ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດ​ນາມ​​ຜະ​ລິດໂທ​ລະ​ສັບ​ມື​ຖື ຂອງ​ຕົນ​ເອງໄດ້ ​ພາຍ​ຫລັງ​​ເປັນ​ຜູ້​ຮັບເໝົາ ​ປະ​ກອບຊິ້ນ​ສ່ວນຂອງ​ມັ​ນ ​ມາ​ໄດ້​ຫລາຍ​ສິບ​ປີ


ກຳ​ມະ​ກອນ​ເຮັດ​ວຽກ​ຢູ່​ໂຮງ​ງານປະ​ກອບ​ໂທ​ລະ​ສັບ Vsmart ຂອງ​ກຸ່ມ​ບໍ​ລິ​ສັດ Vingroup's ຢູ່​ເມືອງຮາຍ​ຟ​ອງ ໃນ​ພາກ​ເໜືອ​ຂອງ​ຫວຽດ​ນາມ, ວັນ​ທີ 4 ທັນ​ວາ, 2018
ກຳ​ມະ​ກອນ​ເຮັດ​ວຽກ​ຢູ່​ໂຮງ​ງານປະ​ກອບ​ໂທ​ລະ​ສັບ Vsmart ຂອງ​ກຸ່ມ​ບໍ​ລິ​ສັດ Vingroup's ຢູ່​ເມືອງຮາຍ​ຟ​ອງ ໃນ​ພາກ​ເໜືອ​ຂອງ​ຫວຽດ​ນາມ, ວັນ​ທີ 4 ທັນ​ວາ, 2018

ຫວຽດ​ນາມ​ເຄີຍ​ເປັນ​ຜູ້​ທີ່​ໄດ້​ຮັບ​ໃບ​ສັ່ງ​ຊື້​ປະ​ເທດ​ນຶ່ງ. ບັນ​ດາ​ບໍ​ລິ​ສັດ​ຜະ​ລິດເຄື່ອງ​ໃຊ້​ໄຟ​ຟ້າ ເຊັ່ນ Nokia ແລະ Samsung Electronics ໄດ້ໃຊ້​ແຮງ​ງານທີ່ມີ​ລາ​ຄາ​ຖືກ​ຂອງ​ປະ​ເທດ​ທີ່​ຢູ່​ໃນຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ແຫ່ງນັ້ນ ເພື່ອ​ປະ​ກອບ ເຄື່ອງ​ໃຊ້​ໄຟ​ຟ້າສຳ​ລັບ​ໃຫ້​ຜູ້​ຊົມ​ໃຊ້ ເພື່ອ​ສົ່ງ​ອອກ. ບັດ​ນີ້ພວກ​ນັກ​ລົງ​ທຶ​ນ​ຈາກ​ຕ່າງ​ປະ​ເທດ​ດັ່ງ​ກ່າວ​ໄດ້ຄ່ອຍໆ​ເລີ້ມ​ເອົາວັດ​ຖຸ, ສິນ​ສ່ວນ ແລະ​ຄວາມ​ຮູ້​ທີ່​ຕ້ອງ​ການມ​ຫ້​ແກ່​ຫວຽດ​ນາມ ​ເພື່ອ​ໃຫ້​ບໍ​ລິ​ສັດໃນ​ທ້ອງ​ຖິ່ນສາ​ມາດ​ຜະ​ລິດ​ໂທ​ລະ​ສັບ​ມື​ຖື​ສະ​ຫລາດ ຫລື smartphone ຂອງ​ຕົນ​ເອງ​ໄດ້.

