ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ນາຍົກ ລມຕ ລາວ ຢ້ຽມຢາມຫວຽດນາມ


ນາຍົກລັດຖະມົນຕີລາວ ທ່ານບົວສອນ ບຸບຜາວັນ
ນາຍົກລັດຖະມົນຕີລາວ ທ່ານບົວສອນ ບຸບຜາວັນ

ນາຍົກລັດຖະມົນຕີ ສປປ ລາວແລະຫວຽດນາມໃຫ້ຄໍາໝັ້ນ ສັນຍາວ່າ ຈະເພີ້ມທະວີການຮ່ວມມືຈໍານວນນຶ່ງທາງ ດ້ານເສດຖະກິດແລະການທູດ.

ນາຍົກລັດຖະມົນຕີ ສປປ ລາວ ທ່ານບົວສອນ ບຸບຜາວັນໄດ້ເຈລະຈາຫາລືກັບນາຍົກລັດ
ຖະມົນຕີຫວຽດນາມ ທ່ານ Nguyen Tan Dung ທີ່ນະຄອນຫຼວງຮ່າໂນ່ຍໃນມື້ວັນພຸດ
ວານນີ້.

ທັງສອງຝ່າຍໃຫ້ຄຳໝັ້ນສັນຍາວ່າຈະເພີ່ມມູນຄ່າການຄ້າລະຫວ່າງປະເທດທັງສອງຂຶ້ນ
ເປັນ 2 ພັນລ້ານໂດລາ ພາຍໃນປີ 2015. ນອກນັ້ນ ພວກທ່ານຍັງໄດ້ປຶກສາຫາລືກັນ
ກ່ຽວກັບການຮ່ວມມືໃນດ້ານການລົງທຶນ ວັດທະນະທໍາ ການສຶກສາ ສາທາລະນະສຸກ
ແລະໄຟຟ້າພະລັງນໍ້າ.

ແລະພວກທ່ານໃຫ້ຄໍາໝັ້ນສັນຍາວ່າ ຈະສໍາເລັດເສັດສິ້ນການປັກຫຼັກໝາຍຊາຍແດນ
ລະຫວ່າງປະເທດທັງສອງ ພາຍໃນປີ 2014.

ລຸນຫຼັງການພົບປະເຈລະຈາກັນແລ້ວ ທ່ານບົວສອນແລະທ່ານ Dung ຍັງໄດ້ເປັນສັກຂີ
ພະຍານໃນພິທີລົງນາມ ກ່ຽວກັບຂໍ້ຕົກລົງທາງດ້ານການບິນລະຫວ່າງປະເທດທັງສອງ
ນໍາດ້ວຍ.

XS
SM
MD
LG