ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮ່າໂນ່ຍຈະສະຫຼອງ ຄົບຮອບ ວັນສ້າງຕັ້ງ 1,000 ປີ


ຣົດໂຮງໝໍ ຈອດຢູ່ນອກ ສະໜາມກິລາແຫ່ງຊາດ My Dinh ໃນນະຄອນຫຼວງ ຮ່າໂນ່ຍ ຫຼັງຈາກບັ້ງໄຟດອກລະເບີດ (6 ຕຸລາ 2010)
ຣົດໂຮງໝໍ ຈອດຢູ່ນອກ ສະໜາມກິລາແຫ່ງຊາດ My Dinh ໃນນະຄອນຫຼວງ ຮ່າໂນ່ຍ ຫຼັງຈາກບັ້ງໄຟດອກລະເບີດ (6 ຕຸລາ 2010)

ຮ່າໂນ່ຍຈະສະເຫຼີມສະຫຼອງ ວັນຄົບຮອບ 1,000 ປີ ໃນ ຖານະທີ່ເປັນນະຄອນຫຼວງຂອງຫວຽດນາມໃນວັນອາທິດ ມື້ອື່ນນີ້ ແຕ່ສ່ວນໃຫຍ່ຂອງການຈູດບັ້ງໄຟດອກ ທີ່ມີການ ວາງແຜນໄວ້ ໃນທົ່ວນະຄອນຫຼວງຮ່າໂນ່ຍນັ້ນ ໄດ້ຖືກຍົກເລີກ.

ເຈົ້າໜ້າທີ່ຫວຽດນາມກ່າວໃນມື້ວານນີ້ວ່າ ເງິນສໍາລັບບັ້ງ ໄຟດອກຈະຖືກນໍາໄປໃຊ້ແທນໃນການໃຫ້ຄວາມຊ່ອຍເຫຼືອ ແກ່ຜູ້ປະສົບໄພນໍ້າຖ້ວມ ຢູ່ໃນເຂດພາກກາງ ທີ່ເຮັດໃຫ້ມີ ຜູ້ເສຍຊີວິດໄປແລ້ວ 50 ກວ່າຄົນໃນຮອບສັບປະດາຜ່ານ ມາ.

ລັດຖະບານຫວຽດນາມຫວັງວ່າ ຈະໄດ້ສະແດງອອກເຖິງ ຄວາມພາກພູມໃຈແຫ່ງຊາດ ແລະສະແດງໃຫ້ເຫັນເຖິງຈຸດ ເດັ່ນ ໃນການພັດທະນາເສດຖະກິດຂອງຕົນ ດ້ວຍການ ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ ຊຶ່ງຈະມີຮວມທັງການເດີນ ສວນສະໜາມ ຂອງຜູ້ຄົນປະມານ 30,000 ຄົນ. ແຕ່ການສະແດງເຫຼົ່ານີ້ ຈະມ້ວນທ້າຍ ລົງ ດ້ວຍການຈູດບັ້ງໄຟດອກ ທີ່ສະໜາມກິລາ My Dinh ແທນທີ່ຈະ ແມ່ນຈູດຢູ່ 29 ບ່ອນ ຕາມທີ່ໄດ້ມີການວາງແຜນໄວ້ ໃນຂັ້ນທຳອິດນັ້ນ.

ລົດບັນທຸກຂົນດິນລະເບີດ ເພື່ອນຳໄປໃຊ້ໃນການສະແດງຈູດບັ້ງໄຟດອກໄດ້ລະເບີດຂຶ້ນ ໃກ້ໆສະໜາມກິລາດັ່ງກ່າວໃນອາທິດນີ້ ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ ຮວມທັງຊາວເຢຍ ຣະມັນ 2 ຄົນ.

XS
SM
MD
LG