ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫວຽດນາມ ສະເໜີຂ່າວ ເປັນບົດເພງ ທຳນອງ Rap ເພື່ອ ດຶງດູດ ຊາວໜຸ່ມ (ວີດີໂອ)


ທ້າວ Vo Viet Phuong, 25 ປີ ,ແລະທ້າວຫງຽນTrong Duc, 27 ປີ ນັກຮ້ອງທຳນອງ rap ອັດບົດເພງຊຸດຫລ້າສຸດຂອງ Rap NewsPlusໃນຫ້ອງອັດສຽງ ຂອງອົງການຂ່າວ ໂທລະພາບຫວຽດນາມ ໃນໃຈກາງນະຄອນຮາໂ​ນ່ຍ ວັນທີ 15 ກໍລະກົດ 2014.
ທ້າວ Vo Viet Phuong, 25 ປີ ,ແລະທ້າວຫງຽນTrong Duc, 27 ປີ ນັກຮ້ອງທຳນອງ rap ອັດບົດເພງຊຸດຫລ້າສຸດຂອງ Rap NewsPlusໃນຫ້ອງອັດສຽງ ຂອງອົງການຂ່າວ ໂທລະພາບຫວຽດນາມ ໃນໃຈກາງນະຄອນຮາໂ​ນ່ຍ ວັນທີ 15 ກໍລະກົດ 2014.

​ເຖິງ​ແມ່ນ​ຈະ​ຖື​ກລັດຖະບານ​ຄວບ​ຄຸມ ​ແຕ່​ອຸດສາຫະກຳ​ສື່​ມວນ​ຊົນ
​ຂອງຫວຽ​ດນາມ ກໍວິວັດທະນາ​ການ​ໄປ ​ໃນ​ຂະນະ​ທີ່ປະ​ເຊີນ​ກັບ
​ການ​ແຂ່ງຂັນເພີ້​ມຂຶ້ນເລື້ອຍໆຈາກ​ຂ່າວ​ຂໍ້​ມູນ​ທາງ​ digital.​
ເວັບໄຊ້ນຶ່ງ​ໄດ້ຫັນ​ໄປ​ໃຊ້ວິທີ​ການ​ໃໝ່ ເພື່ອ​ຊອກ​ຫາຜູ້​ອ່ານຜູ້​ຟັງ​
ຊາວໜຸ່ມ ​ໂດຍ​ການ​ລາຍ​ງານ​ຂ່າວ​ອອກ​ມາ​ເປັນເພັງ​ທຳນອງ rap.
ສິງ​ຈະ​ນຳ​ເອົາ​ລາຍ​ງານ​ຈາກ Marianne Brown ຜູ້​ສື່​ຂ່າວ​ວີ​ໂອ
​ເອ ທີ່ນະຄອນຫຼວງ​ຮ່າ​ໂນ​ຍ ມາສະ​ເໜີ​ທ່ານ.

ເວັບ​ໄຊ້​ Viet Nam Plus ໄດ້​ນຳ​ສະ​ເໜີ​ຂ່າວ​ ເປັນ​ບົດ​ເພັງ​ທຳນອງ Rap ​ເດືອນລະ​ສອງ
ເທື່ອ ​ເອີ້ນ​ວ່າລາຍການ Rap News Plus (Rap News Plus) ຊຶ່ງ​ມາ​ຮອດ​ປັດຈຸບັນ​ນີ້
ກໍ​ຕົກ​ເປັນ​ພຽງ​ປະມານ 19 ບົດຂ່າວ​ເທົ່າ​ນັ້ນ. ​ສ່ວນ​ຫຼາຍ​ແມ່ນນຳ​ສະ​ເໜີເປັນວີ​ດີໂອ ຜ່ານ
ທາງ Youtube. ບົດ​ຂ່າວບາງບົດ​ ​ໄດ້​ມີ​ຄົນ​ເປີດ​ເບິ່ງ​ ​ຫຼາຍ​ກວ່າ 500 ພັນ​ເທື່ອ.

ທ່ານ Le Quoc Minh ບັນນາທິການ Viet Nam Plus ກ່າວ​ວ່າ ທ່ານ​ໄດ້​ມີແນວ​ຄິດ​ດັ່ງ
ກ່າວຂຶ້ນ​ມາ ​ເວລາ​ທ່ານພະຍາ​ຍາມ​ຊອກ​ຫາ​ທາງ​ ເຮັດໃຫ້​ຂ່າວ​ເປັນ​ທີ່​ດຶງ​ດູດ​ຈິດ​ໃຈ​ພວກ
ຜູ້​ຄົນ ​ອາຍຸ​ແຕ່ 13 ຫາ 25 ປີ ຊຶ່ງ​ເປັນ​ກຸ່ມປະຊາກອນ ທີ່​ທ່ານ​ກ່າວ​ວ່າ ຂາດ​ຄວາມ​ສົນ​ໃຈ
ໃນເຫດການ​ຕ່າງໆ ທີ່ເກີດຂຶ້ນ​ໃນ​ປັດຈຸບັນ.

ທ່ານ Le Quoc Minh ກ່າວ​ວ່າ “ ພວກ​ເຮົາ​ຕ້ອງການນຳ​ເອົາ​ສິ່ງ​ໃດ​ສິ່ງ​ນຶ່ງທີ່ແປ​ກ​
ໃໝ່ ​ທີ່​ຕະລົ​ກໆ​ມາ​ໃຫ້​ເຂົາ​ເຈົ້າ​ເບິ່ງ​ເຂົາ​ເຈົ້າ​ຟັງ. ​ແຕ່​ວິທີ​ທີ່​ພວກ​ເຮົາ​ຄັດ​ເລືອກ​ມາ​
ແລະ​ນຳ​ມາສະ​ແດງ​ໃຫ້ເບິ່ງ​ນັ້ນ ແມ່ນ​ຕ້ອງ​ຈິງຈັງ​ຂ້າພະ​ເຈົ້າ​ໄດ້​ນຳ​ທີ່ສິ່ງ​ທີ່​ຈິງ​ຈັງ​ນັ້ນ
ມາສູ່ຊາວ​ໜຸ່ມ ​ໂດຍ​ນຳ​ໃຊ້​ພາສາ​ຂອງ​ເຂົາ​ເຈົ້າ​ເອງ ລົດ​ສະ​ນິຍົມ​ຂອງ​ເຂົາ​ເຈົ້າ​ເອງ ​
ແລະ​ຮູບ​ແບບ​ຂອງ​ເຂົາ​ເຈົ້າ​ເອງ. ນັ້ນ​ແຫລະແມ່ນ​ແນວ​ຄິດ​ຂອງ​ຂ້າພະ​ເຈົ້າ.”

ບົດ​ຂ່າວ​ທຳນອງ rap ບົດ​ນຶ່ງທີ່​ດຶງ​ດູດ​ຈິດ​ໃຈ​ຫລາຍ​ທີ່​ສຸດ ​ໄດ້​ຖືກ​ນຳ​ອອກ​ເຜີຍ​ແຜ່ ​ໃນ
ຂະນະ​ທີ່ຫວຽດນາມມີ​ຄວາມ​ເຄັ່ງ​ຕຶງໃນລະດັບ​ສູງ​ສຸດ ກັບ​ຈີນ ຫຼັງ​ຈາກ​ຈີນ​ສົ່ງ​ຖານ​ເຈາະ
ນ້ຳມັນໄປ​ຍັງ​ນ່ານນ້ຳ ທີ່​ຫວຽດນາມ​ອ້າງ​ເອົາ​ກຳມະສິດ ​ເຊັ່ນ​ກັນ​ນັ້ນ. ທ້າວ Vo Viet
Phuong ​ໄວ 25 ປີ ​ຊຶ່ງ​ເປັນຜູ້ນຶ່ງ​ໃນ​ຈຳນວນ​ນັກຮ້ອງ​ທຳນອງ rap 3 ຄົນ ທີ່​ພົວພັນ​ກັບ​
ການ​ເຮັດ​ຂ່າວ​ນີ້.

ທ້າວ Phuong ກ່າວ​ວ່າ “ຂ້ອຍ ​ໄດ້​ຕັດເອົາ​ຕອນຮ້ອງ​ໝູ່ໃນ​ບົດ​ຂ່າວນີ້​ອອກ ​
ແລະ​ເອົາ​ໄປ​ອັດ​ເຂົ້າ​ໃນ Soundcloud ຂອງ​ຂ້ອຍ ແລະ​ຫຼັງ​ຈາກ​ນັ້ນ ​ກໍ​ມີ
ຜູ້​ຄົນ​ download ໄປ​ໃຊ້​ເປັນ​ສຽງ​ໂທລະສັບ​ຂອງ​ເຂົາ​ເຈົ້າ.”

ເບິ່ງວີດີໂອການນຳສະເໜີຂ່າວ ເປັນບົດເພັງແຣັປຂອງຫວຽດນາມ:

ເສຍໃຈ ທີ່ບໍ່ສາມາດເບິ່ງໄດ້ເທື່ອ ເວລານີ້

ເຖິງ​ແມ່ນ​ວ່າການລາຍງານຂ່າວເປັນ​ທຳນອງ​ເພັງ rap ບໍ່​ແມ່ນ​ເລື້ອງ​ໃໝ່​ຫຍັງ​ເລີຍກໍ​ຕາມ
ແຕ່​ແນ່ນອນ ມັນ​ເປັນ​ເລື້ອງແປກໃໝ່ຢູ່​ໃນ​ຫວຽດນາມ ​ໂດຍ​ສະ​ເພາະ​ແລ້ວ ຍ້ອນວ່າເວັບ​ໄຊ້ Viet Nam Plus ດຳ​ເນີນ​ງານ​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ VNA ​ອົງການ​ຂ່າວ​ທາງ​ການ​ຂອງຫວຽດນາມ ຊຶ່ງເປັນ​ທີ່ຮູ້​ກັນ​ວ່າ ​ຖື​ແນວທາງ​ຈາຮີດ​ນິຍົມນັ້ນ.

ບັນ​ນາ​ທິການ Minh ກ່າວ​ວ່າ: “ຫລາຍ​ໆຄົນ​ມີ​ຄວາມ​ແປກ​ໃຈ​ຫຼາຍ ​ທີ່​ພວກ​ເຮົາ​ມີ
ລາຍການ​ແບບ​ນີ້ ​ຢູ່​ໃນ Viet Nam Plus ​ເພາະວ່າພວກ​ເຮົາ​ເປັນສ່ວນ​ນຶ່ງ​ຂອງ​
ອົງ​ກອນ​ທີ່ນິຍົມແນວທາງ​ເດີມ​ແທ້ໆ ​ແນວທາງ​ຂອງ​ທາງ​ການແທ້ໆ. ພວກ​ເຮົາ​ບໍ່​
ໄດ້​ມາ​ຈາກ​ບໍລິສັດ ຫຼື​ສະ​ຖາ​ບັນ​ບັນ​ເທິງ ​ແຕ່​ພວກ​ເຮົາ​ຜະລິດ​ສິ່ງນຶ່ງ​ທີ່ໃຫ້​ຄວາມ​
ບັນ​ເທິງ​ມ່ວນ​ຊື່ນ ​ແລະ​ໃຫ້​ຄວາມ​ຮູ້​ແທ້ໆ.”

ທ່ານ David Brown ອະດີດ​ນັກ​ການ​ທູດ​ສະຫະລັດ ​ແລະ​ຊ່ຽວຊານ​ເລື້ອງ​ຫວຽດນາມ​
ກ່າວ​ວ່າ ຢູ່ຫວຽດນາມນັ້ນ ຕາມ​ກົດໝາຍ​ແລ້ວ ສິ່ງພິມ​ເຜີຍ​ແຜ່​ທຸກໆ​ຢ່າງ ​ແມ່ນຈະ​ຕ້ອງ
​ມີສະ​ຖາ​ບັນ​ໃດນຶ່ງ​ເປັນຜູ້​ອຸບປະຖຳ​ ​ແຕ່​ແທນ​ທີ່​ຈະເວົ້າ​ວ່າ ​ເປັນສື່ “ທີ່​ລັດຖະບານ​ຄວບ
​ຄຸມ”
ການ​ເວົ້າວ່າ ​ເປັນ​ສື່ທີ່ “​ໄດ້​ຮັບ​ອະນຸຍາດ​ຈາກ​ລັດຖະບານ” ​ແມ່ນ​ຖືກຕ້ອງ​ກ່ວາ.

ທ່ານ Brown ກ່າວ​ວ່າ ​“ ໃນ​ຫຼາຍ​ກໍລະນີ ​ໂດຍ​ສະ​ເພາະ ​ພວກ​ໜັງສືພິມ​ລາຍ​ວັນ ​
ປະມານ 20 ສະ​ບັບ ​ແລະ​ນິຕະຍະ​ສານຈຳນວນ​ນຶ່ງ ຊຶ່ງ​ເປັນ​ພວກ​ນິຕະຍະສານ​
ທີ່ເອົາ​ຈິງ​ເອົາ​ຈັງ ທີ່ຫາ​ກຳ​ໄລ​ເຊັ່ນ​ກັນ​ນັ້ນ ຄວາມ​ສຳພັນ​ກັບ​ຜູ້​ອຸບປະຖຳ ​ແມ່ນ​ມີ​
ພຽງແຕ່​ໃນ​ນາມ​ເທົ່າ​ນັ້ນ.

ທ່ານ Brown ກ່າວ​ຕື່ມ​ວ່າ ​ເຖິງ​ຢ່າງ​ໃດ​ກໍ​ຕາມ ມີ​ຂໍ້ຈຳກັດ​ຮັດ​ແຄບ ​ທີ່ສາມາດ ​ແລະ​ບໍ່​ສາ
ມາດ​ຍົກ​ຂຶ້ນ​ມາໂອ້​ລົມ​ກັນ​ໄດ້. ​ພວກ​ບັນນາທິການຈະ​ໄດ້​ຮັບການ​ຊີ້ນຳ ​ໃນ​ແຕ່ລະສັບປະ
ດາ ແລະ​ຖືກລົງ​ໂທດເປັນບາງ​ຄັ້ງ​ບາງ​ຄາວ ຖ້າ​ພວກ​ເຂົາ​ເຈົ້າ​ຫາກ​ຊັກ​ຊ້າ​ເກີນໄປ​ໃນ​ການ
​ປະຕິບັດ​ຕາມ​ຄຳ​ແນະນຳ ກ່ຽວກັບ​ເລື້ອງຕ່າງໆ “ທີ່​ບໍ່​ໃຫ້​ລາຍ​ງານນັ້ນ.”

ທ່ານ​ກ່າວ​ຕໍ່​ໄປ​ວ່າ ພວກ​ໜັງສືພິມ​ສ່ວນ​ຫຼາຍ ​ແມ່ນອາ​ໄສ​ການ​ເກື້ອກຸນແບບ​ໃດ​ແບບ​ນຶ່ງ
ຈາກ​ລັດຖະບານ ​ແລະ “ດຳ​ເນີນງານ​ໄປ​ຕາມ​ແນວທາງ​ຂອງ​ລັດຖະບານ.” ແຕ່​ພວກ
​ໜັງສືພິມທີ່​ທຳ​ກຳ​ໄລ​ໄດ້ນັ້ນ ມີ​ທ່າ​ທາງ​ຫລາຍກ່ວາ​ວ່າ ມັກ​ກ້າວ​ກ່າຍ​ຂອບ​ເຂດທີ່​ລັດຖະ
ບານ​ວາງ​ໄວ້.

ທ່ານ Brown ​ເວົ້າວ່າ “​ໂດຍທົ່ວ​ໄປ​ແລ້ວ ພວກ​ໜັງ​ສື​ພິມ​ແລະ​ວາລະສານ ທີ່ໄດ້​
ກຳ​ໄລ​ນັ້ນ ​ແມ່ນພວກ​ເຂົາ​ເຈົ້າ​ຊອກນຳ​ສະ​ເໜີແຕ່ສິ່ງ​ທີ່​ຜູ້​ຄົນ​ຢາກ​ອ່ານ ​ແລະກໍ
​ເປັນ​ໜັງສື​ທີ່​ໜ້າ​ສົນ​ໃຈ ​ເຖິງ​ແມ່ນຈະ​ບໍ່ເວົ້າ​ເຖິງ​ເລື້ອງ​ທີ່​ຕ້ອງ​ຫ້າມ​ກໍ​ຕາມ ​ເຊັ່ນ
ການ​ເວົ້າ​ເຖິງຢ່າງ​ລົງເລິກ​ ​ເລື້ອງ​ຄວາມ​ສຳພັນ​ລະຫວ່າງ​ພັກ​ຄອມ​ມີ​ວນິດ​ຫວຽດ
ນາມ​ກັບຈີນ ຫຼືເລື້ອງ​ໃດ​ເລື້ອງ​ນຶ່ງ ​ທຳນອງ​ນັ້ນ.”

​ເວລາ​ນີ້ ລາຍການ​ຂ່າວເປັນ​ບົດເພັງ​ແຣັປ ຫລື Rap News Plus ຍັງບໍ່ທຳ​ກຳ​ໄລ​ໄດ້ເທື່ອ.
ບັນນາທິການ ​ມິນ ​ແລະ​ທີ​ມງານຂອງ​ລາວ​ ເປັນ​ຜູ້​ອອກ​ຄ່າ​ໃຊ້​ຈ່າ​ຍ ​ໃນ​ການ​ເຮັດວີ​ດີ​ໂອ​
ເອງ​ທັງ​ໝົດ ​ແຕ່​ພວກ rappers ຫລື​ນັກ​ຮ້ອງ​ທີ່​ນຳ​ສະ​ເໜີຂ່າວ​ເປັນ​ເພັງ​ທຳນອງ​ແຣັປ​ນັ້ນ
ບໍ່​ໄດ້​ຄ່າ​ຈ້າງ​ໃດໆ. ທ້າວ​ມິນ ກ່າວວ່າ ບູລິ​ມະ​ສິດ​ຂອງ​ລາວ ​ແມ່ນ​ຮັກສາ​ຄວາມ​ຊື່ສັດ​ກ່ຽວ
ກັບ​ການ​ລາຍ​ງານ​ຂ່າວ​.

XS
SM
MD
LG