ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫວຽດ​ນາມ ຈະ​ເຮັດ​ຢ່າງ​ໃດ ​ເພື່ອ​ຫຼີກ​ລ່ຽງ ການຖືກ​ລະ​ບຸ ເປັນ​ຜູ້​ບົງ​ການ ​ເລື້ອງເງິນ​ຕາ


ເງິນ​ດົງ ​ຂອງຫວຽດ​ນາມ ​ຢູ່ທີ່​ທະ​ນາ​ຄານ​ການ​ຄ້າ​ເອ​ເຊຍ ໃນ​ນະ​ຄອນ​ຮາ​ໂນ່ຍ.
ເງິນ​ດົງ ​ຂອງຫວຽດ​ນາມ ​ຢູ່ທີ່​ທະ​ນາ​ຄານ​ການ​ຄ້າ​ເອ​ເຊຍ ໃນ​ນະ​ຄອນ​ຮາ​ໂນ່ຍ.

ຫວຽດ​ນ​າມ​ ມີ​ທ່າ​ທາງວ່າ ຈະ​ປະ​ນີ​ປະ​ນອມ​ກັບສະ​ຫະ​ລັດ ເພື່ອ​ວ່າ​ຕົນ​ຈະ​ສາ​ມາດ​ຫລົບ
ຫລີກ​ ​ບັນ​ຊີລາ​ຍ​ຊື່​ການ​ຕິດ​ຕາມ​ສິ້ງ​ຊອມຂອງສະ​ຫະ​ລັດທີ່ອາດ​ເປັນ​ໄປ​ໄດ້​ກ່ຽວ​ກັບ​ຜູ້​ບົງ
​ການ​ເລື້ອງເງິນ​ຕາ ແລະຫລີກ​ລ່ຽງ​ບໍ່​ໃຫ້​ມີ​ຜົນ​ກະ​ທົບ​ຕໍ່​ເສດ​ຖະ​ກິດ​ທີ່​ພວມ​ເຕີບ​ໂຕ​ຢ່າງ
​ວ່ອງໄວ​ຂອງ​ຕົນ ຍ້ອນອັດ​ຕາ​ການແລກ​ປ່ຽນ ​ທີ່​ມີຄວາມ​ສຳ​ຄັນ​ຕໍ່​ການ​ສົ່ງ​ອອກ ອີງ​ຕາມ
​ຄຳເວົ້າ​ຂອງ​ບັນ​ດາ​ນັກ​ວິ​ເຄາະ​ຜູ້​ຕິດ​ຕາມ​ເສດ​ຖະ​ກິດຂອງ​ປະ​ເທດ​ດັ່ງ​ກ່າວ.

​ຫວຽດ​ນາມ ທີ່​ຕັ້ງ​ຢູ່​ໃນ​ເຂດ​ເອ​ເຊຍ​ອາ​ຄະ​ເນ ເຂົາ​ເຈົ້າ​ທຳ​ນາຍ​ວ່າ ອາດ​ຈະເຈລະ​ຈາ​ກັບ
ສະ​ຫະ​ລັດ​ ໃນ​ໄລ​ຍະຫົກ​ເດືອນ​ຕໍ່​ໜ້າ ​ທີ່ພິ​ຈາ​ລະ​ນາວ່າຈະ​ອະ​ນຸ​ມັດ​ຕໍ່ການ​ປ່ຽນ​ແປງ​ຈຳ​
ນວນ​ນຶ່ງ ​ກ່ຽວ​ກັບ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ຕ່າງ​ປະ​ເທດແລະ​ຮັບ​ເອົາການ​ນຳ​ເຂົ້າສິນ
​ຄ້​າລາ​ຄາ​ແພງ​ຂອງສະ​ຫະ​ລັດຕື່ມ.

ພະ​ນັກ​ງານ​ທະ​ນາ​ຄານ​ຄົນ​ນຶ່ງ ກຳ​ລັງກວດ​ເບິ່ງ​ເງິນຢູ່​ທະ​ນາ​ຄານ ທີ່​ເມືອງ Vinh Yen ປະ​ເທດ​ຫວຽດ​ນາມ
ພະ​ນັກ​ງານ​ທະ​ນາ​ຄານ​ຄົນ​ນຶ່ງ ກຳ​ລັງກວດ​ເບິ່ງ​ເງິນຢູ່​ທະ​ນາ​ຄານ ທີ່​ເມືອງ Vinh Yen ປະ​ເທດ​ຫວຽດ​ນາມ

ມາດ​ຕະ​ການ​ເຫຼົ່າ​ນີ້​ຈະ​ຊ່ວຍໃຫ້ຫວຽດ​ນາມ ​ຫລຸດ​ພົ້ນ​ຈາກ​ບັນ​ຊີ​ລາຍ​ຊື່​ກະ​ຊວງ​ການ
​ເງິນ​ສະ​ຫະ​ລັດ ທີ່​ມີ​ເກົ້າ​ປະ​ເທດ​ ທີ່ວໍຊິງ​ຕັນຈະ​ພິ​ຈາ​ລະ​ນາ​ຕໍ່​ໄປ​ວ່າ ບັນ​ດາ​ປະ​ເທດ
​ເຫຼົ່າ​ນັ້ນ​ເປັນ “ຜູ້​ບົງ​ການ” ເງິນ​ຕາຫຼື​ບໍ່. ການ​ບົງ​ການ​ສໍ່​ໃຫ້​ເຫັນ​ປະ​ເທດ​ທີ່​ມີເຈດ​ຕະ​ນາ
ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ອັດ​ຕາ​ເງິນທີ່​ເຫັນ​ແກ່​ປະ​ເທດ​ທີ່​ເປັນ​ເຈົ້າ​ຂອງ​ຂອ​ງ​ບັນ​ດາ​ຜູ້​
ອອກ​ສົ່ງ​ສິນ​ຄ້າ​ ແລະ​ເຮັດ​ໃຫ້​ການ​ຄ້າ​ມີ​ລາ​ຄາ​ແພງ​ຂຶ້​ນສຳ​ລັບບັນ​ດາຜູ້ນຳ​ເຂົ້າສິນ​ຄ້າ​.
ລາຍ​ຊື່​ຂອງ​ສະ​ຫະ​ລັດ​ທີ່​ໄດ້​ພິມ​ເຜີຍ​ແຜ່ ໃນ​ທ້າຍ​ເດືອນ​ພຶດ​ສ​ະ​ພາ ໄດ້​ຕື່ມ​ຊື່​ ຫວຽດ
​ນາມ ມາ​ເລ​ເຊຍ ແລະ​ສິງ​ກະ​ໂປ ເຂົ້າ​ໃນ​ບັນ​ຊີ​ດັ່ງ​ກ່າວ.

ການ​ປັບ​ປ່ຽ​ນ​ນະ​ໂຍ​ບາຍ​ ອາດກໍ່​ໃຫ້​ເກີດ​ບັນ​ຫາ​ໃນການ​ຂະ​ຫຍາຍ​ໂຕ​ຂອງ​ເສດ​ຖະ​
ກິດ ທີ່​ໄດ້​ເຕີບ​ໂຕ​ປະ​ມານ 6 ເປີ​ເຊັນ ​ໃນແຕ່​ລະ​ປີ ນັບ​ແຕ່​ປີ 2012 ​ເປັນຕົ້ນ​ມາ ແຕ່
ການ​ລະ​ບຸ​ຊື່​ເປັນ “ຜູ້​ບົງ​ການ” ​ເງິນ​ຕາ ອາດ​ພາ​ໃຫ້​ມີການ​ເກັບ​ພາ​ສີຕໍ່​ສິ​ນ​ຄ້າ​ຫວຽດ​
ນາມ ທີ່​ສົ່ງ​ມາ​ຍັງສະ​ຫະ​ລັດ ແລະ​ເຮັດ​ໃຫ້ການ​ຂະ​ຫຍາຍ​ເສ​ດ​ຖະ​ກິດ​ຢຸດ​ຊະ​ງັກ​ລົງ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG