ພວກທີ່ຫວັງວ່າຈະໄດ້ເຫັນການປະເຊີນໜ້າທາງການເມືອງ ຢູ່
ໃນຫວຽດນາມແມ່ນຮູ້ສຶກຜິດຫວັງ ໃນຂະນະທີ່ພັກຄອມມູນິສ
ໄດ້ນຳສະເໜີຄະນະນຳພາສີ່ຄົນທີ່ໄດ້ມີ ການຄັດເລືອກໄວ້ລ່ວງ
ໜ້າແລ້ວໃນວັນພະຫັດວານນີ້ ຮວມທັງເລຂາທິການໃຫຍ່
Nguyen Phu Trong ທີ່ສະໄໝການດຳລົງຕຳແໜ່ງຂອງທ່ານ
ໄດ້ຖືກຕໍ່ອອກ ໄປອີກ ແລະແມ່ຍິງຄົນທຳອິດ ໄດ້ຖືກເລືອກໃຫ້
ເຂົ້າກຳຕຳແໜ່ງນຶ່ງ ໃນສີ່ຕຳແໜ່ງສູງສຸດ ຂອງປະເທດ.
ຜົນກອງປະຊຸມໃຫຍ່ຂອງພັກ ໄດ້ເຮັດໃຫ້ການຄາດຄະເນທີ່ມີ
ມາເປັນເວລາຫຼາຍ ເດືອນສິ້ນສຸດລົງ ທີ່ວ່ານາຍົກລັດຖະມົນຕີ
Nguyen Tan Dung ອາດຈະພາ ໃຫ້ມີການປ່ຽນແປງຢ່າງ
ໃຫຍ່ຫລວງ ແລະເຂົ້າກຳຕຳແໜ່ງ ແທນທ່ານ Trong. ແຕ່ພັກຊຶ່ງຫຼິງເຫັນຄວາມສົມດູນ
ພາຍໃນ ໄດ້ເລືອກເອົາເລຂາທິການໃຫຍ່ ທີ່ມີທ່າທີຂ້ອນຂ້າງນິຍົມແນວທາງເດີມ ເຂົ້າ
ຮັບຕຳແໜ່ງຕື່ມອີກ. ນອກນັ້ນແລ້ວພັກຍັງ ໄດ້ພະນັນຢ່າງປອດໄພ ເລືອກເອົາຮອງ
ນາຍົກລັດຖະມົນຕີ Nguyen Xuan Phuc ຂຶ້ນມາກຳຕຳແໜ່ງ ເປັນນາຍົກລັດຖະມົນຕີ
ລັດຖະມົນຕີຮັກສາຄວາມສະຫງົບພາຍໃນ ທ່ານ Tan Dai Quang ຂຶ້ນມາກຳຕຳແໜ່ງ
ປະທານປະເທດ ແລະຮອງປະທານສະພາ ທ່ານນາງ Nguyen Thi Kim Ngan ຂຶ້ນມາ
ເປັນປະທານສະພາແຫ່ງຊາດ.
ທ່ານ Tuong Vu ອາຈານສອນລັດຖະສາດການເມືອງທີ່ມະຫາວິທະຍາໄລ Oregon
ກ່າວວ່າ ທີ່ຈິງແລ້ວບໍ່ແມ່ນພວກທີ່ໜ້າໃໝ່ເລີຍ ເປັນພວກທີ່ມີລັກສະ ນະທ່າທາງໜັກ
ແໜ້ນ ຫລືສ່ວນບຸກຄົນທີ່ມີພອນສະຫວັນ. ບາງທີ ທ່ານນາງ Ngan ເປັນບຸກຄົນທີ່ບໍ່
ຄ່ອຍກວ້າງຂວາງ. ແຕ່ຕຳແໜ່ງຂອງທ່ານນາງແມ່ນຍັງ ຕ່ຳຢູ່ໃນສີ່ຕຳແໜ່ງດັ່ງກ່າວ.
ບາງທີອາດຈະແມ່ນແຕ່ດຽວນີ້ຫາກອງປະຊຸມໃຫຍ່ ຂອງພັກເທື່ອໜ້າ ທ່ານນາງອາດ
ຈະມີອຳນາດເພີ້ມຂຶ້ນ ມີໃຜຮູ້ລະ.
ທ່ານນາງ Ngan ໄດ້ກາຍເປັນແມ່ຍິງຜູ້ທຳອິດ ທີ່ໄດ້ຖືກເລື່ອນຊັ້ນ ຂຶ້ນກຳຕຳແໜ່ງຂັ້ນ
ສູງ ຂອງພັກ ແຕ່ທ່ານ Vu ກ່າວວ່າ ມັນເປັນຄວາມກ້ຳເກິ່ງ ໃນດ້ານພູມສາດແທນທີ່ຈະ
ແມ່ນໃນດ້ານເພດ ທີ່ອາດສາມາດໃຫ້ການອະທິບາຍກ່ຽວກັບ ການຂຶ້ນຊັ້ນຂອງທ່ານນາງ.
ທ່ານນາງມາຈາກພາກໃຕ້ຫວຽດນາມ ທ່ານ Phuc ມາຈາກພາກກາງ ທ່ານ Quang ແລະ
ທ່ານ Trong ມາຈາກພາກເໜືອ.