ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫວຽດນາມ​ຫວັງ​ວ່າ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ ຈາກ​ສັນ​ຍາການຄ້າ​ຄູ່​ຮ່ວມ​ມື​ ເສດຖະກິດ​ຮອບດ້ານ​ ໃນ​ພາກ​ພື້ນ ຫລື RCEP


ພາບ​ຖ່າຍ​ໃນວັນ​ທີ 3 ພຶດ​ສະ​ພາ, 2020 ສະ​ແດງ​ໃຫ້​ເຫັນ​ວ່າ​ມີ​ການ​ຂົນຄອນ​ເທັນ​ເນີໃສ່​ກຳ​ປັ່ນ​ທີ່​ທ່າ​ເຮືອ​ໄຊ​ງ່ອນໃນ​ນະ​ຄອນ Ho Chi Minh ຂອງ​ຫວຽດ​ນາມ
ພາບ​ຖ່າຍ​ໃນວັນ​ທີ 3 ພຶດ​ສະ​ພາ, 2020 ສະ​ແດງ​ໃຫ້​ເຫັນ​ວ່າ​ມີ​ການ​ຂົນຄອນ​ເທັນ​ເນີໃສ່​ກຳ​ປັ່ນ​ທີ່​ທ່າ​ເຮືອ​ໄຊ​ງ່ອນໃນ​ນະ​ຄອນ Ho Chi Minh ຂອງ​ຫວຽດ​ນາມ

ຫວຽດນາມ​ມີ​ທ່າ​ທາງ​ວ່າ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໃນ​ໄລຍະ​ໃກ້ ຈາກ​ການ​ເຂົ້າ​ເປັນ​ສະມາຊິກ ​ໃນ​ການ​ເປັນຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ ໃນ​ພາກ​ພື້ນ ຫລື RCEP, ຊຶ່ງ​ເປັນສັນຍາ​ການ​ຄ້າ​ເສລີ​ທີ່ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ເດືອນ​ມັງກອນຈະ​ມາ​ເຖິງ​ນີ້, ພາຍຫຼັງ​ການ​ໃຫ້​ສັດຕະຍາບັນ​ໂດຍອອ​ສເ​ຕຣ​ເ​ລຍ ​ແລະ ນິວຊີ​ແລນ​ໃນ​ວັນ​ທີ 2 ພະຈິກຜ່ານ​ມານີ້.

15 ປະເທດ​ໃນ​ຂົງ​ເຂດ​ເອ​ເຊຍ-ປາຊີ​ຟິກ ​ໄດ້​ລົງ​ນາມ​ໃນ​ສັນຍາ RCEP, ລວມມີ: ຈີນ, ເກົາຫຼີໃຕ້, ຍີ່​ປຸ່ນ, ອອ​ສເ​ຕຣ​ເ​ລຍ, ນິວຊີ​ແລນ, ​ແລະ 10 ປະ​ເທດ​ສະມາຊິກ​ສະ​ມາ​ຄົມປະ​ເທດ​ໃນ​ເຂດ​ເອເຊຍຕາ​ເວັນ​ອອກສຽງ​ໃຕ້ ​ຄື: ບຣູ​ໄນ, ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ລາວ, ມາ​ເລ​ເຊຍ, ມຽນມາ, ຟີ​ລິບ​ປິນ, ສິງກະ​ໂປ, ໄທ ແລະ ຫວຽດນາມ.

ມັນ​ໄດ້​ຖືກ​ຖື​ກັນ​ຢ່າງ​ກວ້າງ​ຂວາງວ່າ ​ເປັນ​ຂໍ້​ຕົກ​ລົງ​ການ​ຄ້າ​ເສລີ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ​, ກວມ​ເອົາ​ປະ​ມານ 30 ເປີ​ເຊັນຂອງ​ປະ​ຊາ​ກອນ​ໂລກ​ ແລະ 30 ເປີ​ເຊັນ​ຂອງລວມ​ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ໂລກ​. ໃນ​ທີ່​ສຸດ​ຄາດ​ວ່າ​ຈະ​ຍົກ​ເລີກ​ອັດ​ຕາ​ພາ​ສີ​ຕໍ່​ສິນ​ຄ້າ​ຫຼາຍ​ກວ່າ 90 ເປີ​ເຊັນ​ທີ່​ຄ້າ​ຂາຍ​ກັນ​ຢູ່ໃນ​ຂົງ​ເຂດນັ້ນ.

ຫວຽດນາມຖື RCEP ວ່າແມ່ນ​ນຶ່ງໃນບັນດາຜົນສຳເລັດຂອງການເຊື່ອມໂຍງເສດຖະກິດ ສາກົນ, ໂດຍ​ສະ​ເພາະແມ່ນໃນສະພາບການທີ່​ມີ COVID-19 ແລະ ຄວາມຮຽກຮ້ອງຕ້ອງການຂອງການຟື້ນຟູເສດຖະກິດຄືນ. ຄຽງ​ຄູ່​ກັບ​ສັນ ຍາ​ການ​ຄ້າ​ເສລີ 14 ສະບັບ​ຂອງ​ຫວຽດນາມທີ່​ໄດ້​ມີ​ຜົນ​ບັງ​ຄັບ​ໃ​ຊ້​ແລ້ວ, RCEP ຄາດ​ວ່າ​ຈະ​ອະນຸຍາດ​ໃຫ້​ສິນຄ້າ​ສົ່ງ​ອອກ​ຂອງ​ຫວຽດນາມ​ເຂົ້າ​ສູ່​ຕະຫຼາດ​ເພີ່ມ​ຂຶ້ນ​ດ້ວຍ​ອັດຕາ​ພາສີ​ທີ່ຕ່ຳ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG