ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄວາມກ້າວໜ້າຂອງ Virtual Reality ຫຼືສະຖານທີ່ຈຳລອງເໝືອນຈິງ​


ການວາງສະແດງຂອງ SMI ໃນງານສະແດງຂອງ Dell World
ການວາງສະແດງຂອງ SMI ໃນງານສະແດງຂອງ Dell World

ສິ່ງນຶ່ງ​ໃນບັນດາຜົນສຳ​ເລັດ​ທີ່​ຍິ່ງ​ໃຫຍ່ທາງ​ດ້ານ​ອິນ​ເຕີ​ແນ໊ຕ ກໍ​ຄື​ຄວາມອາດສາມາດ​ເປັນ​ໄປ​ໄດ້​ ໃນ​ການ​ໄປ​ທ່ອງທ່ຽວສະຖານ​ທີ່​ໜ້າ​ສົນ​ໃຈ​ຕ່າງໆ​ ​ໂດຍ​ໃຊ້​ເຄື່ອງຄອມ​ພິວ​ເຕີ​ ຫຼື​ບໍ່ ກໍ​ໂທລະສັບ​ສະຫຼາດ ຊຶ່ງ​ນັ້ນໄດ້​ຖືກພັດທະນາ​ແລະ​ສົ່ງ​ເສີມ​ໄປຫຼາຍແລ້ວ ກ່ອນໜ້າການເກີດມີ​ເທັກ​ໂນ​ໂລ​ຈີ ທີ່ແທ້ຈິງ​. App software ທີ່​ອອກ​ແບບ​ໂດຍບໍລິສັດ​ທີ່ຕັ້ງຢູ່ ນະຄອນ​ນິວຢ໊ອກ ໄດ້ຕັ້ງ Woofbert ຂຶ້ນມາ ​ມີ​ຈຸດປະສົງແນໃສ່ ເພື່ອເປີດປະຕູ​ທີ່ແທ້ຈິງ ໄປສູ່ຫໍ​ພິພິດ​ທະພັນ ສິນລະປະກຳ ບ່ອນທີ່ຮູ້ກັນດີໃນ​ໂລກ ​ຊຶ່ງວັນນະ​ສອນຈະ​ນຳເອົາ​ລາຍ​ລະອຽດ ຈາກນັກຂ່າວ ຂອງ VOA George Putic ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

​ຫຼາຍໆຄົນ​ໄດ້ພາກັນໄປ​ທ່ອງ​ທ່ຽວ​ຢ້ຽມຢາມສະຖານ​ທີ່​ຫ່າງໄກ​ທາງ​ອິນ​ເຕີ​ແນ໊ຕ ຜ່ານ​ທາງແວ໊ບ​ໄຊ​ຕ໌ ​ເຊັ່ນ ​Google Earth ແລະຮູບຫຼາກ​ຫຼາຍ​ທາງແວ໊ບ​ໄຊ​ຕ໌.

​ແຕ່​ວ່າ ການ​ຢ້ຽມຢາມໂດຍໃຊ້ virtual reality technology ແມ່ນເປັນສິ່ງທີ່ເກືອບວ່າ ດີເລີດ ທີ່ພາໃຫ້ຮູ້ສຶກວ່າ​ຢູ່ໃນ​ສະຖານ​ທີ່​ແຫ່ງນັ້ນ ​ແທ້ໆ. ນີ້​ແມ່ນ​ປະສົບ​ການ​ທີ່​ບໍລິສັດ​ທີ່​ມີ​ຊື່ວ່າ Woofbert ​ຕ້ອງການ​ຢາກນຳມາໃຫ້ແກທຸກ​ຜູ້​ທຸກ​ຄົນ ​ທຸກໆ​ສະຖານ​ທີ່ ຜູ້​ຊຶ່ງ​ສົນ​ໃຈທາງ​ດ້ານ​ສິນລະປະກຳ ຊຶ່ງນັ້ນເປັນຄຳເວົ້າຂອງ ທ່ານນາງ Elizabeth Reede ​ຜູ້​ຄົ້ນພົບ​ຮ່ວມຄົນນ່ຶງ ຊຶ່ງກ່າວຕື່ມ ຕໍ່ VOA ຜ່ານທາງ Skype.

ທ່ານນາງ Elizabeth Reede ​ຫົວໜ້າຝ່າຍບໍຣິຫານບໍຣິສັດ Woofbert ກ່າວວ່າ “ພວກ​ເຮົາພາກັນເວົ້າແບບ​ທຳ​ມະ​ດາເສີຍໆ​ ​ແຕ່​ແທ້ຈິງແລ້ວ ພວກ​ເຮົາ​ໝາຍ​ຄວາມວ່າຈັ່ງຊັ້ນ​ແທ້ໆ, ທ່ານ​ກໍຮູ້​ດີຢູ່ ວ່າການເຂົ້າ​ເຖິງ​ສັບ​ສົມບັດ​ອັນລໍ້າຄ່າ​ແບບປະຊາທິປະໄຕ ​ແລ້ວກໍ​ນຳ​ເອົາມັນ​ໄປ​ສິດສອນ ມັນເປັນແບບໃດ​.”


ໃນ​ປະຈຸ​ບັນ​ນີ້ ​ຜູ້ຊົມໃຊ້ ​ຈະ​ສາມາດ​ເຂົ້າ​ໄປ​ຢ້ຽມຢາມ​ພິພິດ​ທະ​ພັນ​ສິນລະປະ ​ກຳໄດ້ 6 ແຫ່ງ ເຊັ່ນພິພິດ​ຕະພັນ​ລອນ​ດອນ Courtauld ​ແລະ​ສາຂາຕ່າງໆຂອງມັນທີ່ສະ​ສົມຜົນງານສິນ ລະປະ ດ້ານ Impressionist ໄວ້ ລວມທັງ ແຫ່ງອື່ນໆອີກຫຼາຍແຫ່ງທີ່ກຳລັງ​ຈັດ​ທຳ​ຢູ່. ພວກ​ຜູ້ເຂົ້າ​ຊົມຈະພາກັນ ​ພົບເຫັນ​ສະຖານ​ທີ່ທີ່ແທ້ຈິງ​ ໂດຍ​ການ​ເຄື່ອນຍ້າຍ​ຫົວ​ຂອງ​ເຂົາເຈົ້າໄປມາທາງ​ໃດ​ກໍ​ໄດ້. ກົ້​ມ ຫົວ​ລົງ ​ຊອກຫາ Virtual iPad ດ້ວຍ​ຄຳ​ສັ່ງ​ໃໝ່ຕື່ມອີກ ແລ້ວກໍຈະໄດ້ຍິນສຽງດັງອອກມາວ່າ:

“ພວກ​ເຮົາ ກຳລັງຢືນ​ຢູ່​ຕໍ່ໜ້າ ວຽກງານອັນໃຫຽ່ໂຕອັນສຸດທ້າຍຂອງ Edouard Manet.”

ນອກຈາກນີ້ແລ້ວ ພວກເຂົ້າ​ຊົມ ​ໂລກ​ແຫ່ງການ​ຈຳລອງນີ້ຍັງຈະສາມາດເຂົ້າຫາສິນ ລະປະ ແບບຮູບຂີດຂຽນນຳ ​ເພື່ອ​ຊອກ​ຫາ​ຂໍ້​ມູນ​ຢ່າງ​ອື່ນ.

App ຂອງ​ບໍລິສັດ Woof Bert ​ເຮັດວຽກ​ປະສານ​ງານ​ກັບພາບ​ຈຳລອງ​ທີ່​ເໝືອນຂອງ​ຈິງ ອັນ​ເປັນ​ທີ່​ນິຍົມທົ່ວໄປ ​ໃນ google ​ແລະ​ໂທລະສັບ​ສະຫຼາດ. ຕໍ່ໄປ ຫໍພິພິດ​ທະພັນ ດັ່ງກ່າວກໍຈະຮວມເຂົ້າຫາກັນ ເພື່ອພວກເຂົ້າຊົມ ຈະສາມາດກ້າວອອກ ຈາກບ່ອນນຶ່ງ ໄປຫາ ອີກບ່ອນນຶ່ງໄດ້ຢ່າງງ່າຍດາຍ.

“ເວົ້າແທ້ແລ້ວແມ່ນວ່າ ເຈົ້າຈະສາມາດໄປຊົມ ຫໍພິພິດທະພັນຂອງອັງກິດໄດ້ກັບ Woofbert ແລະແລ້ວ ບາງທີກໍຈະເຂົ້າຊົມຫໍພິພິດທະພັນປະຫວັດສາດທຳມະຊາດ ໃນ ນະຄອນຫຼວງ ລອນດອນໄດ້ພ້ອມ ຫຼືວ່າ ຢູ່ນິວຢັອກ ຫຼື ດີຊີ ແລະເຊື່ອມໂຍງສະຖານທີ່ ຕ່າງໆ​ດັ່ງກ່າວ ເຂົ້າຫາກັນ.”

ທີ່ວາງສະ​ແດງຕ່າງໆ ​ຈະມີໃຫ້ຮູ້​ໃນພວກ​ກ້ອງພິເສດ​ທີ່​ມີ​ຄວາມຄົມຊັດເຈນ​ສູງ.

ທ່ານນາງ Elizabeth Reede ກ່າວ​ວ່າ “ສິ່ງ​ມະຫັດສະຈັນແທ້ໆແມ່ນ​ເກີດ​ຂຶ້ນ​ຍ້ອນທີມ ງານວິສະວະກອນ​ຂອງ​ພວກ​ເຮົາ ຜູ້​ທີ່​ນຳ​ເອົາຂໍ້​ມູນ​ອັນມະຫາສານເຂົ້າມາ ​ປະສົມ​ປະ ສານກັນ ຫຍິບ​ແສ່ວ​ເຂົ້າຫາ​ກັນ ​ເພື່ອ​ສ້າງ​ບັນຍາກາດ​ເໝືອນ​ຈິງ​ໃຫ້​ພວກ​ເຮົາ​ໄດ້​ຊົມ​ກັນ ເພື່ອເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ຮູ້ສຶກ​ວ່າ​ມັນເປັນຈິງ​ແທ້ໆ ຊຶງ​ບໍ່ແມ່ນຂອງທຽມ​ລອກ​ລຽນ​ແບບເລີຍ.”

ໃນ​ປະຈຸ​ບັນ​ນີ້ App ຕ່າງໆ ​ແມ່ນ​ຟຣີ ຫຼືໄດ້ລ້າ ​ແຕ່​ວ່າ ໃນຕອນ​ທີ່ຈຳນວນຫໍພິພິດ​ທະພັນມີ​ເພີ້​ມຂຶ້ນ ບໍລິສັດ​ Woofbert ວາງ​ແຜນ​ວ່າຈະ​ເລີ້ມ​ຄິດ​ຄ່າ​ທຳນຽມ​ໃນລາຄາຕ່ຳ​ ແລະ ຂໍ້​ມູນ​ໃໝ່ໆ​ກໍແມ່ນຈະ​ຄາດໄດ້ວ່າຈະມີຂຶ້ນທຸກໆ 6 ຫາ 8 ສັບປະດາ.

ອ່ານຂ່າວນີ້ເປັນພາສາລາວ

XS
SM
MD
LG