ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການມີອຳນາດ ເພີ້ມຂຶ້ນ ຂອງ "ເຈົ້າຊາຍນ້ອຍ" ຫວຽດນາມ ໄດ້ກາຍເປັນ ບັນຫາຖົກຖຽງ ທົ່ວປະເທດ


ທ່ານ Nguyen Thanh Nghi (ຊ້າຍ) ຖ່າຍຮູບຮ່ວມກັບ ຮອງລັດຖະມົນຕີ ຊັບພະຍາກອນແຫ່ງຊາດ ແລະ ສິ່ງແວດລ້ອມ ທ່ານ Tran Hong Ha ໃນປີ 2011 ແມ່ນນຶ່ງ ໃນບັນດາຫົວໜ້າພັກຂອງແຂວງ ທີ່ຍັງໜຸ່ມທີ່ສຸດ ມີອາຍຸແຕ່ພຽງ 39 ປີ.
ທ່ານ Nguyen Thanh Nghi (ຊ້າຍ) ຖ່າຍຮູບຮ່ວມກັບ ຮອງລັດຖະມົນຕີ ຊັບພະຍາກອນແຫ່ງຊາດ ແລະ ສິ່ງແວດລ້ອມ ທ່ານ Tran Hong Ha ໃນປີ 2011 ແມ່ນນຶ່ງ ໃນບັນດາຫົວໜ້າພັກຂອງແຂວງ ທີ່ຍັງໜຸ່ມທີ່ສຸດ ມີອາຍຸແຕ່ພຽງ 39 ປີ.

ພວກລູກເຕົ້າ ຂອງເຈົ້າໜ້າທີ່ຂັ້ນສູງຫວຽດນາມ ທີ່ມີຊື່ສຽງບາງ
ຄົນຮວມທັງພວກລູກໆຂອງນາຍົກລັດຖະມົນຕີ Nguyen Tan
Dung ໄດ້ຖືກເລືອກໂດຍບັນດາສະມາຊິກພັກຄອມມູນິສ ຂອງ
ຫວຽດນາມ ໃຫ້ໄປກຳຕຳແໜ່ງ ທີ່ສຳຄັນໆ ຢູ່ຕາມແຂວງ ແລະ
ເທດສະບານຕ່າງໆ ຊຶ່ງໄດ້ກໍ່ໃຫ້ເກີດ ມີການອະພິປາຍກັນກ່ຽວ
ກັບບົດບາດ ຂອງອັນທີ່ເອີ້ນວ່າ "ພວກເຈົ້າຊາຍນ້ອຍ" ນັ້ນ.

ສື່ມວນຊົນຂອງຫວຽດນາມ ລາຍງານວ່າ ທ່ານ Nguyen Tan
Nghi ລູກຊາຍກົກ ຂອງທ່ານ Nguyen Tan Dung ໄດ້ກາຍ
ເປັນນຶ່ງ ໃນບັນດາຫົວໜ້າພັກແຂວງທີ່ໜຸ່ມນ້ອຍທີ່ສຸດຢູ່ໃນປະ
ເທດຫວຽດນາມຊຶ່ງມີອາຍຸແຕ່ພຽງ 39 ປີ. ນ້ອງຊາຍຜູ້ກ່ຽວທ້າວ
Nguyen Mihn Triet ກໍໄດ້ຖືກເລືອກໃຫ້ເປັນສະມາຊິກກຳມະການ ພັກທີ່ແຂວງ Binh
Dinh.

ການເຄື່ອນໄຫວເຫຼົ່ານີ້ໄດ້ພາໃຫ້ມີການອະພິປາຍກັນຢ່າງເຜັດຮ້ອນໂດຍຕາໜ່າງສື່ສັງ
ຄົມຢູ່ໃນຫວຽດນາມກ່ຽວກັບຂັ້ນຕອນໃນການເລືອກຕັ້ງວ່າ ຄວນມີເສລີ ມີຄວາມໂປ່ງໃສ ແລະການປະກອບສ່ວນຂອງມະຫາຊົນຫຼາຍກວ່ານີ້ຫຼືບໍ່.

ຍ້ອນໄດ້ຮັບການຕຳໜິຕິຕຽນຢ່າງແຮງຂອງປະຊາຊົນພວກເຈົ້າໜ້າທີ່ຫວຽດນາມຈຶ່ງໄດ້
ທຳການຕອບໂຕ້ໃນທັນທີໂດຍກ່າວວ່າ ການເລື່ອນຕຳແໜ່ງເຫຼົ່ານັ້ນແມ່ນສອດຄ່ອງກັບ ລະບຽບການແລະຂັ້ນຕອນການຄຸ້ມຄອງແລະເປັນການເຄື່ອນໄຫວໃນທາງບວກ.

ທ່ານ Truong Duy Nhat ນັກຂ່າວ ທີ່ໄດ້ກາຍມາເປັນ ຜູ້ລາຍງານທາງອິນເຕີແນັດ ຊຶ່ງ
ຄັ້ງນຶ່ງເຄີຍຖືກຈັບໃສ່ຄຸກຍ້ອນໄດ້ຕິຕຽນພວກເຈົ້າໜ້າທີ່ນັ້ນແມ່ນບໍ່ເຫັນພ້ອມນຳ. ທ່ານ
ເວົ້າວ່າ ການຂຶ້ນຊັ້ນຢ່າງໄວວາຂອງເຈົ້າໜ້າໜຸ່ມນ້ອຍທີ່ບໍ່ມີປະສົບພະການແມ່ນສະແດງ
ໃຫ້ເຫັນເຖິງການເຄື່ອນໄຫວ ໄປໃນທາງທີ່ບໍ່ຖືກຕ້ອງຊອບທຳຢູ່ໃນວົງການໆເມືອງຂອງ
ຫວຽດນາມ.

ດ້ວຍເຫດຜົນນີ້ ທ່ານ Nhat ກ່າວວ່າ ປະຊາຊົນຈຶ່ງສູນເສຍຄວາມເຊື່ອໝັ້ນກັບພວກເຈົ້າ ໜ້າທີ່.

XS
SM
MD
LG