ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

11 ຄົນຍັງຫາຍສາບສູນ ໃນອຸບັດຕິເຫດກຳປັ່ນຫຼົ້ມ ຢູ່ຫວຽດນາມ


ແຜນທີ່ພາກໃຕ້ຫວຽດນາມ
ແຜນທີ່ພາກໃຕ້ຫວຽດນາມ

ພວກກູ້ໄພກຳລັງຊອກຄົ້ນຫາລູກເຮືອຊາວຫວຽດນາມ 11 ຄົນທີ່ຍັງຫາຍສາບສູນ ຫຼັງຈາກ
ກຳປັ່ນບັນທຸກສິນຄ້າຂອງພວກເຂົາເຈົ້າຫຼົ້ມ ຍ້ອນສະພາບດິນຟ້າອາກາດປັ່ນປ່ວນ.

ເຈົ້າໜ້າທີ່ກ່າວໃນວັນພຸດມື້ນີ້ວ່າເຮືອປະມົງທີ່ແລ່ນຜ່ານໄປໄດ້ຊ່ອຍກູ້ຊີວິດພວກລູກເຮືອຊາວ
ຫວຽດນາມ 12 ຄົນຫຼັງຈາກກຳປັ່ນຂອງພວກເຂົາເຈົ້າຫຼົ້ມໃນມື້ວັນອັງຄານວານນີ້ ຂະນະທີ່
ພວມຈະແລ່ນໄປເຖິງແຄມຝັ່ງທະເລດ້ານໃຕ້ຂອງຫວຽດນາມລະຫວ່າງທີ່ເດີນທາງມາຈາກມາ
ເລເຊຍ.

ໂຄສົກຄົນນຶ່ງຂອງຄະນະຊອກຄົ້ນແລະກູ້ໄພກ່າວວ່າ ໄດ້ມີການຮ້ອງຂໍໃຫ້ບັນດາເຮືອປະມົງ
ຊ່ອຍໃນການຊອກຄົ້ນຫາ ພວກລູກເຮືອເຫຼົ່ານີ້ ຍ້ອນສະພາບດິນຟ້າອາກາດປັ່ນປ່ວນທີ່ຍັງ
ດຳເນີນຢູ່ຕໍ່ມາ ໄດ້ເປັນອຸບປະສັກຂັດຂວາງ.

ກຳປັ່ນຂອງຫວຽດນາມລຳນີ້ ແມ່ນກຳປັ່ນບັນທຸກສິນຄ້າລຳທີ 2 ທີ່ໄດ້ຫຼົ້ມຢູ່ນອກ ແຄມຝັ່ງ
ທະເລຂອງຫວຽດນາມ ໃນເດືອນນີ້.

ກຳປັ່ນບັນທຸກຕູ້ຄອນເທນເນີ Phu Tan ໄດ້ຫຼົ້ມຢູ່ໃນບໍລິເວນທະເລລະຫວ່າງຫວຽດນາມ
ຫາເກາະໄຮນັງຂະນະທີ່ເກີດລົມພາຍຸໃນວັນທີ 16 ທັນວາຜ່ານມາ. ພວກກູ້ໄຟໄດ້ພົບເຫັນ
ຜູ້ລອດຊີວິດມາໄດ້ 3 ຄົນແລະສົບຄົນຕາຍຜູ້ນຶ່ງຈາກອຸບັດຕິເຫດດັ່ງກ່າວແຕ່ພວກລູກເຮືອ
23 ຄົນຍັງຊອກຫາບໍ່ທັນພໍ້ເທື່ອ.

XS
SM
MD
LG