ກໍ​ລະ​ນີ​ຂອງ​ຜູ້​ນຳ​ໜ້າ​ໝູ່ ກໍ​ຄືໜ່ວຍ​ງານ​ນຶ່ງ​ຂອງ​ກຸ່ມ​ບໍ​ລິ​ສັດ​ອະ​ສັງ​ຫາ​ລິ​ມະ​ຊັບ ແລະກຸ່ມ​ຂາຍ​ສິນ​ຄ້າ​ຍ່ອຍ Vingroup ໄດ້​ເລີ້ມ​ຂາຍ​ໂທ​ລະ​ສັບ​ຂອງ​ຕົນ​ໃນ​ເດືອນ ທັນ​ວາ​ທີ່​ຜ່ານ​ມາ ໂດຍ​ມີ​ແຜນ​ທີ່​ຈະ​ໄປເຮັດ​ຄື​ກັນກັບ​ບໍ​ລິ​ສັດ​ເທັກ​ໂນ​ໂລ​ຈີ​ຂອງ​ສະ​ເປນ ໃນ​ການ​ເພີ້ມ​ການ​ຜະ​ລິດ​ຂຶ້ນ​ພາຍ​ໃນ​ສອງ​ປີ​ຂ້າງ​ໜ້ານີ້, ອີງ​ຕາມ ການ​ລາຍ​ງານ​ຂອງ​ອົງ​ການຂ່າວຢູ່​ພາຍ​ໃນ​ປະ​ເທດນັ້ນ.

ກຳ​ມະ​ກອນ​ເຮັດ​ວຽກ​ຢູ່​ໂຮງ​ງານປະ​ກອບ​ໂທ​ລະ​ສັບ Vsmart ຂອງ​ກຸ່ມ​ບໍ​ລິ​ສັດ Vingroup's ຢູ່​ເມືອງ​ຫາຍ​ຟ​ອງ ໃນ​ພາກ​ເໜືອ​ຂອງ​ຫວຽດ​ນາມ, ວັນ​ທີ 4 ທັນ​ວາ, 2018
ກຳ​ມະ​ກອນ​ເຮັດ​ວຽກ​ຢູ່​ໂຮງ​ງານປະ​ກອບ​ໂທ​ລະ​ສັບ Vsmart ຂອງ​ກຸ່ມ​ບໍ​ລິ​ສັດ Vingroup's ຢູ່​ເມືອງ​ຫາຍ​ຟ​ອງ ໃນ​ພາກ​ເໜືອ​ຂອງ​ຫວຽດ​ນາມ, ວັນ​ທີ 4 ທັນ​ວາ, 2018

​ກຸ່ມ Vingroup ຄວນ​ຈະ​ສາ​ມາດ​ຄາດ​ຫວັງ​ໄດ້​ວ່າ ຈະ​ເຂັ້ມ​ແຂງ​ທີ່​ສຸດ​ຢ່າງບໍ່​ເຄີຍມີ​ມາກ່ອນ ໃນ​ຂອດ​ການ​ສະ​ໜອງ​ສິນ​ຄ້າ​ບບວກ​ກັບ​ແຮງ​ງານ​ທີ່​ມີ​ຢ່າງ​ຫລວງ​ຫລາຍ​ພາຍ​ມາກຢູ່​ໃນ​ແຜ່ນ​ດິນທີ່​ຢູ່​ລຽບ​ແຄມ​ຝັ່ງ​ທະ​ເລ​ແຫ່ງນັ້ນ, ອີງ​ຕາມ​ນັກ​ວິ​ເຄາະ​ສະ​ພາບ​ການ​ຢູ່​ໃນ​ຫວຽດ​ນາມ​ເວົ້າ, ແຕ່​ວ່າ ມັນ​ຕ້ອງ​ໄດ້​ເຮັດ​ໃຫ້​ມີ​ຄວາມ​ດຶງ​ດູດ​ລູກ​ຄ້າ​ຫລາຍກວ່າ ພວກ​ທີ່​ເຮັດ​ມາ​ກ່ອນ​ແລ້ວນັ້ນ -- ຊຶ່ງ​ສ່ວນ​ຫລາຍ​ແລ້ວ ມັກ​ຈະ​ກັບ​ກາຍ​ໄປເປັນ​ການ​ຫລົ້ມ​ເຫລວ -- ສຳ​ລັບ​ຕະ​ຫລາດ​ພາຍ​ໃນ ທີ່​ພວກ​ຊື້​ສິນ​ຄ້າ ນິ​ຍົມ​ຍີ່​ຫໍ້​ຕ່າງ​ປະ​ເທດນັ້ນ.

