ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມປ່ຽນທ່າທີຕໍ່ຈີນ ໃນການຂັດແຍ້ງກັນ ກ່ຽວກັບເຂດທະຈີນໃຕ້


ຊາວຫວຽດນາມປະທ້ວງຈີນ ໃນນະຄອນຫລວງຮາໂນ່ຍ ກ່ຽວກັບບັນຫາ ຂໍ້ຂັດແຍ້ງກັນໃນເຂດທະເລຈີນໃຕ້.
ຊາວຫວຽດນາມປະທ້ວງຈີນ ໃນນະຄອນຫລວງຮາໂນ່ຍ ກ່ຽວກັບບັນຫາ ຂໍ້ຂັດແຍ້ງກັນໃນເຂດທະເລຈີນໃຕ້.

ການກວາດລ້າງພວກປະທ້ວງຕໍ່ຕ້ານຈີນເມື່ອໝໍ່ໆມານີ້ຂອງຫວຽດນາມນັ້ນ ແມ່ນ​ເປັນ​ຂີດ​ໝາຍ​ການປ່ຽນແປງ ​ໃນ​ວິທີການຮັບ​ມື​ຂອງ​ຮາ​ໂນ່ຍ ກັບບັນຫາຂໍ້ຂັດແຍ້ງກັນດ້ານ ດິນແດນກັບປັກກິ່ງນັ້ນ. ຜູ້ສື່ຂ່າວວີໂອເອ Marianne Brown ມີລາຍງານເລຶ່ອງນີ້ເພີ່ມຕື່ມ ຈາກນະຄອນຫລວງຮາໂນ່ຍ ຊຶ່ງທອງປານຈະນໍາມາສະເໜີທ່ານ.

ຫລັງຈາກອະນຸ​ໂລມ​ໃຫ້​ມີການປະທ້ວງປະຈໍາອາທິດຢູ່ຕໍ່ໜ້າ ສະຖານທູດຈີນໃນນະຄອນ ຫລວງຮາໂນ່ຍ ເປັນເວລາຫລາຍກວ່ານຶ່ງເດືອນ ແລ້ວນັ້ນ ລັດຖະບານຫວຽດນາມກໍ​ໄດ້ ​ເຄື່ອນເຂົ້າ​ທໍາ​ການຍຸຕິການ​ປະ​ທ້ວງ​ນັ້ນ.

ເມື່ອວັນອາທິດຜ່ານ​ມານີ້ ຕໍາຫລວດໄດ້ກວາດ​ຕ້ອນ​ເອົາພວກປະທ້ວງ​ໄປ 12 ຄົນ ແລະ
ໄດ້ກັກຂັງພວກເຂົາເຈົ້າ​ໄວ້ເປັນເວລາຫລາຍຊົ່ວໂມງ.

ຕໍາຫລວດລາກເອົາຜູ້ປະທ້ວງຄົນນຶ່ງ ໄປຂຶ້ນລົດ ໃນການທັບມ້າງການປະທ້ວງຕໍ່ຕ້ານຈີນ ຢູ່ຕໍ່ໜ້າ ສະຖານທູດຈີນທີ່ນະຄອນຫລວງຮາໂນ່ຍ ເມື່ອວັນທີ 10 ກໍລະກົດ 2011.
ຕໍາຫລວດລາກເອົາຜູ້ປະທ້ວງຄົນນຶ່ງ ໄປຂຶ້ນລົດ ໃນການທັບມ້າງການປະທ້ວງຕໍ່ຕ້ານຈີນ ຢູ່ຕໍ່ໜ້າ ສະຖານທູດຈີນທີ່ນະຄອນຫລວງຮາໂນ່ຍ ເມື່ອວັນທີ 10 ກໍລະກົດ 2011.

