ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດ​ນາມ ມີອຳ​ນາດ ​ຕໍ່​ລອງ ກັບ​ຈີນ ໃນ​ການ​ເຈ​ລະ​ຈາ​ ທາງທະ​ເລ


ປະ​ຊາ​ຊົນ​ພາ​ກັນ​ເດີນ​ຂະ​ບວນ​ປະ​ທ້ວງ ເພື່ອ​ລະ​ນຶກ​ເຖິງວັນ​ຄົບ​ຮອບ 43 ປີ ​ທີ່​ຈີນ​ເຂົ້າ​ຄອບ​ຄອງ ໝູ່​ເກາະ​ປາ​ຣາ​ແຊ​ລ ໃນ​ເຂດ​ທະ​ເລ​ຈີນ​ໃຕ້ ຢູ່​ນະ​ຄອນ​ຫລວງ​ຮາ​ໂນ່ຍ, ໃນ​ວັນ​ທີ 19 ມັງ​ກອນ, 2017
ປະ​ຊາ​ຊົນ​ພາ​ກັນ​ເດີນ​ຂະ​ບວນ​ປະ​ທ້ວງ ເພື່ອ​ລະ​ນຶກ​ເຖິງວັນ​ຄົບ​ຮອບ 43 ປີ ​ທີ່​ຈີນ​ເຂົ້າ​ຄອບ​ຄອງ ໝູ່​ເກາະ​ປາ​ຣາ​ແຊ​ລ ໃນ​ເຂດ​ທະ​ເລ​ຈີນ​ໃຕ້ ຢູ່​ນະ​ຄອນ​ຫລວງ​ຮາ​ໂນ່ຍ, ໃນ​ວັນ​ທີ 19 ມັງ​ກອນ, 2017

ການ​ເອົາທ່າ​ທີ​ຢ່າງ​ແຂງ​ຂັນ​ຂອງ​ຫວຽດ​ນາມ ຕໍ່​ຈີນ​ກ່ຽວ​ກັບ​ອະ​ທິ​ໄປ​ໄຕໃນ​ເຂດ​ນ້ຳ​ແດນ​ດິນ ຢູ່​ເຂດ​ທະ​ເລ​ຈີນ​ໃຕ້ ຈະ​ເຮັດ​ໃຫ້​ປັກ​ກິ່ງ​ຢູ່​ໃນ​ທ່າ​ປ້ອງ​ກັນ​ໂຕ ໃນ​ລະ​ຫວ່າງ​ການ ພົບ​ປະ​ເຈ​ລະ​ຈາ​ລະ​ດັບ​ພາກ​ພື້ນ​ກ່ຽວ​ກັບ​ການ​ຜ່ອນ​ຄາຍຄວາມ​ເຄັ່ງຕຶງທາງ​ທະ​ເລ ຢູ່​ໃນ​ຂົງ​ເຂດ​ດັ່ງ​ກ່າວ, ອີງ​ຕາມ​ຄຳ​ເວົ້າ​ຂອງຜູ້​ທີ່​ຕິດຕາມຂັ້ນ​ຕອນ​ດັ່ງ​ກ່າວ.

ພວກ​ເຈົ້າ​ໜ້າ​ທີ່​ຢູ່​ນະ​ຄອນ​ຮາ​ໂນ່ຍ ໄດ້​ສະ​ເໜີ​ວ່າ ໃນຈຳ​ນວນ​ຫລາຍໆ​ຢ່າງນັ້ນ ​ໃຫ້​ມີ​ການສ້າງກົດ​ແຫ່ງ​ການ​ປະ​ພຶດ ທີ່​ຈະ​ເກືອດ​ຫ້າມບໍ່​ໃຫ້​ມີ​ການກໍ່​ສ້າງ​ໃນ​ເກາະ​ທີ່​ຄົນ​ເຮັດ​ຂຶ້ນ ​ຢູ່​ໃນເຂດ​ທະ​ເລ​ຈີນ​ໃຕ້ ແລະ​ຫ້າມບໍ່​ໃຫ້​ມີ​ລັກ​ສະ​ນະ​ທີ່​ມີ​ການ​ຂັດ​ແຍ້ງ​ກັນ​ທີ່​ໃຊ້​ທະ​ຫານ, ອີງ​ຕາມ​ຄຳ​ເວົ້າ​ຂອງ ສາດ​ສະ​ດາ​ຈານ ຄາ​ລ ເທ​ເຢີ (Carl Thayer) ​ທີ່​ບຳ​ນານ​ແລ້ວ ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລນີວ​ເຊົ້າ​ດ໌ ເວ​ລ​ສ໌ (New South Wales) ໃນ​ການອອກ​ຄຳ​ເຫັນ​ຂອງ​ທ່ານ ທາງ​ອອນລາຍຕໍ່​ການອ່ານເບິ່ງເນື້ອ​ໃນ​ແບບລວມໆ​ຂອງຮ່າງ​ກົດ​ແຫ່ງ​ການ​ປະ​ພຶດໃນ​ປີ​ກາຍນີ້. ທ່ານ​ກ່າວ​ເພີ້ມ​ອີກວ່າ ຫວຽດ​ນາມ ບໍ່ຢາກ​ໃຫ້ມີ​ການ​ກີດ​ກັນ​ການ​ເດີນ​ເຮືອ​ໃດໆ ແລະ​ບໍ່​ໃຫ້​ມີ ເຂດ​ທີ່​ບົ່ງ​ບອກວ່າເປັນ​ເຂ​ປ້ອງ​ກັນ​ທາງ​ອາ​ກາດ​ຂອງ​ປະ​ເທດ​ໃດໆ ທີ່​ອາດ​ມີ​ຂຶ້ນ​ໄດ້.

ເຮືອ​ຂຸດ​ດິນ​ຂອງ​ຈີນ ທີ່​ປາ​ກົດ​ໃຫ້​ເຫັນ​ຢູ່​ໃນ ໜ່ານ​ນ້ຳທີ່ຢູ່ໃກ້​ໝູ່​ເກາະ ປາ​ຣາ​ແຊ​ລ ໃນ​ເຂດ​ທະ​ເລ​ຈີນ​ໃຕ້
ເຮືອ​ຂຸດ​ດິນ​ຂອງ​ຈີນ ທີ່​ປາ​ກົດ​ໃຫ້​ເຫັນ​ຢູ່​ໃນ ໜ່ານ​ນ້ຳທີ່ຢູ່ໃກ້​ໝູ່​ເກາະ ປາ​ຣາ​ແຊ​ລ ໃນ​ເຂດ​ທະ​ເລ​ຈີນ​ໃຕ້

ຫວຽດ​ນາມ​ຍັງອາດ​ຈະຖືວ່າ​ຂໍ້​ຕົກ​ລົງ​ໃດໆ ທີ່ບໍ່​ລວມ​ມີ​ໝູ່ເກ​າະ​ປາ​ຣາແຊ​ລ ( Paracel) ຂອງ​ທະ​ເລ​ດັ່ງ​ກ່າວ​ທີ່​ຕົນ​ອ້າງ​ເອົາ​ກຳ​ມະ​ສິດ ແຕ່​ວ່າ​ຈີນ​ໄດ້​ທຳ​ການ​ຄວບ​ຄຸມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ນັ້ນ “ບໍ່​ເປັນ​ທີ່ຍອມ​ຮັບ​ເອົາ​ໄດ້”, ອີງ​ຕາມບົດ​ລາຍ​ງານ​ຂອງ​ທ່ານ ເກ​ຣກ​ກໍ​ຣີ ໂປ​ລິງ (Gregory Poling), ອຳ​ນວຍ​ການ​ໂຄງ​ການ​ລິ​ເລີ້ມ ຄວາມ​ໂປ່ງ​ໃສ​ທາງ​ທະ​ເລ​ຂອງ​ເອ​ເຊຍ ຫລື Asia Maritime Transparency Initiative ຊຶ່ງ​ເປັນ​ໂຄງ​ການ​ຂອ​ງ​ອົງ​ການ​ຄົ້ນ​ຄວ້າ ຢູ່​ໃນ​ສະ​ຫະ​ລັດ.

ພວກ​ຜູ້​ນຳ ແລະ​ຜູ້​ແທນ​ຂອງ​ກຸ່ມ​ອາ​ຊຽນຖ່າຍ​ຮູບ​ລວມ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ຂອງ​ອາ​ຊ່ຽນ ທີ່​ສິງ​ກະ​ໂປ, ວັນ​ທີ 14 ພະ​ຈິກ, 2018
ພວກ​ຜູ້​ນຳ ແລະ​ຜູ້​ແທນ​ຂອງ​ກຸ່ມ​ອາ​ຊຽນຖ່າຍ​ຮູບ​ລວມ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ຂອງ​ອາ​ຊ່ຽນ ທີ່​ສິງ​ກະ​ໂປ, ວັນ​ທີ 14 ພະ​ຈິກ, 2018

​ພວກ​ນັກ​ວິ​ເຄາະ​ເວົ້າ​ວ່າ ຈີນ​ໄດ້​ເອົາ​ດິນ​ໄປ​ຖົມ​ເກາະ​ດອນ ໃນ​ເນື້ອ​ທີ່ 3.5 ລ້ານ​ຕາ​ລາງ​ກິ​ໂລ​ແມັດ ແລະ​ເຮັດ​ໃຫ້​ເປັນ​ເຂດດັ່ງ​ກ່າວ​ເປັນ​ເຂດ​ປະ​ຕິ​ບັດ​ການທາງ​ທະ​ຫານ ຊຶ່ງ​ເປັນ​ເນື້ອ​ທີ່​ຫລາຍກວ່າ​ເນື້ອ​ທີ່​ຂອງປະ​ເທດ​ໃດໆ ໃນ 5 ປະ​ເທດທີ່​ອ້າງ​ເອົາກຳ​ມະ​ສິດ​ ຢູ່​ໃນ​ເຂດ​ທະ​ເລນັ້ນ. ການ​ເຮັດ​ແນວນັ້ນ ມັນ​ຈະ​ຂັດ​ຕໍ່​ນະ​ໂຍ​ບາຍ​ຂອງ​ຫວຽດ​ນາມ, ​ຈະ​ເຮັດ​ໃຫ້​ຂັ້ນ​ຕອນການ​ສ້າງ​ກົດ ​ແຫ່ງ​ການ​ປະ​ພຶດ​ທີ່ດຳ​ເນີນ​ມາ​ໄດ້ 23 ປີ​ແລ້ວນັ້ນ ຖອຍ​ກັບ​ຫລັງໄປ​ອີກ ແຕ່​ພວກ​ເຂົາ​ເຈົ້າ​ຫວັງ​ວ່າ ການ​ເອົາ​ມັນຖືກ​ຍົກ​ຂຶ້ນ​ມາ​ລົມ​ກັນ​ອີກ ຈະ​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ເປັນ​ປະ​ເທດ​ເພື່ອນ​ບ້ານ​ທີ່​ດີ.

​ເຂດ​ນ້ຳ​ແດນ​ດິນ​ຢູ​ທະ​ເລ​ຈີນ​ໃຕ້ ​ທີ່​ປະ​ເທດ​ຕ່າງໆ ອ້າງ​ເອົາ​ກຳ​ມະ​ສິດ
​ເຂດ​ນ້ຳ​ແດນ​ດິນ​ຢູ​ທະ​ເລ​ຈີນ​ໃຕ້ ​ທີ່​ປະ​ເທດ​ຕ່າງໆ ອ້າງ​ເອົາ​ກຳ​ມະ​ສິດ

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາສາ​ອັງ​ກິດ

XS
SM
MD
LG