ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ມອບລາງວັນຫຼຽນໄຊກຽດຕິຍົດ ຫຼື
Medal of Honor ໃຫ້ແກ່ຮ້ອຍເອກ ເບ້ຍບຳນານທະຫານບົກ ໃນພິທີມອບຢູ່ທີ່ທຳ
ນຽບຂາວ ໃນວັນຈັນວານນີ້. ພິທີດັ່ງກ່າວ ຈັດຂຶ້ນໃນຂະນະທີ່ປະທານາທິບໍດີ ພວມ ພົວພັນກັບຂ່າວນອງນັນໃນການກ່າວສະແດງຄວາມເສົ້າສະຫຼົດໃຈຕໍ່ນາງໝ້າຍທະ
ຫານບົກ ທີ່ໄດ້ຖືກສັງຫານ ຫວ່າງມໍ່ໆມານີ້ ໃນການປະຕິບັດໜ້າທີ່ ຢູ່ປະເທດໄນເຈີ ໃນທະວີບອາຟຣິການັ້ນ.
ທ່ານ Gary Rose ໄວ 69 ປີ ໄດ້ຮັບລາງວັນຫຼຽນໄຊກຽດຕິຍົດໃນພາລະໜ້າທີ່ເປັນ
ວິລະບຸລຸດໃນລະຫວ່າງການປະຕິບັດງານລັບຂອງກຳລັງພິເສດລັບໃນເດືອນພະຈິກ
ປີ 1970 ຕໍ່ຕ້ານທະຫານຫວຽດນາມເໜືອໃນປ່າດົງຂອງລາວ ໃນການປະຕິບັດງານ
ທີ່ເອີ້ນວ່າ“Tailwind ຫຼືຫາງລົມ.”
ໃນການສູ້ລົບກັນ 4 ມື້ ອີງຕາມໃບຍ້ອງຍໍແລ້ວ ທ່ານ Rose ໂດຍບໍ່ໄດ້ຢຸດກິນເຂົ້າຫຼື
ຫລັບນອນເລີຍນັ້ນ ໄດ້ຫລົບໜີການຍິງໂຈມຕີຂອງພວກສັດຕູ ເພື່ອຊ່ອຍແລະປິ່ນປົວ
ພວກທະຫານ 60 ຫາ 70 ຄົນ ທັງໆທີ່ທ່ານໄດ້ຮັບບາດເຈັບຈາກສະເກັດລະເບີດ.