ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແອັ​ປ​ພ​ລິ​ເຄ​​ຊັນທີ່​ເໝືອນຈິງແນ​ໃສ່ ນຳ​ເອົາ​ຄວາມ​ສະ​ຫງົບ​ງຽບມາ​ໃຫ້​ຈິດ​ໃຈ ​ຄົນ ໂດຍຜ່ານ​ການ​ນັ່ງ​ ສະ​ມາ​ທິທີ່​ມີ ​​ການສອນ​


LogOn VR Mental Health USAGM
please wait

No media source currently available

0:00 0:01:59 0:00

ແອັ​ປ​ພ​ລິ​ເຄ​​ຊັນທີ່​ເໝືອນຈິງຖືກນຳ​ມາໃຊ້ຢູ່ໃນຂົງ​ເຂດອື່ນອີກເຊັ່ນ ການນັ່ງສະມາທິທີ່ມີ​ການນໍາພາ

ແອັ​ປ​ພ​ລິ​ເຄຊັນທີ່​ເໝືອນຈິງໄດ້ກາຍເປັນເລື່ອງທໍ​າ​ມະ​ດາ​ຢູ່ແລ້ວໃນເກມອອນລາຍນ໌ຕ່າງໆ, ບໍ່​ພຽງ​ແຕ່​ເທົ່າ​ນັ້ນມັນຍັງຖືກນຳ​ມາໃຊ້ຢູ່ໃນຂົງ​ເຂດອື່ນອີກເຊັ່ນ ການນັ່ງສະມາທິທີ່ມີ​ການນໍາພາ. Deana Mitchell ມີລາຍ​ງານກ່ຽວ​ກັບເລື່ອງ ນີ້ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ດ້ວຍແສງໄຟທີ່ສົ່ງແສງສະຫວ່າງສະໄຫວ ແລະສຽງດັງດິງດ໋ອງຂອງເທັກໂນ ໂລຈີ​ຊຶ່ງ​ຮຽກ​ເອີ້ນ​ຫາ​ພວກ​ເຮົາ​ໃຫ້ປະຕິບັດການເຮັດໃຫ້ຈິດໃຈສະຫງົບຢູ່ສະ​ເໝີ ດ້ວຍການນັ່ງສະມາທິນັ້ນອາດເປັນເລື່ອງທີ່ຫຍຸ້ງຍາກ. ແຕ່ແອັ​ປ​ພ​ລິເ​ຄຊັນທີ່​ເໝືອນຈິງແບບໃຫມ່ ທີ່ເອີ້ນວ່າ "Tripp" ໃຫ້​ຄວາມ​ຫວັງຫລາຍວ່າຈະຊ່ວຍໃຫ້ຜູ້ໃຊ້ໄປເຖິງ​ຈຸດນັ້ນ​ໄດ້ - ໂດຍການນໍາໃຊ້ ເທັກໂນໂລຈີ.

ທ່ານນາງ ນາ​ນີ ຣີຟ​ສ໌ (Nanea Reeves) ຫົວ​ໜ້າ​ຜູ້​ບໍ​ລິ​ຫານ ຫລື CEO ຂອງ​ບໍ​ລິ​ສັດ Tripp ກ່າວ​ຕໍ່ວີ​ໂອ​ເອຜ່ານ​ທາງ Zoom ວ່າ:
"ຂ້າພະເຈົ້າໄດ້ເຮັດວຽກຢູ່ໃນອຸດສາຫະກໍາເຮັດວີດີໂອເກມມາເປັນເວລາດົນ ນານ ແລະຄວາມສົນໃຈຂອງຂ້າພະເຈົ້າໃນເທັກໂນໂລຈີແທ້ຈິງແລ້ວ ແມ່ນເກີດ ມາຈາກການຫຼີ້ນວິດີໂອເກມແທ້ໆ."

ທ່ານນາງ​ຣີຟ​ສ (Reeves), ຜູ້ທີ່ຮຽນການ​ນັ່ງສະມາທິຈາກນັກບຳບັດ​ກ່າວວ່າ ທ່ານນາງໄດ້ຮັບແຮງບັນດານໃຈໃຫ້ສ້າງແອັບໃນ​ດ້ານສຸຂະພາບຈິດທີ່​ເໝືອນຈິງ ຫຼັງຈາກທ່ານນາງຮູ້ສຶກວ່າມີຈິດໃຈສົດຊື່ນຂຶ້ນໃນ​ຂະ​ນະ​ທີ່ທົດລອງໃຊ້ຕົ້ນ​ແບບ​ຂອງຊຸດຟັງຫູອົກ​ຄູ​ລັ​ສ ວີ​ອາ (Oculus VR) ຂອງເຟສ​ບຸກ (Facebook).

ບໍລິສັດຂອງທ່ານນາງໄດ້ສ້າງປະສົບການທີ່​ເໝືອນຈິງຂອງຕົນເອງກັບນັກສ້າງ ພາບ​ທີ່ເຄື່ອນເໜັງໄດ້ ແລະນັກອອກແບບສຽງທີ່ສະ​ໜອງຄວາມ​ສາ​ມາດ​ພິ​ເສດ ຂອງພວກເຂົາເຈົ້າໃຫ້.

ການສະໜອງຕົ້ນຕໍຂອງບໍ​ລິ​ສັດ Tripp ທີ່​ມີ​ໄວ້​ໃຫ້ແມ່ນ "ການເດີນທາງທີ່ມີ​ຈຸດມຸ້ງ​ໝາຍ​ເລັງໃສ່", ດັ່ງທີ່ມັນໄດ້ສະ​ແດງ​ອອກ​ໃຫ້​ເຫັນ ມັນຊ່ວຍໃຫ້ຜູ້ຊົມໃຊ້ ສາມາດເອົາຈິດໃຈຂອງເຂົາເຈົ້າຕ້ອມ​ເຂົ້າ​ມາ, ແລະ "ການເດີນທາງທີ່ສະຫງົບ ງຽບ" ສໍາລັບການຝຶກສະມາທິທີ່ເລິກເຊິ່ງກວ່າກໍ​ຈະ​ເກີດ​ຂຶ້ນ​.

ນີ້​ແມ່ນຣີ​ຟສ (Reeves) ອີກເທື່ອນຶ່ງ:

ທ່ານນາງ ຣີ​ຟ​ສ (Reeves) CEO ຂອງ​ບໍ​ລິ​ສັດກ່າວ​ຜ່ານ​ທາງ Zoom ວ່າ:
"ແທນທີ່ຈະບອກທ່ານໃຫ້ຫາຍໃຈເຂົ້າ ແລະຫາຍໃຈອອກ, ໃນ​ຕົວຈິງແລ້ວ ພວກເຮົາສະແດງໃຫ້ທ່ານເຫັນລົມຫາຍໃຈຂອງທ່ານ​ທີ່ພົ່ນ​ອອກ​ມາ ແລະ ພວກ ເຮົາວາງມັນໄວ້ເພື່ອ​ວ່າ​ຂະ​ນະ​ທີ່ທ່ານຫາຍໃຈອອກມາເໝືອນກັນ​ກັບ​ວ່າ​ມັນຢູ່ໃກ້ກັບປາກຂອງທ່ານ ແລະດວງດາວນ້ອຍເຫລື້ອມໆ ເຫຼົ່ານີ້ແມ່ນ ອອກມາຈາກປາກຂອງທ່ານ."

ບໍ​ລິ​ສັດ Tripp ມີສະພາບແວດລ້ອມທາງ​ອອນ​ລາຍຫຼາຍກວ່າ 30 ແບບ​ໄວ້​ສະ​ໜອງ​ໃຫ້​ທ່ານ— ທັງເປັນວິດີໂອແບບ 360 ອົງສາ ແລະຮູບພາບ​ເສັ້ນ​ກ​ຣາ​ຟ​ທີ່ ເຄື່ອນເໜັງ​ໄດ້. ມັນຍັງມີປະສົບການໃນ​ການຟັງສຽງຢູ່​ຫູ​ທັງ​ສອງ​ຂ້າງທີ່ຜະລິດສຽງໃນຄວາມຖີ່ທີ່ແຕກຕ່າງກັນສໍາລັບຫູ​ໃນແຕ່ລະຂ້າງ, ຊຶ່ງ​ເປັນຄວາມຮູ້ສຶກທີ່​ທ່ານ​ນາງ ຣີ​ຟ​ສ໌ (Reeves) ເວົ້າວ່າຊ່ວຍໃນເລື້ອງຄວາມຕຶງ​ຄຽດ ແລະຄວາມກັງວົນໃຈ​ໄດ້.

