ອົງກອນຮ່າງກົດໝາຍຫລັກຂອງປະເທດຫວຽດນາມ ກໍຄືສະພາແຫ່ງຊາດ ໄດ້ລົງຄະແນນສຽງເລືອກເອົາສອງຄູ່ແຂ່ງທາງການເມືອງ ເຂົ້າກໍາສອງຕໍາແໜ່ງສູງສຸດຂອງປະເທດ. ນຶ່ງໃນນັ້ນ ຄືນາຍົກລັດຖະມົນຕີ ຫງຽນ ຕັນຢຸງ ໄດ້ຖືກເລືອກຕັ້ງຄືນ ເປັນສະໄໝທີ່ສອງອີກຫ້າປີ. ມື້ນຶ່ງກ່ອນໜ້ານັ້ນ ຄູ່ແຂ່ງຂອງທ່ານ ຄືທ່ານເຈືອງ ຕັນ ຊັງ ຜູ້ນໍາສູງສຸດອັນດັບສອງຂອງພັກຄອມມີວນີສຫວຽດນາມ ກໍໄດ້ຖືກເລືອກຕັ້ງເປັນປະທານປະເທດ.
ພວກນັກສັງເກດການບາງຄົນກ່າວວ່າ ໃນຂະນະທີ່ຄະນະນໍາພາຊຸດໃໝ່ ບໍ່ຊົງມີທ່າທີວ່າ ຈະນໍາມາຊຶ່ງການປະຕິວັດໃນລະບົບການເມືອງທີ່ມີພັກດຽວຂອງປະເທດນັ້ນກໍຕາມ ແຕ່ຢ່າງໃດກໍດີ ການຊິງດີຊິງເດັ່ນກັນລະຫວ່າງຜູ້ນໍາສອງຄົນດັ່ງກ່າວນີ້ ກໍອາດສາມາດເປັນຂີດໝາຍແຫ່ງການປ່ຽນແປງທີ່ສໍາຄັນໆໄດ້.
ໂດຍຜິວເຜີນແລ້ວ ການແຂ່ງຂັນກັນຍາດເອົາຕໍາແໜ່ງຜູ້ນໍາໃນປະເທດຄອມມີວນີສຫວຽດ ນາມນັ້ນ ແມ່ນເປັນໄປຢ່າງງຽບໆຫລາຍ ຄືມີຜູ້ຖືກສະມັກຫລືຖືກສະເໜີຊື່ແຕ່ພຽງຄົນດຽວ
ເທົ່ານັ້ນ ສໍາລັບຕໍາແໜ່ງສູງສຸດແຕ່ລະຕໍາແໜ່ງ.
ທ່ານ Huang Tu Duy ຊື່ງເປັນສະມາຊິກກຸ່ມນິຍົມປະຊາທິປະໄຕ Viet Tan ທີ່ຖືກ
ລັດຖະບານຄອມມີວນີສສັ່ງຫ້າມແລ້ວນັ້ນ ກ່າວວ່າ ເຖິງແມ່ນວ່າການເລືອກຕັ້ງດັ່ງກ່າວ
ໂດຍສ່ວນໃຫຍ່ແລ້ວ ເປັນການເລືອກຕັ້ງແບບຈອມປອມເທົ່ານັ້ນ ແຕ່ລັດຖະບານກໍຕ້ອງ
ໄດ້ຈັດໃຫ້ມີຂນ ເພື່ອໃຫ້ມີຄວາມ ຖືກຕ້ອງຊອບທໍາ. ທ່ານ ດຸຍ ເວົ້າວ່າ:
“ສິ່ງທີ່ໜ້າສົນໃຈນັ້ນ ກໍແມ່ນວ່າ ອໍານາດປົກຄອງຕ້ອງໄດ້ຫລີ້ນລະຄອນແບບນີ້
ກໍເນຶ່ອງຈາກວ່າຕົນຕ້ອງໄດ້ຮັກສາລັກສະນະຂອງລັດຖະບານທໍາມະດາ ທົ່ວໄປ
ທີ່ປະຕິບັດງານຢູ່ພາຍໃຕ້ກົດໝາຍ ແລະມີພວກເຈົ້າໜ້າທີ່ທີ່ຖືກເລືອກຕັ້ງຂຶ້ນມາ
ແລະທີ່ພວກເຂົາເຈົ້າເຮັດແນວນີ້ ບໍ່ແມ່ນຍ້ອນວ່າ ພວກເຂົາເຈົ້າຕ້ອງໄດ້ທໍາງານ
ຮ່ວມກັບໂລກພາຍນອກ ກັບພວກນັກລົງທຶນເທົ່ານັ້ນ ແຕ່ນອກນີ້ແລ້ວ ກໍຍັງ
ຕ້ອງໄດ້ເຮັດໃຫ້ພວກຜູ້ຊົມຜູ້ຟັງພາຍໃນປະເທດ ໄດ້ເຫັນໃນລະດັບໃດລະດັບນຶ່ງ ເຊ່ນກັນ.”
ທ່ານ ດຸຍ ກ່າວຕໍ່ໄປວ່າ ຄວາມແຕກຕ່າງກັນລະຫວ່າງ ສະພາບໂຕຈິງຂອງການເມືອງຫວຽດນາມ ແລະໂສມໜ້າທາງສາທາລະນະຂອງຕົນນັ້ນ ກໍາລັງກົດດັນໃຫ້ສະພາແຫ່ງຊາດ ເລິ່ມວາງຕົວເປັນອົງກອນສູງສຸດຂອງ ປະຊາຊົນ ດັ່ງທີ່ໄດ້ບົ່ງໄວ້ຢູ່ໃນກົດລັດຖະທໍາມະນູນນັ້ນ.
ທ່ານ Martin Gainsborough ຈາກມະຫາວິທະຍາໄລ Bristol ກ່າວວ່າ ມັນບໍ່ຖືກຕ້ອງຕາມສະພາບໂຕຈິງ ທີ່ຈະບັງຄັບໃຫ້ປະຕິບັດຄ່ານິຍົມຂອງເສລີພາບຢູ່ໃນຂັ້ນຕອນການເລືອກຕັ້ງ. ທ່ານ Gainsborough ກ່າວວ່າ ພວກທີ່ຢູ່ໃນຕໍາແໜ່ງຜູ້ນໍານັ້ນ ຖືກມອງເຫັນວ່າເປັນພວກທີ່ມີພອນສະຫວັນຫລືຄວາມສາມາດພິເສດ ທີ່ມາຈາກຄອບຄົວຮັ່ງມີ ມີພື້ນ ຖານ ການສຶກສາດີ ແລະພວກເຂົາເຈົ້າກໍບໍ່ຈໍາເປັນຕ້ອງພິສູດຕົນເອງໃນສາຍຕາຂອງມະຫາຊົນ. ທ່ານ Gainsborough ກ່າວວ່າ:
“ສະພາແຫ່ງຊາດ ກໍສາມາດຖືກມອງເຫັນໃນທໍານອງດຽວກັນໄດ ຄືຖືກມອງເຫັນ
ວ່າ ເປັນສະຖາບັນທີ່ ຢືນຢັນຮັບຮູ້ ຢ່າງເປັນທາງການ ຄຸນງານຄວາມດີຂອງພວກຄົນ
ເຫລົ່ານີ້ ບໍ່ແມ່ນ ປັນບ່ອນແຂ່ງຂັນກັນໃນການເລືອກຕັ້ງ ທີ່ວ່າຜູ້ສະມັກທີ່ດີທີ່ສຸດນັ້ນ ເປັນຜູ້ຊະນະ .”
ໃນຂະນະທີ່ອັດຕາເງິນເຟີ້ ສູງຂຶ້ນເຖິງ 22 ເປີເຊັນ ປີແລ້ວປີເລົ່າ ແລະປະຊາຄົມໂລກກໍຍັງສືບຕໍ່ທໍ້ແທ້ໃຈ ນໍາປະວັດດ້ານສິດທິມະນຸດທີ່ຂີ້ຮ້າຍຫລາຍຂອງຫວຽດນາມນັ້ນ ກໍແນ່ນອນວ່າພວກນັກການເມືອງຫວຽດນາມ ມີພາລະກິດທີ່ຫຍຸ້ງຍາກຫລາຍສົມຄວນ ຂວາງໜ້າພວກເຂົາເຈົ້າຢູ່ໃນໄລ ຍະຫ້າປີຕໍ່ໜ້າ.
ໃນລະຫວ່າງການດໍາລົງຕໍາແໜ່ງນາຍົກລັດຖະມົນຕີສະໄມທໍາອິດນັ້ນ ທ່ານ ຫວຽນ ຕັນ ຢຸງ ໄວ 61 ປີ ໄດ້ປະເຊີນກັບການລົງຄະແນນສຽງບໍ່ໄວ້ວາງໃຈຄັ້ງນຶ່ງໃນສະພາແຫ່ງຊາດ ກ່ຽວກັບການພັງທະລາຍຂອງບໍລິສັດສ້າງກໍ່າປັນ Vinashin ທີ່ເມື່ອປີທີ່ຜ່ານມາ ໄດ້ຜິດສັນຍາຊໍາລະໜີ້ ຈໍານວນ 4500 ລ້ານໂດລາ. ນອກນີ້ແລ້ວ ທ່ານ ຢຸງ ຍັງໄດ້ຖືກຟ້ອງຮ້ອງໂດຍ ທະນາຍຄວາມສິດທິມະນຸດ Cu Huy Ha Vu ກ່ຽວກັບບໍ່ແຮ່ອາລູມິນຽມ ທີ່ຈີນເປັນຜູ້ ດໍາເນີນການແລະເປັນຂໍ້ຂັດແຍ້ງກັນ ໃນເຂດພູຜາພາກກາງຂອງປະເທດ.
ທ່ານ Ernest Bower ປະທານປະຈໍາສະຫະລັດ ຂອງສະພາທີ່ປຶກສາສໍາລັບນາຍົກລັດຖະມົນຕີຫວຽດນາມ ວ່າດ້ວຍຄວາມສາມາດໃນການແຂ່ງຂັນ ກ່າວວ່າ ເຖິງຢ່າງໃດກໍດີ ທ່ານ ຢຸງ ກໍຍັງຖືວ່າ ເປັນຜູ້ນໍາທີ່ເຕັມໄດ້ດ້ວຍຄວາມສາມາດ ມີສະຕິປັນຍາຜູ້ນຶ່ງ. ທ່ານ Bower ເວົ້າວ່າ
“ຂ້າພະເຈົ້າຄິດວ່າ ທ່ານ ຢຸງ ມີ ບຸກຄະລິກທີ່ມີສະເນ່ບາງຢ່າງ ແລະທ່ານໄດ້
ມີຄວາມລະມັດລະວັງ ຫລາຍສົມຄວນ ກ່ຽວກັບຄວາມພະຍາຍາມຊີ້ນໍາການ
ປະຕິຮູບເສດຖະກິດຢູ່ພາຍໃນລະບົບນຶ່ງ ເພື່ອບໍ່ໃຫ້ການເຄື່ອນໄຫວແບບນັ້ນ
ສ້າງຄວາມລະແວງສົງໃສ ໃນພວກຄູ່ແຂ່ງທາງການເມືອງທັງຫລາຍໄດ້. ດັ່ງ
ນັ້ນ ຂ້າພະເຈົ້າຈຶ່ງຄິດວ່າ ທ່ານຢຸງໄດ້ປະສົບຜົນສໍາເລັດ ໃນລະດັບໃດລະດັບ
ນຶ່ງ ໃນການດໍາເນີນຄວາມພະຍາຍາມດັ່ງກ່າວ.”
ກ່ອນກອງປະຊຸມໃຫຍ່ຂອງພັກ ທີ່ເປັນຜູ້
ຕັດສິນວ່າໃຜຈະມາກໍາຕໍາແໜ່ງສູງໆນັ້ນ ປາກົດວ່າ ທ່ານ Truong Tan Sang
ໄດ້ພະຍາຍາມຈະສະໝັກເອົາຕໍາແໜ່ງຂອງ
ທ່ານ ຢຸງ ແຕ່ບໍ່ສໍາເລັດຜົນ. ທ່ານ Gower ກ່າວຕື່ມວ່າ ແຕ່ເຖິງຢ່າງໃດກໍຕາມ ທ່ານບໍ່ຄິດວ່າ ເລື້ອງນີ້ຈະສ້າງຄວາມເຄັ່ງຕຶງຂຶ້ນ ມາ ເນຶ່ອງຈາກວ່າທັງສອງຜູ້ນໍາເຄີຍໄດ້ປະຕິບັດງານນໍາກັນມາກ່ອນແລ້ວ ໃນອະດີດ.
ທ່ານ Duy ບໍເຫັນພ້ອມໃນເລຶ່ອງນີ້ ໂດຍກ່າວວ່າ ຄວາມແຕກຕ່າງກັນ ນັ້ນ ອາດນໍາໄປສູ່ການປະພິປາຍຖົກຖຽງກັນຫລາຍຂຶ້ນຢູ່ໃນສະພາແຫ່ງ ຊາດ ຊຶ່ງທ່ານ ດຸຍ ໄດ້ຍົກຕົວຢ່າງຂອງການຄັດຄ້ານຂອງສະພາ ຕໍ່ແຜນ ການສ້າງລົດໄຟຄວາມໄວສູງ ມູນຄ່າ 56 ພັນລ້ານໂດລາ ຈາກຮາໂນ່ຍ ໄປ Ho Chi Minh City ເພາະວ່າມັນແພງຫລາຍນັ້ນ. ທ່ານ ດຸຍ ເວົ້າວ່າ:
“ຂ້າພະເຈົ້າຄິດວ່າ ການອະພິປາຍກັນຢ່າງເຜັດຮ້ອນ ທີ່ພວກເຮົາຈະເຫັນຢູ່ໃນ
ສະພາແຫ່ງຊາດນັ້ນ ແມ່ນຈະມາຈາກເຫດຜົນຫລາຍປະການ. ນຶ່ງໃນຈໍານວນ
ຫລາຍໆເຫດຜົນນັ້ນ ກໍແມ່ນຄວາມແຕກຕ່າງ ຂັດແຍ້ງກັນຢູ່ໃນກົມການເມືອງ
ສູນກາງພັກ ທີ່ລາມເຂົ້າໄປໃນສະພາແຫ່ງຊາດ ຕົວຢ່າງ ໃນກໍລະນີລົດໄຟຄວາມ
ໄວສູງ ຫລືລົດໄຟຫົວກະສຸນນັ້ນ.”
ທ່ານ ດຸຍ ກ່າວຕື່ມວ່າ ສະພາແຫ່ງຊາດໄດ້ຄັດຄ້ານຕໍ່ຂໍ້ສະເໜີ ກໍພຽງເພາະວ່າກົມການເມືອງສູນກາງພັກບໍ່ສາມາດຕັດສິນໃຈກັນໄດ້ກ່ຽວກັບເລຶ່ອງລົດໄຟເທົ່ານັ້ນ. ການຊິງດີຊິງເດັ່ນກັນລະຫວ່າງພວກຜູ້ນໍາລະດັບສູງ ຈະໝາຍເຖິງວ່າ ການອະພິປາຍກັນທໍານອງນີ້ ແມ່ນຈະດໍາເນີນສືບຕໍ່ໄປໃນອະນາຄົດ.
ສ່ວນທ່ານ Gainsborough ນັ້ນ ກ່າວຕື່ມວ່າ ເຖິງແມ່ນວ່າຜູ້ນໍາທັງສອງຈະມີທັດສະນະແຕກຕ່າງກັນໃນພວກບັນຫາສໍາຄັນໆກໍຕາມ ແຕ່ນັ້ນກໍຈະບໍ່ຊົງຈະຜັກດັນໃຫ້ມີການປ່ຽນແປງຢ່າງໄວໄດ້ ໃນການກໍານົດນະໂຍບາຍ ຊຶ່ງທ່ານໄດ້ຍົກຕົວຢ່າງຂອງການເຈລະຈາກັນກັບຈີນ ກ່ຽວກັບການແຂ່ງກັນອ້າງເອົາເປັນກໍາມະສິດໃນຂົງເຂດທະເລຈີນໃຕ້ນັ້ນ.
ທ່ານ Gainsborough ກ່າວຕໍ່ໄປວ່າ ມັນຈະບໍ່ມີທາງສອງງ່າມ ສໍາລັບຫວຽດນາມກ່ຽວກັບຂໍ້ຂັດແຍ້ງກັນທີ່ວ່ານີ້ ເຖິງແມ່ນວ່າລັດຖະບານໄດ້ຮັບ ຄໍາຕໍາໜິຕິຕຽນ ກ່ຽວກັບວິທີການແກ້ໄຂບັນຫານີ້ ຈາກບຸກຄົນສໍາຄັນໆຫລາຍໆຄົນກໍຕາມ. ທ່ານ Gainsborough ກ່າວວ່າ:
“ບຸກຄະລິກທີ່ແຕກຕ່າງກັນ ກໍສາມາດນໍາເອົາຫລາຍໆທີ່ສິ່ງແຕກຕ່າງກັນ ມາສູ່
ໂຕະເຈລະຈາກັນໄດ້ ໃນແງ່ຂອງຄໍາເວົ້າ ແຕ່ຖ້າເວົ້າໃນວົງກວ້າງແລ້ວ ຫວຽດນາມ
ແມ່ນບໍ່ຢາກມີຄວາມສໍາພັນທີ່ບໍ່ດີ ຫລື ເປັນປໍລະປັກຕໍ່ຈີນ ຊຶ່ງເປັນປະເທດອັນຍິ່ງ
ໃຫຍ່ໄພສານທີ່ຕັ້ງຢູ່ໜ້າບ້ານຂອງຕົນນັ້ນ ແຕ່ຈິງໆແລ້ວ ຫວຽດນາມ ກໍຢາກຈະ
ຊອກຫາວິທີດໍາເນີນການ ຕາມແນວທາງຂອງຕົນເອງ.”
ທ່ານ Gainsborough ກ່າວຕໍ່ໄປວ່າ ການເມືອງໃນຫວຽດນາມ ບໍ່ກ່ຽວກັບເລຶ່ອງບຸກຄະລິກຫລືການຊິງດີຊິງເດັ່ນກັນ ແຕ່ໃນທາງກົງກັນຂ້າມ ມັນປະກອບດ້ວຍຫລາຍໆພາກສ່ວນ ທີ່ທ້ອນໂຮມເປັນອັນດຽວກັນ ໂດຍຜ່ານ ຄວາມສໍາພັນດ້ານສ່ວນຕົວກັນຫລາຍກວ່າ ແທນທີ່ຈະມາຈາກອຸດົມການ. ການຮັບໃຊ້ໃນລັດຖະບານແມ່ນພົວພັນກັບການແລ່ນເຕ້ນຫາຕໍາແໜ່ງຢູ່ເບື້ອງຫລັງພວກຜູ້ນໍາອາວຸໂສທັງຫລາຍ. ທ່ານ Gainsborough ກ່າວມ້ວນທ້າຍວ່າ:
“ໂຕຂັບດັນທີ່ ສໍາຄັນທີ່ສຸດໃນວົງການການເມືອງຂອງຫວຽດນາມ ກໍຄືການເອົາ
ໂຕເອງໄປຢູ່ໃນບ່ອນຫລື ຕໍາແໜ່ງ ທີ່ສາມາດຫາເງິນໂດຍຜ່ານວິທີທາງຕ່າງໆ.
ນັ້ນ ຄືຄໍາອະທິບາຍ ສໍາລັບຫລາຍໆສິ່ງທີ່ເກີດຂຶ້ນຢູ່ໃນຫວຽດນາມ. ຕໍາແໜ່ງໃນ
ວົງການລັດຖະບານແມ່ນ ຫົນທາງໄປສູ່ຄວາມກ້າວໜ້າສ່ວນໂຕ. ນັ້ນຄືທັດສະນະ
ທີ່ປະຊາຊົນມີຕໍ່ຕໍາແໜ່ງວົງການລັດຖະບານ. ມັນກໍບໍ່ໝາຍຄວາມວ່າ ປະຊາຊົນ
ພາກັນຮີດໄຖລະບອບຢ່າງໂຈ່ງແຈ້ງ ແຕ່ກໍມີການເຊຶ່ອມໂຍງກັນ ຢ່າງໃກ້ຊິດ
ລະຫວ່າງ ຕໍາແໜ່ງລັດຖະບານ ແລະຜົນປະໂຫຍດສ່ວນໂຕ.”
ບໍ່ວ່າຄວາມສໍາພັນລະຫວ່າງສອງຜູ້ນໍາສູງສຸດຂອງຫລຽດນາມ ຈະຊໍ້າຮ້າຍລົງໄປອີກຫລືບໍ່ ໃນຊຸມເດືອນຕໍ່ໜ້ານີ້ກໍຕາມ ແຕ່ພວກນັກວິຈານກ່າວວ່າ ການຊິງດີຊິງເດັ່ນຂອງພວກເຂົາເຈົ້ານັ້ນ ກໍບໍ່ຊົງວ່າຈະປ່ຽນແປງໂສມໜ້າ ຂອງການເມືອງຫວຽດນາມ ຢ່າງສິ້ນເຊີງແຕ່ຢ່າງໃດ. ພວກນັກວິຈານກ່າວຕື່ມວ່າ ສິ່ງທີ່ເບິ່ງຄືວ່າຈະເປັນຕົວຂັບດັນການຜັນປ່ຽນທາງການເມືອງຢ່າງເປັນຮູບປະທໍາຫລາຍກວ່ານັ້ນ ກໍຄືຄວາມກົດດັນຈາກມະຫາຊົນ ເພື່ອໃຫ້ປະຕິຮູບລະບົບເສດຖະ ກິດອັນສັ່ນຄອນຂອງຫວຽດນາມ ທີ່ຂົ່ມຂູ່ຈະເຮັດໃຫ້ປະຊາຊົນຫລາຍເພີ່ມຂຶ້ນ ຕົກຢູ່ໃນຄວາມທຸກຈົນນັ້ນ.