ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສົບຂອງຊາວຫວຽດນາມ 16 ຄົນ ທີ່ ເສຍຊີວິດ ໃນຕອນລັກ​ເຂົ້າໄປ ອັງກິດ ຖືກສົ່ງກັບຄືນ ບ້ານແລ້ວ


ພະ​ນັກ​ງານ​ສະ​ໜາມ​ບິນ ໂນຍ​ບາຍຂອງ​ນະ​ຄອນ​ຫລວງ ຮາ​ໂນ່ຍ ໄດ້​ເອົາ​ໂຮງ​ສົບ​ຂອງ 16 ຄົນ ໃນ​ຈຳ​ນວນ 39 ຄົນ ​ທີ່ເສຍຊີວິດໃນ​ອັງ​ກິດ​ ແລະ​​ຖືກ​ສົ່ງ​ກັບ​ບ້ານຂື້ນ​ໃສ່​ລົດໂຮງ​ໝໍໄປໃນ​ວັນ​ທີ 27 ພະ​ຈິກ, 2019.
ພະ​ນັກ​ງານ​ສະ​ໜາມ​ບິນ ໂນຍ​ບາຍຂອງ​ນະ​ຄອນ​ຫລວງ ຮາ​ໂນ່ຍ ໄດ້​ເອົາ​ໂຮງ​ສົບ​ຂອງ 16 ຄົນ ໃນ​ຈຳ​ນວນ 39 ຄົນ ​ທີ່ເສຍຊີວິດໃນ​ອັງ​ກິດ​ ແລະ​​ຖືກ​ສົ່ງ​ກັບ​ບ້ານຂື້ນ​ໃສ່​ລົດໂຮງ​ໝໍໄປໃນ​ວັນ​ທີ 27 ພະ​ຈິກ, 2019.

ສົບຂອງຊາວຫວຽດນາມ 16 ໃນຈໍານວນ 39ຄົນທີ່ເສຍຊີວິດໃນຕອນທີ່ ພວກຄ້າມະນຸດ ໄດ້ເອົາເຂົາເຈົ້າໃສ່ລົດບັນທຸກເດີນ​ທາງເຂົ້າໄປໃນອັງກິດໃນເດືອນແລ້ວນີ້ ໄດ້ຖືກສົ່ງ
ກັບຄືນບ້ານເກີດຂອງພວກເຂົາເຈົ້າ ແລະໄດ້ນໍາເອົາໄປມອບໃຫ້ຄອບຄົວຂອງເຂົາເຈົ້າ
ແລ້ວ ໃນວັນພຸດວານນີ້.

ສົບເຫລົ່ານີ້ໄດ້ຂົນສົ່ງຜ່ານທາງເຮືອບິນ ໄປເຖິງຮ່າໂນ່ຍແລ້ວ, ອີງຕາມລາຍງານຂອງ ອົງການຂ່າວທາງເວັບໄຊທ໌ VNExpress. ເວັບໄຊທ໌ ດັ່ງກ່າວ ໄດ້ ພິມຮູບພາບຂອງ ລົດໂຮງໝໍ ທີ່ຂົນສົ່ງສົບຂອງຄົນເຫລົ່ານີ້ ໄປຫາບ້ານຂອງ ພວກເຂົາເຈົ້າ ຢູ່ທາງທິດໃຕ້ ຂອງນະຄອນຫລວງ ຮາໂນ່ຍ.

ສົບຂອງຄົນພວກນີ້ ຖືກພົບເຫັນໃນວັນທີ 23 ຕຸລາ ຢູ່ໃນເມືອງເກ​ຣ​ສ໌ (Grays) ຂອງ
ອັງກິດ, ຢູ່ທາງທິດໃຕ້ຂອງນະຄອນຫລວງລອນດອນ. ຕໍາຫລວດເວົ້າວ່າ ພວກໄດ້ຮັບ
ເຄາະຮ້າຍມີອາຍຸໃນລະຫວ່າງ 15 ຫາ 44 ປີ.

ເຊື່ອກັນວ່າ ຜູ້ຊາຍ 31 ຄົນ ແລະແມ່ຍິງ 8 ຄົນ ໄດ້ຈ້າງພວກຄ້າມະນຸດໃຫ້ລັກຂົນ​ເອົາ
ເຂົາເຈົ້າຜ່ານເຂົ້າໄປໃນອັງກິດ. ມີຄົນທີ່ເປັນຜູ້ຕ້ອງສົງໄສຫລາຍຄົນຖືກຈັບກຸມໃນ
ອັງກິດ ແລະໃນຫວຽດນາມ.

ທ້າວ ຮ່ວງ ແລັງ (Hoang Lanh), ພໍ່ຂອງທ້າວ ຮ່ວງວັນ​ຕຽບ ( Hoang Van Tiep) ຊຶ່ງ​ເປັນຜູ້ໄດ້ຮັບຄາະຮ້າຍອາຍຸ 18 ປີ ໄດ້ລົມຜ່ານທາງໂທລະສັບ ໃນວັນ ອັງຄານຜ່ານມາ
ວ່າ ລາວໄດ້ຍິນຂ່າວຈາກເຈົ້າໜ້າທີ່ລັດຖະບານທ້ອງຖິ່ນ​ແຈ້ງ​ໃຫ້​ລາວ​ຊາບວ່າ ຊາກສົບ ຂອງລູກຊາຍລາວ ຈະຖືກສົ່ງກັບມາບ້ານໃນວັນ ພຸດວານນີ້, ພ້ອມກັນກັບຜູ້ໄດ້ຮັບເຄາະ ຮ້າຍຄົນອື່ນອີກ 6 ຄົນ ຈາກເມືອງ Dien Chau ໃນແຂວງ Nghe An, ທີ່ລວມທັງທ້າວ Nguyen Van Hung ພີ່ນ້ອງຂອງທ້າວ Tiep ອີກດ້ວຍ.

“ມັນເປັນທັງຄວາມດີໃຈ ແລະຂົມຂື່ນ, ຂ້ອຍບໍ່ເຊື່ອວ່າຂ້ອຍຈະໄດ້ຕ້ອນຮັບເອົາລູກ
ຂ້ອຍກັບມາບ້ານແບບນີ້ແລີຍ,'' ນັ້ນຄືຄໍາເວົ້າຂອງທ້າວແລັງ (Lanh). “ຂ້ອຍທຸກລະທົມ
ຫລາຍທີ່ສຸດ ແຕ່ວ່າຂ້ອຍກໍດີໃຈ ທີ່ຈະໄດ້ເອົາລາວກັບມາຢູ່ນໍາພວກເຮົາໃນໄວໆນີ້.”

Hoang Thi Nhiem, ນ້ອງສາວຂອງມື້ລາງທ້າວTiep, ເວົ້າວ່າຄອບຄົວຂອງລາວ ໄດ້
ຮັບສົບຂອງອ້າຍລາວກັບມາໃນຕອນກ່ອນຈະຮອດທ່ຽງວານນີ້.

ນາງເວົ້າວ່າ “ພວກເຮົາໂສກເສົ້າຫລາຍ ແຕ່ວ່າພວກເຮົາກໍດີໃຈທີ່​ວ່າດຽວນີ້ລາວ ໄດ້
ກັບມາບ້ານເກີດເມືອງນອນຂອງລາວແລ້ວ, ມາຢູ່ກັບກັບຄອບຄົວຂອງລາວ ແລະ ຫ້ອມລ້ອມໄປດ້ວຍຄວາມຮັກຈາກຄົນໃນຄອບຄົວ.'' ນາງເວົ້າຕໍ່ໄປ ວ່າ “ລາວ ຈະ ຕາຍແບບສະຫງົບງຽບໄດ້ ຖ້າຫາກລາວຍັງຢູ່ໃນອັງກິດຢູ່.''

ຄອບຄົວຂອງຜູ້ໄດ້ຮັບເຄາະຮ້າຍອີກຄົນນຶ່ງ ໄດ້ສະແດງຄວາມເສົ້າໂສກອອກມາກ່ອນ
ຈະໄປຮັບເອົາສົບຂອງຄົນທີ່ເຂົາເຈົ້າຮັກຫອມ.

“ຂ້ອຍຮູ້ສຶກໂສກເສົ້າມາໄດ້ 1 ເດືອນແລ້ວ ແລະ ກໍຂ້ອຍບໍ່ສາມາດກິນຫຍັງໄດ້ເລີຍ,'' ນັ້ນຄືຄໍາເວົ້າຂອງລຸງ Nguyen Thanh Le, ພໍ່ຂອງທ້າວ Nguyen Van Hung
ອາຍຸ 33 ປີ. “ລູກຊາຍຂອງຂ້ອຍເສຍຊີວິດ ຢູ່ໄກບ້ານ ໄກເມືອງ ຂອງຕົນ ແລະຂ້ອຍ
ຕ້ອງໄດ້ລໍຖ້າເປັນເວລາດົນນານ ແຕ່ວ່າ ມື້ນີ້ ສົບຂອງລາວ ກໍຈະມາເຖິງ ແລະມື້ອື່ນກໍ
ຈະເປັນມື້ ສົ່ງສະການລາວ.''

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG