ເສດຖະກິດຂອງຫວຽດນາມ ມັກຈະຖືກຍົກຂຶ້ນມາອ້າງອິງ
ເລື້ອຍໆວ່າ ເປັນນຶ່ງໃນບັນດາເສດຖະກິດຂອງບັນດາປະ
ເທດພຸ່ງພົ້ນໃໝ່ ຢູ່ໃນເຂດເອເຊຍທີ່ໃຫ້ຄວາມຫວັງທີ່ສຸດ.
ເສດຖະກິດຂອງຫວຽດນາມ ໄດ້ຂະຫຍາຍໂຕ ປະມານ
6.5% ໃນປີ 2010 ແລະຍັງສືບຕໍ່ ການຂະຫຍາຍໂຕ
ຢ່າງເຂັ້ມແຂງມາໃນໄລຍະນຶ່ງທົດສະວັດ.
ແຕ່ຫວຽດນາມ ຊໍ້າກັບພັດດີ້ນຮົນຕໍ່ສູ້ ກັບບັນຫາຮ້າຍ
ແຮງຕ່າງໆ ຮວມທັງການຂາດດຸນການຄ້າໃນປີນີ້ ທີ່ມີ
ຍອດເຖິງ 12 ພັນລ້ານໂດລາ.
ການຂາດດຸນການຄ້າແລະເງິນເຟີ້ ທີ່ທະວີຄວາມຮຸນແຮງເພີ່ມຂຶ້ນຍ້ອນການເຕີບໂຕຂອງເສດ
ຖະກິດນັ້ນໄດ້ທຳຄວາມກົດດັນຕໍ່ເງິນດົງຊຶ່ງເປັນເງິນຕາຂອງຫວຽດນາມ. ລັດຖະບານຊຶ່ງໄດ້
ທຳການຄວບຄຸມຢ່າງເຂັ້ມງວດຕໍ່ການເຄື່ອນໄຫວຂອງເງິນດົງນັ້ນໄດ້ຫລຸດຄ່າເງິນດົງລົງແລ້ວ
3 ເທື່ອໃນໄລຍະ 13 ເດືອນຜ່ານມານີ້.
ແຕ່ແນວໃດກໍຕາມສະພາບເງິນເຟີ້ຍັງດຳເນີນຢູ່ຕໍ່ມາໂດຍທີ່ລາຄາສິນຄ້າບໍລິໂພກໄດ້ຖີບໂຕ
ຂຶ້ນ 11% ໃນປີ 2010 ຜ່ານມານີ້.
ພາກສ່ວນນຶ່ງເພື່ອເປັນການຄໍ້າຈຸນເງິນຕານັ້ນຫວຽດນາມໄດ້ໃຊ້ຈ່າຍເງິນຕາຕ່າງປະເທດສຳ
ຮອງຂອງຕົນຊຶ່ງເຮັດໃຫ້ເງິນຕາຕ່າງປະເທດສຳຮອງທີ່ມີຍອດສູງເຖິງ 24 ພັນລ້ານໂດລາ
ໃນປີ 2008 ນັ້ນ ໄດ້ຫລຸດລົງມາເຫຼືອຢູ່ 14 ພັນລ້ານໂດລາ ໃນເດືອນກັນຍາປີ 2010.
ທ່ານ Tom Byrne ຮອງປະທານອະວຸໂສຂອງອົງການຊັ່ງຊາຄວາມໜ້າເຊື່ອຖື Moodys
Investors Service ທີ່ສິງກະໂປກ່າວວ່າ ໄດ້ມີຄວາມກົດດັນເພີ່ມຂຶ້ນເພື່ອໃຫ້ມີການອ່ອນ
ຄ່າລົງຕໍ່ເງິນດົງ ແລະຖ້າເງິນຕາຕ່າງປະເທດສຳຮອງຫຼຸດລົງຕື່ມອີກ ຄວາມສ່ຽງຕໍ່ການເກີດ
ວິກິດການຈ່າຍໜີ້ກໍຈະເພີ່ມສູງຂຶ້ນ. ທ່ານໃຫ້ການຊີ້ແຈງຕື່ມວ່າ.
“ຖ້າຫາກວ່າອັດຕາແລກປ່ຽນອ່ອນຄ່າລົງໄປກວ່ານັ້ນອີກແນ່ນອນວ່າ ມັນຈະກໍ່ໃຫ້
ເກີດສະພາວະເງິນເຟີ້ລະບາດ ໃນໄລຍະສັ້ນໄດ້ ຫລືອາດຮອດມີ ການຖອນເງິນທຶນ
ໜີໄປຢ່າງໄວເພີ່ມຂື້ນ. ແຕ່ໃນລະຍະຍາວແລ້ວມັນຈະຊ່ວຍການສົ່ງອອກຂອງຫວຽດ
ນາມໃນດ້ານການແຂ່ງຂັນໄດ້ໃນບາງລະດັບ ແຕ່ສິ່ງທີ່ສໍາຄັນນັ້ນກໍແມ່ນວ່າ ອັນໃດ
ກໍຕາມທີ່ພວກເຈົ້າໜ້າທີ່ດໍາເນີນການ ຄືອັນທີ່ພວກເຮົາຄິດວ່າມັນຈະສົ່ງເສີມຄະແນນ
ຄວາມໜ້າເຊື່ອຖືນັ້ນ ກໍຈະແມ່ນສະຖຽນລະພາບ ທາງດ້ານເສດຖະກິດມະຫາພາກ.
ການເຕີບໂຕທີ່ແຂງແຮງກໍແມ່ນຢູ່ ແຕ່ຄົງບໍ່ແຂງແຮງຫຼາຍ ຈົນພາໃຫ້ເກີດອັດຕາເງິນ
ເຟີ້ສູງຂື້ນໄດ້.”
ທ່ານ Byrne ເວົ້າວ່າ ນະໂຍບາຍລັດຖະບານທີ່ສະໜັບສະໜຸນໃຫ້ເສດຖະກິດເຕີບ
ໃຫຍ່ຂະຫຍາຍໂຕຢ່າງວ່ອງໄວນັ້ນ ຊຶ່ງເປັນເລື່ອງທີ່ດີ ສຳລັບການຈ້າງຄົນ ເຂົ້າເຮັດ
ວຽກເຮັດການ ແລະການພັດທະນາເສດຖະກິດໃນໄລຍະສັ້ນ ແຕ່ບໍ່ມີຄວາມຍືນຍົງ.
ຫຼາຍໆຄົນຢ້ານວ່າເງິນດົງຈະອ່ອນຄ່າລົງຕື່ມ ແລະພວກເຂົາເຈົ້າຈຶ່ງພາກັນຫັນໄປຊື້
ຄຳແລະເງິນໂດລາໄວ້ ຊຶ່ງນັ້ນໄດ້ເພີ່ມທະວີຄວາມກົດດັນຕໍ່ເງິນດົງ.
ອົງການ Moodys ແລະອົງການຊັ່ງຊາຄວາມໜ້າເຊື່ອຖືອື່ນໆ ໄດ້ຫຼຸດຄວາມໜ້າ
ເຊື່ອຖືຫຼືອັດຕາເຄຣດິດຂອງຫວຽດນາມລົງໃນເດືອນນີ້ຍ້ອນຂໍ້ມູນເສດຖະກິດທີ່ບໍ່
ມີຄວາມກໍ້າເກິ່ງ ແລະມີການປະກາດວ່າບໍລິສັດລັດວິສາຫະກິດຕໍ່ເຮືອຂອງຫວຽດ
ນາມບໍ່ໄດ້ຈ່າຍໜີ້ເງິນກູ້ຢາມຕ່າງປະເທດ.
ບໍລິສັດຕໍ່ເຮືອ Vinashin ຊຶ່ງເປັນບໍລິສັດທີ່ວ່າຈ້າງຄົນງານໃຫຍ່ທີ່ສຸດຂອງຫວຽດ
ນາມນັ້ນ ບໍ່ສາມາດຈ່າຍງວດເງິນກູ້ຢືມ ໃນມູນຄ່າ 600 ລ້ານໂດລາ. ຄະນະກຳ
ມະການສູນກາງຂອງພັກຄອມມູນິສຫວຽດນາມໄດ້ມີຄຳສັ່ງໃຫ້ບໍລິສັດດັ່ງກ່າວປ່ຽນ
ໂຄງສ້າງຂອງບໍລິສັດໃໝ່.
ການຜິດສັນຍາ ຫຼືບໍ່ໄດ້ຈ່າຍງວດທີ່ວ່ານີ້ ໄດ້ກໍ່ໃຫ້ເກີດຄວາມວິຕົກກັງວົນຢ້ານວ່າ
ລັດຖະບານຫວຽດນາມໃນເວລານີ້ ອາດມີຄວາມສາມາດໜ້ອຍລົງ ໃນການທີ່ຈະ
ສະເໜີໃຫ້ການສະໜັບສະໜຸນທາງດ້ານການເງິນຕໍ່ບໍລິສັດລັດວິສາຫະກິດອື່ນໆ
ທີ່ມີໜີ້ສິນເປັນຈຳນວນຫຼວງຫຼາຍ.
ແຕ່ທ່ານ Carl Thayer ສາດສະດາຈານສອນວິຊາລັດຖະສາດການເມືອງທີ່ສະຖາ
ບັນປ້ອງກັນປະເທດຂອງອອສເຕຣເລຍກ່າວວ່າ ການຕັດສິນໃຈທີ່ວ່ານີ້ມີ ທ່າທາງ
ວ່າເປັນການຕັດສິນໃຈທາງການເມືອງຫຼາຍກວ່າ ແທນທີ່ຈະແມ່ນການ ຕັດສິນໃຈ
ທາງດ້ານເສດຖະກິດ. ທ່ານເວົ້າວ່າ ພວກຜູ້ນຳອະວຸໂສຂອງຫວຽດນາມບາງທີໄດ້
ຕັດສິນໃຈໃຫ້ບໍລິສັດ Vinashin ປັບປ່ຽນໂຄງສ້າງຂອງບໍລິສັດໃໝ່ເພື່ອເປັນການ
ສະແດງໃຫ້ເຫັນເຖິງຄວາມບໍ່ພໍໃຈ ກັບນະໂຍບາຍ ເຮັດໃຫ້ເສດຖະກິດເຕີບໂຕຢ່າງ
ວ່ອງໄວ ຂອງນາຍົກລັດຖະມົນຕີ Nguyen Tan Dung. ທ່ານ Thayer ກ່າວ
ກ່ຽວກັບເລື່ອງນີ້ວ່າ:
“ບໍລິສັດ Vinashin ຖືເປັນຜົນງານເດັ່ນຂອງນາຍົກລັດຖະມົນຕີ. ດັ່ງນັ້ນ
ມັນກໍເປັນການຍາກ ທີ່ຈະໃຫ້ຂ້າພະເຈົ້າ ມອງເຫັນວ່າ ມັນບໍ່ແມ່ນເລຶ່ອງ
ການເມືອງ. ແທ້ໆແລ້ວຂ້າພະເຈົ້າບໍ່ຄິດວ່າ ຄະນະນໍາພາຂອງຫວຽດນາມ
ໄດ້ເອົາທ່າທີ ແບບຫລີກລ່ຽງຄວາມຮັບຜິດຊອບຂອງຕົນເອງແລ້ວ ບອກ
ພວກລັດວິສາຫະກິດທັງຫລາຍວ່າ ພວກເຈົ້າຕ້ອງປ້ອງກັນຕົວເອງ. ຂ້າ
ພະເຈົ້າໝາຍເຖິງວ່າ ມັນກໍມີຄວາມຮູ້ສຶກແບບນັ້ນຢູ່ ແຕ່ມັນກໍບໍ່ແຮງກ້າ
ປານໃດ ເພາະວ່າການກະທໍາເຊ່ນນັ້ນ ຄືກັນກັບເຮັດປືນລັ່ນໃສ່ຕີນຕົນ
ເອງ ເພາະວ່າລັດວິສາຫະກິດຄືສິ່ງທີ່ລັດຖະບານອາໃສກາງຕໍ່. ພວກ
ເຂົາເຈົ້າຕ້ອງການໃຫ້ບໍລິສັດຕ່າງໆຂອງລັດມີປະສິດທິຜົນແລະພວກ
ເຂົາເຈົ້າກໍໄດ້ເອົາອົກເອົາໃຈພວກບໍລິສັດເຫລົ່ານັ້ນແຕ່ວ່າບັນຫາຂອງ
ບໍລິສັດ Vinishin ນີ້ຖືວ່າໃຫຍ່ເກີນກ່ວາທີ່ຈະປ່ອຍໄປຊື່ໆໄດ້.”
ໃນເດືອນແລ້ວນີ້ນາຍົກລັດຖະມົນຕີ Nguyen Tan Dung ໄດ້ຮັບເອົາຄວາມຮັບ
ຜິດຊອບກ່ຽວກັບບັນຫາຕ່າງໆໃນບໍລິສັດ Vinashin ທີ່ມີໜີ້ສິນປະມານ 4 ພັນ
500 ລ້ານໂດລາໃນເວລານີ້.
ທ່ານ Thayer ເວົ້າວ່າ ກອງປະຊຸມໃຫຍ່ຂອງພັກຄອມມູນິສໃນເດືອນມັງກອນນີ້
ບໍ່ຄາດວ່າຈະມີການຖະແຫຼງທີ່ສຳຄັນໃດໆກ່ຽວກັບເລື່ອງເສດຖະກິດ.
ແລະທ່ານເວົ້າວ່າ ເຖິງແມ່ນໄດ້ມີການຕຳໜິຕິຕຽນ ກ່ຽວກັບເລື່ອງເສດຖະກິດກໍຈິງ
ແຕ່ນາຍົກລັດຖະມົນຕີ Nguyen Tan Dung ກໍຍັງຈະສືບຕໍ່ຮັກສາຕຳແໜ່ງ ຂອງ
ທ່ານໄວ້ໄດ້ ໃນຂະນະທີ່ທ່ານມີຄູ່ແຂ່ງ ທີ່ມີຄຸນນະສົມບັດພຽງ ບໍ່ເທົ່າໃດຄົນທໍ່ນັ້ນ.
ທ່ານ Thayer ກ່າວຊີ້ແຈງຕື່ມວ່າ:
“ແມ່ນແຕ່ໃນຕອນທີ່ພວກເຂົາເຈົ້າປະເຊີນກັບກອງປະຊຸມຂອງພວກປະ
ເທດ ແລະອົງການໃຫ້ການຊ່ວຍເຫລືອໃນປີຜ່ານມານັ້ນ ນາຍົກລັດຖະ
|ມົນຕີຕໍ່ໝ້າການຕໍາໜິຕິຕຽນຈາກພວກເຫລົ່ານັ້ນໂດຍພື້ນຖານແລ້ວກໍ
ຍັງເວົ້າວ່າ ພວກເຮົາສາມາດບັນລຸການເຕີບໂຕໄດ້ ບັນລຸສະຖຽນລະ
ພາບ ທາງເສດຖະກິດມະຫາພາກ ແລະຮັກສາສະຖຽນລະພາບການ
ເມືອງທັງໝົດໄປພ້ອມໆກັນໄດ້ ດັ່ງນັ້ນ ກໍແມ່ນວ່ານາຍົດລັດຖະມົນຕີ
ຫວຽດນາມ ກໍາລັງຫລິ້ນກົນ ໂຍນລູກບານສາມໜ່ວຍ ພ້ອມກັນ ຊຶ່ງມີ
ຄວາມສ່ຽງວ່າ ບານລູກນຶ່ງອາດຈະຕົກຫລືຫລຸດມືກໍໄດ້ແລະນັ້ນອາດ
ຈະເປັນສະຖຽນລະພາບ ທາງເສດຖະກິດມະຫາພາກກໍໄດ້.”
ພວກນັກວິເຄາະທາງດ້ານການເງິນແລະນັກວິເຄາະກ່ຽວກັບຂົງເຂດກ່າວວ່າ ບັນ
ຫາຕ່າງໆຂອງຫວຽດນາມເມື່ອໄວໆມານີ້ ຮວມທັງການບໍ່ສາມາດຈ່າຍໜີ້ຂອງບໍ
ລິສັດ Vinashin ອາດພາໃຫ້ພວກນັກລົງທຶນຕ່າງປະເທດຈຳນວນນຶ່ງ ມີຄວາມ
ຢ້ານກົວ. ແຕ່ທ່ານ Byrne ຈາກອົງການຊັ່ງຊາຄວາມໜ້າເຊື່ອຖື Moodys ກ່າວ
ວ່າ ຄວາມຄາດຫວັງທາງເສດຖະກິດໃນໄລຍະຍາວຂອງຫວຽດນາມແມ່ນຍັງເປັນ
ໄປໃນທາງບວກຢູ່. ທ່ານ Byrne ກ່າວກ່ຽວກັບເລື່ອງນີ້ວ່າ:
“ຫວຽດນາມໄດ້ອອກຫລາຍໆມາດຕະການ ໄດ້ເອົາຫລາຍບາດກ້າວ
ເພື່ອຕ້ອນຮັບເອົາການລົງທຶນໂດຍກົງຂອງຕ່າງປະເທດ ແລະຂ້າພະ
ເຈົ້າຄິດວ່າ ເພື່ອສົ່ງເສີມຄວາມສາມາດບົ່ມຊ້ອນຂອງການເຕີບໂຕລະ
ຍະຍາວ ຂອງເສດຖະກິດ. ທີ່ຈິງແລ້ວ ສິ່ງທີ່ໄດ້ເປັນຕົວຊຸກຍູ້ເສດຖະ
ກິດຫວຽດນາມແທ້ໆນັ້ນກໍແມ່ນສັນຍາການຄ້າສອງຝ່າຍກັບສະຫະລັດ
ທີ່ໄດ້ເຊັນກັນເມື່ອຫລາຍປີຜ່ານມານັ້ນ ທີ່ອໍານວຍໃຫ້ຫວຽດນາມເຂົ້າ
ເຖິງຕະຫລາດສະຫະລັດໄດ້”
ທ່ານ Byrne ເວົ້າວ່າ ນອກຈາກການຈ່າຍງວດແລ້ວ ຫວຽດນາມຍັງຈຳເປັນຈະ
ຕ້ອງໄດ້ປັບປຸງຄວາມໂປ່ງໃສກ່ຽວກັບຂໍ້ມູນທາງດ້ານເສດຖະກິດແລະນະໂຍບາຍ
ຕ່າງໆ.
ທ່ານເວົ້າວ່າ ໂຕຢ່າງລາຍງານກ່ຽວກັບເງິນຕາຕ່າງປະເທດສຳຮອງໄດ້ມີການເປີດ
ເຜີຍໃຫ້ຮູ້ຊ້າກວ່າປະເທດອື່ນໆ ໃນໄລຍະຂັ້ນຕອນທີ່ຄ້າຍຄືກັນຂອງການພັດທະ
ນາ.
ທ່ານກ່າວວ່າ ຂໍ້ມູນເພີ່ມຕື່ມກ່ຽວກັບໜີ້ສິນ ທີ່ພວມປະສົບບັນຫາ ແລະການໃຫ້
ຄວາມສະໜັບສະໜຸນ ຕໍ່ບໍລິສັດລັດວິສາຫະກິດຕ່າງໆ ກໍຈະຊ່ອຍປັບປຸງບັນຍາ
ກາດໃນການລົງທຶນນຳດ້ວຍ.