ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລົມພາຍຸ​​ໄຕ້​ຝຸ່ນ Doksuri ນໍາເອົາຝົນ ແລະ ລົມແຮງ ພັດປະທະໃສ່ ຫວຽດນາມ


ຊາວບ້ານຫວຽດນາມ ພາກັນຍ້າຍເຮືອຫາປາ ຢູ່ຝັ່ງທະເລ ແຂວງແທັງຮົວ ທາງພາກເໜືອຂອງຫວຽດນາມ ໃນວັນທີ 14 ກັນຍາ, 2017 ກ່ອນລົມພາຍຸ​​ໄຕ້​ຝຸ່ນ Doksuri ທີ່ຄາດວ່າ ຈະເປັນພາຍຸໄຕ້ຝຸ່ນທີ່ຮ້າຍແຮງສຸດ ທີ່ຈະພັດເຂົ້າຖະຫຼົ່ມ ໃສ່ປະເທດດັ່ງກ່າວ.
ຊາວບ້ານຫວຽດນາມ ພາກັນຍ້າຍເຮືອຫາປາ ຢູ່ຝັ່ງທະເລ ແຂວງແທັງຮົວ ທາງພາກເໜືອຂອງຫວຽດນາມ ໃນວັນທີ 14 ກັນຍາ, 2017 ກ່ອນລົມພາຍຸ​​ໄຕ້​ຝຸ່ນ Doksuri ທີ່ຄາດວ່າ ຈະເປັນພາຍຸໄຕ້ຝຸ່ນທີ່ຮ້າຍແຮງສຸດ ທີ່ຈະພັດເຂົ້າຖະຫຼົ່ມ ໃສ່ປະເທດດັ່ງກ່າວ.

ຫວຽດນາມ​ກ່າວ​ວ່າ ຕົນ​ໄດ້​ຍົກ​ຍ້າຍ​ປະຊາຊົນຢ່າງໜ້ອຍ 79,000 ຄົນ​ອອກ​ໄປ ກ່ອນ​ທີ່ລົມພາຍຸໄຕ້​ຝຸ່ນ Doksuri ທີ່​ພັດ​ຂຶ້ນຝັ່ງໃນ​ວັນ​ສຸກ​ມື້ນີ້ ຢູ່​ໃນ​ເຂດ​ພາກ​ກາງຂອງ​ປະ​ເທດ ນໍາ​ເອົາ​ຝົກທີ່ຕົກໜັກ ແລະ​ລົມ​ເຂົ້າ​ໄປ​ຍັງພື້ນທີ່​ດັ່ງກ່າວ.

​ເຖິງ​ແມ່ນ​ວ່າ​ຈະ​ມີ​ລົມພັດ​ໃນ​ຄວາມ​ໄວ 175 ກິ​ໂລ​ແມັດຕໍ່ຊົ່ວ​ໂມງ​ກໍ​ຕາມ ​ເຈົ້າໜ້າທີ່​ເວົ້າວ່າ ຍັງ​ບໍ່ມີ​ລາຍ​ງານ​ໃນ​ທັນທີທັນ​ໃດ​ວ່າ ມີ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ແລະເສຍ​ຊີວິດ​ເທື່ອ.

ທ່ານ Nguyen Xuan Cuong ລັດຖະມົນຕີ​ກະຊວງ​ກະສິກໍາ​ເວົ້າຢູ່​ໃນ​ການ​ສໍາພາດ ທີ່​ສາຍອອກ​ທາງໂທລະພາບວ່າ "ບັນດາ​ແຂວງ​ຕ່າງໆ ​ແມ່ນ​ສຸ່ມ​ໃສ່​ການ​ຍົກຍ້າຍ​ຄອບຄົວ​ທີ່​ຍັງ​ເຫລືອ​ຢູ່​ນັ້ນອອກ​ໄປ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ປະຊາຊົນ."

ຫວຽດນາມ​ເປັນ​ປະ​ເທດ​ທີ່ສາມາດ​ໄດ້ຮັບ​ອັນຕະລາຍ​ຈາກ​ສະພາບ​ດິນ​ຟ້າ​ອາກາດ ທີ່​ຮ້າຍ​ແຮງ​ ທີ່​ເອົາຊີວິດ​ຂອງ​ຄົນ​ຫລາຍໆຮ້ອຍ​ຄົນໄປ ໃນ​ແຕ່​ລະ​ປີ​ນັ້ນ ໄດ້​ງ່າຍ.

Vietnam says it has evacuated at least 79,000 people ahead of Typhoon Doksuri which made landfall Friday in the country's central region, bringing heavy rain and wind.

Despite winds of 175 kilometers per hour, officials say there have been no immediate reports of casualties.

Agriculture Minister Nguyen Xuan Cuong said in a televised interview, "The provinces are focusing on evacuating remaining households to ensure people's safety."

Vietnam is vulnerable to severe weather conditions that kill hundreds of people every year.

XS
SM
MD
LG