ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຮ່າໂນ່ຍສະຫລອງຄົບຮອບວັນສ້າງຕັ້ງ 1,000 ປີ


ການສວນສະໜາມຂອງທະຫານຫວຽດນາມ ຜ່ານສຸສານຂອງປະທານໂຮ່ຈີມິນ ທີ່ນະຄອນຫລວງຮ່າໂນ່ຍ, ວັນທີ 10 ຕຸລາ 2010.
ການສວນສະໜາມຂອງທະຫານຫວຽດນາມ ຜ່ານສຸສານຂອງປະທານໂຮ່ຈີມິນ ທີ່ນະຄອນຫລວງຮ່າໂນ່ຍ, ວັນທີ 10 ຕຸລາ 2010.

ທະຫານປະມານ 3 ໝື່ນຄົນ ຍ່າງ​ສວນສະໜາມຢ່າງ​ສະງ່າ​ຜ່າ​ເຜີຍ ຜ່ານສຸສານຂອງ​ປະ​ທານໂຮ່ຈີ​ມິນ ຜູ້​ສ້າງຕັ້ງປະ​ເທດ​ຫວຽດນາມ ພ້ອມ​ກັບ​ມີ​ເຮລີຄອບ​ເຕີ​ທີ່​ເຮັດຈາກຣັດ​ເຊຍ 10ລໍາ ບິນ​ຜ່ານ​ໄປ​ໂດຍ​ສະ​ແດງ​ທຸງຊາດ ​ແລະປ້າຍ​ທີ່​ມີ ຮູບຄ້ອນ​ຕີ​ແລ​ະກ່ຽວ ຊຶ່ງ​ເປັນ​ເຄື່ອງໝາຍຂອງຄອມ​ມິວ ນິສ ​ໂບກ​ປີວ​ສະ​ບັດຢູ່​ເທິງ​ຟ້າ.

ການສະ​ແດງ​ດັ່ງກ່າວ​ນີ້​ໄດ້ມວ້ນທ້າຍລົງ​ ດ້ວຍ​ການຈູດບັ້ງ​ໄຟ​ດອກຢູ່​ບ່ອນ​ດຽວ ທີ່​ສະໜາມ ກິລາໝີດິ່ງ ​ແທນ​ທີ່​ຈະ​ມີ​ການ​ຈູດຢູ່ 29 ບ່ອນ ດັ່ງ​ທີ່​ໄດ້ມີ​ການ​ວາງ​ແຜນ​ໄວ້​ໃນເບື້ອງ​ຕົ້ນ ລຸນ​ຫລັງ​ທີ່​ເກີດ​ເຫດ​ບັ້ງ​ໄຟ​ດອກລະ​ເບີດ. ​ເຈົ້າໜ້າທີ່​ຫວຽດນາມ ກ່າວ​ໃນ​ວັນ​ສຸກຜ່ານ​ມານີ້ວ່າ ​ເງິນ​ສໍາລັບ​ບັ້ງ​ໄຟ​ດອກທີ່​ປະຢັດ​ໄວ້​ນັ້ນ ຈະ​ຖືກ​ນໍາໄປ​ໃຊ້ເຂົ້າໃນ​ການ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ແກ່ພວກ​ປະສົບ​ໄພ​ນໍ້າ​ຖ້ວມ ​ໃນ​ພາກ​ກາງຂອງ​ຫວຽດນາມ ທີ່​ໄດ້​ເຮັດ​ໃຫ້ 50 ກວ່າຄົນ​ເສຍ​ຊີວິດ​ໃນ​ຮອບ ສັບປະດາ​ທີ່​ຜ່ານ​ມາ.

ລົດ​ບັນທຸກທີ່ຂົນ​ດິນລະ​ເບີ​ດ ​ເພື່ອ​ນໍາ​ໄປ​ໃຊ້​ໃນ​ການສະ​ແດງ ຈູດບັ້ງ​ໄຟ​ດອກ​ໄດ້ລະ​ເບີດ​ຂຶ້ນ ​ຢູ່ໃກ້ໆສະໜາມກິລາ​ດັ່ງກ່າວ​ ໃນອາທິດ​ແລ້ວນີ້ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 4 ຄົນ ຮວມ​ທັງ ຊາວ​ເຢຍຣະມັນ 2 ຄົນ.

XS
SM
MD
LG