​ແຕ່ນາງກ່າວຕື່ມວ່າ ແອັບ​ພ​ລິ​ເຄ​ຊັນ​ອັນນີ້ແມ່ນພຽງແຕ່ຊ່ວຍແນະນຳແກ່ຜູ້ໃຊ້ໃຫ້ ໄປສູ່ພື້ນທີ່ທີ່ສະຫງົບກວ່າ​ຢູ່​ໃນ​ຫົວ, ບໍ່ແມ່ນການທົດແທນໃຫ້​ແກ່ການຝຶກສະ ມາທິແບບດັ້ງເດີມແຕ່​ຢ່າງ​ໃດ.

ທ່ານ​ນາງ ພ​ຣີ​ຕຳ ທາ​ຣາ (Pritam Tara) ຄູສອນ​ໂຍ​ຄະ​ແບບຄຸນ​ດາ​ລີ​ນີ (Kundalini) ແລະ ທັງ​ເປັນ​ຜູ້ຮັບ​ຜິດ​ຊອບດ້ານ​ການຕະຫຼາດໃຫ້ລູກຄ້າສໍາລັບ ບໍ​ລິ​ສັດ Tripp, ກ່າວວ່າ ແອັບ VR ຍັງຊອກຫາຜູ້ຊົມໃຊ້ທີ່ມີຫຼາຍຄົນທີ່ບໍ່ ເຄີຍນັ່ງສະມາທິຈັກ​ເທື່ອ.

ທ່ານ​ນາງ ທາ​ຣາ ກ່າວ​ວ່າ:
"ມັນເຂົ້າເຖິງຜູ້ຊົມໃຊ້ທີ່ເປັນນັກຫຼິ້ນເກມໄດ້ຫຼາຍຂຶ້ນ ແລະຜູ້ຊົມໃຊ້ດ້ານເທັກໂນ ໂລຈີໄດ້ຫຼາຍຂຶ້ນແທ້ໆ ດ້ວຍມີລັກສະນະຂອງຜູ້ທີ່ມີອຸປະກອນເຫຼົ່ານີ້ອີ່ຫລີ."

ນີ້​ເປັນວິທີທີ່ໄວອັນ​ນຶ່ງທີ່ຈະເອົາຕົວຂອງ​ທ່ານເອງກັບເຂົ້າມາ​ຢູ່ໃນ​ຄວາມ​ເປັນ​ຈິງ​ຂອງ​ປັດ​ຈຸ​ບັນ, ເຖິງແມ່ນວ່າ ມັນເປັນການ​ເຮັດ​ທາງ​ອອນ​ລາຍ​ນ໌ກໍ​ຕາມ.

ອ່ານ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ

Brain computer interfaces, where computers analyze brain signals and help paralyzed people to write and carry out other actions, is a burgeoning area of research. VOA’s Deana Mitchell has the story of one breakthrough.

At first glance, this writing may seem unremarkable, but it was written entirely through thought. As the participant imagined writing a letter or symbol, sensors implanted in his brain picked up on patterns of electrical activity, which an algorithm then interpreted to trace the path of an imaginary pen.

Dr. Jaimie Henderson, of Stanford University, spoke to VOA over Zoom:

“We've learned that the control signals for limb movement are present even years after paralysis, which is really sort of fascinating and almost unexpected.”

Henderson and other scientists with BrainGate, a research collaborative, have successfully decoded brain activity associated with handwriting motor imagery. Their goal is to help people who are “locked-in,” meaning unable to move their bodies, communicate faster.

One of their main subjects, a firefighter who was paralyzed falling while taking out the trash, works closely with Henderson.

Dr. Jaimie Henderson, Stanford University via Zoom:

“He subsequently has been living with paralysis now for over a decade.

He's really just a valued and indispensable member of our team.”

Creating a successful Brain Computer Interface or BCI is a quest for several research groups and technology firms. While widespread use may be far off, these breakthroughs point to ways technology might be able to extend human capabilities.

After five days of practice, the participant could type at 90 characters per minute, which Braingate says set a new record for BCI's of any kind.

Dr. Jaimie Henderson, Stanford University via Zoom:

So, with each of these new breakthroughs, we begin to learn more about how the brain processes movement signals and potentially even higher order things like decision making, for example, or error detection.”

While brain implants are invasive, the hope is that more research will result in better technology for the people who really need it.

XS
SM
MD
LG