ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ດາ​ບໍ​ລິ​ສັດ​ຈາກ​ຫວຽດ​ນາມ ເພີ່ມ​ການ​ລົງ​ທຶນ​ໃນ​ແຂວງ​ເຊກອງ ແລະ ການ​ສ້ອມ​ແປງ​ເຂື່ອນ​ເຊ​ຂະ​ໝານ-3 ຈະ​ສຳ​ເລັດ​ໃນ​ກາງ​ປີ 2022 ນີ້


​ປ​ະ​ຕູ​ທາງ​ເຂົ້າ​ເຂດ​ຖະ​ກິດ​ພິ​ເສດ ລອງ​ແທັງ-ວຽງ​ຈັນ.
​ປ​ະ​ຕູ​ທາງ​ເຂົ້າ​ເຂດ​ຖະ​ກິດ​ພິ​ເສດ ລອງ​ແທັງ-ວຽງ​ຈັນ.

ບັນ​ດາ​ບໍ​ລິ​ສັດ​ຈາກ​ຫວຽດ​ນາມ ເພີ່ມ​ການ​ລົງ​ທຶນ​ໃນ​ແຂວງ​ເຊກອງ ແລະ ຄອງ​ອັນ​ດັບ 1 ຕໍ່​ໄປ ສ່ວນ​ການ​ສ້ອມ​ແປງ​ເຂື່ອນ​ເຊ​ກະ​ໝານ-3 ທີ່​ມີ​ບັນ​ຫາ​ດິນ​ຖະຫຼົ່ມ​ໃນ​ປີ 2016 ຈະ​ສຳ​ເລັດ​ໃນ​ກາງ​ປີ 2022 ນີ້.

ທ່ານ ເຫຼັກ​ໄຫຼ ສີ​ວິ​ໄລ ເຈົ້າ​ແຂວງ​ເຊກອງ​ຖະ​ແຫຼງວ່າ​ບັນ​ດາ​ບໍ​ລິ​ສັດ​ຈາກ​ຫວຽດ​ນາມ​ໄດ້​ເພີ່ມ​ການ​ລົງ​ທຶນ​ໃນ​ແຂວງ​ເຊກອງ ທັງ​ໃນ​ດ້ານ​ກະ​ສິ​ກຳ, ດ້ານ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ແລະ ດ້າ​ນ​ພະ​ລັງ​ງານ​ໄຟ​ຟ້າ​ຢ່າງ​ຕໍ່​ເນື່ອງ ຊຶ່ງ​ເຮັດ​ໃຫ້​ບັນ​ດາ​ບໍ​ລິ​ສັດ​ຈາກ​ຫວຽດ​ນາມ ຍັງ​ເປັນ​ກຸ່ມ​ລົງ​ທຶນ​ອັນ​ດັບ​ທີ 1 ໃນ​ແຂວງ​ເຊກອງ​ຕໍ່​ໄປ ໂດຍ
ຫຼ້​າ​ສຸດ​ກຸ່ມ​ບໍ​ລິ​ສັດ​ຫວ​ຽດ​ນາມ​ເຟື່ອງ ກໍ​ໄດ້​ກະ​ກຽມ​ທີ່​ຈະ​ເລີ່ມ​ການ​ຂຸດ​ຄົ້ນ ແລະ ປຸງ​ແຕ່ງ​ແຮ່ບອກ​ໄຊ​ດ໌ ຢູ່​ໃນ​ເຂດ​ເມືອງ​ດາກ​ຈຶງ​ໃນ​ໝໍ່​ໆ​ນີ້​ໃນ​ຂະ​ນະ​ທີ່​ກຸ່ມ​ບໍ​ລິ​ສັດ THACO ກໍ​ເລີ່ມ​ການ​ປູກ​ໝາກ​ໄມ້ຫຼາຍ​ຊະ​ນິດ ເພື່ອ​ສົ່ງ​ອອກ​ໄປ​ຈີນ. ສ່ວນ​ກຸ່ມ​ບໍ​ລິ​ສັດ Viet-Lao ຮ່ວມ​ທຶນ​ດ້ານ​ພະ​ລັງ​ງານ​ນັ້ນ​ກໍ​ຈະ​ສ້ອມ​ແປງ​ເຂື່ອນ​ໄຟ​ຟ້າ​ເຊ​ຂະ​ໝ​ານ-3 ແລ້ວ​ສຳ​ເລັດ​ໃນ​ກາງ​ປີ 2022 ພາຍຫຼັງ​ຈາກ​ທີ່​ເກີດ​ບັນ​ຫາ​ດິນ​ຖະຫຼົ່ມ​ໃນ​ອ່າງ​ເກັບ​ນ້ຳ​ຂອງ​ເຂື່ອນ​ໃນ​ທ້າຍ​ປີ 2016 ຊຶ່ງ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວນີ້​ກໍ​ຍ່ອມ​ຈະ​ສົ່ງ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ໃນ​ແຂວງ​ເຊກອງ​ໂດຍ​ກົງ ດັ່ງ​ທີ່​ທ່ານ ເຫຼັກ​ໄຫຼ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ກ່ຽວ​ກັບ​ວຽກ​ງານ​ການ​ສົ່ງ​ເສີ​ມ​ການ​ລົງ​ທຶນ​ຂອງ ສ​ສ​. ຫວຽດ​ນາມ ຢູ່​ເຊກອງ​ກໍ​ມີຫຼາຍ​ໂຄງ​ການ​ຂອງ​ລັດ​ວິ​ສາ​ຫະ​ກິດ​ຂອງ​ຫວຽດ​ນາມ​ລົງ​ທຶນ ໂດ​ຍ​ສະ​ເພາະ​ກຸ່ມ​ລົງ​ທຶນ​ຫວຽດ​ເຟື່ອງ ກຳ​ລັງ​ກະ​ກຽມ​ຂຸດ​ຄົ້ນ​ປຸງ​ແຕ່ງ​ແຮ່​ບັອກ​ຊິດ ຢູ່​ເມືອງ​ດາກ​ຈຶງ ແລະ ໂຄງ​ການ​ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ເຊ​ກະ​ໝານ-3 ກຳ​ລັງ​ສ້ອມ​ແປງ​ຄິດ​ວ່າ​ໃນ​ລະ​ຫວ່າງ​ໄຕ​ມາດ​ທີ 2 ນີ້​ຈະ​ໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ທີ່​ມີ​ມູນ​ຄ່າ​ເກືອບ 600 ລ້ານ​ໂດ​ລາ ກຳ​ລັງ​ຕິດ​ຕັ້ງ​ນີ້ 250 ເມ​ກະ​ວັດ ຖື​ວ່າ​ເປັນ​ໂຄງ​ການ​ໃຫຍ່​ກຳ​ລັງ​ສ້ອມ​ແປງ​ສຳ​ເລັດ ແລະ ກໍ​ຈະ​ເປີດ​ໃນ​ໄວໆ​ນີ້ ນອກ​ຈາກນີ້ກໍ​ມີ​ໂຄງ​ການ​ພັດ​ທະ​ນາ​ດ້ານ​ກະ​ສິ​ກຳ​ຂອ​ງ​ບໍ​ລິ​ສັດ​ທ​າ​ໂກ້ ທີ່​ມາ​ລົງ​ທຶນ​ຢູ່​ເຊກອງ.”

ປັດ​ຈຸ​ບັນ​ນີ້​ການ​ລົງ​ທຶນ​ຂອງ​ບັນ​ດາ​ບໍ​ລິ​ສັດ​ຈາກ​ຫວຽດ​ນາມ​ໃນ​ລາ​ວ​ມີ​ມູນ​ຄ່າ​ລວມ 4,300 ກວ່າ​ລ້ານ​ໂດ​ລາ​ໃນ 426 ໂຄງ​ການ ຊຶ່ງ​ຖື​ເປັນ​ກຸ່ມ​ຜູ້​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ໃນ​ລາວ​ອັນ​ດັບ​ທີ 3 ຮອ​ງ​ຈາກ​ຈີນ ແລະ ໄທ ທີ່​ມີ​ມູນ​ຄ່າ​ການ​ລົງ​ທຶນ​ໃນ​ລາວຫຼາຍກວ່າ 16,000 ລ້ານ​ໂດ​ລາ ແລະ ເກີນກວ່າ 5,200 ລ້ານ​ໂດ​ລາ​ຕາມ​ລຳ​ດັບ.

ແຕ່​ຢ່າງ​ໃດ​ກໍ່​ຕາມ, ການ​ລົງ​ທຶນ​ຂອງ​ຫວຽດ​ນາມ​ໃນ​ລາວ​ຍັງ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ເພາະ​ວ່າ​ທາງ​ການ​ລາວ​ກັບ​ຫວຽດ​ນາມ ໄດ້​ຕົກ​ລົງ​ຮ່ວມ​ມື​ກັນ​ໃນ​ການ​ພັດ​ທະ​ນາ​ດ້ານ Logistic ເພື່ອ​ເຊື່ອມ​ຕໍ່ການ​ຂົນ​ສົ່ງ​ລະ​ຫວ່າງ​ກັນ​ຢ່າງ​ຄົບ​ວົງ​ຈອນເມື່ອບໍ່​ນານ​ມານີ້ ທີ່​ປະ​ກອບ​ດ້ວຍ​ການ​ຮ່ວມ​ມື​ໃນ 4 ໂຄງ​ການ​ກໍ​ຄື​ການ​ພັດ​ທະ​ນາ​ທ່າ​ເຮືອ Vung Ang ທີ່​ແຂວງ ຮ່າ​ຕິງ ຂອງ​ຫວຽດ​ນາມ, ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຈາກ​ວຽງ​ຈັນ​ໄປ​ຫາ​ທ່າ​ເຮືອ Vung Ang, ການ​ພັດ​ທະ​ນາ​ເຂດ​ສູນ​ກາງ​ດ້ານ Logistic ທີ່​ທ່າ​ນາ​ແລ້ງ ແລະ ໂຄງ​ການ​ກໍ່​ສ້າງ​ໂຮງ​ໄຟ​ຟ້າ​ພະ​ລັງ​ງານ​ຄວາມ​ຮ້ອນ​ຢູ່​ເມືອງ​ບົວ​ລະ​ພາ ແຂວງ​ຄຳ​ມ່ວນ ທີ່​ມີ​ກຳ​ລັງ​ຕິດ​ຕັ້ງ​ລວມ​ເຖິງ 2,000 ເມ​ກະ​ວັດ ເພື່ອ​ສົ່ງ​ອອກ​ພະ​ລັງ​ງານ​ໄຟ​ຟ້າ​ໄປ​ຫວຽດ​ນາມ.

ທັງນີ້ ລັດຖະບານໄດ້ໃຫ້ຄວາມສໍາຄັນຢ່າງຍິ່ງໃນການພັດທະນາດ້ານຄົມມະນາ ຄົມຂົນສົ່ງ ແລະ Logistics ເພື່ອເຊື່ອມຕໍ່ກັບຕ່າງປະເທດໃຫ້ໄດ້ຫຼາຍຂຶ້ນ ເຫັນໄດ້ຈາກເສັ້ນທາງຄົມມະນາຄົມຂົນສົ່ງໃນລາວ ໃນໄລຍະ 5 ປີທີ່ຜ່ານມາ ທີ່ສາມາດເຊື່ອມຕໍ່ລະຫວ່າງເມືອງໃນທົ່ວປະເທດໄດ້ຕະຫຼອດປີ ທັງຍັງໄດ້ໃຫ້ຄວາມສໍາຄັນໃນການພັດທະນາການຂົນສົ່ງທາງນໍ້າອີກດ້ວຍ ໂດຍສະເພາະແມ່ນໃນຊ່ວງປີ 2021-2025 ຍັງຈະເລັ່ງການພັດທະນາທ່າເຮືອ Vung Ang ດ້ວຍການຮ່ວມລົງທຶນກັບລັດຖະບານຫວຽດນາມໃນສັດສ່ວນ 60 ເປີເຊັນຕໍ່ 40 ເປີເຊັນຂອງ​ມູນ​ຄ່າ​ການ​ລົງ​ທຶນ 150 ລ້ານ​ໂດ​ລາ​ໃນ​ໄລ​ຍະ​ທີ 1 ກໍ​ຄື​ໃນ​ຊ່ວງ​ປີ 2021-2025 ນັ້ນ.

ແຕ່ເນື່ອງຈາກວ່າ ການທີ່ລັດຖະບານລາວມີເງິນ​ທຶນຢ່າງຈໍາກັດ ທີ່​ຈະນໍາໃຊ້ໃນການພັດທະນາດັ່ງກ່າວ ຈຶ່ງເຮັດໃຫ້ນາຍົກລັດຖະມົນຕີລາວ ໄດ້ແຕ່ງ​ຕັ້ງ​ຄະ​ນະ​ສະ​ເພາະ​ກິດເພື່ອຮັບຜິດຊອບໃນການສົ່ງເສີມພາກເອກະຊົນລາວ ແລະຕ່າງຊາດ ໃຫ້ເຂົ້າຮ່ວມລົງທຶນໃນໂຄງການພັດທະນາດ້ານຄົມມະນາຄົມ-ຂົນສົ່ງ ແລະ Logistics ທີ່ເຊື່ອມໂຍງປະເທດໃນອາຊຽນດ້ວຍກັນໂດຍທາງການລາວ ຈະໃຫ້ການສົ່ງເສີມທັງໃນຮູບແບບການຮ່ວມລົງທຶນລະຫວ່າງລັດ-ເອກະຊົນ ຫລື PPP ແລະໃນຮູບແບບເອກະຊົນລົງທຶນ 100 ເປີ​ເຊັນ ເພື່ອເກັບເອົາຜົນປະໂຫຍດຈົນຄົບສັນຍາສໍາປະທານ ແລ້ວຈຶ່ງໂອນໂຄງການມາໃຫ້ລັດຖະບານລາວ ຫລື BOT, ຊຶ່ງໃນປີ 2022 ກໍປາ​ກົດມີເຖິງ 184 ໂຄງການທີ່ລັດຖະ ບານລາວຕ້ອງການໃຫ້ພາກເອກະຊົນຮ່ວມລົງທຶນດ້ວຍ ສ່ວນ​ໃນ​ປີ 2021 ກໍ​ປາ​ກົດ​ມີ​ບໍ​ລິ​ສັດ​ຕ່າງ​ຊາດ​ເຂົ້າ​ມາ​ລົງ​ທຶນ​ໃນ​ລາວ​ພຽງ 23 ໂຄງ​ການ ມີ​ມູນ​ຄ່າ​ການ​ລົງ​ທຶນ​ລວມ 2,064 ລ້ານ​ໂດ​ລາ, ຫຼຸດ​ລົງ​ກວ່າ 80 ເປີ​ເຊັນ ທຽບ​ກັບ​ປີ 2020 ແລະ ໄດ້​ມີ​ການ​ນຳ​ເງິນ​ທຶນ​ຕົວ​ຈິງ​ເຂົ້າ​ມາ​ໃນ​ລາວ​ພຽງ 17 ເປີ​ເຊັນ​ເທົ່າ​ນັ້ນ.

XS
SM
MD
LG