ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫວຽດນາມ ຈະລົງຄະແນນສຽງ ຮັບຮອງເອົາ ຂໍ້ຕົກລົງທາງການຄ້າ ກັບອີຢູ ຂະນະທີ່ ເສດຖະກິດ ກໍາລັງຂະຫຍາຍຕົວຂຶ້ນມາ ຈາກໄວຣັສ


ທຸງສະຫະພາບຢູໂຣບ ແລະຫວຽດນາມທີ່ປາກົດໃຫ້ເຫັນຢູ່ໃນພິທີ ເຊັນສັນຍາການຄ້າເສລີລະຫວ່າງ EU-ຫວຽດນາມ ໃນວັນທີ 30 ມິຖຸນາ, 2019, ຢູ່ໃນນະຄອນຫລວງຮ່າໂນ້ຍ
ທຸງສະຫະພາບຢູໂຣບ ແລະຫວຽດນາມທີ່ປາກົດໃຫ້ເຫັນຢູ່ໃນພິທີ ເຊັນສັນຍາການຄ້າເສລີລະຫວ່າງ EU-ຫວຽດນາມ ໃນວັນທີ 30 ມິຖຸນາ, 2019, ຢູ່ໃນນະຄອນຫລວງຮ່າໂນ້ຍ

ຫວຽດນາມ ຈະເປັນປະເທດດຽວເທົ່ານັ້ນໃນໂລກທີ່ມີເສດຖະກິດຂະຫຍາຍໂຕ ໃນປີ 2020, ຊຶ່ງມີສິ່ງແຕກຕ່າງຈາກປະເທດອື່ນ ທີ່ຈະຖືກກະຕຸ້ນໃນຂະນະທີ່ມັນ ກ້າວເຂົ້າສູ່ການລົງຄະແນນສຽງຂັ້ນສຸດທ້າຍ ຕໍ່ຂໍ້ຕົກລົງທາງການຄ້າຂອງ ຕົນກັບຢູໂຣບໃນ ອາທິດນີ້.

ສະພາແຫ່ງຊາດຂອງຫວຽດນາມໄດ້ມີກໍານົດທີ່ຈະລົງຄະແນນສຽງຕໍ່ຂໍ້ຕົກລົງທາງການຄ້າທີ່ໄດ້ລໍຖ້າມາເປັນເວລາດົນນານໃນວັນພະຫັດຈະມາເຖິງນີ້. ຂໍ້ຕົກລົງ ທາງການຄ້າເສລີລະຫວ່າງສະຫະພາບຢູໂຣບກັບຫວຽດນາມ ຫລື EVFTA ໄດ້ຖືກມອງວ່າເປັນເຄື່ອງມື ສໍາລັບເສດຖະກິດທີ່ຈະຟື້ນຄືນຈາກພະຍາດ COVID-19 ໄດ້ ພ້ອມທັງເປັນສິ່ງທີ່ເຮັດໃຫ້ເກີດການປ່ຽນແປງສໍາລັບການປະຕິຮູບດ້ານແຮງງານ ແລະດ້ານສິ່ງແວດລ້ອມ.

ການປິດທຸລະກິດລົງເປັນເວລາຫລາຍ ອາທິດ ແຕ່ວ່າ ການເປີດມັນຄືນອີກ ກ່ອນເກືອບໝົດທຸກປະເທດເລີຍ ໄດ້ຊ່ວຍໃຫ້ຫວຽດນາມເປັນທີ່ດຶງດູດໃຈແກ່ການ ລົງທຶນຕ່າງປະເທດ ເຊັ່ນການຕັດສິນໃຈຄັ້ງທໍາອິດຂອງບໍລິສັດ Apple ແບບບໍ່ ເຄີຍມີມາກ່ອນທີ່ຈະຜະລິດ ຜະລິດຕະພັນໃໝ່ທັງໝົດຢູ່ໃນຫວຽດນາມ, ຊຶ່ງກໍຄື ເຄື່ອງຟັງສຸບໃສ່ຫູລຸ້ນຫລ້າສຸດຂອງຕົນ. ປະເທດໃນເຂດເອເຊຍຕາເວັນອອກ ແຫ່ງນັ້ນ ບໍ່ໄດ້ມີລາຍງານວ່າ ມີຄົນເສຍຊີວິດຍ້ອນໄວຣັສນີ້ ແລະມີຄົນປ່ວຍ 325 ກໍລະນີ ໄດ້ເຮັດໃຫ້ປະເທດດັ່ງກ່າວຫລຸດຈາກວິກິດການທີ່ຮ້າຍແຮງທີ່ສຸດໄປໄດ້, ໂດຍສະເພາະ ແມ່ນໃນຂະນະທີ່ປະເທດເພື່ອນບ້ານຫລາຍປະເທດກໍາລັງກຽມຈະ ເຂົ້າສູ່ສະພາບເສດຖະກິດຖົດຖອຍຢູ່ນີ້.

ຕໍ່ຂໍ້ຕົກລົງທາງການຄ້າ ທີ່ເປັນສະບັບທໍາອິດຂອງສະຫະພາບຢູໂຣບຈະເຊັນກັບ ປະເທດທີ່ກໍາລັງພັດທະນາສະບັບທີ່ວ່ານີ້ ຄາດວ່າຈະຜ່ານການຈໍາກາອະນຸມັດ ຈາກສະພາຂອງຫວຽດນາມຢ່າງບໍ່ມີບັນຫາຫຍັງ ແລະຈະເປັນແຮງຈູງໃຈ ໃຫ້ແກ່ ທຸລະກິດຕ່າງໆ ປັບປຸງມາດຕະຖານຜະລິດຕະພັນຂອງຕົນເພື່ອສົ່ງອອກ. ສະມາ ຊິກສະພາ ຫ້ວງ ວັນ ເກືອງ ເວົ້າວ່າ ລັດຖະບານຄວນຈະໃຫ້ການສະໜັບສະໜຸນ ແກ່ທຸລະກິດ ໃນການໃຊ້ຂໍ້ຕົກລົງດັ່ງກ່າວນີ້.

“ລັດຖະບານຕ້ອງເຮັດບັນຊີລາຍການສິນຄ້າຂາອອກໃຫ້ແກ່ຕະຫລາດອີຢູ (EU),” ນັ້ນຄືຄໍາເວົ້າຂອງທ່ານ ຫ້ວງ ວັນເກືອງ, ສະມາຊິກສະພາຜູ້ນຶ່ງ ທີ່ເປັນຜູ້ ແທນໃຫ້ແກ່ນະຄອນຫລວງຮ່າໂນ້ຍໃນອາທິດແລ້ວນີ້ ໃນຂະນະທີ່ມີການສົນທະ ນາກັນເພື່ອຈັດການລົງຄະແນນສຽງ. ທ່ານກ່າວຕໍ່ໄປວ່າ “ສິນຄ້າເຫລົ່ານີ້ ແມ່ນຖືກ ກໍານົດໄວ້ວ່າຕ້ອງໄດ້ຕາມມາດຕະຖານຂອງອີຢູ.”

ພວກເຈົ້າໜ້າທີ່ຢູ່ທັງສອງຝ່າຍ ເອີ້ນຂໍ້ຕົກລົງທາງການຄ້ານີ້ວ່າ ເປັນສິ່ງທີ່ຕ້ອງໄດ້ ໃຊ້ຄວາມພະຍາຍາມຢ່າງຫລວງຫລາຍທີ່ສຸດ ເພາະວ່າມັນມີເປົ້າໝາຍທາງຂອງ ການຄ້າທີ່ເປັນມິດໃນດ້ານສັງຄົມ ແລະດ້ານນິເວດວິທະຍາ. ທັງສອງຝ່າຍໃນທີ່ ສຸດ ກໍໄດ້ຍົກເລີກອັດຕາພາສີສິນຄ້າ 99 ເປີເຊັນ ລະຫວ່າງ ສະຫະພາບຢູໂຣບ ກັບຫວຽດນາມ, ຊຶ່ງເປັນຂໍ້ຕົກລົງທາງການຄ້າທີ່ຮຽກຮ້ອງໃຫ້ປະເທດທີ່ເປັນຝ່າຍ ທີສອງຕ້ອງໄດ້ເຮັດໃຫ້ສະຫະພັນກໍາມະບານມີອິດສະຫລະໂດຍບໍ່ຖືກຄຸ້ມຄອງ ຈາກ ພັກຄອມມີວນິສນັ້ນ ໄດ້ຮັບອະນຸຍາດວ່າຖືກຕ້ອງຕາມກົດໝາຍ ແລະເພີ້ມກົດລະບຽບດ້ານສິ່ງແວດລ້ອມ ເຊັ່ນກົດລະບຽບທີ່ຕ້ານການຕັດໄມ້ ຜິດກົດໝາຍນັ້ນ ໃຫ້ເຄັ່ງຄັດຂຶ້ນ.

ແລະມີ “ຄວາມແຕກໂຕນກັນຫລາຍໃນທາງກົດໝາຍສໍາຄັນ” ອັນອື່ນໆອີກ ທີ່ ຫວຽດນາມຕ້ອງເຮັດໃຫ້ໄດ້ ເພື່ອຈະໄດ້ຮັບການຮັບຮອງເອົາຂໍ້ຕົກລົງອັນນີ້, ອີງຕາມທະນາຄານໂລກ. ກົດໝາຍເຫລົ່ານີ້ ແມ່ນກ່ຽວພັນກັບ ມາດຕະຖານໃນ ດ້ານສຸຂະອະນາໄມສັດ ແລະພືດ, ການຂັດແຍ້ງກັນລະຫວ່າງ ນັກລົງທຶນ ກັບລັດຖະບານ ແລະກົດລະບຽບດ້ານຖິ່ນກໍາເໜີດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG