ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຫວຽດນາມ ເລີ້ມພາກັນ ຕ້ານມົນລະພິດ ເພື່ອອະນຸລັກ ສິ່ງແວດລ້ອມ


ຜູ້ຍິງຄົນນຶ່ງດຶງເອົາແຜ່ນປລາສຕິກ ທີ່ຄ້າງຢູ່ງ່າໄມ້ ໃກ້ແຄມຫາດຊາຍ ໃນແຂວງແທັງຮົວ ຂອງຫວຽດນາມ ອອກ ໃນວັນທີ 4 ມິຖຸນາ 2018.
ຜູ້ຍິງຄົນນຶ່ງດຶງເອົາແຜ່ນປລາສຕິກ ທີ່ຄ້າງຢູ່ງ່າໄມ້ ໃກ້ແຄມຫາດຊາຍ ໃນແຂວງແທັງຮົວ ຂອງຫວຽດນາມ ອອກ ໃນວັນທີ 4 ມິຖຸນາ 2018.

ສໍາລັບຊາວຫວຽດນາມຫລາຍໆຄົນແລ້ວ ມັນເປັນກິດຈະວັດປະຈໍາວັນ ທີ່ເຮັດ ເປັນ
ທໍານຽມເໝືອນກັນກັບຕາເວັນທີ່ຕ້ອງສ່ອງແສງອອກມາ: ໃນເວລາທີ່ຂີ່ລົດ ໄປເຮັດ
ການ ພວກເຂົາເຈົ້າກໍຈະເອົາລົດຈັກໄປຈອດ ຊື້ກາເຟນົມເຢັນຈາກຄົນ ຂາຍເຄື່ອງ
ຢູ່ຂ້າງຖະໜົນ ທີ່ເອົາກາເຟໃສ່ຈອກປລາສຕິກ, ອັດດ້ວຍຝາປລາສ ຕິກ, ທໍ່ດູດ
ປລາສຕິກ ແລະເອົາໃສ່ກັບປລາສຕິກ ເພື່ອຫ້ອຍໃສ່ເຂົາລົດໃນເວລາທີ່ ພວກເຂົາ
ເຈົ້າຂີ່ລົດໄປ.

ກາເຟນີ້ຕ້ອງໃຊ້ປລາສຕິກຢູ່ 4 ຊິ້ນ ເພື່ອຈະໃຫ້ດື່ມໄດ້ຈອກນຶ່ງ ເປັນຕົວຢ່າງ ສະແດງ
ໃຫ້ເຫັນວ່າ ພາຊະນະຫຸ້ມຫໍ່ປະເພດນີ້ ໄດ້ກາຍເປັນເລື້ອງທໍາມະດາ ແລະ ສິ່ງທີ່ທໍາ
ໃຫ້ສິ້ນເປືອງແບບຫາຍະນະ ຕໍ່ສິ່ງແວດລ້ອມຂອງຫວຽດນາມ. ແຕ່ວ່າປະຊາຊົນໄດ້
ຖືກເຕືອນໂດຍຄວາມນິຍົມທີ່ເປັນທ່າອ່ຽງດັ່ງກ່າວ ແລະໄດ້ ເລີ້ມຕ້ານມົນລະພິດຄືນ.

ມີຊາວຫວຽດນາມຫລາຍຄົນ ຢ່າງບໍ່ເຄີຍມີມາກ່ອນ ທີ່ກໍາລັງຊອກຫາສິ່ງມາໃຊ້ແທນ
ປລາສຕິກ ໂດຍການໃຊ້ນັບແຕ່ແກ້ວໄປເຖິງການໃຊ້ຖົງພາຍ ຊຶ່ງກໍບໍ່ຕ່າງຫຍັງກັບ
ປະຊາຄົມຫລາຍແຫ່ງໃນທົ່ວໂລກ ທີ່ເລີ້ມພາກັນເຊື່ອວ່າ ພວກເຂົາເຈົ້າ ໄດ້ກາງ​ຕໍ່
ອາໄສວັດຖຸ ທີ່ຖືກ ແລະໃຊ້ໄດ້ຫລາຍຢ່າງ ແຕ່ວ່າ ເປັນອັນຕະລາຍ ຕໍ່ລະບົບນິເວດ
ວິທະຍາ ຊຶ່ງແມ່ນຢາງປລາສຕິກນັ້ນເອງ.

ປະເທດຣວັນດາ ແມ່ນມີປະສິດທິຜົນຫລາຍໃນການຫ້າມໃຊ້ຖົງຢາງປລາສຕິກ ໃນ
ຂະນະທີ່ນະຄອນດູຣາມ (Durham) ໃນລັດຄາໂຣໄລນາເໜືອ ຂອງສະຫະລັດ ມີໂຄງການອາສາສະໝັກອັນນຶ່ງ ທີ່ທໍາການແຈກຢາຍກ່ອງບັນຈຸອາຫານທີ່ ສາມາດ
ເອົາຄືນມາໃຊ້ໄດ້ ແລະຮ້ານຂາຍເຄື່ອງຢູ່ນະຄອນອາມສະເຕີດາມ ໄດ້ ນໍາສະເໜີ
ແຖວຂາຍສິນຄ້າ ທີ່ບໍ່ໃຊ້ສິ່ງຫຸ້ມຫໍ່ທີ່ເປັນປລາສຕິກ.

ເມື່ອເວົ້າເຖິງເລື້ອງທີ່ເຮັດໃຫ້ພວກນັກອະນຸລັກສິ່ງແວດລ້ອມອັບອາຍແລ້ວ ສິ່ງທີ່
ເຮັດໃຫ້ຫວຽດນາມພິເສດກໍຄື ປະເທດດັ່ງກ່າວຖືກຈັດຢູ່ໃນ 5 ປະເທດຂອງໂລກທີ່
ສົ່ງປລາສຕິກ ໄປຫາມະຫາສະໝຸດ, ອີງຕາມອົງການອະນຸລັກທໍາມະ ຊາດ ໃນມະ
ຫາສະໝຸດ. ໂດຍທີ່ໄດ້ກາຍເປັນຜູ້ສ້າງມົນລະພິດສູງທີ່ສຸດ ແມ່ນ ເປັນເລື້ອງ ທີ່ບໍ່ດີ ສໍາລັບປະເທດໃນເຂດເອ​ເຊຍຕາເວັນອອກສຽງໃຕ້ແຫ່ງນັ້ນ ໂດຍສະເພາະເມື່ອມີ
ຫລາຍສິບປະເທດທີ່ມີເສດຖະກິດໃຫຍ່ກວ່ານັ້ນຫຼາຍ ແຕ່ ວ່າ ມີສິ່ງເສດເຫລືອເປັນ
ປລາສຕິກ ໜ້ອຍກວ່າປະເທດນັ້ນຫລາຍ.

ພວກນັກອະນຸລັກສິ່ງແວດລ້ອມກວດກາເບິ່ງຄຸນນະພາບຂອງນໍ້າ ເມື່ອເຫັນປາຕາຍຢູ່ໃນ ໜອງຫງັອກແຄັງ ໃນນະຄອນຫລວງຮາໂນ່ຍ, ວັນທີ 25 ເມສາ 2011
ພວກນັກອະນຸລັກສິ່ງແວດລ້ອມກວດກາເບິ່ງຄຸນນະພາບຂອງນໍ້າ ເມື່ອເຫັນປາຕາຍຢູ່ໃນ ໜອງຫງັອກແຄັງ ໃນນະຄອນຫລວງຮາໂນ່ຍ, ວັນທີ 25 ເມສາ 2011

"ທຸກຄົນ, ທຸກປະເທດ ຄວນຈະຮັບຜິດຊອບຕໍ່ເລື້ອງນີ້, ບໍ່ສໍາຄັນວ່າຂະໜາດຂອງປະ
ເທດນັ້ນຈະນ້ອຍຫລືໃຫຍ່ຊໍ່າໃດ," ນັ້ນຄືຄໍາເວົ້າຂອງນາງເຈິນ ອານ (Tran An),
ອາສາມະໝັກທີ່ອົງການປລາສຕິກ ທີ່ມີຄ່າ ໃນນະຄອນໄຊງ່ອນ ຫລື Precious
Plastic Saigon. ນາງກ່າວອີກວ່າ "ຢູ່ຫວຽດນາມພວກເຮົາ ຄວນເຮັດທຸກສິ່ງທຸກ
ຢ່າງເທົ່າທີ່ເຮັດໄດ້ ເພື່ອແກ້ໄຂບັນຫາ ທີ່ເກີດຈາກ ຢາງ ປລາສຕິກ."

ກຸຸ່ມໂຄສະນາຫາສຽງສະໜັບສະໜຸນສີຂຽວຂອງນາງ ສອນໃຫ້ຊາວຫວຽດນາມ ຮູ້ຈັກ
ເຮັດທໍ່ດູດເອົາເອງ ໂດຍການໃຊ້ລໍາໄມ້ໄຜ່, ທັງໃຫ້ຮູ້ຈັກການຈໍາແນກຄວາມແຕກຕ່າງ
ຂອງຢາງປລາສຕິກປະເພດຕ່າງໆເພື່ອຊ່ວຍອໍານວຍໃນການ ນໍາເອົາໄປໝູນໃຊ້ຄືນອີກ.

ອ່ານຂ່າວນີ້ເພີ້ມເ​ປັນພາສາອັງກິດ

XS
SM
MD
LG