ໃນລາຍງານການກະເສດຂອງເຮົາມື້ນີ້ ເຮົາຈະເວົ້າເລື້ອງ
ຄວາມປອດໄພຂອງອາຫານ ໃນຫວຽດນາມ ຊຶ່ງບາງຄົນ
ພາກັນມີຄວາມເປັນຫ່ວງ ນຳການໃຊ້ຢາຂ້າແມງໄມ້ເກີນ
ຂອບເຂດໃສ່ເຄື່ອງປູກຂອງຝັງ ຊຶ່ງພາໃຫ້ຊາວຫວຽດນາມ
ບາງຄົນຫັນໄປຊື້ອາຫານທາງອິນເທີແນັດ. ສິງມີລາຍງານ
ກ່ຽວກັບເລື້ອງນີ້ ມາສະເໜີທ່ານ.
ຫວຽດນາມກຳລັງດຳເນີນການ ເພື່ອໃຫ້ບັນລຸເປົ້າໝາຍສຳລັບການຜະລິດອາຫານ
ແລະຄວາມປອດໄພຂອງອາຫານ. ໃນການດຳເນີນການດັ່ງກ່າວນີ້ ລັດຖະບານໃຫ້
ການສະໜັບສະໜຸນໃນການໃຊ້ຢາຂ້າແມງໄມ້ ແລະຢາເຄມີອື່ນໆໃສ່ເຄື່ອງປູກຂອງ
ຝັງ. ພວກກະສິກອນໃຊ້ສານເຫລົ່ານີ້ ເພື່ອຊ່ອຍໃຫ້ພວກເຄື່ອງປູກຂອງເຂົາເຈົ້າງອກ
ງາມຂຶ້ນ ແລະເພື່ອປົກປ້ອງບໍ່ໃຫ້ແມງໄມ້ ແລະໄພຄຸກຄາມອື່ນໆມາທຳລາຍມັນ.
ປ້າຍຕ່າງໆໃນທົ່ວຫວຽດນາມ ແມ່ນມີຂໍ້ຄວາມວ່າ “ຢ່າໃຊ້ຢາຂ້າແມງໄມ້ ເກີນຂອບເຂດ.
ໃຫ້ຄຶດຫາພວກຄົນຊື້ແດ່”. ແຕ່ລັດຖະບານມີກົດ ລະບຽບຕ່າງໆ ໃນຂອບເຂດຈຳກັດ
ກ່ຽວກັບການໃຊ້ພວກຢາຂ້າແມງໄມ້ນັ້ນ.
ປະຊາຊົນຫວຽດນາມບາງຄົນ ພາກັນມີຄວາມເປັນຫ່ວງກ່ຽວກັບເລື້ອງທີ່ວ່າ ເຂົາເຈົ້າ
ຊື້ອາຫານປະເພດຜັກໝີ່ຂອງເຂົາເຈົ້າ ຈາກພວກຄົນປູກທີ່ເຂົາເຈົ້າຮູ້ຈັກດີເທົ່ານັ້ນ
ຫລືບໍ່ກໍຊື້ອາຫານດັ່ງກ່າວທາງອິນເຕີແນັດ.
ນາງ Tran Thuy Nhat ໄວ 30 ປີ ຊຶ່ງເປັນແມ່ເດັກ ທີ່ອາໄສຢູ່ໃນ ເຂດໃກ້ໆກັບ
ນະຄອນຫຼວງຮາໂນ່ຍ ແລະນາງໄປຊຶ້ື້ເຄື່ອງກິນປະເພດຜັກນີ້ ໃນເຂດໃຈກາງນະ
ຄອນຫຼວງນັ້ນ.
ແຕ່ນາງມີຄວາມເປັນຫ່ວງກ່ຽວກັບຢາຂ້າແມງໄມ້ ດັ່ງນັ້ນ ນາງຈຶ່ງໄປຊື້ຜັກມາກິນ
ຈາກພວກຜູ້ຄົນ ທີ່ນາງຮູ້ຈັກໃນໝູ່ບ້ານຂອງນາງ. ຖ້ານາງບໍ່ເຮັດຈັ່ງຊັ້ນ ນາງກ່າວ
ວ່າ ພວກຜັກເຫຼົ່ານີ້ ສາມາດເປັນໄພອັນຕະລາຍ ແກ່ລູກນ້ອຍຂອງນາງໄດ້.
ບໍ່ແມ່ນວ່າໝົດສູ່ຄົນຮູ້ຈັກກັບຊາວກະສິກອນປູກຜັກທີ່ໄວ້ໃຈໄດ້ ແຕ່ມີ website ທີ່
ສາມາດຊ່ອຍໄດ້ ຊຶ່ງ website ດັ່ງກ່າວຈະບອກຊື່ພວກຮ້ານທີ່ຂາຍຜັກໝີ່ຕ່າງໆທີ່
ປອດໄພໃຫ້ເຮົາຮູ້ຈັກ. ກຸ່ມຜູ້ຊື້ຫວຽດນາມ ທີ່ມີຊື່ວ່າ “Vinastas” ເປັນຜູ້ຈັດຕັ້ງ
website ດັ່ງກ່າວຂຶ້ນ ໃນປີ 2011.
ນາງ Dang Kiem Hien ເປັນນຶ່ງຢູ່ໃນທີມ ທີ່ແລ່ນເລື້ອງ website ນີ້ ເວົ້າວ່າ ພວກ
ຮ້ານຄ້າຂາຍຜັກເຫຼົ່ານີ້ ຈະຕ້ອງປະຕິບັດຕາມຂໍ້ບັງຄັບຕ່າງໆ ທີ່ກຳນົດໄວ້ຢູ່ໃນ
website ນັ້ນ. ດັ່ງໂຕຢ່າງ ພວກເຈົ້າຂອງຮ້ານຈະຕ້ອງພິສູດໃຫ້ເຫັນວ່າ ເຂົາເຈົ້າໄດ້
ຜັກໝີ່ຂອງເຂົາເຈົ້າມາຈາກພວກກະສິກອນ ທີ່ບໍ່ໃຊ້ຢາຂ້າແມງໄມ້ ສີດໃສ່ຜັກຂອງ
ເຂົາເຈົ້າ. ນາງ Hien ກ່າວຕື່ມວ່າ ຮ້ານຄ້າຮ້ານໃດກໍຕາມ ຈະຖືກລຶບຊື່ອອກຈາກ
ບັນຊີລາຍຊື່ຮ້ານຂາຍຜັກ ຖ້າບໍ່ປະຕິບັດຕາມກົດລະບຽບຕ່າງໆ ທີ່ໄດ້ບົ່ງໄວ້.
ທ່ານ Eduardo Sabio ຊຶ່ງເຮັດວຽກກັບກຸ່ມ VECO ຊຶ່ງເປັນກຸ່ມສົງເສີມການກະ
ເສດ ທີ່ບໍ່ພົວພັນກັບລັດຖະບານຈາກແບລຢ້ຽມ ໃຫ້ການສະໜັບສະໜຸນ website
ດັ່ງກ່າວ ທີ່ທ່ານ Sabio ກ່າວວ່າ ການໃຊ້ຢາຂ້າແມງໄມ້ ເກີນຂອບເຂດໃນຫວຽດ
ນາມນັ້ນ ເປັນບັນຫານຶ່ງທີ່ແທ້ຈິງ ແລະກ່າວວ່າ:
“ລັດຖະບານ ເຂົາເຈົ້າມີບັນຊີລາຍຊື່ພວກຢາຂ້າແມງໄມ້ຕ່າງໆ ທີ່ອະນຸຍາດ
ໃຫ້ໃຊ້ໄດ້ ແຕ່ມັນມັກເກີດຂຶ້ນເລື້ອຍໆ ທີ່ອ້າງຕາມຄຳເວົ້າຂອງ ທ່ານວ່າ
“ຢາຂ້າແມງໄມ້ທີ່ຜິດກົດໝາຍ” ທີ່ລັກຂ້າມຊາຍແດນເຂົ້າໄປ ແລະຂາຍໃຫ້
ພວກກະສິກອນນັ້ນ.”
ທ່ານ Sabio ກ່າວວ່າ website ກ່ຽວກັບຄວາມປອດໄພຂອງອາຫານ ຫວຽດນາມ
ໃຊ້ອັນທີ່ເອີ້ນກັນວ່າ ລະບົບຫລັກຊີ້ນຳຮ່ວມ ທີ່ກຳກັບດູແລຄວາມປອດໄພຂອງອາ
ຫານ ຜ່ານລາຍງານຄຸນນະພາບຈາກບັນດາກຸ່ມກະສິກອນ ພວກຄ້າຂາຍ ແລະບັນ
ດາເຈົ້າໜ້າທີ່ທ້ອງຖິ່ນ. ລະບົບດັ່ງ ກ່າວນີ້ ໄດ້ຖືກນຳໃຊ້ໃນຫຼາຍກວ່າ 20 ປະເທດ
ໃນທົ່ວໂລກ ແລະທ່ານ Sabio ກ່າວວ່າ ພວກກະສິກອນຫວຽດນາມ ໄດ້ເກັບກຳ
ລາຍລະອຽດຕ່າງໆໄວ້ ກ່ຽວກັບການໃຊ້ຢາຂ້າແມງໄມ້ຂອງເຂົາເຈົ້າ ຕະຫຼອດທັງ
ພວກກະສິກອນໃກ້ຄຽງນັ້ນ ເຊັ່ນກັນ.