ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະທານາທິບໍດີ ເວເນຊູເອລາ ປະກາດວ່າ "ປະຊາຊົນ ໄດ້ເລືອກເອົາ ສະພາແຫ່ງຊາດ ແລ້ວ"


ພວກຜູ້ປະທ້ວງຢືນເບິ່ງສິ່ງກີດຂວາງຖືກໄຟໄໝ້ ຫຼັງຈາກການ
ປະທະກັນໄດ້ເກີດຂຶ້ນ ໃນຂະນະທີ່ການເລືອກຕັ້ງສະພາແຫ່ງ
ຊາດກຳລັງດຳເນີນຢູ່ ນະຄອນຫຼວງ ຄາຣາຄັສ, ເວເນຊູເອລາ, 30 ກໍລະກົດ, 2017.
ພວກຜູ້ປະທ້ວງຢືນເບິ່ງສິ່ງກີດຂວາງຖືກໄຟໄໝ້ ຫຼັງຈາກການ ປະທະກັນໄດ້ເກີດຂຶ້ນ ໃນຂະນະທີ່ການເລືອກຕັ້ງສະພາແຫ່ງ ຊາດກຳລັງດຳເນີນຢູ່ ນະຄອນຫຼວງ ຄາຣາຄັສ, ເວເນຊູເອລາ, 30 ກໍລະກົດ, 2017.

ປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro ກ່າວວ່າ ການເລືອກຕັ້ງໃນວັນ
ອາທິດວານນີ້ ເພື່ອຈະຂຽນລັດຖະທຳມະນູນໃໝ່ໂດຍສະພາແຫ່ງຊາດ ແມ່ນໄດ້ປະສົບ
ຜົນສຳເລັດຢ່າງຍິ່ງໃຫຍ່. ທ່ານປະທານາທິບໍດີເວົ້າວ່າ “ປະຊາຊົນໄດ້ເລືອກເອົາສະພາ
ແຫ່ງຊາດ. ມັນມີຫຼາຍລັດໃນປະເທດທີ່ບັນດາຜູ້ລົງຄະແນນສຽງ ໄດ້ສ່ຽງຕໍ່ການຖືກຍິງ
ຂອງພວກບໍລິການທະຫານ, ລອຍຂ້າມແມ່ນໍ້າ, ເຂົາເຈົ້າໄດ້ເດີນ ທາງຂ້າມພູ, ແຕ່ພວກ
ເຂົາເຈົ້າໄດ້ລົງລະແນນສຽງເພື່ອສະພາແຫ່ງຊາດ.”

ຝ່າຍຄ້ານໃນບັນດາປະເທດ ອາເມຣິີກາໃຕ້ ໄດ້ກ່າວວ່າ ມາດຕະການທີ່ບໍ່ໄດ້ຮັບຄວາມ
ນິຍົມນັ້ນ ຈະສົ່ງຜົນໃຫ້ເກີດອຳນາດຜະເດັດການສັງຄົມນິຍົມ ແລະ ໄດ້ຮຽກຮ້ອງໃຫ້
ເວເນຊູເອລາ ປະຕິເສດການລົງຄະແນນສຽງດັ່ງກ່າວ. ໜ່ວຍປ່ອນບັດຫຼາຍສິບແຫ່ງໃນ
ນະຄອນຫຼວງ Caracus ແມ່ນເປົ່າຫວ່າງ ບໍ່ມີຜູ້ຄົນ.

ທ່ານນາງ Heather Nauert ໂຄສົກສຳລັບກະຊວງການຕ່າງປະເທດ ສະຫະລັດ ກ່າວ
ວ່າ ການເລືອກຕັ້ງໄດ້ທຳລາຍ “ສິດທິໃນການຕັດສິນໃຈຂອງປະຊາຊົນເວເນຊູເອລາ.
ພວກເຮົາຈະສືບຕໍ່ເອົາມາດຕະການທີ່ໜັກ ແລະ ວ່ອງໄວ ຕໍ່ຜູ້ສ້າງລັດທິອຳນາດຜະເດັດ
ການໃນ ເວເນຊູເອລາ, ລວມທັງຜູ້ທີ່ເຂົ້າຮ່ວມໃນສະພາແຫ່ງຊາດ ຍ້ອນການເລືອກຕັ້ງ
ທີ່ຖືກຕຳໜິຂອງມື້ນີ້."

ທູດ ສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ Nikki Haley ໄດ້ຂຽນຂໍ້
ຄວາມໃນ Twitter ວ່າ “ການຫຼອກລວງເລືອກຕັ້ງຂອງທ່ານ Maduro ແມ່ນອີກບາດ
ກ້າວໜຶ່ງ ໄປສູ່ຜະເດັດການ. ພວກເຮົາຈະບໍ່ຍອມຮັບເອົາລັດຖະບານນອກກົດໝາຍ.
ປະຊາຊົນ ເວເນຊູເອລາ ແລະ ປະຊາທິປະໄຕຈະໄດ້ຮັບໄຊຊະນະ.”

ລັດຖະບານທ່ານ ທຣຳ ໄດ້ວາງມາດຕະການລົງໂທດທາງເສດຖະກິດຕໍ່ສະມາຊິກລະ
ດັບສູງຫຼາຍຄົນ ຂອງລັດຖະບານທ່ານ Maduro ແລ້ວ. ສະມາຊິກສະພາ ສະຫະລັດ
ລະດັບສູງຈຳນວນໜຶ່ງກໍໄດ້ສະແດງການສະໜັບສະໜູນຂອງພວກເພິ່ນ ຕໍ່ປະຊາຊົນ
ເວເນຊູເອລາ ເຊັ່ນກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Venezuela Crisis
please wait
Embed

No media source currently available

0:00 0:02:22 0:00

XS
SM
MD
LG