ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຮຸນແຮງ ຍັງດຳເນີນ ຢູ່ຕໍ່ມາ ໃນ ອັຟການິສຖານ (ວີດີໂອ)


ແຜນທີ່ ອັຟການິສຖານ
ແຜນທີ່ ອັຟການິສຖານ
ບັນດາ​ເຈົ້າ​ໜ້າ​ທີ່ອັ​ຟກາ​ນິສຖານ ກ່າວ​ວ່າ ຜູ້​ວາງ​ລ​ະ​ເບີດ​
ສະລະ​ຊີບ​ຄົນ​ນຶ່ງໃນ​ພາກ​ຕາ​ເວັນ​ຕົກ​ຂອງນະຄອນ​ກາບູລ
​ໄດ້​ສັງຫານ​ ພົນລະ​ເຮືອນ​ນຶ່ງ​ຄົນ ແລະເຮັດໃຫ້​ ອີກ​ຫລາຍ
​ຄົນ​ໄດ້​ຮັບ​ບາດ​ເຈັບແຕ່​ບໍ່ສາມາດ​ທຳລາຍ​ເປົ້າ​ໝາ​ຍຂອງ
​ລາວໄດ້ ​ນັ້ນກໍຄື ເຈົ້າ​ໜ້າ​ທີ່ລັດຖະບານ​ຂັ້ນ​ສູງ​ຄົນ​ນຶ່ງ​.

ຕຳຫລວດ​ກ່າວ​ວ່າ ຜູ້​ວາງລະເບີດໄດ້ບີບຄະ​ນວນລະເບີດທີ່ຫ້າງໄວ້ໃນ​ລົດ​ຂອງລາວ
​ໃນ​ຕອນ​ເຊົ້າ​ວັນ​ເສົາ​ມື້​ນີ້ ຢູ່​ຂ້າງລົດ​ຂອງ​ທ່ານ Mohammed Masoon Stanikzai
​ເຈົ້າ​ໜ້າ​ທີ່ອະ​ວຸ​ໂສຄົນ​ນຶ່ງ ໃນສະພາ​ສູງ​ສັນຕິພາບ ຊຶ່ງເປັນອົງການ ຂອງລັດຖະບານ
ທີ່ມີໜ້າ​ທີ່ເປີດການເຈລະຈາສັນຕິພາບ ກັບພວກກະບົດທາ​ລິ​ບານ. ບັນດາ​ເຈົ້າ​ໜ້າ​
ທີ່​ກ່າວ​ວ່າ ​ທ່ານ Stanikzai ບໍ່​ໄດ້​ຮັບ​ບາດ​ເຈັບ ​ເພາະວ່າ ລົດ​ຂອງ​ທ່ານ​ເປັນລົດທີ່
ກັນກະສຸນແລະລະເບີດ.

ບັນດາ​ຜູ້​ເຫັນ​ເຫດການກ່າວ​ວ່າ ພວກເຈົ້າໜ້າທີ່​ຮັກສາ​ຄວາມ​ປອດ​ໄພ ​ໄດ້​ປິດ​ລ້ອມ​ເຂດດັ່ງກ່າວ.

ຜູ້ເຫັນເຫດການ ທີ່​ມີຊື່ວ່າ Waheedullah ກ່າວ​ວ່າ​ “ລົດລະ​ເບີດ​ສະລະ​ຊີບ​ໄດ້​ແນ
​ເປົ້າ​ໝາຍ​ໃສ່ລົດ land cruiser. ປະມານສີ່​ຫາ​ຫ້າ​ຄົນ​ໄດ້​ຖືກ​ສັງຫານ ​ແລະ​ໄດ້​ຮັບ
​ບາດ​ເຈັບຂ້ອຍຍັງບໍ່ແນ່ກ່ຽວກັບເລື່ອງ. ຕໍ່​ມາ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ ​ໄດ້​ປິດ​ລ້ອມ​ເຂດດັ່ງກ່າວ​ແລະ​ອັດ​ຖະໜົນ​ຫົນທາງ.”

ຍັງ​ບໍ່​ທັນ​ມີ​ກຸ່ມໃດອ້າງເອົາຄວາມ​ຮັບຜິດ​ຊອບເທື່ອ ກ່ຽວກັບການໂຈມຕີໃນຄັ້ງນີ້.

ສ່ວນຢູ່​ພາກ​ໃຕ້​ອັຟກາ​ນິສຖານ ໃນ​ວັນ​ສຸກ​ວານ​ນີ້ ທະຫານ​ສະຫະລັດ​ສາມ​ຄົນ ​ແລະ
ໝາໂຕນຶ່ງທີ່ເຮັດວຽກໃຫ້ພວກ​ທະຫານ​ໄດ້​ເສຍ​ຊີ​ວີ​ດຍ້ອນ​ລ​ະ​ເບີດ​ແຄມທາງ.

ກຸ່ມທາລີບານໄດ້ອ້າງເອົາຄວາມຮັບຜິດຊອງ ໃນການໂຈມຕີດັ່ງກ່າວນີ້.
AFGHANISTAN VIOLENCE SOTVO
please wait

No media source currently available

0:00 0:00:57 0:00

Afghan authorities say a suicide bomber in western Kabul killed one civilian and wounded several others, but failed to harm his target, a senior government official.

Police say the bomber detonated his vehicle early Saturday alongside the car of Mohammed Masoom Stanikzai, a senior official in the High Peace Council, a government body tasked with peace talks with the Taliban insurgency. Officials say Stanikzai was not hurt because his vehicle was heavily armored.

Witnesses say security personnel blocked off the area.

Waheedullah (one name given) eye witness:
"A suicide car bomb targeted a land cruiser vehicle. Around four to five people were killed and wounded, I'm not sure. Later the security forces surrounded the area and blocked the road."

There has been no immediate claim of responsibility for the attack.

In southern Afghanistan Friday, three U.S. soldiers and a military working dog were killed by a roadside bomb.

The Taliban claimed responsibility for that attack.
XS
SM
MD
LG