ມັນບໍ່ຄ່ອຍມີຂ່າວດີ ຫຼາຍປານໃດ ອອກມາຈາກຂົງເຂດທີ່ມີການຂັດແຍ້ງກັນ ໃນທະເລຈີນໃຕ້ ແຕ່ ຫວຽດນາມ ໃນຂະນະທີ່ມີຄວາມເຄັ່ງຕຶງ ກັບຈີນຢູ່ນັ້ນ ກໍຄົງໄດ້ຮັບຄວາມປອບໃຈ ໃນຄຳເຫັນເມື່ອບໍ່ດົນມານີ້ ຈາກບັນດານັກການທູດລະດັບສູງ ສະຫະລັດ ຂອງວໍຊິງຕັນ ຜູ້ທີ່ໄດ້ໃຫ້ການສົ່ງເສີມແກ່ປະເທດໃນເຂດເອເຊຍຕາເວັນສຽງໃຕ້.
ໃນລະດັບສູງສຸດກໍຄື ທ່ານໄມໂກລ ພອມພຽວ ລັດຖະມົນຕີວ່າການຕ່າງປະເທດ ສະຫະລັດ ເມື່ອວັນພະຫັດຜ່ານມາ ໄດ້ສະແດງຄວາມສຳນຶກຜິດ ໃນດ້ານໃດດ້ານນຶ່ງ ທີ່ປະເທດຂອງທ່ານ ໄດ້ຫັນໄປທາງອື່ນ ໃນລະຫວ່າງສິ່ງທີ່ທ່ານເອີ້ນວ່າ ການເກາະຜິດ “ເປັນສັດຕູ” ແລະ “ຄວາມດື້ດ້ານ” ທີ່ເພີ້ມຂຶ້ນເລື້ອຍໆຂອງຈີນ ທີ່ລວມທັງສິ່ງມີຜົນກະທົບຕໍ່ຫວຽດນາມ. ຄຳເຫັນຂອງທ່ານພອມພຽວ ໄດ້ສອດຄ່ອງກັບທັດສະນະຂອງບັນດາຜູ້ສັງເກດການ ຜູ້ທີ່ເຊື່ອວ່າ ໃນການຄິດຍ້ອນຫລັງ ສະຫະລັດ ຄິດໄລຜິດພາດໄປຢ່າງຮ້າຍແຮງ ໂດຍການອົດທົນກັບການລະເມີດສິດທິມະນຸດຂອງຈີນ ຍ້ອນວ່າ ຕົນຄິດວ່າ ຖ້າເປີດເສດຖະກິດຫຼາຍຂຶ້ນ ຈີນຈະເປີດກວ້າງຕໍ່ການປະຕິຮູບເພື່ອປະຊາທິປະໄຕ ເຊັ່ນກັນ.
ທ່ານພອມພຽວ ໄດ້ກ່າວໃນຄຳປາໄສ ຢູ່ທີ່ນະຄອນນິວຢອກ ວ່າ “ພວກເຮົາໄດ້ລັ່ງເລໃຈ ແລະບໍ່ໄດ້ເຮັດຫຍັງຫຼາຍໄປກວ່າທີ່ພວກເຮົາຄວນເຮັດ ໃນເມື່ອຈີນ ຂົ່ມຂູ່ບັນດາປະເທດເພື່ອນບ້ານຂອງຕົນ ເຊັ່ນຫວຽດນາມ ແລະ ເຊັ່ນຟີລິບປິນ ແລະໃນເວລາທີ່ພວກເຂົາເຈົ້າ ໄດ້ອ້າງເອົາກຳມະສິດເຂດທະເລຈີນໃຕ້ທັງໝົດ.”
ພາຍໃນບັນດາປະເທດທັງຫຼາຍຂອງເອເຊຍ ກໍໄດ້ອ້າງເອົາກຳມະສິດ ໃນເຂດທະເລຈີນໃຕ້ ຊ້ອນກັນກັບປະເທດອື່ນໆ ບ່ອນທີ່ບັນດານັກສັງເກດການ ຢ້ານວ່າ ການສູ້ລົບກັນຢ່າງຈິງຈັງອາດເກີດຂຶ້ນໄດ້ຢູ່ໃນເສັ້ນທາງແລ່ນເຮືອທີ່ມີຄວາມສຳຄັນຍິ່ງ ແລະແຫລ່ງນ້ຳມັນ. ປັກກິ່ງ ໄດ້ອ້າງເອົາກຳມະສິດ ປະມານ 80 ເປີເຊັນຂອງທະເລຈີນໃຕ້. ມັນເປັນພຽງເຫດການນຶ່ງໃນຫຼາຍໆເຫດການ ທີ່ທ່ານພອມພຽວ ໄດ້ຍົກຂຶ້ນມາ ຂອງການກະທຳທີ່ຂີ້ຮ້າຍຂອງຈີນ ທີ່ໄດ້ເຮັດໄປໂດຍປາດສະຈາກການຄັດຄ້ານແຕ່ຢ່າງໃດ. ທ່ານໄດ້ກ່າວວ່າ ສະຫະລັດ ບໍ່ໄດ້ກ່າວຄັດຄ້ານພຽງພໍ ຫຼັງຈາກ ເຫດການ ໃນຈະຕຸລັດ ຖຽນອັນເໝິນ ຫຼັງຈາກໄຕ້ຫວັນ ສູ້ຊົນທີ່ຈະຮັກສາອະທິປະໄຕຂອງຕົນຈາກຈີນ ແລະຫຼັງຈາກ ຈີນ ໄດ້ເຂົ້າເປັນສະມາຊິກ ຂອງອົງການການຄ້າໂລກ ແລ້ວບໍ່ໄດ້ປະຕິບັດຕາມກົດລະບຽບ. ທ່ານໄດ້ກ່າວວ່າ “ພວກເຮົາໄດ້ອຳນວນຍຄວາມສະດວກ ແລະໄດ້ຊຸກຍູ້ ການເຕີບໃຫຍ່ຂອງຈີນ ມາຫຼາຍທົດສະວັດແລ້ວ” ເຖິງແມ່ນວ່າ ຈະສູນເສຍຄຸນຄ່າຂອງປະຊາທິປະໄຕ ໄປກໍຕາມ.