ຫວຽດນາມ ແມ່ນຄາດວ່າຈະອະນຸຍາດໃຫ້ບໍລິສັດຕ່າງໆນຳເຂົ້າຄຳເປັນຄັ້ງທຳອິດໃນຮອບຫຼາຍກວ່ານຶ່ງທົດສະວັດ, ໃນຂະນະທີ່ເຂົາເຈົ້າແນເປົ້າໝາຍຈະເຊື່ອມຕໍ່ຊ່ອງຫວ່າງທີ່ກວ້າງອອກ ລະຫວ່າງລາຄາໃນທ້ອງຖິ່ນ ແລະ ເກນມາດຕະຖານສາກົນ, ເຈົ້າໜ້າທີ່ອຸດສາຫະກຳທ່ານນຶ່ງໄດ້ກ່າວຕໍ່ອົງການຂ່າວ ຣອຍເຕີສ.
ສະມາຄົມການຄ້າຄຳ ຫວຽດນາມ ຫຼື VGTA ແມ່ນໄດ້ທຳການເຈລະຈາທີ່ຍືດເຍື້ອອອກໄປກັບລັດຖະບານ ກ່ຽວກັບມາດຕະການຕ່າງໆເພື່ອແກ້ໄຂຄວາມບໍ່ດຸ່ນດ່ຽງໃນການສະໜອງ ແລະ ຄວາມຮຽກຮ້ອງຕ້ອງການຂອງຄຳ, ທ່ານ ວິ່ນ ຈຸງ ແຄັງ (Huynh Trung Khanh), ຮອງປະທານຂອງສະມາຄົມໄດ້່ກ່າວ.
ລັດຖະບານ ຫວຽດນາມ, ໂດຍລວມແລ້ວໄດ້ທຳການຄວບຄຸມຢ່າງເຕັມທີ່ຂອງການນຳເຂົ້າ ແລະ ຂາຍຄຳກ້ອນຢູ່ທ້ອງຖິ່ນໃນປີ 2012, ດ້ວຍບາງບໍລິສັດໃຫຍ່ທີ່ໄດ້ຮັບອະນຸຍາດໃຫ້ນຳເຂົ້າ ໂດຍໃຫ້ເຂົ້າເຈົ້າແປຮູບຄໍາເປັນເຄື່ອງປະດັບສຳລັບສົ່ງອອກ.
ທ່ານ ແຄັງ ໄດ້ກ່າວຢູ່ນອກກອງປະຊຸມເຫຼັກມີຄ່າ ເອເຊຍ ປາຊີຟິກ ວ່າ “ລັດຖະບານໄດ້ກ່າວວ່າ ເຂົາເຈົ້າຈະເລີ່ມການນຳເຂົ້າຄຳຢ່າງເປັນທາງການພາຍໃນເດືອນກໍລະກົດ ຫຼື ສິງຫາ. ພວກເຮົາຫວັງວ່າ ພາຍໃນເດືອນກໍລະກົດ ເຂົາເຈົ້າຈະອະນຸຍາດໃຫ້ບໍລິສັດຄຳທຳການນຳເຂົ້າໂດຍກົງ.”
VGTA ຄາດວ່າ ການປ່ຽນແປງທີ່ຖືກສະເໜີນັ້ນຈະເລີ່ມຕົ້ນໄວສຸດໃນເດືອນໜ້ານີ້. ມັນຈະເປັນຂີດໝາຍຂອງການປ່ຽນແປງທີ່ສຳຄັນຈາກນະໂຍບາຍໃນປັດຈຸບັນ, ພາຍໃຕ້ການນຳເຂົ້າທີ່ຖືກຄວບຄຸມຢ່າງເຄັ່ງຄັດໂດຍທະນາຄານກາງ. ທະນາຄານແຫ່ງ ຫວຽດນາມ ຂອງລັດຖະບານບໍ່ໄດ້ຕອບຕໍ່ການຂໍຄຳເຫັນໃນທັນທີ.
ອ່ານຂ່າວນີ້ເປັນພາສາອັງກິດ
Vietnam is expected to allow companies to import gold for the first time in over a decade, as it aims to bridge the widening gap between local prices and international benchmarks, an industry official told Reuters.
The Vietnam Gold Traders Association (VGTA) has been in protracted talks with the government over measures to correct the imbalance in supply and demand of gold, Huynh Trung Khanh, the association's vice chair said.
Vietnam's government virtually took full control of imports and local bullion sales in 2012, with certain large companies allowed to import provided they repurposed it as jewellery for exports.
"The government said they will start official gold imports by July or August. We hope that by July they will allow gold companies to import directly," Khanh said on the sidelines of the Asia Pacific Precious Metals conference.
VGTA expects the proposed change to kick in as early as next month. It would mark a significant departure from the current policy, under which the central bank tightly controls imports. The State Bank of Vietnam did not immediately respond to a request seeking comment.
ຟໍຣັມສະແດງຄວາມຄິດເຫັນ