ການຈັບກຸມດັ່ງກ່າວໄດ້​ເປັນ​ການເລີ່ມຕົ້ນ
ບັ້ນຕອນໃໝ່ໃນຂໍ້ຂັດແຍ້ງຂອງຫວຽດນາມ
ກັບຈີນ ກ່ຽວກັບດິນ​ດອນໃນເຂດທະເລຈີນ
ໃຕ້. ຈີນໄດ້ອ້າງເອົາເຂດທະເລດັ່ງກ່າວທັງ
ໝົດເປັນກໍາມະສິດຂອງຕົນ ແຕ່ລັດຖະບານ
ຫວຽດນາມ ແລະອີກສີ່ລັດຖະບານອື່ນໆ​ກໍ
ໄດ້ພາກັນອ້າງ ເອົາກໍາມະສິດໃນເຂດດຽວ
ກັນນັ້ນເຊັ່ນກັນ ໂຮມທັງໝູ່ເກາະ Spratley
ຊຶ່ງເປັນໝູ່ດອນທີ່ ຢູ່ຕັ້ງກວມບໍ່ແຮ່ທາດ ທີ່ມີ ຢູ່ຢ່າງອຸດົມສົມບູນນັ້ນ.

ຄວາມເຄັ່ງຕຶງໄດ້ເພີ່ມທະວີຂຶ້ນໃນບໍ່ເທົ່າໃດ
ເດືອນຜ່ານມານີ້ ຫລັງຈາກຮາໂນ່ຍໄດ້ກ່າວ
ຫາເພື່ອນບ້ານຍັກໃຫຍ່ຂອງຕົນ ກໍຄືຈີນນັ້ນ
ວ່າ ໄດ້ລ່ວງລໍ້າ​ເຂດນ່ານນໍ້າຂອງຕົນ. ຝ່າຍ
ປັກກິ່ງກໍກ່າວວ່າ ເຮືອຫວຽດນາມໄດ້ເຂົ້າໄປໃນອານາເຂດຂອງຕົນຢ່າງຜິດກົດໝາຍແລະ
​ເປັນອັນຕະລາຍຕໍ່ຊາວປະມົງຈີນ.

ຄວາມເຄັ່ງຕຶງໄດ້ລົດຕໍ່າລົງນັບຕັ້ງແຕ່ວັນທີ່ 25 ເດືອນມິຖຸນາຜ່ານມານີ້ ເວລາຮອງລັດຖະ
ມົນຕີຕ່າງປະເທດຂອງຫວຽດນາມ ໄປຢ້ຽມຢາມປັກກິ່ງ. ຫລັງຈາກການຢ້ຽມຢາມນັ້ນ ທັງສອງຝ່າຍກ່າວວ່າ ພວກຕົນໄດ້ເນັ້ນຍໍ້າເຖິງຄວາມຈໍາເປັນທີ່​ຈະຕ້ອງດຶງຄວາມຄິດເຫັນ ຂອງມະຫາຊົນໄປຕາມທິດທາງທີ່ຖືກຕ້ອງ ເພື່ອຫລີກລ່ຽງການສ້າງຄວາມເສຍຫາຍ​ໃຫ້ ແກ່ຄວາມສໍາພັນສອງ​ຝ່າຍ.

ທ່ານ ຄາລ ​ເທເອີ(Carl Thayer) ຜູ້ຊ່ຽວຊານດ້ານຂົງເຂດເອເຊຍຕາເວັນອອກສຽງໃຕ້ ປະຈໍາມະຫາວິທະຍາໄລ New South Wales ໃນອອສເຕຣເລຍ ກ່າວວ່າ ການຈັບກຸມ ພວກ​ປະ​ທ້ວງເມື່ອວັນອາທິດຜ່ານມານັ້ນ ແມ່ນສອດຄ່ອງກັນກັບຄໍາຖະແຫລງດັ່ງກ່າວ. ທ່ານເທເອີ ​ເວົ້າວ່າ

ຂ້າພະເຈົ້າຄິດວ່າ ເມື່ອທູດພິເສດຂອງ​ຫວຽດນາມເດີນທາງໄປຈີນ ແລະ​ເຊັນ
ຊື່ຂອງທ່ານລົງ​ໃນຖະ​ແຫລ​ງການອອກຂ່າວຮ່ວມນັ້ນແລ້ວ ຫວຽດນາມກໍ​ມີ
​ພັນທະ​ທີ່​ຈະ​ຕ້ອງລົດນໍ້າສຽງຂອງ​ຕົນລົງ ແລະຍຸຕິການປະທ້ວງນັ້ນ. ການຈັບກຸມ
​ແມ່ນ​ມີ​ຂຶ້ນ​ຫລັງ​ຈາກ ທີ່​ພວກ​ຕໍາຫລວດໄດ້ພະຍາຍາມ​ທັບມ້າງການປະທ້ວງ​
ແລະ​ຊຸກຍູ້​ໃຫ້ພວກປະ​ທ້ວງກັບຄືນ​ເມືອບ້ານ ໃນອາທິດກ່ອນ.”

ທ່ານ ເທເອີ ກ່າວຕໍ່ໄປວ່າ ໂດຍການຍຸຕິການປະທ້ວງນັ້ນ ຮາໂນຍ​ແມ່ນສາມາດທີ່ຈະບອກ
ຈີນໄດ້ວ່າ ຕົນ​ໄດ້​ປະຕິບັດ​ຕາມ​ພັນທະ​ຂອງ​ຕົນແລ້ວ ແຕ່ທ່ານ ເທເອີ ໃຫ້ຂໍ້ສັງເກດວ່າ ຮາ
ໂນຍສາມາດທີ່​ຈະຍຸຕິການປະທ້ວງໄດ້ຢ່າງງ່າຍດາຍ ກ່ອນ​ໜ້າ​ນີ້ແຕ່​ດົນ​ແລ້ວ. ທ່ານ ເທເອີ ເວົ້າວ່າ

“​ເວົ້າແຈ້ງໆກໍ​ແມ່ນ​ວ່າ ເວລາພວກເຂົາເຈົ້າບໍ່ມັກພວກທີ່​ນັບຖືສາສະໜາຄາທໍລິກ
ພວກເຈົ້າ​ໜ້າ​ທີ່​ຫວຽດນາມກໍລະດົມເອົາພວກເຍົາວະຊົນແລະພວກນັກລົບເກົ່າ
ອອກໄປທຸບຕີພວກເຂົາເຈົ້າ. ໃນກໍລະນີນີ້ ພວກເຂົາເຈົ້າກໍ​ໄດ້​ຮູ້​ມາ​ດົນ​ແລ້ວ ​ກ່ຽວ
ກັບການປະທ້ວງນັ້ນ ​ແລະ​ພວກຕໍາຫລວດ​ຮັກສາຄວາມໝັ້ນຄົງຂອງສາທາລະນະ
ກໍຄວນ​ເຄື່ອນ​ໄຫວໃນທັນທີໄດ້ ຖ້າ​ຫາກ​ທາງ​ການຫວຽດ​ນາມຢາກ​ເຮັດ​ເຊ່ນ​ນັ້ນ.”

ຜູ້ປະທ້ວງຄົນນຶ່ງອ່ານຄໍາປະກາດຕໍ່ຕ້ານຈີນ ໃນລະຫວ່າງການໂຮມ ຊຸມນຸມປະທ້ວງຢູ່ຮາໂນ່ຍ ເມື່ອວັນທີ 3 ກໍລະກົດ ຊຶ່ງຕໍາຫລວດບໍ່ ໄດ້ເຂົ້າທັບມ້າງແຕ່ຢ່າງໃດ.
ຜູ້ປະທ້ວງຄົນນຶ່ງອ່ານຄໍາປະກາດຕໍ່ຕ້ານຈີນ ໃນລະຫວ່າງການໂຮມ ຊຸມນຸມປະທ້ວງຢູ່ຮາໂນ່ຍ ເມື່ອວັນທີ 3 ກໍລະກົດ ຊຶ່ງຕໍາຫລວດບໍ່ ໄດ້ເຂົ້າທັບມ້າງແຕ່ຢ່າງໃດ.

ພວກຊ່ຽວຊານຫວຽດນາມອື່ນໆ
ກ່າວວ່າ ຮາໂນ່ຍແມ່ນ​ໄດ້ອະນຸ
ໂລມຜ່ອນຜັນ ຫລືອາດ​ຮອດໄດ້
ຊຸກຍູ້​ໃຫ້​ມີການປະທ້ວງດັ່ງກ່າວ
ແຕ່​ກໍ​ໄດຍັບ​ຍັ້ງ​ໄວ້ ເພື່ອຫລີກ
ລ່ຽງການກໍ່ຄວາມເຄັ່ງຕຶງ​ເພີ່ມ
ຂຶ້ນກັບຈີນ. ໂຄສົກຄົນນຶ່ງຂອງ
ກະຊວງຕ່າງປະເທດຫວຽດນາມ
ປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວ
ນັ້ນ. ໂຄສົກ​ເວົ້າວ່າ:

“ດັ່ງທີ່ຂ້າພະເຈົ້າໄດ້ເວົ້າຢູ່
ໃນກອງປະຊຸມຖະ​ແຫລ​ງຂ່າວ
ຄັ້ງຜ່ານໆມາ ກໍແມ່ນວ່າ ນັ້ນ​
ແມ່ນການຕອບໂຕ້ຂອງປະຊາ
ຊົນຫວຽດນາມ ຕໍ່ເຫດການທີ່
ກໍາລັງເກີດຂຶ້ນຢູ່ໃນຂົງເຂດ
ທະ​ເລຕາເວັນອອກ.”

ທ່ານ ເທເອີ ກ່າວວ່າ ຈີນກໍໄດ້ທໍາການປ່ຽນແປງຍຸທະວິທີຂອງ​ຕົນເຊັ່ນດຽວກັນ ຄື​ໄດ້ພະຍາ
ຍາມຫາທາງປອງດອງກັນຫລາຍຂຶ້ນ ທ່ານ ເທເອີ ເວົ້າວ່າ:

“​ເວລານີ້ຈີນກໍາລັງຍິ້ມ​ຫົວ ແລະພະຍາຍາມໃຊ້ພາສາທາງການທູດຫລາຍຂຶ້ນ
ເພື່ອໃຫ້ສະຖານະການເບົາບາງລົງ. ສະນັ້ນຈຶ່ງ​ວ່າ ​ຈີນ​ກໍໄດ້​ມີການປ່ຽນແປງຍຸທະ
ວິທີ​ເຊ່ນ​ກັນ.”

ທ່ານ ເທເອີ ກ່າວວ່າ ທັງສອງຝ່າຍອາດກໍາລັງພາກັນສິ້ງຊອມເບິ່ງຄວາມສໍາພັນຂອງສະຫະ ລັດກັບສະມາຄົມອາຊ່ຽນນັ້ນຢູ່. ມີ​ນໍາ​ກັນ​ທັງໝົດສີ່ປະເທດສະມາຊິກຂອງສະມາຄົມອາຊ່ຽນ ທີ່ໄດ້ອ້າງ​ເອົາກໍາມະສິດໃນຂົງເຂດ ທະເລຈີນໃຕ້ ຊຶ່ງ​ນອກຈາກ​ຫວຽດນາມ​ແລ້​ວ ກໍ​ມີ ຟີ​ລິບ​ປີນ ມາ​ເລ​ເຊຍ​ແລະ​ບຣູ​ໄນ.

ໃນທ້າຍເດືອນນີ້ ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານນາງຮິລແລຣີ ຄລິນຕັນ ຈະ​ໄປ ຮ່ວມ​ປະຊຸມກັບພວກລັດຖະມົນຕີຕ່າງປະເທດຈາກສະມາຄົມອາຊ່ຽນ ພ້ອມ​ກັບຈີນ ຍີ່ປຸ່ນ ແລະປະເທດອື່ນໆ ຢູ່​ທີ່ອິນໂດນີເຊຍ ຊຶ່ງຄາດ​ກັນ​ວ່າ ບັນຫາຂົງເຂດທະເລຈີນໃຕ້ ຈະເປັນ ຫົວຂໍ້ ໃຫຍ່ໃນກອງປະຊຸມຄັ້ງນີ້.

ວໍຊິງຕັນເຄີຍໄດ້ຖະແຫລງມາກ່ອນແລ້ວວ່າ ຕົນ​ກໍມີຜົນປະໂຫຍດແຫ່ງຊາດ ໃນການຄໍ້າ
ປະກັນໃຫ້​ມີເສລີພາບໃນການເດີນເຮືອ ຢູ່ໃນຂົງເຂດນັ້ນ.

XS
SM
MD
LG