ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະທານປະເທດຫວຽດນາມ ຢ້ຽມຢາມ ສປປ ລາວ


ປະທານປະເທດຂອງຫວຽດນາມແລະສປປລາວ ກ່າວຊົມ
ເຊີຍຄວາມສຳພັນທາງດ້ານການທູດແລະເສດຖະກິດ
ທີ່ເຂັ້ມແຂງລະຫວ່າງປະເທດທັງສອງລຸນຫຼັງການເຈລະຈາ
ຫາລືກັນ.

ປະທານປະເທດຫວຽດນາມທ່ານ Nguyen Minh Triet
ໄດ້ເດີນທາງໄປຢ້ຽມຢາມນະຄອນຫຼວງວຽງຈັນ ໃນວັນອັງ
ຄານວານນີ້ເພື່ອເຈລະຈາຫາລືກັບ ປະທານປະເທດຂອງ
ສປປລາວ ທ່ານຈູມມະລີ ໄຊຍະສອນ. ຜູ້ນຳທັງສອງ
ໄດ້ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ການຮ່ວມມືຮອບດ້ານ
ຊຶ່ງພວກທ່ານເວົ້າວ່າເປັນສິ່ງທີ່ມີຄຸນຄ່າລໍ້າເລີດ ທີ່ຈະຕ້ອງໄດ້ຮັບການຮັກສາໄວ້ໃຫ້ແກ່
ອະນຸຊົນ ຮຸ່ນຕໍ່ໆໄປ.

ຫວຽດນາມເປັນປະເທດທີ່ລົງທຶນຫຼາຍປະເທດນຶ່ງຢູ່ລາວ ຄືມີທັງໝົດ 219 ໂຄງການ
ແລະຕົກເປັນມູນຄ່າປະມານ 2 ພັນ 400 ລ້ານໂດລາ.

ທ່ານ Nguyen Minh Triet ແລະທ່ານຈູມມະລີ ໄດ້ບັນລຸຂໍ້ຕົກລົງຫຼາຍໆສະບັບ ຮວມ ທັງການສ້າງຕັ້ງຄະນະສອນພາສາຫວຽດນາມ ທີ່ມະຫາວິທະຍາໄລແຫ່ງຊາດຂອງລາວ ແລະການສ້າງຕັ້ງບໍລິສັດຮ່ວມທຶນການບິນ ລະຫວ່າງປະເທດທັງສອງ.

XS
SM
MD
LG