ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການກໍ່ຄວາມຮຸນແຮງ ຕໍ່ຊາວຢິວ ໄດ້ເພີ້ມສູງຂຶ້ນ ເມື່ອປີກາຍນີ້ ຢູ່ໃນ ສະຫະລັດ ແລະ ເຢຍຣະມັນ


ດອກກຸຣາບ ໄດ້ຖືກວາງໄວ້ ຢູ່ທີ່ ບໍລິເວນຂຶ້ນລົດໄຟ Gleis 17 (Platform 17) ນຊຶ່ງເປັນ ອະນຸສອນສະຖານີລົດໄຟ Berlin-Grunewald ຈາກບ່ອນທີ່ພົນລະເມືອງຊາວຢິວ ໄດ້ຖືກຂົນສົ່ງໄປຍັງຄ້າຍຄຸມຂັງຂອງພວກນາຊີ ໃນລະຫວ່າງ ປີ 1941 ຫາ 1945, ໃນນະຄອນເບີລິນ ຂອງເຢຍຣະມັນ, ວັນທີ 27 ມັງກອນ 2021.
ດອກກຸຣາບ ໄດ້ຖືກວາງໄວ້ ຢູ່ທີ່ ບໍລິເວນຂຶ້ນລົດໄຟ Gleis 17 (Platform 17) ນຊຶ່ງເປັນ ອະນຸສອນສະຖານີລົດໄຟ Berlin-Grunewald ຈາກບ່ອນທີ່ພົນລະເມືອງຊາວຢິວ ໄດ້ຖືກຂົນສົ່ງໄປຍັງຄ້າຍຄຸມຂັງຂອງພວກນາຊີ ໃນລະຫວ່າງ ປີ 1941 ຫາ 1945, ໃນນະຄອນເບີລິນ ຂອງເຢຍຣະມັນ, ວັນທີ 27 ມັງກອນ 2021.

ຈຳນວນຕົວເລກຂອງການໂຈມຕີດ້ວຍຄວາມຮຸນແຮງ ຕໍ່ພວກຊາວຢິວໃນສະຫະ ລັດ ແລະເຢຍຣະມັນ ໄດ້ເພີ້ມສູງຂຶ້ນ ເມື່ອປີກາຍນີ້ ແມ່ນກະທັງ ໃນຂະນະທີ່ເຫດການກໍ່ຄວາມຮຸນແຮງຕໍ່ຊາວຢິວຕ່າງໆ ໄດ້ຫລຸດລົງຢູ່ແຫ່ງອື່ນໃນທົ່ວໂລກທ່າມກາງການແຜ່ລະບາດ ຂອງໂຣກໄວຣັສໂຄໂຣນາ ກໍຕາມ ອີງຕາມກຸ່ມຄົ້ນ ຄວ້າດ້ານວິຊາການຂອງອິສຣາແອລ ທີ່ໄດ້ລາຍງານໃນວັນພຸດວານນີ້.

ໃນບົດລາຍງານປະຈຳປີ (( https://bit.ly/39S5x6z )) ສູນກາງແຄນເຕີ ເພື່ອການສຶກສາຍຸກສະໄໝຊາວຢິວໃນຢູໂຣບ ຢູ່ທີ່ມະຫາວິທະຍາໄລແທລ ອາວີບ ໄດ້ລະບຸ 119 ເຫດການກໍ່ຄວາມຮຸນແຮງຕໍ່ຊາວຢິວໃນສະຫະລັດ ເມື່ອປີກາຍນີ້ ຊຶ່ງໄດ້ສູງຂຶ້ນ ຈາກທີ່ມີ 111 ກໍລະນີ ໃນປີ 2019. ສະຫະລັດ ເປັນຖິ່ນຖານບ້ານເກີດຂອງປະຊາກອນຊາວຢິວທີ່ໃຫຍ່ທີ່ສຸດ ຢູ່ນອກອິສຣາແອລ ໄດ້ພົບເຫັນການເພີ້ມສູງຂຶ້ນຢ່າງຕໍ່ເນື່ອງໃນການກໍ່ຄວາມຮຸນແຮງຕໍ່ຊາວຢິວ ໃນບໍ່ເທົ່າ ໃດປີມໍ່ໆມານີ້.

ມີພວກຜູ້ໃຫຍ່ອາເມຣິກັນ ປະມານ 4 ລ້ານ 2 ແສນຄົນ ທີ່ລະບຸຕົນເອງ ເປັນຊາວຢິວ “ດ້ວຍສາສະໜາ” ຄິດໄລ່ເປັນ 1.8 ເປີເຊັນ ຂອງປະຊາກອນຄົນຜູ້ໃຫຍ່ຢູ່ໃນສະຫະລັດ ອີງຕາມການກະປະມານຂອງອົງການຄົ້ນຄວ້າພິວ ໃນປີ 2013. ການກະປະມານທີ່ຄວບຄຸມຫຼາຍກວ່າ ໂດຍອົງການປຶ້ມປະຈໍາປີຊາວອາເມຣິກັນເຊື້ອສາຍຢິວ ໃນປີ 2019 ໄດ້ລະບຸໂຕເລກຢູ່ທີ່ 6 ລ້ານ 9 ແສນຄົນ.

ສ່ວນຢູ່ໃນເຢຍຣະມັນ ໂດຍມີປະຊາກອນຊາວຢິວຫຼາຍກວ່າ 100,000 ຄົນ ຊຶ່ງສູນກາງແຄນເຕີ ໄດ້ຮັບລາຍງານຂອງການກໍ່ຄວາມຮຸນແຮງ 59 ກໍລະນີ ທີ່ແນເປົ້າໝາຍໃສ່ຊາວຢິວ ເມື່ອປີກາຍນີ້ ໂດຍເພີ້ມຂຶ້ນ ຈາກທີ່ມີ 41 ກໍລະນີ ໃນປີ 2019. ຈໍານວນທັງໝົດຂອງເຫດການຕໍ່ຕ້ານຊາວຢິວໃນເຢຍຣະມັນ ໄດ້ເພີ້ມສູງຂຶ້ນເຖິງ 12 ເປີເຊັນເມື່ອປີກາຍນີ້ ອີງຕາມລາຍງານດັ່ງກ່າວ.

ລາຍງານກ່າວວ່າ ໃນທັງສອງປະເທດດັ່ງກ່າວ ການທຳລາຍຫຼືສ້າງຄວາມເສຍຫາຍຕໍ່ຊັບສິນຂອງສາທາລະນະ ຫຼືສ່ວນບຸກຄົນນັ້ນ ແມ່ນເປັນສ່ວນໃຫຍ່ຂອງການກໍ່ຄວາມຮຸນແຮງ.

ໃນປະເທດອື່ນໂດຍສ່ວນໃຫຍ່ ລວມທັງປະເທດຕາເວັນຕົກ ທີ່ມີປະຊາກອນຊາວຢິວຫຼວງຫຼາຍ ເຊັ່ນວ່າ ອອສເຕຣເລຍ ການາດາ ຝຣັ່ງ ແລະອັງກິດ ຊຶ່ງຈຳນວນການໂຈມຕີຕໍ່ຕ້ານຊາວຢິວ ໄດ້ຫລຸດລົງ. ສູນກາງແຄນເຕີ ໄດ້ກ່າວວ່າ ຕົນໄດ້ຮັບລາຍງານ ຈຳນວນທັງໝົດຂອງເຫດການເຊັ່ນນັ້ນ ມີຢູ່ 371 ກໍລະນີໃນທົ່ວໂລກ ໂດຍຫລຸດລົງຈາກທີ່ມີ 456 ກໍລະນີໃນປີກ່ອນ.

ທ່ານນາງດີນາ ໂປແຣັຕ ຫົວໜ້າຂອງສູນກາງແຄນເຕີ ໄດ້ກ່າວວ່າ ການຫລຸດລົງໂດຍລວມແລ້ວ ແມ່ນເປັນຍ້ອນການປະເຊີນໜ້າກັນທີ່ໜ້ອຍລົງໃນລະຫວ່າງໂຣກລະບາດນັ້ນ. ແຕ່ຢູ່ໃນເຢຍຣະມັນແລະສະຫະລັດ ເຖິງຢ່າງໃດກໍຕາມ ກິດ ຈະກຳທີ່ຫຼາຍຂຶ້ນຂອງກຸ່ມຂວາຈັດ ເຊັ່ນວ່າ ຂະບວນການສົມຮູ້ຮ່ວມຄິດ QAnon ນັ້ນ ໄດ້ພາໃຫ້ເກີດ ມີການກໍ່ຄວາມຮຸນແຮງຕໍ່ຕ້ານຊາວຢິວ ເພີ້ມສູງຂຶ້ນ ດັ່ງທີ່ທ່ານນາງໄດ້ກ່າວໄປ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG