ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສດຖະກິດຫວຽດນາມ ຂະຫຍາຍໂຕຕື່ມ ຂະນະທີ່ເງີນເຟີ້ກໍສູງຂຶ້ນ


ຜູ້ຊາຍຄົນນຶ່ງ ເຮັດວຽກທີ່ໂຮງງານເຫຼັກກ້າ ໃນແຂວງບັກນິນ ທາງພາກເໜືອຫວຽດນາມ
ຜູ້ຊາຍຄົນນຶ່ງ ເຮັດວຽກທີ່ໂຮງງານເຫຼັກກ້າ ໃນແຂວງບັກນິນ ທາງພາກເໜືອຫວຽດນາມ

ຫວຽດນາມກ່າວວ່າ ເສດຖະກິດຂອງຕົນໄດ້ເຕີບໂຕຂຶ້ນ
ປະມານ 6.8% ໃນປີ 2010 ນີ້ຊຶ່ງສະແດງໃຫ້ເຫັນວ່າ
ມີຄວາມເຂັ້ມແຂງ ກວ່າປີກາຍ ທີ່​ມີ​ການຂະຫຍາຍໂຕ
5.3% ແລະລື່ນເປົ້າໝາຍທີ່ທາງລັດຖະບານຫວຽດນາມ
ໄດ້ຕັ້ງໄວ້ຄື 6.5% ນັ້ນ.

ແຕ່ແນວໃດກໍຕາມ ການເຕີບໂຕທີ່ວ່ານີ້ ໄດ້ມີຂຶ້ນບົນ
ຄວາມເສຍ​ຫາຍ​ແກ່​ໃນດ້ານ​ອື່ນ ຄືໂຕເລກຂອງລັດຖະ
ບານ ທີ່ເປີດເຜີຍໃຫ້ຊາບ ໃນວັນພຸດມື້ນີ້ ສະແດງໃຫ້
ເຫັນວ່າອັດຕາເງິນເຟີ້ປະຈຳປີໃນເວລານີ້ແມ່ນສູງກວ່າ
11% ແລະຫວຽດນາມ ກໍຍັງສືບຕໍ່ຂາດດຸນການຄ້າກັບຕ່າງປະເທດ ຫຼາຍກວ່າ 12 ພັນ
ລ້ານໂດລາ.

ອົງການຕັ້ງລະດັບຄວາມໜ້າເຊື່ອຖືນາໆຊາດ 2 ອົງການໄດ້ຫຼຸດອັດຕາຄວາມໜ້າເຊື່ອຖືຫຼື
ເຄຣດິດຂອງຫວຽດນາມລົງ ໃນເດືອນນີ້ ໂດຍອ້າງເຫດຜົນໃນຄວາມວິຕົກກັງວົນ ກ່ຽວກັບ ວິກິດການຈ່າຍໜີ້ທີ່ອາດເກີດຂຶ້ນ. ອົງການ Moody’s Investors ກ່າວວ່າລັດບານຫວຽດ ນາມຈຳເປັນຕ້ອງໄດ້ເນັ້ນໜັກໜ້ອຍລົງກ່ຽວກັບການກະຕຸກຊຸກຍູ້ການເຕີບໂຕຂອງເສດຖະກິດ
ແລະສຸມ​ໃສ່ການຮັກສາສະເຖຍລະພາບທາງດ້ານເສດຖະກິດເອົາໄວ້.

ນອກນັ້ນແລ້ວ ອົງການທັງສອງຍັງມີຄວາມວິຕົກກັງວົນ ກ່ຽວກັບບັນຫາຕ່າງໆ ທີ່ບໍລິສັດ
(ຕໍ່ເຮືອ)ລັດວິສາຫະກິດ Vinashin ຊຶ່ງເກືອບຈະລົ້ມລະລາຍ ໃນປີນີ້ ຍ້ອນໜີ້ສິນ 4 ພັນ
400 ລ້ານໂດລາ. ບໍລິສັດດັ່ງກ່າວບໍ່ໄດ້ຈ່າຍງວດ ຫຼືຊຳລະໜີ້ 600 ລ້ານໂດລາໃຫ້ແກ່ເຈົ້າ
ໜ້າໜີ້ຕ່າງປະເທດໃນເດືອນນີ້.

XS
SM
MD
LG