ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຊາວບ້ານທີ່ອາໄສຢູ່ໃກ້ຄອງນໍ້າ ທີ່ໄດ້ຮັບການສະເໜີສ້າງ ສະແດງຄວາມກັງວົນ ແລະ ພຽງແຕ່ລໍຖ້າ


ນາງເຢ ຊາວຸນ (Yea Savun), ອາຍຸ 58 ປີ, ຊາວບ້ານທີ່ອາໄສຢູ່ໃນເຂດ ຄີນ ສເວ, ແຂວງການດາລ, ປະເຊີນກັບການຍົກຍ້າຍບ່ອນຢູ່ໃໝ່ ເນື່ອງຈາກໂຄງການຄອງທີ່ໄດ້ຮັບການສະເໜີກໍ່ສ້າງ.
ນາງເຢ ຊາວຸນ (Yea Savun), ອາຍຸ 58 ປີ, ຊາວບ້ານທີ່ອາໄສຢູ່ໃນເຂດ ຄີນ ສເວ, ແຂວງການດາລ, ປະເຊີນກັບການຍົກຍ້າຍບ່ອນຢູ່ໃໝ່ ເນື່ອງຈາກໂຄງການຄອງທີ່ໄດ້ຮັບການສະເໜີກໍ່ສ້າງ.

ນາງໂຊກ ເຊຣ (Sok Srey) ໄດ້ກະກຽມສໍາລັບຍາມນ້ຳຂຶ້ນຢູ່ແມ່ນ້ຳຂອງໃນເດືອນມິຖຸນາ, ເມື່ອມັນຈະລົ້ນຝັ່ງແລ້ວໄຫຼເຂົ້າໄປໃນແມ່ນໍ້າ ຕາແກ້ວ (Takeo), ເຊິ່ງເປັນແມ່ນ້ໍາຂະຫນາດນ້ອຍ ຫຼື ເພຣກ (prek) ໃນພາສາຂະເໝນ, ທີ່ຕິດກັບດິນທີ່ນາງໄດ້ຄອບຄອງກັບຄອບຄົວຂອງນາງ ມາເປັນເວລາເກືອບ 25 ປີແລ້ວ.

ນາງບໍ່ໄດ້ກຽມພ້ອມສໍາລັບສິ່ງທີ່ອາດຈະເກີດຂຶ້ນກັບຄອບຄົວຂອງນາງ ຖ້າຫາກຄອງທີ່ໄດ້ຮັບການສະເຫນີໂດຍທຶນຈາກຈີນ ເຊື່ອມຕໍ່ອ່າວໄທ ກັບສາຂາຂອງແມ່ນ້ໍາຂອງ ຄື ແມ່ນໍ້າຕາແກ້ວ.

“ຂ້ອຍຍັງບໍ່ມີຂໍ້ມູນທີ່ຈະແຈ້ງເທື່ອ. ຂ້ອຍຫາກໍໄດ້ຍິນວ່າ ພວກເຂົາຈະສ້າງຢູ່ທີ່ນີ້,” ນາງໂຊກ ເຊຣ ຜູ້ມີອາຍຸ 60 ປີ ກ່າວຕໍ່ VOA ພະແນກພາສາຂະເໝນ ໃນຕົ້ນເດືອນນີ້ ໃນລະຫວ່າງການໃຫ້ສໍາພາດຢູ່ທີ່ເຮືອນຂອງນາງ, ເຊິ່ງມີໄລຍະຫ່າງຈາກນະຄອນຫຼວງພະນົມເປັນຂອງກຳປູເຈຍ ປະມານ 35 ກິໂລແມັດ.

ນາງ ​ແລະ​ເພື່ອນ​ບ້ານ​ຊາວ​ປະມົງ​ຂອງນາງ ຍັງ​ບໍ່​ທັນ​ໄດ້​ຍິນ​ແນວໃດຈາກເຈົ້າໜ້າທີ່ຂອງ​ກຳປູ​ເຈຍ ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ຄອບຄົວຕ່າງໆ​ທີ່ຈະ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄງການທີ່ກ່າວມານັ້ນ.

ເດັກນ້ອຍພາກັນຫຼິ້ນໃນວັນທີ 18 ມີນາ 2024, ຢູ່ທີ່ຄອງນໍ້າທີ່ໄດ້ຮັບການສະເໜີສ້າງ ຢູ່ທີ່ແມ່ນໍ້ານ້ອຍ ຕາແກ້ວ (Prek Takeo).
ເດັກນ້ອຍພາກັນຫຼິ້ນໃນວັນທີ 18 ມີນາ 2024, ຢູ່ທີ່ຄອງນໍ້າທີ່ໄດ້ຮັບການສະເໜີສ້າງ ຢູ່ທີ່ແມ່ນໍ້ານ້ອຍ ຕາແກ້ວ (Prek Takeo).

ລັດຖະບານ​ກຳປູ​ເຈຍ​ ໄດ້​ອະນຸມັດໃນການ​ສ້າງ​ຄອງ​ນ້ຳ​ ຟູນານ ​ເທັກໂກ (Funan Techo) ໃນເດືອນພຶດສະພາ. ໂຄງການມູນຄ່າ 1.7 ຕື້ໂດລາ, ເປັນສ່ວນນຶ່ງໃນການລິເລີ້ມນຶ່ງແລວທາງນຶ່ງເສັ້ນທາງຂອງລັດຖະບານຈີນ, ເຊິ່ງຈະ​ເຊື່ອມ​ຕໍ່​ແຂວງ ເຄັບ (Kep) ທີ່ຕັ້ງຢູ່ບໍລິເວນຊາຍຝັ່ງ ກັບ​ແຂວງ​ ແຄນດາລ (Kandal) ​ແລະແຂວງ​ຕາ​ແກ້ວ ​ທີ່ຕັ້ງຢູ່ເທິງຝັ່ງ. ການອອກແບບທີ່ໄດ້ນໍາສະເໜີແມ່ນມີຄວາມກວ້າງ 100 ແມັດ ຢູ່ເທິງຕົ້ນນໍ້າ ແລະກວ້າງ 80 ແມັດ ຢູ່ທາງປາຍນໍ້າ, ໂດຍມີຄວາມເລິກສະເໝີກັນ 5,4 ແມັດ. ນີ້ ​ແມ່ນ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງຫຼ້າສຸດໃນກໍາປູເຈຍ ທີ່ໄດ້ຮັບທຶນຈາກລັດຖະບານ​ຈີນ​.

ຄອງທີ່ໄດ້ຮັບການສະເໜີດັ່ງກ່າວນີ້ ໄດ້ສ້າງຄວາມວິຕົກກັງວົນໃຫ້ແກ່ປະເທດເພື່ອນບ້ານຫວຽດນາມ ກ່ຽວກັບວ່າ ໂຄງການດັ່ງກ່າວ ຈະສົ່ງຜົນກະທົບແນວໃດຕໍ່ການນຳໃຊ້ນ້ຳທີ່ໄຫຼລົງໄປທາງປາຍນໍ້າ. ທ່ານບຣາຍອັນ ອາຍເລີ (Brian Eyler), ສະມາຊິກອາວຸໂສ ແລະເປັນຜູ້ອໍານວຍການໂຄງການເອເຊຍຕາເວັນອອກສຽງໃຕ້ຢູ່ທີ່ສູນ ສຕີມຊັນ (Stimson) ກ່າວວ່າ ຄ່າໃຊ້ຈ່າຍ ແລະຜົນປະໂຫຍດຂອງໂຄງການດັ່ງກ່າວນີ້ “ສ່ວນຫຼາຍແມ່ນບໍ່ຮູ້ຫຍັງເລີຍ ຍ້ອນຂາດຂໍ້ມູນ.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG