ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໓໑ ພຶດສະພາ ໒໐໒໓

ຊາວຫວຽດນາມ ຕັນທາງຫຼວງ ປະທ້ວງ ສະພາບແວດລ້ອມ ທີ່ເປິະເປື້ອນ


ພວກຄົນຈຳນວນນຶ່ງ ຮ້ອງເພງ ໃນລະຫວ່າງ ການໂຮມຊຸມນຸມ ປະທ້ວງ ຕໍ່ຕ້ານ ແຜນການຕັດຕົ້ນໄມ້ ໂດຍບັນດາເຈົ້າໜ້າທີ່ເທດສະບານ ໃນຮາໂນ່ຍ, ວັນທີ 22 ມີນາ 2015.

ກະ​ເສດ​ຕະກອນ​ທີ່​ບໍ່​ພໍໃຈ ຫຼາຍຮ້ອຍ​ຄົນ ຢູ່​ພາກ​ກາງຂອງ
​ຫວຽດນາມ ​ໄດ້​ພາກັນ​ນຳ​ເອົາ​ປາ ​ແລະ ກຸ້ງ​ຕາຍ ​ໄປ​ຖິ້ມລົງ​
ຢູ່​ຕາມ​ຖະໜົນ​ໃຫຍ່ ຕໍ່ໜ້າ​ຫ້ອງການ​ລັດຖະບານທ້ອງ​ຖິ່ນ ​
ເພື່ອ​ປະ​ທ້ວງ​ຕໍ່ຕ້ານ​ການ​ປ່ອຍມົນ​ລະ​ພິດ.

​ການ​ປະ​ທ້ວງ​ເທື່ອຫຼ້າສຸດ ໃນດ້ານສະພາບ​ແວດ​ລອມ ທີ່ມີມາ
ເປັນລຳດັບ ຂອງ​ປະຊາ​ຊົນຫວຽດນາມ ​ໃນ​ວັນ​ອັງຄານ​ວານ​ນີ້
ຝູງຊົນໄດ້​ພາກັນ​ໂຮມຊຸມນຸມປະ​ທ້ວງ​ ຕໍ່ຕ້ານກິດຈະກຳ​ຕ່າງໆ
ກ່ຽວ​ກັບການດູດ​ຊາຍ ທີ່​ໄດ້​ສ້າງ​ຄວາມ​ເປິະ​ເປື້ອນ​ ​ແລະ​ຄວາມ
​ເສຍ​ຫາຍໃນອ່າວ​ແຫ່ງ​ນຶ່ງ ບ່ອນ​ທີ່​ພວກ​ກະ​ເສດ​ຕະກອນ ​ໄດ້​ປູກ
​ພືດ​ທະ​ເລ​ ​ແລະ ລ້ຽງສັດຕ່າງໆ ​ທີ່​ພວກ​ເຂົາ​ເຈົ້າກາງ​ຕໍ່​ເພື່ອ​ລ້ຽງ​
ຊີບນັ້ນ.

ທ້າວ Hoang Thi Hong ຜູ້​ທີ່​ອາ​ໄສ​ຢູ່​ໃກ້ໆ ກັບ​ບ່ອນ​ເກີດ​ເຫດ ​ບອກກັບ​ວີໂອ​ເອພາສາ​
ຫວຽດນາມ ວ່າ ພວກ​ປະ​ທ້ວງ​ໄດ້​ຕັນ​ທາງ​ເສັ້ນ​ຫລັກ ທີ່​ເຊື່ອມ​ຕໍ່​ກັນ​ລະຫວ່າງ ພາກ​ເໜືອ
ຫາ ພາກ​ໃຕ້ ຂອງ​ຫວຽດນາມ. ລາວ​ເວົ້າ​ວ່າ “ພວກ​ເຂົາ​ເຈົ້າພາກັນໄປ​ປະ​ທ້ວງ​ຢູ່
ຖະໜົນ ​ເພາະວ່າ ສັດ​ນ້ຳຂອງ​ພວກ​ເຂົ້າ​ເຈົ້າ ​ໄດ້​ຮັບ​ຜົນ​ກະທົບ​ ໂດຍ​ວຽກ​ງານ​
ຂອງການ​ດູດ​ເອົາ​ຊາຍນັ້ນ. ການ​ສັນຈອນ ​ໄດ້​ຕິດ​ຂັດ​ເປັນ​ເວລາຫຼາຍໆຊົ່ວ​ໂມງ.”

ການ​ປະ​ທ້ວງ​ໄດ້​ມີ​ຂຶ້ນ ຫຼັງຈາກ​ທີ່​ປະຊາຊົນຫຼາຍພັນ​ຄົນ ​ໄດ້​ພາກັນ​ອອກ​ໄປ​ປະ​ທ້ວງ​ຢູ່​
ຕາມ​ຖະໜົນ​ສາຍ​ຕ່າງໆ ​ຢູ່​ທັງໃນ​ພາກ ​ເໜືອ ​ແລະ ​ພາກໃຕ້​ຂອງ​ຫວຽດນາມ ​ເພື່ອ​ສະແດງ​
ໃຫ້​ເຫັນ ເຖິງ​ຄວາມ​ກັງວົນ​ຕ່າງໆ​ ກ່ຽ​ວກັບ​ບັນຫາ​ສະພາບ​ແວດ​ລ້ອມນັ້ນ.

ຊາວ​ບ້ານ​ຢູ່​ທາງ​ພາກ​ກາງຂອງ​ຫວຽດນາມ ຫຼາຍຮ້ອຍ​ຄົນ ​ເມື່ອ​ອາທິດ​ແລ້ວ​ນີ້ ​ໄດ້​ພາກັນ​
ແກວ່ງກ້ອນຫິນ ​ດິນ​ຈີ່ ແລະ ລະ​ເບີດ​ນ້ຳມັນ ເຂົ້າ​ໃສ່​ຕຳຫລວດ​ປາບ​ຈະລາຈົນ ​ທີ່​ພະຍາຍາມ ​ຂັບ​ໄລ່​ພວກ​ປະ​ທ້ວງຕໍ່ຕ້ານ​ການ​ປ່ອຍ​ມົນ​ລະ​ພິດ ຈາກ​ໂຮງ​ຜະລິດ​ໄຟຟ້າ ທີ່ແລ່ນດ້ວຍ​ຖ່ານ​ຫິນ​ນັ້ນ.

ກ່ອນໜ້ານັ້ນ ຫລາຍພັນຄົນໄດ້ພາກັນໂຮມຊຸມນຸມ ທີ່ນະຄອນຫຼວງຮາໂນ່ຍ ເພື່ອປະທ້ວງ
ຕໍ່ການຕັດກົກໄມ້ ຫຼາຍພັນຕົ້ນ ຊຶ່ງໄດ້ບັງຄັບໃຫ້ເຈົ້າໜ້າທີ່ ຕ້ອງໄດ້ຍົກເລີກແຜນການ
ດັ່ງກ່າວ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG