ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ກ່າວວ່າ ເປັນການຍາກ ທີ່ຈະກໍາຈັດ ຄວາມອຶດຫິວ ໃນພາກພື້ນເອເຊຍ ປາຊີຟິກ


ເຈົ້າ​ໜ້າ​ທີ່ຂັ້ນອາວຸ​ໂສຂອງ​ສະຫະ​ປະຊາ​ຊາດ​ທ່ານ​ນຶ່ງ​ກ່າວ​ວ່າ ລາຄາ ເຂົ້າປາ​ອາຫານ​ທີ່​ແພງ​ຂຶ້ນ​ນັບ​ມື້ ​ແລະ​ໄພ​ພິບັດ​ທໍາ​ມະ​ຊາດ​ທີ່​ມັກ​ເກີດຂຶ້ນ​ເລື້ອຍໆ ​ເຮັດ​ໃຫ້​ຍາກ​ຂຶ້ນ​ທີ່​ຈະ​ຜ່ອນຄາຍ​ຄວາມ​ອຶດຫິວ​ແລະ​ການ​ຂາດ​ແຄນ​ອາຫານ​ໃນ​ພາກ​ພື້ນ​ເອ​ເຊຍ​ປາຊີ​ຟິກ.

ທ່ານ Hiroyuki Konuma ​ຜູ້​ອໍານວຍ​ການ​ຊ່ວຍ​ຂອງອົງການ​ອາຫານ​ແລະ​ການ​ກະ​ເສດ ​ໄດ້ຖະ​ແຫລ​ງ​ເຊ່ນ​ນີ້​ໃນ​ວັນ​ຈັນ​ມື້​ນີ້ຕໍ່​ບັນດາຜູ້ຕາງໜ້າ​ ແລະ​ພວກ​ນັກ​ສັງ​ເກດ​ການ ​ຈາກ 38
ປະ​ເທດ​ ທີ່​ກອງ​ປະຊຸມຢູ່ຫວຽດ ນາມ.

ທ່ານ Konuma ກ່າວ​ວ່າ ບັນຫາ​ທ້າ​ທາຍ​ໃນ​ການ​ກໍາຈັດ​ຄວາມ​ອຶດ​ຫິວ​ໃຫ້​ໝົດ​ໄປ​ນັ້ນ ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເພີ່ມ​ຂຶ້ນ ​ຍ້ອນ​ຜົນ​ກະທົບ​ຈາກ​ການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ນະ​ໂຍບາຍ​ດ້ານ​ການ​ຄ້າ ລາຄາ​ນໍ້າມັນດິບ​ທີ່​ຖີບ​ໂຕ​ສູງ​ຂຶ້ນ​ເລື້ອຍໆ ​ແລະ​ການ​ນໍາໃຊ້​ພືດ​ທັນ​ຍາ​ຫານ​ຫລາຍ​ຂຶ້ນ​ນັບ​ມື້ ​ເພື່ອ​ເອົາ​ໄປ​ຜະລິດນໍ້າມັນ​ຊີວະ​ພາບນັ້ນ.

ທ່ານ Konuma ກ່າວ​ຕື່ມ​ວ່າ ການ​ລົງທຶນ​ຢ່າງ​ມະຫາສານ​ຈະ​ເປັນ​ສິ່ງຈໍາ​ເປັນ​ເພື່ອ​ຈະ​ຮັບ​ມື​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ອາຫານ​ໃນ​ອະນາຄົດ

ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ຜະລິດ​ອາຫານ​ຈະ​ຕ້ອງ​ເພີ່ມ​ຂຶ້ນ​ໃນ​ອັດຕາ 60 ​ເປີ​ເຊັນ​ໃນ​ທົ່ວ​ໂລກ ຈຶ່ງຈະ​ມີ​ອາຫານ​ພຽງພໍ​ສໍາລັບ​ປະຊາກອນ​ທັງ​ໝົດຂອງ​ໂລກ​ ທີ່​ທໍານາຍໄວ້​ສໍາລັບ​ປີ 2050 ນັ້ນ.

ກອງ​ປະ​ຊຸມ​ທີ່​ກຸງ​ຮາ​ໂນ​ຍ ມີ​ໝາຍ​ກໍານົດ​ທີ່​ຈະ​ດໍາ​ເນີນ​ໄປ​ເປັນ​ເວລາ 5 ມື້ ​ແລະ​ຄາດ​ວ່າ​ຈະ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ນະ​ໂຍບາຍແລະ ​ກົດ​ລະບຽບ​ຕ່າງໆ ຮວມທັງ​ສະພາບ​ການ​ດ້ານ​ອາຫານ​ແລະ​ການກະ​ເສດ ໃນ​ພາກ​ພື້ນ​ເອ​ເຊຍ​ປາຊີ​ຟິກ ​ແລະ​ການ​ລິເລີ້ມ​ເພື່ອ​ວາງ​ແຜນ​ເລື້ອງ​ຄວາມ​ປອດ​ໄພ​ໃນ​ດ້ານ​ອາຫານ​ແລະ​ແລະ​ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ດ້ານ​ອາຫານ.

ໃນ​ທ້າຍ​ສັບປະດາ​ນີ້ ພວກ​ບັນດາ​ລັດຖະມົນຕີ​ເຫລົ່າ​ນີ້​ຈະ​ທົບ​ທວນ​ເບິ່ງ​ລາຍ​ງານ​ກ່ຽວ​ກັບ​ການ​ເອົາ​ມາດ​ຕະການ​ຕ່າງໆ​ ເພື່ອ​ເລັ່ງລັດທໍາ​ຄວາມ​ ຄືບໜ້າ​ໄປ​ສູ່​ເປົ້າ​ພາຍ​ໃນ​ການ​ຕັດ​ລະດັບ​ຄວາມ​ອຶດຫິວ​ລົງເຄິ່ງນຶ່ງ​ໃນ ​ຂົງ​ເຂດ​ເອ​ເຊຍ​ປາຊີ​ຟິກພາຍ​ໃນ​ປີ 2015 ຊຶ່ງ​ກອງ​ປະຊຸມ​ສຸດ​ຍອດ​ວ່າ​ດ້ວຍ​ອາຫານ​ຂອງ​ໂລກ​ໄດ້​ວາງ​ເປົ້າ​ໝາຍ​ໄວ້​ ໃນ​ປີ 1996 ນັ້ນ.

XS
SM
MD
LG