຄອນຫຼວງວຽງຈັນ ໃນອັດຕາລະຫວ່າງ
50-120 ກີບ ຕໍ່ລິດ ໂດຍຂຶ້ນຢູ່ກັບໄລຍະທາງຂອງການຂົນສົ່ງວ່າຢູ່ໃກ້ຫຼືຢູ່ໄກຈາກສາງ
ນໍ້າມັນເຊື້ອໄຟເປັນສໍາຄັນ.

XS
SM
MD
LG