ກຳ​ມະ​ກອນ​ເຮັດ​ວຽກ​ຢູ່​ໂຮງ​ງານ​ຜະ​ລິດ​ໂທ​ລະ​ສັບ Vsmart ຂອງ​ກຸ່ມ​ບໍ​ລິ​ສັດ Vingroup's ຢູ່​ເມືອງ​ຫາຍ​ຟ​ອງ ໃນ​ພາກ​ເໜືອ​ຂອງ​ຫວຽດ​ນາມ, ວັນ​ທີ 4 ທັນ​ວາ, 2018
ກຳ​ມະ​ກອນ​ເຮັດ​ວຽກ​ຢູ່​ໂຮງ​ງານ​ຜະ​ລິດ​ໂທ​ລະ​ສັບ Vsmart ຂອງ​ກຸ່ມ​ບໍ​ລິ​ສັດ Vingroup's ຢູ່​ເມືອງ​ຫາຍ​ຟ​ອງ ໃນ​ພາກ​ເໜືອ​ຂອງ​ຫວຽດ​ນາມ, ວັນ​ທີ 4 ທັນ​ວາ, 2018

​ທ່ານ Frederick Burke, ທີ່​ເປັນ​ຫຸ້ນ​ສ່ວນ​ກັບ​ບໍ​ລິ​ສັດທີ່​ປຶກ​ສາ​ກົດ​ໝາຍ Baker McKenzie ຢູ່​ນະ​ຄອນ​ໂຮ່​ຈິ​ມິນເວົ້າ​ວ່າ "ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ວ່າ ມັນ​ມີ​ສິ້ນ​ສ່ວນເລັກໆ​ນ້ອຍໆ ແລະສ່ວນປະ​ກອບ​ຕ່າງໆ ທີ່ກຳ​ລັງ​ຖືກ​ຜະ​ລິດ​ຢູ່​ຫວຽດ​ນາມ ຍ້ອນ​ວ່າ ໃຕ້​ຫວັນ, ເກົາ​ຫລີ ແລະ​ຄົນ​ອື່ນໆ ອີກ​ໄດ້​ຍົກ​ຍ້າຍ​ການ​ສະ​ໜອງ​ສິນສ່ວນປະ​ກອບ​ຂອງ​ຕົນ​ມາ​ຜະ​ລິດ​ຢູ່​ທີ່ນີ້”

ກຳ​ມະ​ກອນ​ເຮັດ​ວຽກ​ຢູ່​ໂຮງ​ງານ​ຜະ​ລິດ​ໂທ​ລະ​ສັບ Vsmart ຂອງ​ກຸ່ມ​ບໍ​ລິ​ສັດ Vingroup's
ກຳ​ມະ​ກອນ​ເຮັດ​ວຽກ​ຢູ່​ໂຮງ​ງານ​ຜະ​ລິດ​ໂທ​ລະ​ສັບ Vsmart ຂອງ​ກຸ່ມ​ບໍ​ລິ​ສັດ Vingroup's

ການ​ຂາຍ​ໂທ​ລະ​ສັບ​ທີ່​ຜະ​ລິດ​ຢູ່​ພາຍ​ໃນ​ຢ່າງວ່ອງ​ໄວ ຈະ​ພັກ​ດັນໃຫ້ຄ່າ​ແຮງ​ງານ​ທີ່​ຕ່ຳ ແລະ​ເສດ​ຖະ​ກິດ​ທີ່​ອີງ​ອາ​ໄສ​ຕໍ່​ການ​ຮັບ​ສັນ​ຍາ​ສັ່ງ​ຜະ​ລິດ​ສິນ​ຄ້ານັ້ນ ຂຶ້ນ​ໃນ​ຂອດ​ການຜະ​ລິດ​ສິນ​ຄ້າ​ທີ່​ມີ​ຄຸນ​ຄ່າ.

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG